ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 104

ພະລັງ​ບໍລິສຸດ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ

ພະລັງ​ບໍລິສຸດ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ

(ລືກາ 11:13)

  1. 1. ໂອ້​ເຢໂຫວາ​ຜູ້​ເປັນ​ພໍ່​ທີ່​ເມດຕາ

    ຜູ້​ທີ່​ໃຫຍ່​ກວ່າ​ໃຈ​ມີ​ບາບ​ຂອງ​ເຮົາ

    ຜູ້​ແບກ​ພາລະ​ແລະ​ປອບ​ໂຍນ​ເມື່ອ​ລູກ​ເຈັບ

    ໂດຍ​ໃຫ້​ພະລັງ​ບໍລິສຸດ​ກັບ​ພວກ​ເຮົາ

  2. 2. ຍ້ອນ​ວ່າ​ພວກ​ເຮົາ​ມີ​ບາບ​ຈຶ່ງ​ບໍ່​ຄູ່​ຄວນ

    ບາງ​ຄັ້ງ​ເຮົາ​ກໍ​ຫຼົງ​ຈາກ​ທາງ​ພະອົງ

    ເຮົາ​ຂໍ​ອ້ອນ​ວອນ​ໃຫ້​ພະອົງ​ຟັງ​ພວກ​ເຮົາ

    ໃຫ້​ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ທຸກ​ວັນ

  3. 3. ເມື່ອ​ເຮົາ​ອ່ອນແອ​ທໍ້​ແທ້​ໃຈ​ໝົດ​ກຳລັງ

    ຂໍ​ພະລັງ​ພະອົງ​ຊ່ວຍ​ເຮົາ​ຟື້ນ​ຄືນ

    ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ດັ່ງ​ນົກ​ອິນຊີ

    ຂໍ​ໃຫ້​ພວກ​ເຮົາ​ມີ​ພະລັງ​ບໍລິສຸດ

(ເບິ່ງ​ຕື່ມ ເພງ. 51:11; ໂຢ. 14:26; ກິດ. 9:31)