ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ເມນູຮອງ

ຂ້າມໄປທີ່ສາລະບານ

ພະຍານພະເຢໂຫວາ

ລາວ

ຫໍສັງເກດການສະບັບສຶກສາ  |  ພຶດສະພາ 2015

ຮຽນແບບພະເຢໂຫວາຜູ້ທີ່ສັນຍາເລື່ອງຊີວິດຕະຫຼອດໄປ

ຮຽນແບບພະເຢໂຫວາຜູ້ທີ່ສັນຍາເລື່ອງຊີວິດຕະຫຼອດໄປ

“ຈົ່ງເປັນຜູ້ກະທຳຕາມແບບຢ່າງພະເຈົ້າເໝືອນເປັນລູກທີ່ຮັກ.”—ເອເຟດ 5:1

1. ຄວາມສາມາດອັນໃດທີ່ຊ່ວຍເຮົາໃຫ້ຮຽນແບບພະເຢໂຫວາ?

ພະເຢໂຫວາສ້າງເຮົາໃຫ້ມີຄວາມສາມາດທີ່ຈະເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ເຖິງວ່າເຮົາບໍ່ເຄີຍຕົກຢູ່ໃນສະຖານະການແບບດຽວກັບເຂົາເຈົ້າກໍຕາມ. (ອ່ານ ເອເຟດ 5:1, 2) ເຮົາຈະຮຽນແບບພະເຢໂຫວາແນວໃດໃນການໃຊ້ຄວາມສາມາດນີ້? ແລະເປັນຫຍັງເຮົາຕ້ອງໃຊ້ຄວາມສາມາດນີ້ຢ່າງລະມັດລະວັງ?

2. ພະເຢໂຫວາຮູ້ສຶກແນວໃດເມື່ອເຮົາປະສົບກັບຄວາມທຸກລຳບາກ?

2 ພະເຢໂຫວາສັນຍາກັບເຮົາກ່ຽວກັບອະນາຄົດທີ່ດີເລີດເຊິ່ງຈະບໍ່ມີຄວາມທຸກລຳບາກເລີຍ. ທັງຜູ້ຖືກເຈີມແລະ “ແກະອື່ນ” ສາມາດຄອຍຖ້າຊີວິດຕະຫຼອດໄປບໍ່ວ່າຈະຢູ່ໃນສະຫວັນຫຼືຢູ່ແຜ່ນດິນໂລກ. (ໂຢຮັນ 10:16; 17:3; 1 ໂກລິນໂທ 15:53) ພະເຢໂຫວາຮູ້ວ່າເຮົາເຈັບປວດເມື່ອຕ້ອງປະສົບກັບເລື່ອງຮ້າຍໆໃນທຸກມື້ນີ້. ໃນອະດີດ ພະເຢໂຫວາຮູ້ສຶກເຈັບປວດໃຈເມື່ອປະຊາຊົນຂອງພະອົງປະສົບ ກັບຄວາມທຸກລຳບາກໃນປະເທດເອຢີບ ເຊິ່ງເຮັດໃຫ້ “ພະອົງ . . . ຂັດສົນ [ທຸກໃຈ].” (ເອຊາອີ 63:9) ຕໍ່ມາຕອນທີ່ປະຊາຊົນຂອງພະອົງສ້າງວິຫານຂຶ້ນໃໝ່ແລະພາກັນຢ້ານສັດຕູທີ່ຂັດຂວາງວຽກນີ້ ພະເຢໂຫວາເຂົ້າໃຈຄວາມຮູ້ສຶກຂອງເຂົາເຈົ້າ. ພະອົງບອກເຂົາເຈົ້າວ່າ: ‘ຜູ້ທີ່ແຕະຕ້ອງພວກທ່ານກໍແຕະຕ້ອງແກ້ວຕາຂອງເຮົາ.’ (ຊາກາລີ 2:8) ຄືກັບແມ່ທີ່ຮັກລູກ ພະເຢໂຫວາກໍຮັກຜູ້ຮັບໃຊ້ຂອງພະອົງແລະຢາກຊ່ວຍເຂົາເຈົ້າ. (ເອຊາອີ 49:15) ເຮົາຮຽນແບບພະເຢໂຫວາເມື່ອພະຍາຍາມເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ໂດຍນຶກພາບວ່າເຮົາເອງຕົກຢູ່ໃນສະຖານະການແບບດຽວກັບເຂົາເຈົ້າ.—ຄຳເພງ 103:13, 14

ພະເຍຊູຮຽນແບບພະເຢໂຫວາແລະຮັກຄົນອື່ນ

3. ພະເຍຊູຮູ້ສຶກແນວໃດຕໍ່ປະຊາຊົນ?

3 ພະເຍຊູເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນເມື່ອເຂົາເຈົ້າປະສົບກັບຄວາມທຸກລຳບາກ ເຖິງວ່າເພິ່ນບໍ່ເຄີຍຕົກຢູ່ສະຖານະການແບບນັ້ນກໍຕາມ. ຕົວຢ່າງເຊັ່ນ: ພະເຍຊູຮູ້ວ່າຫຼາຍຄົນມີຊີວິດທີ່ຍາກລຳບາກຍ້ອນພວກຫົວໜ້າສາສະໜາຕົວະເຂົາເຈົ້າແລະຕັ້ງກົດຫຼາຍຢ່າງທີ່ບໍ່ໄດ້ມາຈາກພະເຈົ້າ. ປະຊາຊົນຢ້ານພວກຫົວໜ້າສາສະໜາເຫຼົ່ານີ້. (ມັດທາຍ 23:4; ມາລະໂກ 7:1-5; ໂຢຮັນ 7:13) ເຖິງວ່າພະເຍຊູບໍ່ເຄີຍຢ້ານແລະບໍ່ເຄີຍເຊື່ອໃນຄຳຕົວະຂອງພວກຫົວໜ້າສາສະໜາ ແຕ່ເພິ່ນກໍເຂົ້າໃຈຄວາມຮູ້ສຶກຂອງປະຊາຊົນ. ພະເຍຊູເຈັບປວດໃຈຫຼາຍເມື່ອເຫັນປະຊາຊົນຖືກປະຕິບັດແບບບໍ່ຍຸຕິທຳ. ເຂົາເຈົ້າຖືກປະຖິ້ມຄືກັບແກະ “ທີ່ບໍ່ມີຜູ້ລ້ຽງ.” (ມັດທາຍ 9:36) ພະເຍຊູຮຽນແບບພະເຢໂຫວາພໍ່ຂອງເພິ່ນໃນເລື່ອງການຮັກຄົນອື່ນ ແລະການເປັນຄົນ ‘ອີ່ດູແລະເຕັມໄປດ້ວຍເມດຕາກະລຸນາ.’—ຄຳເພງ 103:8

4. ເມື່ອເຫັນປະຊາຊົນມີຄວາມທຸກລຳບາກ ພະເຍຊູມີທ່າທີແນວໃດ?

4 ເມື່ອເຫັນປະຊາຊົນປະສົບກັບຄວາມທຸກລຳບາກ ພະເຍຊູຊ່ວຍເຂົາເຈົ້າເພາະວ່າເພິ່ນຮັກເຂົາເຈົ້າ. ພະເຍຊູເປັນຄືກັນກັບພໍ່ຂອງເພິ່ນ. ຕົວຢ່າງເຊັ່ນ: ມີເທື່ອໜຶ່ງຫຼັງຈາກທີ່ພະເຍຊູແລະພວກອັກຄະສາວົກກັບມາຈາກການປະກາດຢູ່ບ່ອນໄກໆ ເຂົາເຈົ້າຮູ້ສຶກເມື່ອຍແລະຢາກພັກຜ່ອນຢູ່ບ່ອນງຽບໆ ແຕ່ພະເຍຊູເຫັນວ່າມີປະຊາຊົນຈຳນວນຫຼວງຫຼາຍກຳລັງລໍຖ້າຟັງພະອົງສອນ. ພະເຍຊູເຂົ້າໃຈວ່າເຂົາເຈົ້າຕ້ອງການຄວາມຊ່ວຍເຫຼືອຈາກພະອົງ ສະນັ້ນເຖິງວ່າຈະຮູ້ສຶກເມື່ອຍກໍຕາມ ແຕ່ພະອົງ “ໄດ້ຕັ້ງຕົ້ນສັ່ງສອນເຂົາເປັນຫຼາຍສິ່ງຫຼາຍຂໍ້.”—ມາລະໂກ 6:30, 31, 34

ມີຄວາມຮັກຄືກັບພະເຢໂຫວາ

5, 6. ຖ້າເຮົາຢາກສະແດງຄວາມຮັກຄືກັບພະເຢໂຫວາ ເຮົາຕ້ອງເຮັດຫຍັງ? ຂໍໃຫ້ຍົກຕົວຢ່າງ. (ເບິ່ງຮູບທຳອິດ)

5 ຖ້າຢາກມີຄວາມຮັກຕໍ່ຄົນອື່ນຄືກັບທີ່ພະເຢໂຫວາມີ ເຮົາຕ້ອງເຮັດຫຍັງ? ຂໍໃຫ້ຄິດເຖິງສະຖານະການຕໍ່ໄປນີ້. ພີ່ນ້ອງຊາຍໜຸ່ມຊື່ ອາແລນ ຄິດເຖິງພີ່ນ້ອງຊາຍສູງອາຍຸຄົນໜຶ່ງທີ່ຍ່າງບໍ່ຄ່ອຍໄດ້ປານໃດແລະຕາກໍບໍ່ເຫັນຮຸ່ງ. ອາແລນຄິດເຖິງຄຳເວົ້າຂອງພະເຍຊູທີ່ວ່າ: “ທ່ານທັງຫຼາຍຢາກໄດ້ໃຫ້ຄົນທັງຫຼາຍກະທຳການຢ່າງໃດສຳລັບທ່ານ ທ່ານຈົ່ງກະທຳການຢ່າງນັ້ນສຳລັບເຂົາດ້ວຍ.” (ລືກາ 6:31) ດັ່ງນັ້ນ ອາແລນຈຶ່ງຖາມຕົວເອງວ່າ: ‘ຂ້ອຍຢາກໃຫ້ຄົນອື່ນປະຕິບັດກັບຂ້ອຍແນວໃດ?’ ລາວຕອບວ່າ: ‘ຂ້ອຍຢາກໃຫ້ເຂົາເຈົ້າຫຼິ້ນເຕະບານກັບຂ້ອຍ.’ ແຕ່ພີ່ນ້ອງຊາຍສູງອາຍຸຄົນນີ້ແລ່ນແລະເຕະບານບໍ່ໄດ້. ທີ່ຈິງແລ້ວ ອາແລນຕ້ອງຖາມຕົວເອງວ່າ: ‘ຖ້າຂ້ອຍເປັນພີ່ນ້ອງສູງອາຍຸຄົນນັ້ນ ຂ້ອຍຢາກໃຫ້ຄົນອື່ນປະຕິບັດກັບຂ້ອຍແນວໃດ?’

 6 ເຖິງວ່າຍັງໜຸ່ມຢູ່ ແຕ່ອາແລນກໍພະຍາຍາມນຶກພາບວ່າຕົນເອງຈະຮູ້ສຶກແນວໃດເມື່ອເຖົ້າລົງ. ອາແລນພະຍາຍາມໃຊ້ເວລາລົມກັບພີ່ນ້ອງຊາຍສູງອາຍຸຄົນນີ້ແລະຕັ້ງໃຈຟັງເມື່ອລາວເວົ້າ. ການເຮັດແບບນີ້ຊ່ວຍອາແລນໃຫ້ເຂົ້າໃຈວ່າ ບໍ່ງ່າຍທີ່ພີ່ນ້ອງຊາຍສູງອາຍຸຄົນນີ້ຈະອ່ານຄຳພີໄບເບິນແລະຍ່າງໄປປະກາດ. ດັ່ງນັ້ນ ອາແລນຈຶ່ງຮູ້ວ່າຄວນຊ່ວຍເຫຼືອພີ່ນ້ອງຄົນນັ້ນແນວໃດ ແລະຢາກເຮັດອັນໃດກໍຕາມທີ່ເຮັດໄດ້ເພື່ອພີ່ນ້ອງຄົນນັ້ນ. ເມື່ອເຂົ້າໃຈວ່າຄົນອື່ນຮູ້ສຶກແນວໃດແລະສະແດງຄວາມຮັກຕໍ່ເຂົາເຈົ້າ ເຮົາກໍກຳລັງຮຽນແບບພະເຢໂຫວາ.—1 ໂກລິນໂທ 12:26

ມີຄວາມກະລຸນາຄືກັບພະເຢໂຫວາ (ເບິ່ງຂໍ້ 7)

7. ເຮົາຈະຮູ້ໄດ້ແນວໃດວ່າພີ່ນ້ອງກຳລັງປະສົບກັບຫຍັງຢູ່?

7 ບໍ່ແມ່ນເລື່ອງງ່າຍສະເໝີໄປທີ່ຈະເຂົ້າໃຈສິ່ງທີ່ຄົນອື່ນກຳລັງປະສົບຢູ່ ໂດຍສະເພາະຖ້າເຮົາບໍ່ເຄີຍຕົກຢູ່ໃນສະພາບການແບບນັ້ນ. ຕົວຢ່າງເຊັ່ນ: ພີ່ນ້ອງຫຼາຍຄົນອາດປະສົບກັບຄວາມເຈັບປວດຍ້ອນມີຄວາມເຈັບປ່ວຍ ບາດເຈັບ ຫຼືອາຍຸທີ່ຫຼາຍຂຶ້ນ. ບາງຄົນກໍທຸກທໍລະມານຢ່າງໜັກຍ້ອນພະຍາດຊຶມເສົ້າ ອຸກໃຈຫຼາຍໂພດ ຫຼືຖືກຂົ່ມເຫງໃນອະດີດ. ບາງຄົນຕ້ອງລ້ຽງລູກຕາມລຳພັງຫຼືມີຄົນໃນຄອບຄົວບໍ່ໄດ້ຮັບໃຊ້ພະເຢໂຫວາ. ທີ່ຈິງ ພວກເຮົາທຸກຄົນມີບັນຫາມາກມາຍເຊິ່ງແຕກຕ່າງກັນໄປ ແຕ່ເຮົາກໍຍັງຢາກສະແດງຄວາມຮັກຕໍ່ຄົນອື່ນແລະຊ່ວຍເຫຼືອເຂົາເຈົ້າ. ເຮົາຈະເຮັດແບບນັ້ນໄດ້ແນວໃດ? ພີ່ນ້ອງແຕ່ລະຄົນຕ້ອງການຄວາມຊ່ວຍເຫຼືອໃນແບບທີ່ຕ່າງກັນ ແຕ່ຖ້າເຮົາຕັ້ງໃຈຟັງແລະພະຍາຍາມເຂົ້າໃຈຄວາມຮູ້ສຶກຂອງລາວ ເຮົາກໍຈະຮູ້ວິທີທີ່ດີທີ່ສຸດໃນການຊ່ວຍເຫຼືອລາວ. ບາງທີເຮົາອາດຊ່ວຍລາວໃຫ້ເຫັນວ່າພະເຢໂຫວາຮູ້ສຶກແນວໃດຕໍ່ບັນຫາທີ່ລາວກຳລັງປະສົບຢູ່ ຫຼືເຮົາອາດໃຫ້ຄວາມຊ່ວຍເຫຼືອລາວໂດຍທາງອື່ນ. ເມື່ອເຮັດແບບນັ້ນ ເຮົາກໍກຳລັງຮຽນແບບພະເຢໂຫວາ.—ອ່ານ ໂລມ 12:15; 1 ເປໂຕ 3:8

ມີຄວາມກະລຸນາຄືກັບພະເຢໂຫວາ

8. ສິ່ງໃດຊ່ວຍພະເຍຊູໃຫ້ສະແດງຄວາມກະລຸນາ?

8 ພະເຢໂຫວາມີຄວາມກະລຸນາຕໍ່ກັບທຸກຄົນ. (ລືກາ 6:35) ພະເຍຊູເປັນຄືກັນກັບພໍ່ຂອງເພິ່ນ. ຕອນທີ່ມີຊີວິດຢູ່ແຜ່ນດິນໂລກ ສິ່ງໃດຊ່ວຍພະເຍຊູໃຫ້ສະແດງຄວາມກະລຸນາຕໍ່ປະຊາຊົນ? ພະເຍຊູນຶກພາບວ່າເຂົາເຈົ້າຈະຮູ້ສຶກແນວໃດຕໍ່ຄຳເວົ້າແລະການກະທຳຂອງພະອົງ. ຕົວຢ່າງເຊັ່ນ: ມີຜູ້ຍິງຄົນໜຶ່ງເຊິ່ງເຄີຍເຮັດສິ່ງບໍ່ດີຫຼາຍຢ່າງໄດ້ເຂົ້າມາຫາພະເຍຊູ. ລາວຮ້ອງໄຫ້ຫຼາຍຈົນນໍ້າຕາຕົກໃສ່ຕີນພະອົງ. ພະເຍຊູເຫັນວ່າລາວຮູ້ສຶກຜິດໃນສິ່ງທີ່ເຮັດຜ່ານມາແລະໄດ້ກັບໃຈແລ້ວ. ພະເຍຊູຮູ້ວ່າຖ້າບໍ່ສະແດງຄວາມກະລຸນາຕໍ່ລາວ ລາວແຮ່ງຈະຮູ້ສຶກບໍ່ດີຫຼາຍ ກວ່າເກົ່າ. ດັ່ງນັ້ນ ພະເຍຊູຈຶ່ງຊົມເຊີຍແລະໃຫ້ອະໄພລາວ. ພະເຍຊູຍັງໄດ້ເວົ້າຢ່າງກະລຸນາກັບຊາຍຟາລິຊຽນຄົນໜຶ່ງທີ່ບໍ່ເຫັນດີໃນສິ່ງທີ່ພະອົງປະຕິບັດກັບຜູ້ຍິງຄົນນີ້.—ລືກາ 7:36-48

ກ່ອນທີ່ຈະຕັດສິນໃຈເຮັດຫຍັງ ເຮົາຕ້ອງນຶກພາບວ່າການເຮັດແບບນັ້ນຈະມີຜົນກະທົບແນວໃດຕໍ່ເຮົາແລະຄົນອື່ນ

9. ສິ່ງໃດຈະຊ່ວຍເຮົາໃຫ້ຮຽນແບບຄວາມກະລຸນາຂອງພະເຢໂຫວາ? ຂໍໃຫ້ຍົກຕົວຢ່າງ

9 ເຮົາຈະມີຄວາມກະລຸນາຄືກັບພະເຢໂຫວາໄດ້ແນວໃດ? ເຮົາຄວນຄິດກ່ອນເວົ້າຫຼືກ່ອນຈະເຮັດຫຍັງບາງຢ່າງ ເພື່ອເຮົາຈະເປັນຄົນສຸພາບອ່ອນໂຍນແລະບໍ່ທຳຮ້າຍຄວາມຮູ້ສຶກຂອງຄົນອື່ນ. ໂປໂລຂຽນວ່າຄລິດສະຕຽນ “ຕ້ອງບໍ່ເລວກັນ ແຕ່ວ່າຕ້ອງມີໃຈອ່ອນໃຈຫວານກັບຄົນທັງປວງ.” (2 ຕີໂມເຕ 2:24) ຕົວຢ່າງ: ໃຫ້ຄິດວ່າເຮົາຈະເປັນຄົນທີ່ກະລຸນາໄດ້ແນວໃດໃນເຫດການຕໍ່ໄປນີ້: ຖ້າຫົວໜ້າຂອງເຮົາເຮັດວຽກບໍ່ຫຼ້ອນໜ້າທີ່ ເຮົາຈະເຮັດແນວໃດ? ຖ້າພີ່ນ້ອງຊາຍຄົນໜຶ່ງເຊິ່ງຂາດການປະຊຸມຫຼາຍເດືອນໄດ້ກັບມາຮ່ວມການປະຊຸມອີກ ເຮົາຈະເວົ້າກັບລາວແນວໃດ? ຖ້າກຳລັງປະກາດກັບບາງຄົນແລະລາວຄາວຽກຫຼາຍ ເຮົາຈະສະແດງຄວາມກະລຸນາຕໍ່ລາວແນວໃດ? ຖ້າເຮົາວາງແຜນບາງຢ່າງໄວ້ແຕ່ບໍ່ໄດ້ບອກໃຫ້ເມຍຮູ້ ເມື່ອເມຍຖາມວ່າເປັນຫຍັງບໍ່ບອກລາວ ເຮົາຈະເວົ້າກັບເມຍດ້ວຍຄວາມກະລຸນາບໍ? ເຮົາຕ້ອງນຶກພາບວ່າຄົນອື່ນກຳລັງຮູ້ສຶກແນວໃດແລະຄຳເວົ້າຂອງເຮົາຈະມີຜົນກະທົບແນວໃດຕໍ່ເຂົາເຈົ້າ. ການເຮັດແບບນີ້ຈະຊ່ວຍໃຫ້ຮູ້ວ່າຄວນເວົ້າແລະປະຕິບັດກັບຄົນອື່ນແນວໃດຈຶ່ງຈະເປັນການຮຽນແບບຄວາມກະລຸນາຂອງພະເຢໂຫວາ.—ອ່ານ ສຸພາສິດ 15:28

ສະຫຼາດສຸຂຸມຄືກັບພະເຢໂຫວາ

10, 11. ເຮົາຈະສະຫຼາດສຸຂຸມຄືກັບພະເຢໂຫວາໄດ້ແນວໃດ? ຂໍໃຫ້ຍົກຕົວຢ່າງ.

10 ພະເຢໂຫວາສະຫຼາດສຸຂຸມທີ່ສຸດແລະສາມາດຮູ້ອະນາຄົດໄດ້. ເຖິງວ່າເຮົາບໍ່ຮູ້ອະນາຄົດ ແຕ່ກໍເປັນຄົນທີ່ສະຫຼາດສຸຂຸມໄດ້. ໂດຍວິທີໃດ? ກ່ອນທີ່ຈະຕັດສິນໃຈເຮັດຫຍັງ ເຮົາຕ້ອງນຶກພາບວ່າການເຮັດແບບນັ້ນຈະມີຜົນກະທົບແນວໃດຕໍ່ເຮົາແລະຄົນອື່ນ. ເຮົາບໍ່ຄວນເປັນຄືກັບຊາວອິດສະລາແອນ. ເຂົາເຈົ້າບໍ່ໄດ້ຄິດເຖິງຜົນກະທົບທີ່ຈະເກີດຖ້າບໍ່ເຊື່ອຟັງພະເຢໂຫວາ ບໍ່ໄດ້ຄິດເຖິງສາຍສຳພັນທີ່ມີກັບພະອົງແລະສິ່ງຕ່າງໆທີ່ພະເຢໂຫວາເຮັດເພື່ອເຂົາເຈົ້າ. ເນື່ອງຈາກສຳນຶກເຖິງເລື່ອງນີ້ ໂມເຊຈຶ່ງຮູ້ວ່າຊາວອິດສະລາແອນກຳລັງຈະເຮັດສິ່ງທີ່ຊົ່ວຮ້າຍ. ໂມເຊບອກວ່າ: “ເຫດວ່າເປັນພວກຄົນທີ່ໄດ້ເສຍຄວາມພິຈາລະນາເບິ່ງ [ຂາດສະຕິ, ທ.ປ.] ແລະບໍ່ມີຄວາມເຂົ້າໃຈໃນເຂົາ. ໂອ້ຖ້າເຂົາມີສະຕິປັນຍາ ເຂົາຈະໄດ້ເຂົ້າໃຈການນີ້. ແລະຈະໄດ້ພິຈາລະນາເບິ່ງທີ່ສຸດຂອງເຂົາ [ເບິ່ງອອກວ່າບັ້ນປາຍຂອງຕົນຈະເປັນຢ່າງໃດ].”—ພະບັນຍັດ 31:29, 30; 32:28, 29

11 ຕົວຢ່າງ: ຖ້າເຮົາກຳລັງມີແຟນ ເຮົາຕ້ອງຈື່ໄວ້ວ່າເມື່ອເຮົາສົນໃຈຜູ້ໃດຜູ້ໜຶ່ງຈຶ່ງເຮັດໃຫ້ເປັນເລື່ອງຍາກທີ່ຈະຄວບຄຸມຄວາມຮູ້ສຶກແລະຄວາມປາຖະໜາທາງເພດ. ດັ່ງນັ້ນ ເຮົາບໍ່ຕ້ອງເຮັດສິ່ງໃດກໍຕາມທີ່ຈະທຳລາຍສາຍສຳພັນທີ່ມີຄ່າລະຫວ່າງເຮົາກັບພະເຢໂຫວາ! ແທນທີ່ຈະ ເປັນແນວນັ້ນ ຂໍໃຫ້ເຮົາສະຫຼາດສຸຂຸມແລະຫຼີກລ່ຽງອັນຕະລາຍໂດຍຟັງຄຳແນະນຳທີ່ສະຫຼາດສຸຂຸມຂອງພະເຢໂຫວາທີ່ວ່າ: “ຄົນຮູ້ກໍເຫັນການຮ້າຍແລະໄປລີ້ຕົວ ແຕ່ວ່າຄົນບໍ່ຮູ້ທັງຫຼາຍກາຍໄປໂລດແລະຖືກການລຳບາກ.”—ສຸພາສິດ 22:3

ຄວບຄຸມຄວາມຄິດຂອງເຮົາ

12. ສິ່ງທີ່ເຮົາຄິດອາດເຮັດໃຫ້ເຮົາໄດ້ຮັບຄວາມເສຍຫາຍແນວໃດ?

12 ຄົນທີ່ສະຫຼາດສຸຂຸມຈະຄວບຄຸມຄວາມຄິດຂອງຕົນເອງ. ທີ່ຈິງ ຄວາມຄິດຂອງເຮົາຄ້າຍຄືກັບໄຟອາດຈະເປັນປະໂຫຍດຫຼືສ້າງຄວາມເສຍຫາຍກໍໄດ້. ຖ້າເຮົາໃຊ້ໄຟຢ່າງລະວັງມັນຈະເປັນປະໂຫຍດ ເຊັ່ນຕອນທີ່ເຮົາເຮັດອາຫານ ແຕ່ຖ້າເຮົາບໍ່ລະວັງໄຟກໍຈະໄໝ້ເຮືອນເຮົາໄດ້ຫຼືເຖິງຂັ້ນຂ້າເຮົາດ້ວຍຊໍ້າ. ຄວາມຄິດຂອງເຮົາກໍຄ້າຍໆກັນ ເມື່ອເຮົາຄິດກ່ຽວກັບເລື່ອງຕ່າງໆທີ່ໄດ້ຮຽນຮູ້ຈາກພະເຢໂຫວາ ມັນຈະເປັນປະໂຫຍດສຳລັບເຮົາ. ກົງກັນຂ້າມ ຖ້າເຮົາມີແຕ່ຄິດກ່ຽວກັບເລື່ອງທີ່ຜິດສິນລະທຳທາງເພດແລະນຶກພາບວ່າຕົວເອງກຳລັງເຮັດສິ່ງທີ່ຊົ່ວ ມັນຈະເຮັດໃຫ້ເຮົາມີຄວາມປາຖະໜາຫຼາຍຂຶ້ນໃນເລື່ອງນັ້ນຈົນອາດລົງມືເຮັດແທ້ໆ. ນັ້ນອາດທຳລາຍສາຍສຳພັນຂອງເຮົາກັບພະເຢໂຫວາ.—ອ່ານ ຢາໂກໂບ 1:14, 15

13. ເອວານຶກພາບວ່າຊີວິດຂອງລາວຈະເປັນແນວໃດ?

13 ເຮົາສາມາດຮຽນຈາກຕົວຢ່າງຂອງເອວາຜູ້ຍິງຄົນທຳອິດ. ພະເຢໂຫວາສັ່ງອາດາມກັບເອວາວ່າຢ່າກິນໝາກໄມ້ຈາກ “ຕົ້ນໄມ້ແຫ່ງຄວາມຮູ້ການດີແລະຊົ່ວ.” (ຕົ້ນເດີມ 2:16, 17) ແຕ່ຊາຕານບອກເອວາວ່າ: “ພວກເຈົ້າຈະບໍ່ຕາຍດອກ. ເພາະວ່າພະເຈົ້າຮູ້ຢູ່ວ່າພວກເຈົ້າຫາກກິນໝາກໄມ້ນັ້ນໃນວັນໃດ ຕາຂອງພວກເຈົ້າຈະມືນແຈ້ງຂຶ້ນໃນວັນນັ້ນ ແລະພວກເຈົ້າຈະເປັນເໝືອນພະເຈົ້າ ຮູ້ຈັກການດີແລະຊົ່ວ.” ເອວານຶກພາບວ່າຊີວິດຄົງຈະດີກວ່ານີ້ຫຼາຍແທ້ໆຖ້າລາວສາມາດຕັດສິນໃຈໄດ້ເອງວ່າສິ່ງໃດດີສິ່ງໃດຊົ່ວ. ລາວຈຶ່ງຄິດເຖິງເລື່ອງນີ້ຕະຫຼອດຈົນ “ເຫັນວ່າຕົ້ນໄມ້ນັ້ນເປັນທີ່ກິນແຊບແລະຊອບຕາ.” ຫຼັງຈາກນັ້ນເກີດຫຍັງຂຶ້ນ? “ລາວໄດ້ປິດເອົາແຕ່ໝາກໄມ້ນັ້ນແລະໄດ້ກິນແລະໄດ້ຍື່ນໃຫ້ຜົວທີ່ຢູ່ດ້ວຍກັນແລະຜົວໄດ້ຮັບກິນດ້ວຍ.” (ຕົ້ນເດີມ 3:1-6) ຜົນກໍຄື “ບາບໄດ້ເຂົ້າມາໃນໂລກ . . . ແລະຄວາມຕາຍເຂົ້າມາດ້ວຍຄວາມບາບນັ້ນ.” (ໂລມ 5:12) ເອວາບໍ່ຄວນໝົກມຸ້ນຄິດໃນການເຮັດສິ່ງທີ່ຜິດ!

14. ຄຳພີໄບເບິນເຕືອນເຮົາແນວໃດໃນເລື່ອງການເຮັດຜິດສິນລະທຳທາງເພດ?

14 ເຖິງວ່າບາບທີ່ເອວາເຮັດຈະບໍ່ກ່ຽວຂ້ອງກັບການເຮັດຜິດສິນລະທຳທາງເພດ ແຕ່ຄຳພີໄບເບິນເຕືອນຢ່າງຊັດເຈນວ່າບໍ່ໃຫ້ເຮົານຶກພາບຕົວເອງເຮັດຜິດສິນລະທຳທາງເພດໃນຮູບແບບໃດກໍຕາມ. ພະເຍຊູບອກວ່າ: “ຄົນທຸກຄົນທີ່ເບິ່ງຍິງຜູ້ໜຶ່ງດ້ວຍໃຈຄຶດຢາກໄດ້ໃນຍິງນັ້ນ ຜູ້ນັ້ນໄດ້ຫຼິ້ນຊູ້ . . . ໃນໃຈເອງກັບຍິງນັ້ນແລ້ວ.” (ມັດທາຍ 5:28) ໂປໂລກໍເຕືອນເຊັ່ນກັນວ່າ: ‘ຢ່າວາງແຜນເພື່ອຈະໃຫ້ຄວາມຄຶດຢາກໄດ້ຂອງເນື້ອໜັງນັ້ນສຳເລັດ.’—ໂລມ 13:14

15. ເຮົາຄວນສະສົມຊັບສົມບັດແບບໃດແລະຍ້ອນຫຍັງ?

15 ຄຳພີໄບເບິນຍັງບອກອີກວ່າເຮົາຄວນສົນໃຈເຮັດສິ່ງທີ່ພະເຢໂຫວາພໍໃຈແລະບໍ່ຄວນໝົກມຸ້ນຄິດໃນເລື່ອງຢາກຮັ່ງຢາກມີ. ເຖິງວ່າບາງຄົນຮັ່ງມີ ແຕ່ເງິນກໍບໍ່ສາມາດປົກປ້ອງເຂົາເຈົ້າໄດ້ແທ້ໆ. (ສຸພາສິດ 18:11) ພະເຍຊູບອກວ່າຄົນທີ່ສະສົມເງິນຄຳເພື່ອຕົວເອງແຕ່ບໍ່ໄດ້ຈັດໃຫ້ພະເຢໂຫວາມາເປັນອັນດັບທຳອິດໃນຊີວິດ ກໍເປັນຄົນໂງ່ແລະ ‘ບໍ່ໄດ້ຮັ່ງມີໃນສາຍຕາຂອງພະເຈົ້າ.’ (ລືກາ 12:16-21) ເມື່ອເຮົາສະສົມ “ເຂົ້າຂອງແພງ [ຊັບສົມບັດ]  ໄວ້ສຳລັບຕົນໃນສະຫວັນ” ໂດຍການເຮັດສິ່ງຕ່າງໆທີ່ພະເຢໂຫວາພໍໃຈ ເຮົາກໍຈະເຮັດໃຫ້ພະອົງມີຄວາມສຸກແລະເຮົາກໍຈະມີຄວາມສຸກຄືກັນ. (ມັດທາຍ 6:20; ສຸພາສິດ 27:11) ແມ່ນແລ້ວ ການມີສາຍສຳພັນທີ່ດີກັບພະເຢໂຫວາມີຄ່າຫຼາຍກວ່າທຸກສິ່ງ.

ຢ່າຊູ່ອຸກໃຈ

16. ເມື່ອມີເລື່ອງອຸກໃຈ ສິ່ງໃດຈະຊ່ວຍເຮົາໄດ້?

16 ຖ້າເຮົາພະຍາຍາມທີ່ຈະເປັນຄົນຮັ່ງມີໃນໂລກນີ້ ເຮົາກໍຈະມີແຕ່ຄວາມອຸກໃຈ. (ມັດທາຍ 6:19) ພະເຍຊູບອກວ່າຄົນທີ່ມັກອຸກໃຈໃນເລື່ອງເງິນຄຳຈະຮູ້ສຶກວ່າຍາກທີ່ຈະຈັດໃຫ້ເລື່ອງລາຊະອານາຈັກຂອງພະເຈົ້າມາເປັນອັນດັບທຳອິດໃນຊີວິດ. (ມັດທາຍ 13:18, 19, 22) ບາງຄົນຍັງອຸກໃຈຕະຫຼອດວ່າເລື່ອງບໍ່ດີອາດຈະເກີດຂຶ້ນກັບເຂົາເຈົ້າ. ຖ້າມີແຕ່ອຸກໃຈແນວນັ້ນ ເຮົາອາດເຈັບປ່ວຍຫຼືເຖິງຂັ້ນວ່າເລີ່ມຂາດຄວາມເຊື່ອໃນພະເຢໂຫວາ. ແທນທີ່ຈະຄິດແນວນັ້ນ ເຮົາຕ້ອງໄວ້ວາງໃຈວ່າພະເຢໂຫວາຈະຊ່ວຍເຫຼືອເຮົາ. ຄຳພີໄບເບິນບອກວ່າ: ‘ຄວາມອຸກໃຈເຮັດໃຫ້ຄົນທໍ້ໃຈລົງ ແຕ່ວ່າຖ້ອຍຄຳດີຂໍ້ໜຶ່ງໃຫ້ເພິ່ນຊົມຊື່ນຍິນດີ.’ (ສຸພາສິດ 12:25) ດັ່ງນັ້ນ ຖ້າເຮົາມີບາງເລື່ອງທີ່ເຮັດໃຫ້ອຸກໃຈ ຂໍໃຫ້ລົມກັບຜູ້ທີ່ຮັບໃຊ້ພະເຢໂຫວາແລະຜູ້ທີ່ຮູ້ຈັກເຮົາດີ ເຊັ່ນ: ພໍ່ແມ່ ຜົວຫຼືເມຍ ຫຼືໝູ່ທີ່ດີ ເພາະເຂົາເຈົ້າຈະຊ່ວຍເຮົາໃຫ້ໄວ້ວາງໃຈພະເຢໂຫວາແລະມີຄວາມອຸກໃຈໜ້ອຍລົງ.

ເມື່ອກັງວົນໃຈໃຫ້ອະທິດຖານເຖິງພະເຢໂຫວາແລະຄິດເຖິງຄວາມຊ່ວຍເຫຼືອທີ່ພະອົງຈັດຕຽມໄວ້ໃຫ້ເຮົາ

17. ເມື່ອມີເລື່ອງອຸກໃຈ ພະເຢໂຫວາຊ່ວຍເຫຼືອເຮົາແນວໃດ?

17 ພະເຢໂຫວາເຂົ້າໃຈຄວາມຮູ້ສຶກຂອງເຮົາດີກວ່າຜູ້ໃດທັງໝົດ ແລະສາມາດຊ່ວຍເຮົາໃຫ້ມີຄວາມສະຫງົບໃຈເມື່ອມີເລື່ອງອຸກໃຈ. ໂປໂລຂຽນວ່າ: “ຢ່າອຸກໃຈດ້ວຍສິ່ງໜຶ່ງສິ່ງໃດສັກເທື່ອ ແຕ່ວ່າຄວາມຕ້ອງການຢາກໄດ້ຂອງທ່ານທັງຫຼາຍທຸກສິ່ງ ທ່ານຈົ່ງໃຫ້ຊາບແກ່ພະເຈົ້າດ້ວຍຄຳອ້ອນວອນກໍດີ ຄຳອ້ອນວອນຂໍເຊີນ [ວິງວອນ] ກໍດີ ດ້ວຍຄວາມໂມທະນາພະຄຸນ [ການຂອບໃຈ] ແລະຄວາມສຸກສຳລານແຫ່ງພະເຈົ້າອັນເຫຼືອລົ້ນທີ່ຈະເຂົ້າໃຈໄດ້ກໍຈະຮັກສາໃຈແລະຄວາມຄຶດທັງຫຼາຍຂອງພວກທ່ານໄວ້ໃນພະຄລິດເຍຊູ.” (ຟີລິບ 4:6, 7) ດັ່ງນັ້ນ ເມື່ອອຸກໃຈ ຂໍໃຫ້ເຮົາຄິດເຖິງຄວາມຊ່ວຍເຫຼືອທີ່ພະເຢໂຫວາຈັດຕຽມໄວ້ເພື່ອຊ່ວຍເຮົາໃຫ້ຮັກສາສາຍສຳພັນທີ່ແໜ້ນແຟ້ນກັບພະອົງ ນັ້ນຄື ຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງຊາຍຍິງ ຜູ້ເຖົ້າແກ່ ທາດສັດຊື່ ທູດສະຫວັນ ແລະພະເຍຊູ.

18. ການມີຄວາມສາມາດໃນການນຶກພາບເຖິງສິ່ງຕ່າງໆຊ່ວຍເຮົາແນວໃດໃຫ້ຮຽນແບບພະເຢໂຫວາ?

18 ດັ່ງທີ່ໄດ້ຮຽນໄປແລ້ວ ເຮົາກຳລັງຮຽນແບບພະເຢໂຫວາເມື່ອເຮົາໃຊ້ຄວາມສາມາດໃນການເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ. (1 ຕີໂມເຕ 1:11; 1 ໂຢຮັນ 4:8) ເຮົາຈະມີຄວາມສຸກເມື່ອສະແດງຄວາມຮັກແລະຄວາມກະລຸນາຕໍ່ຄົນອື່ນ ເມື່ອເຮົາຄິດເຖິງຜົນກະທົບຈາກການກະທຳຂອງເຮົາ ແລະເມື່ອເຮົາຫຼີກລ່ຽງສະເໝີທີ່ຈະບໍ່ອຸກໃຈ. ຂໍໃຫ້ເຮົານຶກພາບເຖິງຊີວິດທີ່ຢູ່ພາຍໃຕ້ການປົກຄອງຂອງລາຊະອານາຈັກ ແລະໃຫ້ເຮົາເຮັດສຸດຄວາມສາມາດເພື່ອຮຽນແບບພະເຢໂຫວາ.—ໂລມ 12:12