ຂ້າມໄປທີ່ເນື້ອໃນ

ພະເຈົ້າ​ມີ​ຢູ່​ແທ້​ບໍ?

ພະເຈົ້າ​ມີ​ຢູ່​ແທ້​ບໍ?

ຄຳ​ຕອບ​ຈາກ​ຄຳ​ພີ​ໄບເບິນ

 ແມ່ນ​ແລ້ວ ຄຳ​ພີ​ໄບເບິນ​ໃຫ້​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ວ່າ​ພະເຈົ້າ​ມີ​ຢູ່​ແທ້. ແລະ​ສະໜັບສະໜູນ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ ບໍ່​ແມ່ນ​ເຊື່ອ​ແບບ​ງົມງວາຍ​ຍ້ອນ​ວ່າ​ສາສະໜາ​ສອນ​ແນວ​ນັ້ນ ແຕ່​ໂດຍ​ໃຊ້ “ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ” ແລະ “ຄວາມ​ເຂົ້າ​ໃຈ.” (ໂຣມ 12:1; 1 ໂຢຮັນ 5:20) ຂໍ​ໃຫ້​ເບິ່ງ​ເຫດຜົນ​ຕ່າງໆຕໍ່​ໄປ​ນີ້​ທີ່​ຢູ່​ໃນ​ຄຳ​ພີ​ໄບເບິນ:

  •   ເອກະພົບ​ທີ່​ເປັນ​ລະບົບ​ລະບຽບ​ແລະ​ສິ່ງ​ມີ​ຊີວິດ​ຕ່າງໆເທິງ​ໂລກ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ມີ​ຜູ້​ສ້າງ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ເຮືອນ​ທຸກ​ຫຼັງ​ຕ້ອງ​ມີ​ຄົນ​ສ້າງ ແຕ່​ຜູ້​ທີ່​ສ້າງ​ທຸກ​ສິ່ງ​ແມ່ນ​ພະເຈົ້າ.” (ເຮັບເຣີ 3:4) ຄວາມ​ຈິງ​ນີ້​ເປັນ​ເລື່ອງ​ງ່າຍໆ ແມ່ນ​ແຕ່​ຫຼາຍ​ຄົນ​ທີ່​ມີ​ການ​ສຶກສາ​ສູງ​ກໍ​ຍອມ​ຮັບ​ວ່າ​ເລື່ອງ​ນີ້​ມີ​ເຫດຜົນ. a

  •   ມະນຸດ​ເຮົາ​ເກີດ​ມາ​ພ້ອມ​ກັບ​ຄວາມ​ຕ້ອງການ​ທີ່​ຈະ​ຮູ້​ວ່າ​ເຮົາ​ເກີດ​ມາ​ເຮັດ​ຫຍັງ​ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຢູ່​ບ່ອນ​ນີ້ ເຖິງ​ວ່າ​ເຮົາ​ຈະ​ມີ​ສິ່ງ​ຈຳເປັນ​ພື້ນຖານ​ຄົບ​ໝົດ​ແລ້ວ ເຊັ່ນ ວັດຖຸ ເງິນ​ຄຳ ຫຼື​ອາຫານ ແຕ່​ຄວາມ​ຕ້ອງການ​ທີ່​ຈະ​ຮູ້​ເລື່ອງ​ນີ້​ກໍ​ຍັງ​ຢູ່. ຄຳ​ພີ​ໄບເບິນ​ບອກ​ວ່າ​ນີ້​ເປັນ​ຄວາມ​ຕ້ອງການ​ດ້ານ​ຄວາມ​ເຊື່ອ ເຊິ່ງ​ລວມ​ເຖິງ​ຄວາມ​ຕ້ອງການ​ທີ່​ຢາກ​ຈະ​ຮູ້ຈັກ​ແລະ​ນະມັດສະການ​ພະເຈົ້າ. (ມັດທາຍ 5:3; ພະນິມິດ 4:11) ຄວາມ​ຕ້ອງການ​ນີ້​ເປັນ​ຫຼັກ​ຖານ​ທີ່​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ຜູ້​ສ້າງ​ໂຕ​ເຮົາ​ມີ​ຢູ່​ແທ້ ເພິ່ນ​ໃສ່​ຄວາມ​ຕ້ອງການ​ນີ້​ໄວ້​ໃນ​ໂຕ​ເຮົາ​ຕັ້ງ​ແຕ່​ເກີດ ນີ້​ສະແດງ​ວ່າ​ເພິ່ນ​ຮັກ​ເຮົາ ຍ້ອນ​ເພິ່ນ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ແລະ​ນະມັດສະການ​ເພິ່ນ.—ມັດທາຍ 4:4

  •   ຄຳ​ພະຍາກອນ​ໃນ​ຄຳ​ພີ​ໄບເບິນ​ເກີດຂຶ້ນ​ແທ້​ທຸກ​ລາຍ​ລະອຽດ​ແລະ​ຖືກ​ຂຽນ​ຂຶ້ນ​ຫຼາຍ​ຮ້ອຍ​ປີ​ກ່ອນ​ເຫດການ​ນັ້ນ​ຈະ​ເກີດຂຶ້ນ. ຄວາມ​ຖືກຕ້ອງ​ແລະ​ລາຍ​ລະອຽດ​ຕ່າງໆຂອງ​ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ເປັນ​ຫຼັກ​ຖານ​ໜັກແໜ້ນ​ທີ່​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ຕ້ອງ​ມາ​ຈາກ​ແຫຼ່ງ​ທີ່​ເໜືອ​ກວ່າ​ມະນຸດ ເຊິ່ງ​ກໍ​ຄື​ພະເຈົ້າ.—2 ເປໂຕ 1:21

  •   ຜູ້​ຂຽນ​ຄຳ​ພີ​ໄບເບິນ​ມີ​ຄວາມ​ຮູ້​ທາງ​ວິທະຍາສາດ​ຫຼາຍ​ກວ່າ​ຄົນ​ອື່ນໆໃນ​ສະໄໝ​ດຽວ​ກັນ. ຕົວຢ່າງ ໃນ​ສະໄໝ​ກ່ອນ​ຫຼາຍ​ຄົນ​ເຊື່ອ​ວ່າ​ໂລກ​ຂອງ​ເຮົາ​ຢອງ​ຢູ່​ເທິງ​ຫຼັງ​ສັດ ເຊັ່ນ: ຊ້າງ ໝູ​ປ່າ ຫຼື​ງົວ. ແຕ່​ຄຳ​ພີ​ໄບເບິນ​ບອກ​ວ່າ​ພະເຈົ້າ “ກາງ​ທ້ອງຟ້າ​ດ້ານ​ເໜືອ​ໄວ້​ເທິງ​ຄວາມ​ວ່າງ​ເປົ່າ.” (ໂຢບ 26:7, ລ.ມ.) ແລະ​ຍັງ​ອະທິບາຍ​ຮູບ​ຊົງ​ຂອງ​ໂລກ​ວ່າ​ເປັນ “ວົງ​ມົນ.” (ເອຊາອີ 40:22, ລ.ມ.) ຫຼາຍ​ຄົນ​ຄິດ​ວ່າ​ເຫດຜົນ​ດຽວ​ທີ່​ເຮັດ​ໃຫ້​ຜູ້​ຂຽນ​ເຫຼົ່າ​ນີ້​ມີ​ຄວາມ​ເຂົ້າ​ໃຈ​ທີ່​ລ້ຳ​ສະໄໝ​ຕ້ອງ​ເປັນ​ຍ້ອນ​ເຂົາເຈົ້າ​ໄດ້​ຮັບ​ຂໍ້​ມູນ​ມາ​ຈາກ​ພະເຈົ້າ.

  •   ຫຼາຍ​ຄົນ​ບໍ່​ເຊື່ອ​ວ່າ​ພະເຈົ້າ​ມີ​ຢູ່​ແທ້​ຍ້ອນ​ບໍ່​ໄດ້​ຮັບ​ຄຳ​ຕອບ​ທີ່​ມີ​ເຫດຜົນ​ສຳລັບ​ຄຳຖາມ​ທີ່​ສຳຄັນ ແຕ່​ຄຳ​ພີ​ໄບເບິນ​ຕອບ​ຄຳຖາມ​ເຫຼົ່າ​ນີ້. ຕົວຢ່າງ​ເຊັ່ນ: ຖ້າ​ພະເຈົ້າ​ເປັນ​ຄວາມ​ຮັກ​ແລະ​ມີ​ພະລັງ​ອຳນາດ​ທີ່​ຈະ​ເຮັດ​ຫຍັງ​ກໍ​ໄດ້ ແລ້ວ​ເປັນ​ຫຍັງ​ໂລກ​ຂອງ​ເຮົາ​ຈຶ່ງ​ມີ​ແຕ່​ຄວາມທຸກ​ແລະ​ຄວາມຊົ່ວ​ຮ້າຍ? ເປັນ​ຫຍັງ​ຫຼາຍ​ຄັ້ງ​ສາສະໜາ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ເກີດ​ຄວາມຊົ່ວ​ແທນ​ທີ່​ຈະ​ສະໜັບສະໜູນ​ຄົນ​ໃຫ້​ເຮັດ​ດີ?—ຕີໂຕ 1:16

a ຕົວຢ່າງ​ເຊັ່ນ ນັກ​ດາລາສາດ​ທີ່​ຊື່​ອາລັນ ແຊນເດດຈ໌​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ຄວາມ​ເປັນ​ລະບົບ​ລະບຽບ​ແບບ​ນັ້ນ​ຈະ​ເກີດ​ມາ​ຈາກ​ຄວາມ​ບັງເອີນ​ໂດຍ​ທີ່​ບໍ່​ມີ​ການ​ຄວບຄຸມ. ຈະ​ຕ້ອງ​ມີ​ຫຍັງ​ບາງ​ຢ່າງ​ທີ່​ຄວບຄຸມ​ໃຫ້​ເກີດ​ຄວາມ​ເປັນ​ລະບົບ​ລະບຽບ​ແບບ​ນັ້ນ. ຂ້ອຍ​ກໍ​ບໍ່​ຢາກ​ເວົ້າ​ເຖິງ​ເລື່ອງ​ພະເຈົ້າ​ດອກ ແຕ່​ມັນ​ກໍ​ເປັນ​ຄຳ​ອະທິບາຍ​ດຽວ​ສຳລັບ​ສິ່ງ​ທີ່​ໜ້າ​ງຶດງໍ້​ຕ່າງໆທີ່​ເກີດຂຶ້ນ​ມາ.”