ຂ້າມໄປທີ່ເນື້ອໃນ

ວິດີໂອ​ອະທິບາຍ​ຄຳ​ສອນ​ຫຼັກ​ໃນ​ຄຳພີ​ໄບເບິນ

ວິດີໂອ​ສັ້ນ​ເຫຼົ່າ​ນີ້​ອະທິບາຍ​ຄຳ​ສອນ​ຫຼັກ​ໃນ​ຄຳພີ​ໄບເບິນ ແລະ​ມີ​ຫຼາຍ​ໂຕ​ທີ່​ເຊື່ອມ​ໂຍງ​ກັບ​ເນຶ້ອ​ໃນ​ຂອງ​ຈຸນລະສານ​ຂ່າວ​ດີ​ຈາກ​ພະເຈົ້າ!

ເອກະພົບ​ເກີດ​ຂຶ້ນ​ມາ​ໄດ້​ແນວ​ໃດ?

ເລື່ອງ​ການ​ສ້າງ​ໃນ​ຄຳພີ​ໄບເບິນ​ຖືກ​ເຂົ້າ​ໃຈ​ຜິດ​ຢູ່​ເລື້ອຍໆຫຼື​ເຖິງ​ຂັ້ນ​ຖືກ​ເບິ່ງ​ວ່າ​ເປັນ​ພຽງ​ເລື່ອງ​ເລົ່າ. ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເຊື່ອ​ຖື​ໄດ້​ບໍ?

ພະເຈົ້າ​ມີ​ແທ້​ບໍ?

ມາ​ເບິ່ງ​ວ່າ​ເປັນຫຍັງ​ການ​ເຊື່ອ​ວ່າ​ມີ​ພະເຈົ້າ​ເປັນ​ເລື່ອງ​ມີ​ເຫດຜົນ.

ພະເຈົ້າ​ມີ​ຊື່​ບໍ?

ພະເຈົ້າ​ມີ​ຫຼາຍ​ຕຳແໜ່ງ ເຊັ່ນ: ອົງ​ສູງ​ສຸດ ພະ​ຜູ້​ສ້າງ ແລະ​ພະອົງ​ເຈົ້າ. ແຕ່​ພະເຈົ້າ​ມີ​ຊື່​ສະເພາະ​ເຊິ່ງ​ໃຊ້​ໃນ​ຄຳພີ​ໄບເບິນ​ປະມານ 7.000 ເທື່ອ.

ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ເປັນ​ໝູ່​ກັບ​ພະເຈົ້າ?

ເປັນ​ເວລາ​ຫຼາຍ​ສະຕະວັດ ຜູ້ຄົນ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຮູ້ຈັກ​ຜູ້​ທີ່​ສ້າງ​ເຂົາເຈົ້າ. ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້. ເພື່ອ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ເຮົາ​ຕ້ອງ​ຮູ້ຈັກ​ຊື່​ຂອງ​ເພິ່ນ​ກ່ອນ.

ໃຜ​ເປັນ​ຜູ້​ແຕ່ງ​ຄຳພີ​ໄບເບິນ?

ຖ້າ​ມະນຸດ​ເປັນ​ຄົນ​ຂຽນ ເຮົາ​ສາມາດ​ບອກ​ໄດ້​ບໍ​ວ່າ​ຄຳພີ​ໄບເບິນ​ເປັນ “ຄຳ​ສອນ​ຂອງ​ພະເຈົ້າ”? ຄວາມ​ຄິດ​ຂອງ​ໃຜ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ?

ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ?

ຖ້າ​ພະເຈົ້າ​ເປັນ​ຜູ້​ແຕ່ງ​ຄຳພີ​ໄບເບິນ​ກໍ​ຄົງ​ຈະ​ບໍ່​ຄື​ກັບ​ປຶ້ມ​ອື່ນໆທີ່​ຂຽນ​ຂຶ້ນ.

ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ໂລກ?

ໂລກ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ງົດງາມ. ໂລກ​ຢູ່​ຫ່າງ​ຈາກ​ດວງ​ຕາເວັນ​ໃນ​ໄລຍະ​ທີ່​ເໝາະ​ສົມ ແລະ​ໃຫ້​ໂລກ​ປິ່ນ​ອ້ອມ​ຕົວ​ມັນ​ເອງ​ດ້ວຍ​ຄວາມ​ໄວ​ທີ່​ພໍ​ດີ. ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ໂລກ​ໃຫ້​ສວຍ​ງາມ​ຫຼາຍ​ປານ​ນີ້?

ຈຸດມຸ່ງໝາຍ​ໃນ​ຊີວິດ​ແມ່ນ​ຫຍັງ?

ຊອກ​ຫາ​ຈຸດມຸ່ງໝາຍ​ແລະ​ຄວາມ​ສຸກ​ແທ້​ໃນ​ຊີວິດ.

ຄົນ​ຕາຍ​ແລ້ວ​ເປັນ​ແນວ​ໃດ?

ຄຳພີ​ໄບເບິນ​ສັນຍາ​ວ່າ​ຈະ​ມີ​ຄົນ​ຈຳນວນ​ຫຼາຍ​ໄດ້​ຮັບ​ການ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຄື​ກັບ​ລາຊະໂລ.

ພະ​ເຢຊູ​ເປັນ​ພະເຈົ້າ​ບໍ?

ພະ​ເຢຊູ​ກັບ​ພະເຈົ້າ​ຜູ້​ມີ​ພະລັງ​ອຳນາດ​ສູງ​ສຸດ​ເປັນ​ຄົນ​ດຽວ​ກັນ​ບໍ? ຫຼື​ເປັນ​ສອງ​ບຸກຄົນ​ທີ່​ແຍກ​ຈາກ​ກັນ​ຢ່າງ​ຈະ​ແຈ້ງ?

ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຕາຍ?

ໃນ​ຄຳພີ​ໄບເບິນ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ຕາຍ​ຂອງ​ພະ​ເຍຊູ. ການ​ຕາຍ​ຂອງ​ເພິ່ນ​ມີ​ຈຸດ​ມຸ່ງ​ໝາຍ​ບໍ?

ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

ຕະຫຼອດ​ການ​ຮັບໃຊ້​ຂອງ​ພະ​ເຍຊູ ເພິ່ນ​ສອນ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຫຼາຍ​ກວ່າ​ເລື່ອງ​ອື່ນໆ. ເປັນ​ເວລາ​ຫຼາຍ​ສະຕະວັດ​ທີ່​ລູກ​ສິດ​ຂອງ​ເພິ່ນ​ອະທິ​ຖານ​ຂໍ​ໃຫ້​ລາຊະອານາຈັກ​ມາ.

ພະເຈົ້າ​ເຮັດ​ໃຫ້​ເກີດ​ໄພ​ທຳມະຊາດ​ບໍ?

ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳມະຊາດ​ສອງ​ຄົນ​ອະທິບາຍ​ສິ່ງ​ທີ່​ເຂົາເຈົ້າ​ຮຽນ​ຈາກ​ຄຳພີໄບເບິນ.

ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ?

ຄຳພີ​ໄບເບິນ​ໃຫ້​ຄຳຕອບ​ທີ່​ໜ້າ​ພໍ​ໃຈ​ແລະ​ໃຫ້​ກຳລັງ​ໃຈ​ເຮົາ.

ພະເຈົ້າ​ຍອມ​ຮັບ​ທຸກ​ສາສະໜາ​ບໍ?

ຫຼາຍ​ຄົນ​ເຊື່ອ​ວ່າ​ບໍ່​ສຳຄັນ​ວ່າ​ເຮົາ​ຈະ​ເລືອກ​ສາສະໜາ​ໃດ.

ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ທຸກ​ຄົນ​ບໍ?

ຈະ​ເປັນ​ແນວ​ໃດ​ຖ້າ​ຄົນ​ໜຶ່ງ​ອະທິດຖານ​ແບບ​ທີ່​ເຫັນ​ແກ່​ຕົວ? ຖ້າ​ຜົວ​ຄົນ​ໜຶ່ງ​ເຮັດ​ບໍ່​ດີ​ຕໍ່​ເມຍ​ຂອງ​ລາວ ແລ້ວ​ລາວ​ອະທິດຖານ​ຂໍ​ພອນ​ຈາກ​ພະເຈົ້າ ພະອົງ​ຈະ​ຟັງ​ບໍ?

ພະເຈົ້າ​ຄິດ​ແນວ​ໃດ​ເລື່ອງ​ການ​ແຕ່ງ​ດອງ?

ພະ​ເຈົ້າ​ຢາກ​ໃຫ້​ຄູ່​ຜົວ​ເມຍ​ປະສົບ​ຄວາມ​ສຳເລັດ ຄຳພີ​ໄບເບິນ​ມີ​ຄຳ​ແນະນຳ​ທີ່​ດີ​ທີ່​ຊ່ວຍ​ເຂົາ​ເຈົ້າ​ແຕ່ງ​ດອງ​ມີ​ຄວາມ​ສຸກ.

ພະເຈົ້າ​ຮູ້ສຶກ​ແນວໃດ​ຕໍ່​ການ​ເບິ່ງ​ສື່​ລາມົກ?

ຄຳ​ວ່າ “ສື່​ລາມົກ” ມີ​ຢູ່​ໃນ​ຄຳພີໄບເບິນ​ບໍ? ເຮົາ​ຈະ​ຮູ້​ໄດ້​ແນວໃດ​ວ່າ​ພະເຈົ້າ​ຮູ້ສຶກ​ແນວໃດ​ຕໍ່​ການ​ເບິ່ງ​ສື່​ລາມົກ?