ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 148

ພະ​ເຢໂຫວາ​ຊ່ວຍ​ໃຫ້​ພົ້ນ​ໄພ

ພະ​ເຢໂຫວາ​ຊ່ວຍ​ໃຫ້​ພົ້ນ​ໄພ

(2 ຊາເມືອນ 22:1-8)

  1. 1. ເຢໂຫວາ​ໄດ້​ພິສູດ​ວ່າ​ເປັນ​ພະເຈົ້າ​ທ່ຽງ​ແທ້

    ແຜ່ນດິນ​ທ້ອງຟ້າ​ທະເລ ລ້ວນ​ເປັນ​ຜົນ​ງານ​ພະອົງ

    ບໍ່​ມີ​ຜູ້​ໃດ​ຈະ​ທຽບ​ເທົ່າ ພະອົງ​ໄດ້​ເລີຍ ພວກ​ສັດຕູ

    ຈະ​ຖືກ​ທຳລາຍ​ສາບ​ສູນ

    (ທ່ອນ​ຊ້ຳ)

    ເຢໂຫວາ​ປົກ​ປ້ອງ​ຄຸ້ມຄອງ ຜູ້​ທີ່​ພັກດີ

    ພະອົງ​ເປັນ ຫີນ​ດານ ເປັນ​ປ້ອມ​ຄຸ້ມ​ໄພ​ຂອງ​ພວກ​ເຮົາ

    ເຮົາ​ປະກາດ​ໄປ ດ້ວຍ​ໃຈ​ທີ່​ກ້າຫານ ແລະ​ດ້ວຍ​ຄວາມ​ເຊື່ອ

    ເຮົາ​ຂໍ​ສັນ​ເສີນ ພະເຈົ້າ​ເຢໂຫວາ ທີ່​ປົກ​ປ້ອງ​ເຮົາ

  2. 2. ເຖິງ​ຄວາມ​ຕາຍ​ທີ່​ເປັນ​ສັດຕູ​ມາ​ອ້ອມ​ຮອບ​ຂ້ອຍ​ໄວ້

    ຂໍ​ໃຫ້​ພະ​ເຢໂຫວາ ຊ່ວຍ​ຂ້ອຍ​ກ້າຫານ​ເຂັ້ມແຂງ

    ຂໍ​ພະອົງ​ຟັງ​ຄຳ​ຮ້ອງ​ຂໍ ທີ່​ຂ້ອຍ​ອ້ອນ​ວອນ ແລະ​ປົກ​ປ້ອງ

    ຊ່ວຍ​ຂ້ອຍ​ໃຫ້​ລອດ​ປອດໄພ

    (ທ່ອນ​ຊ້ຳ)

    ເຢໂຫວາ​ປົກ​ປ້ອງ​ຄຸ້ມຄອງ ຜູ້​ທີ່​ພັກດີ

    ພະອົງ​ເປັນ ຫີນ​ດານ ເປັນ​ປ້ອມ​ຄຸ້ມ​ໄພ​ຂອງ​ພວກ​ເຮົາ

    ເຮົາ​ປະກາດ​ໄປ ດ້ວຍ​ໃຈ​ທີ່​ກ້າຫານ ແລະ​ດ້ວຍ​ຄວາມ​ເຊື່ອ

    ເຮົາ​ຂໍ​ສັນ​ເສີນ ພະເຈົ້າ​ເຢໂຫວາ ທີ່​ປົກ​ປ້ອງ​ເຮົາ

  3. 3. ສຽງ​ພະອົງ​ຈາກ​ສະຫວັນ​ເປັນ​ເໝືອນ​ດັ່ງ​ສຽງ​ຟ້າ​ຮ້ອງ

    ສັດຕູ​ພະອົງ​ຕົວ​ສັ່ນ ແຕ່​ຄົນ​ພະອົງ​ດີ​ໃຈ

    ພະອົງ​ຈະ​ເຮັດ​ທຸກ​ສິ່ງ​ທີ່ ໄດ້​ຕັ້ງ​ໃຈ​ໄວ້ ເຮົາ​ຈະ​ເຫັນ

    ພະອົງ​ຊ່ວຍ​ເຮົາ​ໃຫ້​ພົ້ນ

    (ທ່ອນ​ຊ້ຳ)

    ເຢໂຫວາ​ປົກ​ປ້ອງ​ຄຸ້ມຄອງ ຜູ້​ທີ່​ພັກດີ

    ພະອົງ​ເປັນ ຫີນ​ດານ ເປັນ​ປ້ອມ​ຄຸ້ມ​ໄພ​ຂອງ​ພວກ​ເຮົາ

    ເຮົາ​ປະກາດ​ໄປ ດ້ວຍ​ໃຈ​ທີ່​ກ້າຫານ ແລະ​ດ້ວຍ​ຄວາມ​ເຊື່ອ

    ເຮົາ​ຂໍ​ສັນ​ເສີນ ພະເຈົ້າ​ເຢໂຫວາ ທີ່​ປົກ​ປ້ອງ​ເຮົາ

(ເບິ່ງ​ຕື່ມ ເພງ. 18:1, 2; 144:1, 2)