ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ເມນູຮອງ

ຂ້າມໄປທີ່ສາລະບານ

ພະຍານພະເຢໂຫວາ

ລາວ

ຫໍສັງເກດການສະບັບສຶກສາ  |  ພຶດສະພາ 2015

ລະວັງໃຫ້ດີ—ຊາຕານຢາກກັດກິນເຮົາ!

ລະວັງໃຫ້ດີ—ຊາຕານຢາກກັດກິນເຮົາ!

“ເຝົ້າລະວັງໃຫ້ດີ. ສັດຕູຂອງພວກທ່ານ ຄືວ່າພະຍາມານເໝືອນດັ່ງສິງຕົວໜຶ່ງທີ່ຮ້ອງຫະນາດ ກໍທຽວໄປມາວຽນອ້ອມຮອບພວກທ່ານຊອກຫາຄົນໃດທີ່ມັນຈະກັດກິນໄດ້.”—1 ເປໂຕ 5:8

1. ທູດສະຫວັນອົງໜຶ່ງກາຍເປັນຊາຕານໄດ້ແນວໃດ?

ກາຍວິນຍານຫຼືທູດສະຫວັນອົງໜຶ່ງເຄີຍມີສາຍສຳພັນທີ່ດີກັບພະເຢໂຫວາ ແຕ່ຕໍ່ມາມັນຢາກໃຫ້ມະນຸດນະມັດສະການມັນ. ແທນທີ່ຈະຟ້າວກຳຈັດຄວາມປາຖະໜາທີ່ຜິດນັ້ນອອກໄປ ມັນພັດປ່ອຍໃຫ້ຄວາມປາຖະໜານັ້ນນັບມື້ນັບຮຸນແຮງຂຶ້ນຈົນເຖິງຂັ້ນເຮັດຜິດ. (ຢາໂກໂບ 1:14, 15) ເຮົາບໍ່ຮູ້ວ່າທີ່ຈິງແລ້ວມັນຊື່ຫຍັງ ແຕ່ຕອນນີ້ເຮົາເອີ້ນມັນວ່າຊາຕານ ເພາະວ່າມັນ “ບໍ່ໄດ້ຕັ້ງຢູ່ໃນຄວາມຈິງ.” ມັນກະບົດຕໍ່ພະເຢໂຫວາແລະກາຍເປັນ “ພໍ່ແຫ່ງຄວາມຕົວະ.”—ໂຢຮັນ 8:44

2, 3. ຄຳວ່າ “ຊາຕານ” “ພະຍາມານ” “ງູ” ແລະ “ມັງກອນ” ບອກເຮົາໃຫ້ຮູ້ຫຍັງກ່ຽວກັບສັດຕູຕົວສຳຄັນຂອງພະເຢໂຫວາ?

2 ຕັ້ງແຕ່ຊາຕານກະບົດ ມັນກໍກາຍເປັນສັດຕູຕົວສຳຄັນຂອງພະເຢໂຫວາແລະຂອງມະນຸດ. ເມື່ອອ່ານຄຳພີໄບເບິນເຮົາກໍຮູ້ວ່າຊາຕານມັນຊົ່ວຫຼາຍສໍ່າໃດ. ຄຳວ່າຊາຕານໝາຍເຖິງ “ຜູ້ຕໍ່ຕ້ານ” ເຊິ່ງສະແດງວ່າທູດສະຫວັນຊົ່ວຜູ້ນີ້ຊັງການ ປົກຄອງຂອງພະເຢໂຫວາແລະມັນໃຊ້ລິດອຳນາດທັງໝົດທີ່ມີເພື່ອຕໍ່ຕ້ານການປົກຄອງນັ້ນ. ສິ່ງທີ່ຊາຕານຕ້ອງການແທ້ໆກໍຄື ມັນຢາກເຫັນການປົກຄອງຂອງພະເຢໂຫວາເຖິງຈຸດຈົບ.

3 ໃນຄຳປະກົດ 12:9 ຍັງມີຄຳທີ່ເອີ້ນຊາຕານອີກຫຼາຍຊື່ ເຊັ່ນ: ຄຳວ່າ ພະຍາມານ ໝາຍເຖິງ “ຜູ້ໃສ່ຮ້າຍປ້າຍສີ.” ຊາຕານບໍ່ໄດ້ໃຫ້ກຽດພະເຢໂຫວາໂດຍເອີ້ນພະອົງວ່າເປັນຜູ້ເວົ້າຕົວະ. ຄຳວ່າ “ງູບູຮານ” ເຮັດໃຫ້ເຮົາຄິດເຖິງຕອນທີ່ຊາຕານໃຊ້ງູເພື່ອຫຼອກລວງເອວາ. ຄຳວ່າ “ມັງກອນໃຫຍ່” ກໍບອກເຖິງລັກສະນະຂອງຊາຕານໄດ້ຢ່າງເໝາະສົມ ເພາະຊາຕານມັນອຳມະຫິດ ໂຫດຫ້ຽມ ແລະຊົ່ວຮ້າຍ. ມັນບໍ່ຢາກໃຫ້ຈຸດປະສົງຂອງພະເຢໂຫວາສຳເລັດເປັນຈິງແລະມັນຍັງຕ້ອງການທຳລາຍປະຊາຊົນຂອງພະເຢໂຫວານຳອີກ.

4. ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?

4 ເຫັນໄດ້ແຈ້ງວ່າຊາຕານເປັນສັດຕູຕົວຮ້າຍກາດທີ່ຄຸກຄາມຄວາມສັດຊື່ຂອງເຮົາ. ສະນັ້ນ ຄຳພີໄບເບິນຈຶ່ງເຕືອນເຮົາວ່າ: “ຈົ່ງເປັນຄົນອົດຕົວ [ມີສະຕິ] ແລະເຝົ້າລະວັງໃຫ້ດີ. ສັດຕູຂອງພວກທ່ານ ຄືວ່າພະຍາມານເໝືອນດັ່ງສິງຕົວໜຶ່ງທີ່ຮ້ອງຫະນາດກໍທຽວໄປມາວຽນອ້ອມຮອບພວກທ່ານຊອກຫາຄົນໃດທີ່ມັນຈະກັດກິນໄດ້.” (1 ເປໂຕ 5:8) ໃນບົດຄວາມນີ້ເຮົາຈະໄດ້ພິຈາລະນາລັກສະນະພິເສດສາມຢ່າງຂອງຊາຕານທີ່ເຮັດໃຫ້ເຮົາເຫັນວ່າເປັນຫຍັງເຮົາຕ້ອງປ້ອງກັນຕົວເອງຈາກສັດຕູທີ່ຊົ່ວຮ້າຍນີ້.

ຊາຕານມີລິດອຳນາດຫຼາຍ

5, 6. (ກ) ມີຕົວຢ່າງຫຍັງແດ່ທີ່ສະແດງວ່າທູດສະຫວັນ “ມີອຳນາດມີລິດເດດ”? (ຂ) ຊາຕານມີ ‘ລິດອຳນາດເຮັດໃຫ້ເກີດຄວາມຕາຍ’ ຄືແນວໃດ?

5 ພວກທູດສະຫວັນ “ມີອຳນາດມີລິດເດດ.” (ຄຳເພງ 103:20) ເຂົາເຈົ້າມີກຳລັງແລະສະຕິປັນຍາຫຼາຍກວ່າມະນຸດ. ແນ່ນອນວ່າທູດສະຫວັນທີ່ສັດຊື່ໃຊ້ລິດເດດໃນທາງທີ່ຖືກຕ້ອງ. ຕົວຢ່າງເຊັ່ນ: ທູດສະຫວັນຂອງພະເຢໂຫວາພຽງແຕ່ອົງດຽວສາມາດຂ້າທະຫານຂອງອາຊີລີໄດ້ເຖິງ 185.000 ຄົນ. ຖ້າເປັນມະນຸດພຽງຄົນດຽວຄົງຈະເຮັດແບບນີ້ບໍ່ໄດ້ ຫຼືແມ່ນແຕ່ທະຫານໝົດກອງທັບກໍເຮັດບໍ່ໄດ້ເຊັ່ນດຽວກັນ. (2 ກະສັດ 19:35) ອີກໂອກາດໜຶ່ງ ທູດສະຫວັນໃຊ້ສະຕິປັນຍາແລະລິດເດດເພື່ອປ່ອຍອັກຄະສາວົກຂອງພະເຍຊູອອກຈາກຄຸກ. ເຖິງວ່າມີທະຫານຍາມຢູ່ໃກ້ໆ ແຕ່ເຂົາເຈົ້າກໍບໍ່ເຫັນທູດສະຫວັນໄຂກະແຈປະຕູແລະປ່ອຍອັກຄະສາວົກອອກໄປ ແລ້ວຈາກນັ້ນກໍລ໋ອກປະຕູໄວ້ຄືເກົ່າ.—ກິດຈະການ 5:18-23

6 ທູດສະຫວັນທີ່ສັດຊື່ໃຊ້ລິດເດດໃນທາງທີ່ຖືກຕ້ອງ ແຕ່ຊາຕານໃຊ້ລິດເດດໃນທາງທີ່ຜິດ. ແນ່ນອນວ່າຊາຕານມີລິດອຳນາດແລະມີອິດທິພົນຫຼາຍ ຈົນເຖິງຂັ້ນທີ່ຄຳພີໄບເບິນບອກວ່າມັນເປັນ “ເຈົ້ານາຍແຫ່ງໂລກນີ້” ແລະເປັນ “ພະ[ເຈົ້າ] ຂອງໂລກນີ້.” (ໂຢຮັນ 12:31; 2 ໂກລິນໂທ 4:4) ຊາຕານຍັງມີ ‘ລິດອຳນາດເຮັດໃຫ້ເກີດຄວາມຕາຍ.’ (ເຫບເລີ 2:14) ນີ້ບໍ່ໄດ້ໝາຍຄວາມວ່າມັນຂ້າທຸກຄົນໂດຍກົງ. ຄັນຊັ້ນໝາຍຄວາມວ່າແນວໃດ? ໝາຍຄວາມວ່າ (1) ຊາຕານເຮັດໃຫ້ໂລກນີ້ເຕັມໄປດ້ວຍຄວາມກຽດຊັງແລະຄວາມຮຸນແຮງ. (2) ເນື່ອງຈາກເອວາເຊື່ອຄຳຕົວະຂອງຊາຕານແລະອາດາມກໍບໍ່ເຊື່ອຟັງ ພະເຢໂຫວາ ສະນັ້ນມະນຸດທຸກຄົນຈຶ່ງກາຍເປັນຄົນບາບແລະໃນທີ່ສຸດກໍຕາຍ. (ໂລມ 5:12) ດັ່ງນັ້ນ ພະເຍຊູຈຶ່ງເອີ້ນຊາຕານວ່າ ເປັນຜູ້ “ຂ້າຄົນ.” (ໂຢຮັນ 8:44) ຊາຕານເປັນສັດຕູທີ່ມີລິດອຳນາດຫຼາຍແທ້ໆ.

ຖ້າບໍ່ໄດ້ຮັບການຊ່ວຍເຫຼືອຈາກພະເຢໂຫວາ ເຮົາບໍ່ມີທາງທີ່ຈະຕໍ່ສູ້ຊະນະຊາຕານໄດ້ສຳເລັດ

7. ພວກຜີປີສາດເຮັດໃຫ້ເຫັນແນວໃດວ່າພວກມັນມີລິດອຳນາດຫຼາຍ?

7 ເມື່ອເຮົາຂັດຂວາງຕໍ່ສູ້ຊາຕານ ເຮົາກໍກຳລັງຂັດຂວາງຕໍ່ສູ້ຜູ້ທີ່ສະໜັບສະໜູນມັນແລະຜູ້ທີ່ຂັດຂືນການປົກຄອງຂອງພະເຢໂຫວາ ເຊິ່ງລວມເຖິງພວກທູດສະຫວັນອົງອື່ນໆທີ່ກະບົດເຊິ່ງເອີ້ນວ່າພວກຜີປີສາດ. (ຄຳປາກົດ 12:3, 4) ມີຫຼາຍເທື່ອທີ່ພວກມັນເຮັດໃຫ້ເຫັນວ່າມີລິດອຳນາດຫຼາຍກວ່າມະນຸດ ເຊິ່ງເຮັດໃຫ້ມະນຸດຕ້ອງປະສົບກັບຄວາມທຸກທໍລະມານຢ່າງມາກມາຍ. (ມັດທາຍ 8:28-32; ມາລະໂກ 5:1-5) ຂໍໃຫ້ຈື່ໄວ້ວ່າພວກຜີປີສາດແລະຫົວໜ້າຂອງພວກມັນມີລິດອຳນາດຫຼາຍແທ້ໆ. (ມັດທາຍ 9:34) ຖ້າເຮົາບໍ່ໄດ້ຮັບການຊ່ວຍເຫຼືອຈາກພະເຢໂຫວາ ເຮົາບໍ່ມີທາງທີ່ຈະຕໍ່ສູ້ຊະນະຊາຕານໄດ້ສຳເລັດ.

ຊາຕານໂຫດຫ້ຽມ

8. (ກ) ຊາຕານມີເປົ້າໝາຍຫຍັງ? (ເບິ່ງຮູບທຳອິດ) (ຂ) ເຮົາເຫັນວ່າຜູ້ຄົນໃນໂລກນີ້ມີນິດໄສທີ່ໂຫດຫ້ຽມຄືກັບຊາຕານແນວໃດ?

8 ອັກຄະສາວົກເປໂຕສົມທຽບຊາຕານວ່າເປັນຄືກັບ “ສິງ . . . ທີ່ຮ້ອງຫະນາດ.” ປຶ້ມອ້າງອີງຫົວໜຶ່ງອະທິບາຍວ່າ ຄຳພາສາເກັຣກທີ່ແປວ່າ “ຮ້ອງຫະນາດ” ໝາຍເຖິງ “ສຽງແຜດຮ້ອງຂອງສັດທີ່ຫິວໂຫຍຢ່າງຮຸນແຮງ.” ຄຳສົມທຽບນັ້ນເໝາະສົມແທ້ໆກັບລັກສະນະນິດໄສທີ່ໂຫດຫ້ຽມແລະຊົ່ວຮ້າຍຂອງຊາຕານ! ຕອນນີ້ມັນຄວບຄຸມໂລກທັງ ໝົດຢູ່ແລ້ວ ແຕ່ກໍຍັງບໍ່ພໍໃຈ. ຊາຕານເປັນຄືກັບໂຕສິງທີ່ຫິວໂຫຍເຊິ່ງຢາກກິນເຫຍື່ອຫຼາຍຂຶ້ນ. (1 ໂຢຮັນ 5:19) ເປົ້າໝາຍຫຼັກຂອງມັນແມ່ນຜູ້ຖືກເຈີມທີ່ຍັງເຫຼືອຢູ່ແຜ່ນດິນໂລກ ແລະກຸ່ມທີ່ສະໜັບສະໜູນເຂົາເຈົ້າ ເຊິ່ງກໍຄື “ແກະອື່ນ.” (ໂຢຮັນ 10:16; ຄຳປາກົດ 12:17) ຊາຕານມີເປົ້າໝາຍທີ່ຈະທຳລາຍປະຊາຊົນຂອງພະເຢໂຫວາ. ການກົດຂີ່ຂົ່ມເຫງຄລິດສະຕຽນແທ້ຕັ້ງແຕ່ສະຕະວັດທຳອິດຈົນເຖິງສະໄໝປັດຈຸບັນສະແດງໃຫ້ເຫັນວ່າມັນໂຫດຫ້ຽມທີ່ສຸດ.

9, 10. (ກ) ຊາຕານເຮັດແນວໃດເພື່ອໃຫ້ຊາດອິດສະລາແອນເຮັດຜິດ? (ຂໍໃຫ້ຍົກຕົວຢ່າງ) (ຂ) ຊາຕານມີເຫດຜົນສຳຄັນອັນໃດໃນການເລັງເປົ້າໄປໃສ່ຊາດອິດສະລາແອນບູຮານ? (ຄ) ເມື່ອຜູ້ຮັບໃຊ້ຂອງພະເຢໂຫວາເຮັດຜິດຮ້າຍແຮງໃນທຸກມື້ນີ້ ຊາຕານຮູ້ສຶກແນວໃດ?

9 ຊາຕານຍັງສະແດງຄວາມໂຫດຫ້ຽມໃນອີກແງ່ໜຶ່ງ. ກ່ອນລົງມືຂ້າ ໂຕສິງທີ່ຫິວໂຫຍບໍ່ມີຄວາມອີ່ດູສົງສານຕໍ່ກັບເຫຍື່ອ ແລະມັນກໍບໍ່ຮູ້ສຶກຜິດຫຼັງຈາກທີ່ໄດ້ຂ້າແລ້ວ. ຊາຕານກໍຄ້າຍຄືກັນ ມັນບໍ່ເຄີຍອີ່ດູສົງສານຄົນທີ່ມັນກັດກິນ. ລອງນຶກພາບເບິ່ງວ່າຊາຕານຮູ້ສຶກແນວໃດຕອນທີ່ຊາວອິດສະລາແອນເຮັດຜິດ ເຊັ່ນ: ເຮັດຜິດສິນລະທຳທາງເພດແລະເປັນຄົນໂລບມາກໂລພາ? ເຮົາເຫັນພາບບໍວ່າຊາຕານດີໃຈຫຼາຍສໍ່າໃດທີ່ມັນເຫັນຜົນອັນໜ້າເສົ້າສະຫຼົດໃຈຈາກການເຮັດຜິດສິນລະທຳຂອງຊີມລີ ແລະຄວາມໂລບມາກໂລພາຂອງເຄຫາຊີ?—ຈົດເຊັນບັນຊີ 25:6-8, 14, 15; 2 ກະສັດ 5:20-27

ຊາຕານມີຄວາມສຸກຫຼາຍທີ່ເຫັນຜູ້ຮັບໃຊ້ຂອງພະເຢໂຫວາເຮັດຜິດ (ເບິ່ງຂໍ້ 10)

10 ຊາຕານມີເຫດຜົນສຳຄັນໃນການເລັງເປົ້າໄປໃສ່ຊາດອິດສະລາແອນບູຮານ. ຢ່າລືມວ່າຜູ້ເປັນເມຊີຈະມາຈາກຊາດນີ້ ແລະຈະເປັນຜູ້ທີ່ທຳລາຍຊາຕານແລະພິສູດວ່າພະເຢໂຫວາຜູ້ດຽວເທົ່ານັ້ນທີ່ມີສິດໃນການປົກຄອງ. (ຕົ້ນເດີມ 3:15) ຊາຕານບໍ່ຢາກໃຫ້ຊາດອິດສະລາແອນໄດ້ຮັບຄວາມພໍໃຈຈາກພະເຢໂຫວາ. ດັ່ງນັ້ນ ມັນຈຶ່ງພະຍາຍາມເຮັດທຸກວິທີເພື່ອໃຫ້ເຂົາເຈົ້າເຮັດຜິດ. ຊາຕານມັນບໍ່ໄດ້ເສຍໃຈເມື່ອເຫັນດາວິດຫຼິ້ນຊູ້ ແລະມັນກໍບໍ່ຮູ້ສຶກອີ່ຕົນເມື່ອເຫັນໂມເຊບໍ່ໄດ້ເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາສັນຍາໄວ້. ກົງກັນຂ້າມ ຊາຕານມີຄວາມສຸກຫຼາຍທີ່ເຫັນຜູ້ຮັບໃຊ້ຂອງພະເຢໂຫວາເຮັດຜິດຮ້າຍແຮງ. ທີ່ຈິງ ຊາຕານໃຊ້ໄຊຊະນະແບບນີ້ເພື່ອເຍາະເຍີ້ຍພະເຢໂຫວາ.—ສຸພາສິດ 27:11

11. ເປັນຫຍັງຊາລາຈຶ່ງອາດຕົກເປັນເປົ້າໝາຍຂອງຊາຕານ?

11 ຊາຕານກຽດຊັງວົງຕະກູນທີ່ເມຊີຈະມາເກີດ. ຂໍໃຫ້ຄິດເຖິງສິ່ງທີ່ເກີດຂຶ້ນຫຼັງຈາກທີ່ພະເຢໂຫວາບອກກັບອັບລາຫາມວ່າລາວຈະກາຍເປັນ “ພວກປະເທດໃຫຍ່.” (ຕົ້ນເດີມ 12:1-3) ຕອນທີ່ອັບລາຫາມແລະຊາລາຢູ່ປະເທດເອຢີບ ກະສັດຟາໂລສັ່ງໃຫ້ຄົນໄປເອົາຊາລາມາທີ່ພະລາຊະວັງ ເພາະຢາກໄດ້ຊາລາມາເປັນເມຍຂອງລາວ. ແຕ່ພະເຢໂຫວາໄດ້ປົກປ້ອງຊາລາແລະຊ່ວຍລາວໃຫ້ປອດໄພຈາກສະຖານະການທີ່ຫຍຸ້ງຍາກນັ້ນ. (ອ່ານ ຕົ້ນເດີມ 12:14-20) ເຫດການຄ້າຍກັນນັ້ນໄດ້ເກີດຂຶ້ນອີກໃນເມືອງເຄຣານກ່ອນທີ່ອີຊາກຈະເກີດ. (ຕົ້ນເດີມ 20:1-7) ເປັນໄປໄດ້ບໍວ່າຊາຕານຢູ່ເບື້ອງຫຼັງເຫດການເຫຼົ່ານີ້? ຢ່າລືມວ່າຊາລາໄດ້ອອກມາຈາກເມືອງອູຣທີ່ຈະເລີນຮຸ່ງເຮືອງແລ້ວມາອາໄສຢູ່ໃນເຕັ້ນ. ເປັນໄປໄດ້ບໍວ່າຊາຕານຫວັງຈະລໍ້ໃຈຊາລາດ້ວຍພະລາຊະວັງທີ່ຫຼູຫຼາຂອງກະສັດຟາໂລແລະຂອງກະສັດອາບີເມເລກ? ຊາຕານຄິດບໍວ່າຊາລາອາດຈະທໍລະຍົດຜົວຂອງຕົນເອງແລະພະເຢໂຫວາໂດຍແຕ່ງດອງກັບກະສັດອົງໃດອົງໜຶ່ງ? ຄຳພີໄບເບິນ ບໍ່ໄດ້ບອກໄວ້ ແຕ່ຊາຕານຄົງຈະດີໃຈຫຼາຍແທ້ໆຖ້າສາມາດເຮັດໃຫ້ຊາລາບໍ່ໄດ້ເປັນຕົ້ນຕະກູນຂອງເມຊີ. ຊາຕານຈະບໍ່ຮູ້ສຶກຜິດເລີຍຖ້າມັນທຳລາຍຜູ້ຍິງທີ່ມີຊື່ສຽງທີ່ດີ ມີຊີວິດຄອບຄົວທີ່ດີ ແລະມີສາຍສຳພັນທີ່ແໜ້ນແຟ້ນກັບພະເຢໂຫວາ. ເຫັນໄດ້ແຈ້ງວ່າ ຊາຕານມັນໂຫດຫ້ຽມແລະຊົ່ວຮ້າຍແທ້ໆ!

ຊາຕານບໍ່ສົນໃຈວ່າສິ່ງໃດຖືກສິ່ງໃດຜິດ

12, 13. (ກ) ຫຼັງຈາກພະເຍຊູເກີດ ຊາຕານສະແດງຄວາມໂຫດຫ້ຽມແນວໃດ? (ຂ) ຊາຕານຮູ້ສຶກແນວໃດຕໍ່ຄົນໜຸ່ມນ້ອຍທີ່ຮັກພະເຢໂຫວາແລະພະຍາຍາມຈະຮັບໃຊ້ພະອົງໃນທຸກມື້ນີ້?

12 ພະເຍຊູໄດ້ເກີດຫຼັງຈາກສະໄໝຂອງອັບລາຫາມຫຼາຍຮ້ອຍປີ. ຊາຕານບໍ່ໄດ້ເບິ່ງວ່າແອນ້ອຍຜູ້ນີ້ເປັນຕາຮັກ ເພາະມັນຮູ້ວ່າເມື່ອໃຫຍ່ຂຶ້ນແອນ້ອຍຄົນນີ້ຈະເປັນເມຊີຕາມທີ່ສັນຍາໄວ້. ທີ່ຈິງ ພະເຍຊູເປັນບຸກຄົນທີ່ສຳຄັນໃນເຊື້ອສາຍຂອງອັບລາຫາມ ເຊິ່ງຈະເປັນຜູ້ທີ່ “ກະທຳໃຫ້ການ [ງານ] ຂອງພະຍາມານຈິບຫາຍເສຍ.” (1 ໂຢຮັນ 3:8) ຊາຕານຄິດບໍ ວ່າການຂ້າເດັກນ້ອຍເປັນການກະທຳທີ່ໂຫດຫ້ຽມຫຼາຍ? ມັນບໍ່ໄດ້ຄິດແນວນັ້ນ! ຊາຕານບໍ່ສົນໃຈວ່າສິ່ງໃດຖືກສິ່ງໃດຜິດ. ມັນລົງມືທັນທີເພື່ອພະຍາຍາມຂ້າພະເຍຊູຕັ້ງແຕ່ຕອນຍັງນ້ອຍໆ. ມັນເຮັດແນວໃດ?

13 ເມື່ອກະສັດເຫໂລດໄດ້ຍິນທີ່ພວກໝໍໂຫລາສາດບອກວ່າ: “ກະສັດແຫ່ງພວກຊາວຢູເດ” ໄດ້ເກີດມາແລ້ວ ລາວກໍໃຈຮ້າຍຫຼາຍແລະຢາກຂ້າແອນ້ອຍຄົນນັ້ນ. (ມັດທາຍ 2:1-3, 13) ດັ່ງນັ້ນ ເຫໂລດຈຶ່ງອອກຄຳສັ່ງໃຫ້ຂ້າເດັກນ້ອຍຜູ້ຊາຍທຸກຄົນທີ່ມີອາຍຸຕັ້ງແຕ່ສອງປີລົງມາເຊິ່ງອາໄສຢູ່ເມືອງເບດເລເຫມແລະເມືອງທີ່ຢູ່ອ້ອມແອ້ມ. (ອ່ານ ມັດທາຍ 2:13-18) ພະເຍຊູລອດຈາກການຂ້າທີ່ໂຫດຫ້ຽມນັ້ນ ແຕ່ເລື່ອງນີ້ບອກຫຍັງກ່ຽວກັບຊາຕານສັດຕູຂອງເຮົາ? ເຫັນໄດ້ແຈ້ງ ຊາຕານຖືວ່າຊີວິດມະນຸດບໍ່ມີຄ່າເຖິງວ່າຈະເປັນເດັກນ້ອຍກໍຕາມ. ຊາຕານເປັນ “ສິງຕົວໜຶ່ງທີ່ຮ້ອງຫະນາດ.” ເຊິ່ງໂຫດຫ້ຽມແທ້ໆ!

ຊາຕານຫຼອກລວງ

14, 15. ຊາຕານໄດ້ເຮັດໃຫ້ຄວາມຄຶດຂອງຄົນທີ່ບໍ່ເຊື່ອມືດໄປຄືແນວໃດ?

14 ການຫຼອກລວງເປັນວິທີດຽວທີ່ຊາຕານໃຊ້ເພື່ອຈະເຮັດໃຫ້ຜູ້ຄົນຫັນມາຂັດຂືນພະເຢໂຫວາພະເຈົ້າຜູ້ທີ່ເຕັມໄປດ້ວຍຄວາມຮັກ. (1 ໂຢຮັນ 4:8) ຊາຕານພະຍາຍາມຫຼອກລວງຜູ້ຄົນເພື່ອບໍ່ໃຫ້ເຂົາເຈົ້າ “ຕ້ອງການພະເຈົ້າ, ທ.ປ.” ນັ້ນຄືຄິດວ່າບໍ່ຈຳເປັນຕ້ອງມີສາຍສຳພັນກັບພະເຈົ້າ. (ມັດທາຍ 5:3) ຊາຕານ “ໄດ້ກະທຳຄວາມຄຶດຂອງຄົນທີ່ບໍ່ເຊື່ອໃຫ້ມືດໄປ” ເພື່ອເຂົາເຈົ້າຈະບໍ່ເຫັນຄວາມຈິງກ່ຽວກັບພະເຢໂຫວາ.—2 ໂກລິນໂທ 4:4

15 ວິທີທີ່ຊາຕານໃຊ້ໄດ້ຜົນດີທີ່ສຸດຢ່າງໜຶ່ງຄືສາສະໜາປອມ. ມັນຮູ້ວ່າພະເຢໂຫວາແມ່ນ “ພະເຈົ້າຫວງແຫນ” ຫຼືຮຽກຮ້ອງໃຫ້ນະມັດສະການພະອົງພຽງຜູ້ດຽວເທົ່ານັ້ນ. (ອົບພະຍົບ 20:5) ລອງນຶກພາບເບິ່ງວ່າຊາຕານຈະດີໃຈຂະໜາດໃດເມື່ອເຫັນຜູ້ຄົນນະມັດສະການບັນພະບູລຸດ ຂາບໄຫວ້ບູຊາສິ່ງໃນທຳມະຊາດ ຫຼືສັດຕ່າງໆ ເວົ້າງ່າຍໆກໍຄືນະມັດສະການຄົນຜູ້ໃດກໍໄດ້ຫຼືສິ່ງຂອງອັນໃດກໍໄດ້ແທນທີ່ຈະນະມັດສະການພະເຢໂຫວາ. ເປັນຕາໜ້າເສຍໃຈທີ່ຫຼາຍຄົນຄິດວ່າພະເຈົ້າຍອມຮັບການນະມັດສະການຂອງເຂົາເຈົ້າ ແຕ່ທີ່ຈິງແລ້ວເຂົາເຈົ້າຖືກຄອບງຳໂດຍຄວາມເຊື່ອທີ່ຫຼອກລວງແລະພິທີກຳ ທີ່ບໍ່ເປັນປະໂຫຍດ. ຊາວອິດສະລາແອນໃນສະໄໝຂອງເອຊາອີກໍເຮັດຄ້າຍໆກັນ. ພະເຢໂຫວາຖາມເຂົາເຈົ້າວ່າ: “ເຫດສັນໃດທ່ານທັງຫຼາຍຊື້ຂອງທີ່ບໍ່ເປັນອາຫານ ແລະເສຍແຮງຈຶ່ງໄດ້ຂອງທີ່ບໍ່ໃຫ້ອີ່ມໃຈ? ຈົ່ງເອົາໃຈໃສ່ຟັງເຮົາແລະຈົ່ງກິນອາຫານອັນວິເສດດີ ແລະຈົ່ງໃຫ້ຈິດໃຈຂອງທ່ານມີຄວາມສະໜຸກໃນສິ່ງຂອງອັນມີນໍ້າມັນ.”—ເອຊາອີ 55:2

ຊາຕານຍັງສາມາດຫຼອກລວງຜູ້ຮັບໃຊ້ທີ່ກະຕືລືລົ້ນຂອງພະເຢໂຫວາໄດ້ນຳອີກ

16, 17. (ກ) ເປັນຫຍັງພະເຍຊູຈຶ່ງບອກເປໂຕວ່າ: “ຊາຕານ ຈົ່ງຖອຍໜີເສຍຈາກເຮົາ”? (ຂ) ຊາຕານອາດຫຼອກລວງເຮົາແນວໃດເພື່ອໃຫ້ເຮົາເຊົາເຝົ້າລະວັງ?

16 ຊາຕານຍັງສາມາດຫຼອກລວງຜູ້ຮັບໃຊ້ທີ່ກະຕືລືລົ້ນຂອງພະເຢໂຫວາໄດ້ນຳອີກ. ຕົວຢ່າງເຊັ່ນ: ໃຫ້ຄິດເຖິງສິ່ງທີ່ເກີດຂຶ້ນຕອນທີ່ພະເຍຊູບອກພວກລູກສິດວ່າອີກບໍ່ດົນພະອົງຈະຖືກຂ້າ. ອັກຄະສາວົກເປໂຕເຊິ່ງເປັນຄົນທີ່ຮັກພະເຍຊູຫຼາຍບອກວ່າ: “ພະອົງເຈົ້າຂ້າ ຂໍພະເຈົ້າຊ່ອຍ [ກະລຸນາ] ພະອົງເຖີ້ນ ການນີ້ຈະບໍ່ບັງເກີດມາຖືກພະອົງສັກເທື່ອ.” ພະເຍຊູບອກເປໂຕວ່າ: “ຊາຕານ ຈົ່ງຖອຍໜີເສຍຈາກເຮົາ.” (ມັດທາຍ 16:22, 23) ເປັນຫຍັງພະເຍຊູຈຶ່ງເອີ້ນເປໂຕວ່າ “ຊາຕານ”? ເພາະພະເຍຊູຮູ້ວ່າອີກບໍ່ດົນພະອົງຈະເສຍຊີວິດເພື່ອເປັນຄ່າໄຖ່ ແລະຈະພິສູດວ່າຊາຕານເປັນຜູ້ຕົວະ. ນີ້ເປັນເວລາທີ່ກ່ຽວຂ້ອງກັບຄວາມເປັນຄວາມຕາຍຂອງມະນຸດທຸກຄົນ ບໍ່ແມ່ນເວລາທີ່ພະເຍຊູຈະ “ກະລຸນາ” ຕົວເອງ. ຊາຕານຈະດີໃຈແທ້ໆ ຖ້າພະເຍຊູເຊົາເຝົ້າລະວັງ.

17 ອະວະສານຂອງລະບົບນີ້ໃກ້ເຂົ້າມາແລ້ວ ແລະເຮົາກຳລັງມີຊີວິດຢູ່ໃນໄລຍະວິກິດການເຊິ່ງຍາກທີ່ຈະຮັບມືໄດ້. ຊາຕານຢາກໃຫ້ເຮົາ “ກະລຸນາ” ຕົວເອງ ໂດຍມຸ່ງຄວາມສົນໃຈໄປໃສ່ການປະສົບຜົນສຳເລັດໃນໂລກນີ້. ມັນຢາກໃຫ້ເຮົາລືມວ່າເຮົາມີຊີວິດຢູ່ໃນສະໄໝສຸດທ້າຍແລະໃຫ້ເຮົາເຊົາເຝົ້າລະວັງ. ຢ່າຍອມໃຫ້ເລື່ອງນີ້ເກີດຂຶ້ນກັບເຮົາ! ແທນທີ່ຈະເປັນແບບນັ້ນ “ຈົ່ງເຝົ້າລະວັງໃຫ້ດີ.” (ມັດທາຍ 24:42) ຢ່າເຊື່ອຄຳຕົວະຂອງຊາຕານທີ່ວ່າຍັງອີກດົນອະວະສານຈຶ່ງຈະມາຫຼືອາດຈະບໍ່ມາເລີຍ.

18, 19. (ກ) ເພື່ອເຮັດໃຫ້ເຮົາຄິດວ່າເຮົາບໍ່ສົມຄວນທີ່ຈະໄດ້ຮັບຄວາມຮັກຈາກພະເຢໂຫວາ ຊາຕານອາດພະຍາຍາມຫຼອກລວງເຮົາແນວໃດ? (ຂ) ພະເຢໂຫວາຊ່ວຍເຮົາແນວໃດໃຫ້ເຝົ້າລະວັງຕໍ່ໆໄປ?

18 ຊາຕານຍັງໃຊ້ວິທີອື່ນເພື່ອຫຼອກລວງເຮົາ ເຊັ່ນ: ມັນຢາກໃຫ້ເຮົາເຊື່ອວ່າເຮົາບໍ່ສົມຄວນໄດ້ຮັບຄວາມຮັກຈາກພະເຢໂຫວາ ແລະເຊື່ອວ່າພະອົງຈະບໍ່ໃຫ້ອະໄພສຳລັບຄວາມຜິດທີ່ເຮົາໄດ້ເຮັດ. ແຕ່ທັງໝົດນີ້ເປັນຄຳຕົວະຂອງຊາຕານ. ຂໍໃຫ້ຄິດເບິ່ງວ່າ ແມ່ນໃຜແທ້ໆທີ່ບໍ່ສົມຄວນຈະໄດ້ຮັບຄວາມຮັກຈາກພະເຢໂຫວາ? ແມ່ນໃຜແທ້ໆທີ່ພະເຢໂຫວາຈະບໍ່ໃຫ້ອະໄພ? ແມ່ນຊາຕານນັ້ນແຫຼະ. ແຕ່ສຳລັບເຮົາ ຄຳພີໄບເບິນບອກວ່າ: ‘ພະເຈົ້າບໍ່ແມ່ນບໍ່ຊອບທຳທີ່ຈະລືມກິດຈະການຂອງທ່ານທັງຫຼາຍ ແລະຄວາມຮັກທີ່ທ່ານທັງຫຼາຍໄດ້ສຳແດງສຳລັບນາມຊື່ຂອງພະອົງ.’ (ເຫບເລີ 6:10) ພະເຢໂຫວາເຫັນຄຸນຄ່າທຸກສິ່ງທີ່ເຮົາເຮັດເພື່ອໃຫ້ພະອົງພໍໃຈແລະວຽກຮັບໃຊ້ທີ່ເຮົາເຮັດເພື່ອພະອົງບໍ່ເຄີຍໄຮ້ປະໂຫຍດ. (ອ່ານ 1 ໂກລິນໂທ 15:58) ດັ່ງນັ້ນ ຢ່າເຊື່ອຄຳຕົວະຂອງຊາຕານ.

19 ດັ່ງທີ່ເຮົາໄດ້ເຫັນ ຊາຕານມີລິດອຳນາດ ໂຫດຫ້ຽມ ແລະຫຼອກລວງ. ເຮົາຈະເອົາຊະນະສັດຕູທີ່ຊົ່ວຮ້າຍແບບນີ້ໄດ້ແນວໃດ? ພະເຢໂຫວາຊ່ວຍເຮົາໂດຍທາງຄຳພີໄບເບິນເພື່ອໃຫ້ເຮົາ “ຮູ້ຈັກອຸບາຍ” ຂອງມັນ. (2 ໂກລິນໂທ 2:11) ເມື່ອເຂົ້າໃຈກົນອຸບາຍຕ່າງໆທີ່ຊາຕານໃຊ້ໂຈມຕີເຮົາ ມັນຈຶ່ງງ່າຍຂຶ້ນທີ່ເຮົາຈະເຝົ້າລະວັງຕໍ່ໆໄປ. ແຕ່ການຮູ້ຈັກກົນອຸບາຍເທົ່ານັ້ນຍັງບໍ່ພໍ ເພາະຄຳພີໄບເບິນບອກວ່າ: “ຈົ່ງຂັດຂວາງຕໍ່ສູ້ພະຍາມານ ແລະມັນຈະປົບໜີໄປຈາກພວກທ່ານ.” (ຢາໂກໂບ 4:7) ບົດຄວາມຕໍ່ໄປຈະພິຈາລະນາສາມວິທີທີ່ເຮົາສາມາດຕໍ່ສູ້ຊາຕານແລະເອົາຊະນະມັນໄດ້.