ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ເມນູຮອງ

ຂ້າມໄປທີ່ສາລະບານ

ພະຍານພະເຢໂຫວາ

ລາວ

ຫໍສັງເກດການສະບັບສຶກສາ  |  ຕຸລາ 2015

ການຫຍັບເຂົ້າມາໃກ້ພະເຈົ້າເປັນສິ່ງທີ່ດີສຳລັບຂ້ອຍ

ການຫຍັບເຂົ້າມາໃກ້ພະເຈົ້າເປັນສິ່ງທີ່ດີສຳລັບຂ້ອຍ

ຮ່າງກາຍຂອງຂ້ອຍເຊົາຂະຫຍາຍຕົວຕອນຂ້ອຍອາຍຸໄດ້ 9 ປີ. ຕອນນີ້ຂ້ອຍອາຍຸ 43 ປີແລ້ວ ແຕ່ສູງພຽງ 1 ແມັດເທົ່ານັ້ນ. ເມື່ອພໍ່ແມ່ເຫັນວ່າຂ້ອຍຈະບໍ່ສູງກວ່ານີ້ ພວກເພິ່ນຈຶ່ງສະໜັບສະໜູນຂ້ອຍໃຫ້ເຮັດວຽກຫຼາຍໆເພື່ອຈະບໍ່ຕ້ອງໝົກມຸ້ນໃນເລື່ອງຄວາມສູງຂອງຕົນເອງ. ເພື່ອຈະຫຍຸ້ງຢູ່ກັບວຽກ ຂ້ອຍຈຶ່ງຕັ້ງໂຕະຂາຍໝາກໄມ້ຢູ່ໜ້າເຮືອນແລະລຽນໝາກໄມ້ໃຫ້ງາມ. ການເຮັດແນວນັ້ນດຶງດູດລູກຄ້າໄດ້ຫຼາຍຄົນ.

ແນ່ນອນ ການເຮັດວຽກຫຼາຍບໍ່ໄດ້ປ່ຽນແປງທຸກສິ່ງ. ຂ້ອຍຍັງເຕ້ຍຄືເກົ່າ ແລະຂ້ອຍຕ້ອງຕໍ່ສູ້ແມ່ນແຕ່ກັບສິ່ງຕ່າງໆທີ່ທຳມະດາໃນຊີວິດ ເຊັ່ນ: ຄວາມສູງຂອງໂຕະຕ່າງໆທີ່ຢູ່ຮ້ານຄ້າ. ທຸກໆສິ່ງເບິ່ງຄືວ່າອອກແບບມາສຳລັບຄົນທີ່ສູງກວ່າຂ້ອຍສອງເທົ່າ. ຂ້ອຍຮູ້ສຶກສັງເວດຕົວເອງ ແຕ່ຄວາມຮູ້ສຶກນັ້ນປ່ຽນໄປເມື່ອຂ້ອຍອາຍຸໄດ້ 14 ປີ.

ມື້ໜຶ່ງ ມີຜູ້ຍິງສອງຄົນທີ່ເປັນພະຍານພະເຢໂຫວາໄດ້ມາຊື້ໝາກໄມ້ແລະໄດ້ສະເໜີການຮຽນຄຳພີໄບເບິນກັບຂ້ອຍ. ບໍ່ດົນ ຂ້ອຍກໍສຳນຶກວ່າການໄດ້ຮູ້ຈັກພະເຢໂຫວາແລະຈຸດປະສົງຂອງພະອົງສຳຄັນກວ່າຄວາມສູງຂອງຂ້ອຍ. ສິ່ງນັ້ນຊ່ວຍໄດ້ຫຼາຍ ແລະຄຳເພງ 73:28 ຈຶ່ງເປັນຂໍ້ທີ່ຂ້ອຍມັກທີ່ສຸດ. ສ່ວນທຳອິດຂອງຂໍ້ນັ້ນບອກວ່າ: “ຂ້ານ້ອຍຫຍັບເຂົ້າມາໃກ້ພະເຈົ້າອັນນີ້ແມ່ນການດີຂອງຂ້ານ້ອຍ.”

ຄອບຄົວຂອງເຮົາໄດ້ຍ້າຍຈາກປະເທດກົດດີວົວໄປຢູ່ປະເທດບວກກີນາຟາໂຊໂດຍກະທັນຫັນ ແລະຊີວິດຂອງຂ້ອຍໄດ້ປ່ຽນໄປຫຼາຍ. ຢູ່ແຖວບ້ານເກົ່າ ຜູ້ຄົນຄຸ້ນເຄີຍກັບການເຫັນຂ້ອຍຢູ່ຂ້າງຮ້ານຂາຍໝາກໄມ້. ແຕ່ຢູ່ແຖວບ້ານໃໝ່ ຜູ້ຄົນເຫັນຂ້ອຍເປັນຄົນແປກໜ້າແລະແປກປະຫຼາດແທ້ໆ. ເຂົາເຈົ້າຈ້ອງເບິ່ງຂ້ອຍ ດັ່ງນັ້ນ ຂ້ອຍຈຶ່ງຢູ່ແຕ່ໃນເຮືອນເປັນເວລາຫຼາຍອາທິດ. ໃນເວລານັ້ນ ຂ້ອຍຈຶ່ງຄິດອອກວ່າການໃກ້ຊິດກັບພະເຢໂຫວາເປັນສິ່ງທີ່ດີສຳລັບຂ້ອຍ. ດັ່ງນັ້ນ ຂ້ອຍໄດ້ຂຽນຈົດໝາຍເຖິງສຳນັກງານສາຂາຂອງພະຍານພະເຢໂຫວາ ແລະເຂົາເຈົ້າໄດ້ສົ່ງຄົນໜຶ່ງທີ່ເໝາະແທ້ໆໃຫ້ມາຫາຂ້ອຍ. ນານິເປັນມິດຊັນນາລີ ແລະລາວໄດ້ຂີ່ລົດຈັກຄັນນ້ອຍມາຢາມຂ້ອຍ.

ຫົນທາງຢູ່ແຖວບ້ານຂ້ອຍເປັນຂີ້ຊາຍມັກມື່ນຕະຫຼອດ ແລະໃນຍາມຝົນກໍເປັນຂີ້ຕົມ. ນານິຂີ່ລົດຈັກຄັນນ້ອຍລົ້ມຫຼາຍເທື່ອເມື່ອມາສອນຄຳພີໄບເບິນໃຫ້ຂ້ອຍ ແຕ່ລາວກໍບໍ່ຍອມແພ້. ມື້ໜຶ່ງ ລາວສະເໜີທີ່ຈະມາຮັບຂ້ອຍໄປປະຊຸມ. ຂ້ອຍຮູ້ວ່າການເຮັດແນວນັ້ນຕ້ອງໄດ້ອອກຈາກເຮືອນແລະທົນກັບຄົນທີ່ຈ້ອງເບິ່ງຂ້ອຍ. ນອກຈາກນັ້ນ ຖ້າຂ້ອຍໄປນຳແຮ່ງຈະເພີ່ມນໍ້າໜັກໃຫ້ລົດຈັກຄັນນ້ອຍໃຫ້ແລ່ນໄປຍາກກວ່າເກົ່າອີກ. ແຕ່ຂ້ອຍກໍຕອບຕົກລົງເພາະ ຂ້ອຍຈື່ສ່ວນທີສອງຂອງຂໍ້ພະຄຳພີທີ່ຂ້ອຍມັກທີ່ສຸດເຊິ່ງບອກວ່າ: “ຂ້ານ້ອຍໄດ້ວາງຄວາມໄວ້ໃຈໃນພະອົງເຈົ້າພະເຢໂຫວາ.”

ບາງຄັ້ງນານິກັບຂ້ອຍກໍລົ້ມໃສ່ຂີ້ຕົມ ແຕ່ຍ້ອນຮັກການປະຊຸມຫຼາຍ ພວກເຮົາຈຶ່ງບໍ່ເປັນຫ່ວງໃນເລື່ອງນັ້ນ. ຈັ່ງແມ່ນແຕກຕ່າງແທ້ໆລະຫວ່າງຮອຍຍິ້ມທີ່ຂ້ອຍເຫັນຢູ່ຫໍປະຊຸມກັບສາຍຕາຂອງຄົນທີ່ຢູ່ທາງນອກເຊິ່ງຈ້ອງເບິ່ງຂ້ອຍ! ເກົ້າເດືອນຕໍ່ມາຂ້ອຍກໍໄດ້ຮັບບັບເຕມາ.

ສ່ວນທີສາມຂອງຂໍ້ພະຄຳພີທີ່ຂ້ອຍມັກທີ່ສຸດແມ່ນ: “ຈະເລົ່າເລື່ອງກິດຈະການທັງປວງຂອງພະອົງ.” ຂ້ອຍຮູ້ວ່າວຽກປະກາດຈະເປັນສິ່ງທີ່ທ້າທາຍຫຼາຍທີ່ສຸດສຳລັບຂ້ອຍ. ຂ້ອຍຍັງຈື່ໄດ້ວ່າຕອນທຳອິດທີ່ໄປປະກາດຕາມບ້ານເຮືອນ ມີທັງເດັກນ້ອຍແລະຜູ້ໃຫຍ່ທີ່ຈ້ອງເບິ່ງຂ້ອຍ ເຂົາເຈົ້ານຳຫຼັງຂ້ອຍມາແລະຫົວຂວັນທ່າຍ່າງຂອງຂ້ອຍ. ສິ່ງນັ້ນເຮັດໃຫ້ຂ້ອຍເຈັບປວດຫຼາຍ ແຕ່ເມື່ອເຕືອນຕົວເອງວ່າເຂົາເຈົ້າກໍຕ້ອງການອຸທິຍານຫຼາຍເທົ່າກັບທີ່ຂ້ອຍຕ້ອງການ ຂ້ອຍຈຶ່ງອົດທົນໄດ້.

ເພື່ອໃຫ້ສິ່ງຕ່າງໆງ່າຍຂຶ້ນ ຂ້ອຍໃຊ້ລົດຖີບສາມລໍ້ທີ່ໃຊ້ມືຖີບ. ພີ່ນ້ອງທີ່ໄປປະກາດກັບຂ້ອຍຈະລົງຍູ້ລົດເມື່ອຂຶ້ນຄ້ອຍ ແລະເມື່ອລົງຄ້ອຍລາວກໍໂດດຂຶ້ນລົດ. ເຖິງວ່າວຽກປະກາດມີຂໍ້ທ້າທາຍໃນຕອນທຳອິດ ແຕ່ບໍ່ດົນມັນກໍເຮັດໃຫ້ຂ້ອຍມີຄວາມສຸກຫຼາຍແທ້ໆຈົນຂ້ອຍໄດ້ເລີ່ມຕົ້ນເປັນໄພໂອເນຍປະຈຳໃນປີ 1998.

ຂ້ອຍນຳການສຶກສາຄຳພີໄບເບິນກັບຫຼາຍຄົນ ແລະມີສີ່ຄົນທີ່ຮັບບັບເຕມາ. ນອກຈາກນັ້ນ ນ້ອງສາວຂອງຂ້ອຍຄົນໜຶ່ງໄດ້ເຂົ້າມາເປັນພີ່ນ້ອງ! ຫຼາຍຄັ້ງ ການໄດ້ຍິນເລື່ອງຄວາມກ້າວໜ້າຂອງຄົນອື່ນເຮັດໃຫ້ຂ້ອຍມີກຳລັງໃຈຫຼາຍໃນຍາມທີ່ຂ້ອຍຕ້ອງການ. ມີເທື່ອໜຶ່ງຕອນທີ່ເປັນໄຂ້ມາເລເລຍແລະທໍລະມານຫຼາຍ ຂ້ອຍໄດ້ຮັບຈົດໝາຍຈາກປະເທດກົດດີວົວ. ຂ້ອຍໄດ້ເລີ່ມສຶກສາຄຳພີໄບເບິນຢູ່ໜ້າປະຕູເຮືອນກັບນັກຮຽນມະຫາວິທະຍາໄລຄົນໜຶ່ງໃນປະເທດບວກກີນາຟາໂຊ ແລະໄດ້ໂອນລາວໃຫ້ພີ່ນ້ອງຊາຍຄົນໜຶ່ງ. ຫຼັງຈາກນັ້ນ ນັກສຶກສາຄົນນັ້ນກໍຍ້າຍໄປຢູ່ປະເທດກົດດີວົວ. ຂ້ອຍດີໃຈຫຼາຍທີ່ໄດ້ຍິນວ່າລາວເປັນຜູ້ປະກາດທີ່ຍັງບໍ່ທັນຮັບບັບເຕມາ!

ຂ້ອຍຫາລ້ຽງຕົວເອງແນວໃດ? ອົງການຊ່ວຍເຫຼືອຄົນເສຍອົງຄະໄດ້ສະເໜີສອນວິທີການຕັດຫຍິບໃຫ້ຂ້ອຍ. ຜູ້ສອນຄົນໜຶ່ງສັງເກດເຫັນນິດໄສການເຮັດວຽກຂອງຂ້ອຍ ແລະຈຶ່ງເວົ້າວ່າ: “ເຮົາຄວນສອນເຈົ້າເຮັດສະບູ.” ແລ້ວເຂົາເຈົ້າກໍສອນຂ້ອຍ. ປັດຈຸບັນນີ້ຢູ່ທີ່ເຮືອນຂອງຂ້ອຍ ຂ້ອຍໄດ້ເຮັດສະບູສຳລັບຊັກເຄື່ອງແລະສຳລັບໃຊ້ໃນເຮືອນ. ຫຼາຍຄົນມັກສະບູທີ່ຂ້ອຍເຮັດແລະບອກຕໍ່ໆກັນໄປ. ຂ້ອຍໄປສົ່ງສະບູເອງໂດຍໃຊ້ລົດຈັກຄັນນ້ອຍຂອງຂ້ອຍທີ່ມີສາມລໍ້.

ເປັນຕາໜ້າເສຍດາຍ ໃນປີ 2004 ຂ້ອຍຕ້ອງເຊົາເປັນໄພໂອເນຍເພາະເຈັບຫຼັງຂັ້ນຮຸນແຮງ ແຕ່ຂ້ອຍກໍຍັງອອກໄປປະກາດເປັນປະຈຳ.

ຜູ້ຄົນພາກັນເວົ້າວ່າເຂົາເຈົ້າຮູ້ຈັກຂ້ອຍຍ້ອນຮອຍຍິ້ມຂອງຂ້ອຍ. ຂ້ອຍມີເຫດຜົນທຸກໆຢ່າງທີ່ຈະມີຄວາມສຸກ ເພາະການໃກ້ຊິດກັບພະເຈົ້າເປັນສິ່ງທີ່ດີສຳລັບຂ້ອຍ.—ເລົ່າໂດຍ ຊາຣາ ມາຍກາ.