ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ເມນູຮອງ

ຂ້າມໄປທີ່ສາລະບານ

ພະຍານພະເຢໂຫວາ

ລາວ

ຫໍສັງເກດການສະບັບສຶກສາ  |  ເມສາ 2015

 ເລື່ອງຊີວິດຈິງ

ໄດ້ຮັບພະພອນທັງ “ໃນເວລາທີ່ສະດວກແລະໃນຍາມຍາກລຳບາກ”

ໄດ້ຮັບພະພອນທັງ “ໃນເວລາທີ່ສະດວກແລະໃນຍາມຍາກລຳບາກ”

ຂ້ອຍເກີດເດືອນມີນາ ປີ 1930 ຢູ່ໝູ່ບ້ານແຫ່ງໜຶ່ງໃນເມືອງ ນຳຄຸມບາ ປະເທດມາລາວີ. ຂ້ອຍເກີດໃນຄອບຄົວທີ່ຮັບໃຊ້ພະເຢໂຫວາຢ່າງສັດຊື່. ໃນປີ 1942 ຂ້ອຍອຸທິດຕົວໃຫ້ແກ່ພະເຢໂຫວາແລະຮັບບັບເຕມາໃນແມ່ນໍ້າແຫ່ງໜຶ່ງທີ່ສວຍງາມ. ໃນໄລຍະ 70 ປີທີ່ຜ່ານມາ ຂ້ອຍພະຍາຍາມເຮັດໃນສິ່ງທີ່ອັກຄະສາວົກໂປໂລສະໜັບສະໜູນຕີໂມເຕໃຫ້ເຮັດ ນັ້ນຄື ‘ປະກາດພະຄຳທັງໃນເວລາທີ່ສະດວກແລະໃນຍາມຍາກລຳບາກ.’—2 ຕີໂມເຕ 4:2

ໃນປີ 1948 ພີ່ນ້ອງນາທານ ເອັດ. ນໍຣ ແລະພີ່ນ້ອງມິວຕັນ ຈີ. ເຮັນເຊວ ໄດ້ມາປະເທດມາລາວີ. ການຢ້ຽມຢາມຂອງເຂົາເຈົ້າໃນຕອນນັ້ນກະຕຸ້ນຂ້ອຍໃຫ້ຮັບໃຊ້ພະເຢໂຫວາເຕັມເວລາ. ຕໍ່ມາຂ້ອຍໄດ້ພົບກັບລິດາຊີ ພີ່ນ້ອງຍິງທີ່ໜ້າຮັກ ເຊິ່ງມີເປົ້າໝາຍທີ່ຈະຮັບໃຊ້ພະເຢໂຫວາຄືກັບຂ້ອຍ. ໃນປີ 1950 ພວກເຮົາໄດ້ແຕ່ງດອງກັນ ແລະເມື່ອຮອດປິ 1953 ພວກເຮົາໄດ້ລູກສອງຄົນແລ້ວ. ເຖິງວ່າມີໜ້າທີ່ຮັບຜິດຊອບຫຼາຍຢ່າງໃນຄອບຄົວ ແຕ່ພວກເຮົາກໍຕັດສິນໃຈວ່າຈະເລີ່ມຕົ້ນເປັນໄພໂອເນຍ. ຫຼັງຈາກເປັນໄພໂອເນຍປະຈຳໄດ້ສອງປີ ຂ້ອຍກໍຖືກເຊີນໃຫ້ເປັນໄພໂອເນຍພິເສດ.

ການປະຊຸມໃຫຍ່ເສີມກຳລັງພວກເຮົາໃຫ້ພ້ອມຮັບມືກັບການກົດຂີ່ຂົ່ມເຫງທີ່ຈະເກີດຂຶ້ນໃນອະນາຄົດ

ຫຼັງຈາກນັ້ນບໍ່ດົນ ຂ້ອຍກໍໄດ້ຮັບສິດທິພິເສດໃຫ້ເປັນຜູ້ດູແລໝວດໄປຢາມປະຊາຄົມຕ່າງໆ. ຂ້ອຍສາມາດເບິ່ງແຍງຄວາມຈຳເປັນຕ່າງໆຂອງຄອບຄົວແລະຍັງເຮັດວຽກຮັບໃຊ້ເຕັມເວລາຕໍ່ໄປໄດ້ ເພາະວ່າລິດາຊີສະໜັບສະໜູນຂ້ອຍ. * (ເບິ່ງໄຂເງື່ອນ) ເນື່ອງຈາກຢາກຮັບໃຊ້ເຕັມເວລານຳກັນ ເຮົາທັງສອງຈຶ່ງວາງແຜນຢ່າງຮອບຄອບ ແລະພວກລູກກໍໃຫ້ຄວາມຮ່ວມມືເປັນຢ່າງດີ. ໃນປີ 1960 ລິດາຊີກໍສາມາດເລີ່ມຕົ້ນຮັບໃຊ້ເຕັມເວລາໄດ້.

ໃນປີ 1962 ພວກເຮົາມີຄວາມສຸກຫຼາຍກັບການປະຊຸມພາກທີ່ມີຫົວເລື່ອງວ່າ: “ຜູ້ຮັບໃຊ້ທີ່ກ້າຫານ.” ໜຶ່ງປີຕໍ່ມາ ພີ່ນ້ອງ ເຮັນເຊວ ໄດ້ມາຢາມປະເທດມາລາວີເພື່ອຮ່ວມການປະຊຸມພິເສດທີ່ຈັດຂຶ້ນໃກ້ກັບເມືອງແບນໄທ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 10.000 ຄົນ. ເມື່ອຄຶດເຖິງສິ່ງຕ່າງໆທີ່ໄດ້ຍິນຢູ່ການປະຊຸມຄັ້ງນັ້ນ ຂ້ອຍກໍເຫັນວ່ານັ້ນເປັນການກຽມພວກເຮົາໄວ້ແລະເສີມກຳລັງພວກເຮົາທຸກຄົນໃນປະເທດມາລາວີໃຫ້ພ້ອມທີ່ຈະຮັບມືກັບເວລາທີ່ຍາກລຳບາກເຊິ່ງຈະເກີດຂຶ້ນໃນອີກບໍ່ດົນ.

 ເວລາທີ່ຍາກລຳບາກມາເຖິງ

ລັດຖະບານສັ່ງຫ້າມວຽກຂອງພະຍານພະເຢໂຫວາ ແລະຍຶດຊັບສິນຂອງສຳນັກງານສາຂາ

ໃນປີ 1964 ພະຍານພະເຢໂຫວາຖືກກົດຂີ່ຂົມເຫງຍ້ອນພວກເຮົາບໍ່ຍອມມີສ່ວນຮ່ວມໃນເລື່ອງການເມືອງ. ຜົນກໍຄື ຫໍປະຊຸມຫຼາຍກວ່າ 100 ຫຼັງ ແລະເຮືອນຂອງພີ່ນ້ອງຫຼາຍກວ່າ 1.000 ຫຼັງຖືກທຳລາຍ. ຂ້ອຍກັບລິດາຊີຍັງເຮັດວຽກດູແລໝວດຕໍ່ໆໄປຈົນຮອດປີ 1967 ເຊິ່ງເປັນປີທີ່ລັດຖະບານສັ່ງຫ້າມວຽກງານຂອງພະຍານພະເຢໂຫວາ. ລັດຖະບານຍຶດຊັບສິນຂອງສຳນັກງານສາຂາ ບັງຄັບໃຫ້ມິດຊັນນາລີອອກຈາກປະເທດ ແລະຈັບພະຍານພະເຢໂຫວາຫຼາຍໆຄົນຂັງຄຸກ ເຊິ່ງລວມທັງຂ້ອຍແລະລິດາຊີນຳ. ຫຼັງຈາກຖືກປ່ອຍ ພວກເຮົາກໍເຮັດວຽກດູແລໝວດຕໍ່ໆໄປຢ່າງລະມັດລະວັງ.

ມື້ໜຶ່ງໃນເດືອນ ຕຸລາ ປີ 1972 ສະມາຊິກກຸ່ມການເມືອງຫົວຮຸນແຮງທີ່ເອີ້ນວ່າສະຫະພັນຊາວໜຸ່ມແຫ່ງມາລາວີໄດ້ຕັ້ງເປົ້າມາທີ່ເຮືອນຂອງຂ້ອຍ ແຕ່ມີຄົນໜຶ່ງໃນກຸ່ມນັ້ນແລ່ນມາບອກຂ້ອຍກ່ອນວ່າໃຫ້ໄປລີ້ ເພາະເຂົາເຈົ້າວາງແຜນຈະຂ້າຂ້ອຍ. ຂ້ອຍຈຶ່ງບອກເມຍແລະລູກໃຫ້ໄປລີ້ໃນປ່າກ້ວຍທີ່ຢູ່ໃກ້ໆ ສ່ວນຂ້ອຍໄດ້ປີນຂຶ້ນໄປຢູ່ເທິງຕົ້ນໝາກມ່ວງ. ຂ້ອຍເຫັນເຂົາເຈົ້າທຳລາຍເຮືອນແລະເຄື່ອງຂອງທຸກຢ່າງໃນເຮືອນຂອງເຮົາ.

ເຮືອນຂອງພີ່ນ້ອງຖືກເຜົາ ເພາະເຂົາເຈົ້າບໍ່ຍອມຫຍຸ້ງກ່ຽວກັບການເມືອງ

ການກົດຂີ່ຂົ່ມເຫງຮຸນແຮງຫຼາຍຂຶ້ນ ດັ່ງນັ້ນພະຍານພະເຢໂຫວາຫຼາຍພັນຄົນຈຶ່ງຕ້ອງໜີອອກຈາກປະເທດມາລາວີ. ພວກເຮົາໄປຢູ່ຄ້າຍອົບພະຍົບໃນປະເທດໂມຊຳບິກຈົນຮອດເດືອນມິຖຸນາ ປີ 1974. ຕອນນັ້ນ ຂ້ອຍກັບລິດາຊີຖືກເຊີນໃຫ້ຮັບໃຊ້ເປັນໄພໂອເນຍພິເສດໃນເມືອງໂດມົວ ປະເທດໂມຊຳບິກ. ພວກເຮົາເປັນໄພໂອເນຍພິເສດຢູ່ຫັ້ນຈົນຮອດປີ 1975 ຈາກນັ້ນລັດຖະບານກໍບັງຄັບພວກເຮົາໃຫ້ອອກຈາກປະເທດໂມຊຳບິກ ແລະພວກເຮົາກັບໄປທີ່ປະເທດມາລາວີ ເຊິ່ງຢູ່ຫັ້ນພະຍານພະເຢໂຫວາຍັງຖືກກົດຂີ່ຂົ່ມເຫງຢູ່.

ຢູ່ປະເທດມາລາວີ ຂ້ອຍຖືກມອບໝາຍໃຫ້ໄປຢາມປະຊາຄົມຕ່າງໆໃນລີອອງເວ້ ເຊິ່ງເປັນເມືອງຫຼວງ. ເຖິງວ່າຈະມີການກົດຂີ່ຂົ່ມເຫງແລະມີຄວາມຍາກລຳບາກຕ່າງໆ ແຕ່ຈຳນວນປະຊາຄົມໃນໝວດທີ່ພວກເຮົາຮັບໃຊ້ຢູ່ພັດແຮ່ງເພີ່ມຂຶ້ນ.

ການຊ່ວຍເຫຼືອດ້ວຍຄວາມຮັກຈາກພະເຢໂຫວາ

ມື້ໜຶ່ງ ພວກເຮົາໄປໝູ່ບ້ານເຊິ່ງກຳລັງຈະມີການປະຊຸມທາງການເມືອງ. ເມື່ອບາງຄົນຮູ້ວ່າພວກເຮົາເປັນພະຍານພະເຢໂຫວາ ເຂົາເຈົ້າກໍບັງຄັບພວກເຮົາໃຫ້ນັ່ງກັບກຸ່ມແກນນຳເຍົາວະຊົນແຫ່ງມາລາວີ. ພວກເຮົາຈຶ່ງອະທິດຖານຂໍຄວາມຊ່ວຍເຫຼືອແລະການຊີ້ນຳຈາກພະເຢໂຫວາ. ທັນທີທີ່ການປະຊຸມຈົບ ເຂົາເຈົ້າກໍເລີ່ມຕີພວກເຮົາ ແຕ່ທັນໃດນັ້ນກໍມີແມ່ຕູ້ຄົນໜຶ່ງແລ່ນເຂົ້າມາແລະຮ້ອງວ່າ: “ປ່ອຍເຂົາເຈົ້າເທາະ! ເຂົາເຈົ້າເປັນຫຼານຂອງແມ່ຕູ້. ປ່ອຍເຂົາເຈົ້າໄປເທາະ.” ຄົນທີ່ເປັນຫົວໜ້າການປະຊຸມຈຶ່ງສັ່ງວ່າ: “ປ່ອຍເຂົາເຈົ້າໄປ!” ພວກເຮົາບໍ່ຮູ້ວ່າເປັນຫຍັງແມ່ຕູ້ຄົນນັ້ນຈຶ່ງເວົ້າແບບນັ້ນ ເພາະຄວາມຈິງແລ້ວພວກເຮົາບໍ່ຮູ້ຈັກລາວເລີຍ ແຕ່ພວກເຮົາເຊື່ອວ່າພະເຢໂຫວາໄດ້ຍິນຄຳອະທິດຖານຂອງພວກເຮົາ.

ບັດພັກການເມືອງ

ໃນປີ 1981 ເມື່ອກຳລັງເດີນທາງ ພວກເຮົາກໍໄດ້ພົບກັບກຸ່ມແກນນຳເຍົາວະຊົນແຫ່ງມາລາວີອີກ. ເທື່ອນີ້ເຂົາເຈົ້າໄດ້ເອົາ ລົດຖີບ ກະເປົ໋າເດີນທາງ ປື້ມ ແລະເອກະສານສຳຄັນກ່ຽວກັບພີ່ນ້ອງໃນໝວດ. ພວກເຮົາຟ້າວແລ່ນໜີໄປເຮືອນຂອງພີ່ນ້ອງຄົນໜຶ່ງທີ່ເປັນຜູ້ເຖົ້າແກ່ ແຕ່ກໍເປັນຫ່ວງກ່ຽວກັບເອກະສານທີ່ເຂົາເຈົ້າເອົາໄປ. ເມື່ອກຸ່ມແກນນຳເຍົາວະຊົນແຫ່ງມາລາວີກວດເບິ່ງເອກະສານ ເຂົາເຈົ້າກໍເຫັນຈົດໝາຍຫຼາຍສະບັບທີ່ພີ່ນ້ອງໃນທົ່ວປະເທດມາລາວີສົ່ງມາໃຫ້ຂ້ອຍ. ເຂົາເຈົ້າຕົກໃຈແລະຢ້ານຫຼາຍເພາະຄຶດວ່າຂ້ອຍເປັນເຈົ້າໜ້າທີ່ຄົນສຳຄັນຂອງລັດຖະບານ. ດັ່ງນັ້ນ ເຂົາເຈົ້າຈຶ່ງຟ້າວສົ່ງຄືນເອກະສານທັງໝົດໃຫ້ກັບຜູ້ເຖົ້າແກ່ໃນທ້ອງຖິ່ນ.

ອີກເທື່ອໜຶ່ງ ເມື່ອກຳລັງຂີ່ເຮືອຂ້າມແມ່ນໍ້າ. ເຈົ້າຂອງເຮືອເຊິ່ງເປັນຜູ້ນຳທາງການເມືອງຢາກເບິ່ງບັດພັກການເມືອງຂອງທຸກຄົນ. ເມື່ອຍ່າງໃກ້ຈະຮອດພວກເຮົາ ລາວກໍເຫັນຄົນຂີ້ລັກຄົນໜຶ່ງເຊິ່ງຕຳຫຼວດກຳລັງຊອກຫາຢູ່. ທຸກຄົນກໍເລີຍສົນໃຈຄົນຂີ້ລັກຜູ້ນັ້ນ ແລະເຈົ້າຂອງເຮືອກໍເຊົາກວດບັດພັກການເມືອງ. ນີ້ເປັນອີກເທື່ອໜຶ່ງທີ່ພວກເຮົາຮູ້ວ່າພະເຢໂຫວາໄດ້ຊ່ວຍເຫຼືອພວກເຮົາດ້ວຍຄວາມຮັກ.

ຖືກຈັບແລະຖືກຂັງຄຸກ

ໃນເດືອນກຸມພາ ປີ 1984 ເມື່ອກຳລັງເດີນທາງໄປເມືອງລີອອງເວ້ ເພື່ອສົ່ງລາຍງານໄປໃຫ້ສຳນັກງານສາຂາຢູ່ປະເທດຊຳບີ. ຕຳຫຼວດໄດ້ສັ່ງໃຫ້ຂ້ອຍຢຸດແລະກວດເບິ່ງກະເປົ໋າຂອງຂ້ອຍ. ເນື່ອງຈາກເຫັນປຶ້ມບາງຫົວກ່ຽວກັບຄຳພີໄບເບິນ ດັ່ງນັ້ນ ລາວຈຶ່ງເອົາຂ້ອຍໄປສະຖານີຕຳຫຼວດແລະຕີຂ້ອຍ. ຈາກນັ້ນ ລາວໄດ້ມັດແລະຂັງຂ້ອຍໄວ້ກັບນັກໂທດທີ່ເປັນຄົນຂີ້ລັກ.

ມື້ຕໍ່ມາ ຫົວໜ້າຕຳຫຼວດໄດ້ພາຂ້ອຍໄປອີກຫ້ອງໜຶ່ງ ແລະໃຫ້ຂ້ອຍເຊັນເອກະສານທີ່ບອກວ່າ “ຂ້າພະເຈົ້າ ທ້າວ ໂທຟິມ ອາຣ. ຊອມບາ ໄດ້ເຊົາເປັນພະຍານພະເຢໂຫວາແລ້ວ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງເປັນອິດສະຫຼະ.” ແຕ່ຂ້ອຍບໍ່ຍອມເຊັນ ແລະບອກລາວວ່າ “ຂ້ອຍບໍ່ພຽງແຕ່ຍອມຕິດຄຸກເທົ່ານັ້ນ ແຕ່ພ້ອມທີ່ຈະຍອມຕາຍ. ຂ້ອຍຈະຍັງເປັນພະຍານພະເຢໂຫວາຕໍ່ໄປ.” ຫົວໜ້າຕຳຫຼວດໃຈຮ້າຍຫຼາຍແລະຕົບໂຕະບັກແຮງໆ ຈົນຕຳຫຼວດໃນຫ້ອງຂັງແລ່ນມາເບິ່ງວ່າເກີດຫຍັງຂຶ້ນ. ຫົວໜ້າຕຳຫຼວດບອກວ່າ: “ລາວບໍ່ຍອມເຊັນເອກະສານວ່າຈະເຊົາເປັນພະຍານພະເຢໂຫວາ. ຖ້າເປັນແນວນັ້ນກໍໃຫ້ລາວເຊັນເອກະສານວ່າລາວເປັນພະຍານພະເຢໂຫວາ ແລ້ວສົ່ງໄປຂັງຢູ່ເມືອງລີອອງເວ້.” ຕອນນັ້ນ ເມຍຂອງຂ້ອຍບໍ່ຮູ້ວ່າຂ້ອຍຢູ່ໃສ ແຕ່ສີ່ມື້ຕໍ່ມາ ພີ່ນ້ອງບາງຄົນກໍບອກລາວວ່າເກີດຫຍັງຂຶ້ນກັບຂ້ອຍ.

ຢູ່ສະຖານີຕຳຫຼວດໃນເມືອງລີອອງເວ້ ຕຳຫຼວດປະຕິບັດກັບຂ້ອຍຢ່າງກະລຸນາ. ຫົວໜ້າຕຳຫຼວດເອົາຈານເຂົ້າມາໃຫ້ແລະເວົ້າວ່າ: “ນີ້ແມ່ນອາຫານຂອງເຈົ້າ ເພາະເຈົ້າຕິດຄຸກຍ້ອນເຮັດຕາມຄຳສອນຂອງພະເຈົ້າ ແຕ່ຄົນອື່ນຕິດຄຸກຍ້ອນເປັນຄົນຂີ້ລັກ.” ຈາກນັ້ນ ລາວກໍສົ່ງຂ້ອຍໄປຄຸກຄາເຊເຣເຊິ່ງຂ້ອຍຢູ່ຫັ້ນຫ້າເດືອນ.

 ຫົວໜ້າຄຸກດີໃຈຫຼາຍທີ່ຂ້ອຍມານີ້ ເພາະລາວຢາກໃຫ້ຂ້ອຍເປັນ “ຄຸນພໍ່” ປະຈຳຄຸກແທນຄຸນພໍ່ຄົນເກົ່າ. ລາວບອກຄຸນພໍ່ຄົນນັ້ນວ່າ “ຂ້ອຍບໍ່ຢາກໃຫ້ເຈົ້າສອນເລື່ອງພະເຈົ້າຢູ່ນີ້ອີກ ເຈົ້າຕິດຄຸກກໍຍ້ອນລັກເງິນຈາກໂບດ!” ດັ່ງນັ້ນ ທຸກໆອາທິດຂ້ອຍຈຶ່ງສອນຄຳພີໄບເບິນໃນການປະຊຸມທີ່ຈັດຂຶ້ນສຳລັບນັກໂທດ.

ຕໍ່ມາ ສະຖານະການພັດພິກປີ້ນ ເຈົ້າໜ້າທີ່ຢູ່ຄຸກສອບສວນຂ້ອຍເພາະຢາກຮູ້ວ່າມີພະຍານພະເຢໂຫວາຈັກຄົນຢູ່ປະເທດມາລາວີ. ແຕ່ຂ້ອຍບໍ່ຍອມບອກ ດັ່ງນັ້ນເຂົາເຈົ້າຈຶ່ງຕີຂ້ອຍຈົນສະຫຼົບ. ອີກເທື່ອໜຶ່ງ ເຂົາເຈົ້າຢາກຮູ້ວ່າສຳນັກງານໃຫຍ່ຂອງເຮົາຢູ່ໃສ. ຂ້ອຍຕອບວ່າ: “ອັນນີ້ງ່າຍຫຼາຍ ຂ້ອຍຈະບອກພວກເຈົ້າ.” ຂ້ອຍບອກວ່າມັນຂຽນໄວ້ໃນຄຳພີໄບເບິນ. ເຂົາເຈົ້າແປກໃຈແລະຖາມວ່າ: “ຢູ່ບ່ອນໃດໃນຄຳພີໄບເບິນ?”

ຂ້ອຍບອກວ່າ: “ຢູ່ເອຊາອີ 43:12.” ເຂົາເຈົ້າຈຶ່ງເປີດເບິ່ງຂໍ້ນັ້ນແລະອ່ານຢ່າງລະອຽດ ເຊິ່ງຂໍ້ນັ້ນພະເຢໂຫວາເວົ້າວ່າ: ‘ທ່ານທັງຫຼາຍເປັນພິຍານຝ່າຍເຮົາ ແລະເຮົາແມ່ນພະເຈົ້າ.’ ເຂົາເຈົ້າອ່ານພະຄຳພີຂໍ້ນັ້ນເຖິງສາມຮອບແຕ່ກໍຍັງບໍ່ເຂົ້າໃຈ ແລ້ວກໍຖາມອີກວ່າ: “ສຳນັກງານໃຫຍ່ຂອງພະຍານພະເຢໂຫວາຈະຢູ່ໃນຄຳພີໄບເບິນໄດ້ແນວໃດ ບໍ່ແມ່ນຢູ່ປະເທດອາເມລິກາຫວາ?” ຂ້ອຍບອກເຂົາເຈົ້າວ່າ: “ພະຍານພະເຢໂຫວາໃນປະເທດອາເມລິກາຖືວ່າຂໍ້ນີ້ເປັນສຳນັກງານໃຫຍ່ຂອງເຂົາເຈົ້າຄືກັນ.” ເນື່ອງຈາກຂ້ອຍບໍ່ຍອມບອກສິ່ງທີ່ເຂົາເຈົ້າຢາກຮູ້ ຂ້ອຍຈຶ່ງຖືກສົ່ງໄປຄຸກຊາເລກາທີ່ຢູ່ທາງພາກເໜືອຂອງເມືອງລີອອງເວ້.

ໄດ້ຮັບພະພອນເຖິງວ່າຈະຢູ່ໃນຍາມທີ່ຍາກລຳບາກ

ເມື່ອຂ້ອຍຖືກສົ່ງມາຢູ່ຄຸກຊາເລກາໃນເດືອນກໍລະກົດ ປີ 1984 ມີພະຍານພະເຢໂຫວາ 81 ຄົນຕິດຄຸກຢູ່ທີ່ນັ້ນ. ຄຸກນີ້ມີນັກໂທດ 300 ຄົນ ມັນແອອັດຈົນທຸກຄົນຕ້ອງນອນບຽດກັນຢູ່ພື້ນ. ແຕ່ພະຍານພະເຢໂຫວາສາມາດຈັດການປະຊຸມນ້ອຍໆໄດ້ທຸກມື້ເພື່ອພິຈາລະນາຂໍ້ພະຄຳພີ ແລະນັ້ນໃຫ້ກຳລັງໃຈພວກເຮົາຫຼາຍແທ້ໆ.

ພີ່ນ້ອງຊາຍຫຼາຍຄົນຖືກພາຕົວໄປ ຫຼັງຈາກຖືກສອບສວນ

ໃນເດືອນຕຸລາ ປີ 1984 ພວກເຮົາທຸກຄົນໄປຂຶ້ນສານແລະຖືກຕັດສິນໃຫ້ຕິດຄຸກ 2 ປີ. ບໍ່ຄືກັບແຕ່ກ່ອນ ພວກເຮົາຖືກຂັງລວມກັບຄົນທີ່ບໍ່ແມ່ນພະຍານພະເຢໂຫວາ. ແຕ່ຫົວໜ້າຄຸກບອກວ່າ: “ພະຍານພະເຢໂຫວາບໍ່ສູບຢາ. ດັ່ງນັ້ນ ຜູ້ຍາມຄຸກບໍ່ຕ້ອງໄປຂໍຢາສູບນຳເຂົາເຈົ້າ ແລະບໍ່ຕ້ອງໃຊ້ເຂົາເຈົ້າໄປເອົາຖ່ານໄຟມາໄຕ້ຢາສູບໃຫ້ພວກເຈົ້າ. ເຂົາເຈົ້າເປັນປະຊາຊົນຂອງພະເຈົ້າ! ພະຍານພະເຢໂຫວາທຸກຄົນຄວນໄດ້ຮັບອາຫານມື້ລະສອງຄາບ ເພາະເຂົາເຈົ້າຕິດຄຸກບໍ່ແມ່ນຍ້ອນເຮັດຄວາມຜິດ ແຕ່ແມ່ນຍ້ອນເຮັດຕາມຄຳພີໄບເບິນ.”

ການປະພຶດທີ່ດີເຮັດໃຫ້ພວກເຮົາໄດ້ຮັບປະໂຫຍດຫຼາຍ. ໃນຕອນກາງຄືນຫຼືຕອນຝົນຕົກ ປົກກະຕິຜູ້ຍາມຄຸກຈະບໍ່ຍອມໃຫ້ນັກໂທດອອກໄປທາງນອກ. ແຕ່ເຂົາເຈົ້າອະນຸຍາດໃຫ້ພວກເຮົາອອກໄປທາງນອກອາຄານໄດ້ເພາະໄວ້ໃຈພວກເຮົາແລະຮູ້ວ່າພວກເຮົາຈະບໍ່ພະຍາຍາມໜີ. ຕົວຢ່າງເຊັ່ນ: ມີຄັ້ງໜຶ່ງ ເມື່ອກຳລັງເຮັດວຽກຢູ່ສວນ ຄົນຍາມຄຸກຜູ້ໜຶ່ງບໍ່ສະບາຍ ກະທັນຫັນ. ດັ່ງນັ້ນ ພວກເຮົາຈຶ່ງຊ່ວຍກັນຫາມລາວກັບມາທີ່ຄຸກ. ເນື່ອງຈາກການປະພຶດທີ່ດີຂອງພວກເຮົາ ຊື່ຂອງພະເຢໂຫວາຈຶ່ງໄດ້ຮັບການສັນລະເສີນໃນທ່າມກາງຄົນຍາມຄຸກ.—1 ເປໂຕ 2:12 *

ເວລາທີ່ສະດວກກັບຄືນມາອີກຄັ້ງໜຶ່ງ

ໃນວັນທີ 11 ເດືອນພຶດສະພາ ປີ 1985 ຂ້ອຍໄດ້ຖືກປ່ອຍອອກຈາກຄຸກຊາເລກາ ແລະຂ້ອຍມີຄວາມສຸກຫຼາຍທີ່ໄດ້ກັບມາຢູ່ກັບຄອບຄົວອີກຄັ້ງໜຶ່ງ! ພວກເຮົາຂອບໃຈພະເຢໂຫວາທີ່ຊ່ວຍພວກເຮົາໃຫ້ຮັກສາຄວາມສັດຊື່ຕໍ່ພະອົງໃນໄລຍະເວລາທີ່ຍາກລຳບາກແບບນັ້ນ. ພວກເຮົາຮູ້ສຶກຄືກັບອັກຄະສາວົກໂປໂລທີ່ຂຽນວ່າ: “ພວກເຮົາບໍ່ຢາກໃຫ້ທ່ານທັງຫຼາຍບໍ່ຮູ້ຈັກດ້ວຍຄວາມທຸກລຳບາກນັ້ນທີ່ໄດ້ບັງເກີດແກ່ພວກເຮົາ . . . ພວກເຮົາໄດ້ຄຶດວ່າຈະພົ້ນຊີວິດບໍ່ໄດ້. ແຕ່ວ່າພວກເຮົາໄດ້ຄຳຕັດສິນໃຫ້ຕາຍໃນຕົວເຮົາແລ້ວເພື່ອບໍ່ໃຫ້ໄວ້ໃຈໃນຕົວເອງ ແຕ່ວ່າໃຫ້ໄວ້ໃຈໃນພະເຈົ້າຜູ້ໂຜດໃຫ້ຄົນຕາຍທັງຫຼາຍຄືນມາອີກ. ພະອົງຜູ້ໄດ້ຊ່ອຍພວກເຮົາໃຫ້ພົ້ນຈາກຄວາມຕາຍອັນພິລຶກຢ່າງນັ້ນແລະຍັງຈະຊ່ອຍຢູ່ ພວກເຮົາໄວ້ໃຈໃນພະອົງວ່າພະອົງຍັງຈະຊ່ອຍພວກເຮົາຕໍ່ໄປ.”—2 ໂກລິນໂທ 1:8-10

ພີ່ນ້ອງໂທຣຟີມແລະພີ່ນ້ອງລິດາຊີຢືນຢູ່ໜ້າຫໍປະຊຸມໃນປີ 2004

ບາງຄັ້ງ ເບິ່ງຄືວ່າພວກເຮົາບໍ່ໜ້າຈະລອດໄດ້. ແຕ່ທຸກຄັ້ງພວກເຮົາອະທິດຖານຂໍພະເຢໂຫວາເພື່ອໃຫ້ມີຄວາມກ້າຫານ ມີສະຕິປັນຍາ ແລະມີຄວາມຖ່ອມໃຈສະເໝີ ເຊິ່ງການເຮັດແບບນັ້ນເຮັດໃຫ້ຊື່ອັນຍິ່ງໃຫຍ່ຂອງພະອົງໄດ້ຮັບກຽດຕໍ່ໆໄປ.

ພະເຢໂຫວາໄດ້ອວຍພອນວຽກຮັບໃຊ້ຂອງພວກເຮົາທັງ ‘ໃນເວລາທີ່ສະດວກແລະໃນຍາມຍາກລຳບາກ.’ ທຸກມື້ນີ້ ພວກເຮົາຕື່ນເຕັ້ນທີ່ເຫັນສຳນັກງານສາຂາທີ່ສວຍງາມໃນເມືອງລິອອງເວ້ແລະມີຫໍປະຊຸມໃໝ່ຫຼາຍກວ່າ 1.000 ແຫ່ງໃນປະເທດມາລາວີ. ສຳລັບຂ້ອຍແລະລິດາຊີ ພະພອນທີ່ໄດ້ຮັບຈາກພະເຢໂຫວາເປັນສິ່ງທີ່ອັດສະຈັນແທ້ໆຈົນຄືກັບຄວາມຝັນ! *

^ ຂໍ້ 6 ພີ່ນ້ອງຊາຍທີ່ມີລູກນ້ອຍໆຈະບໍ່ໄດ້ຖືກເຊີນໃຫ້ເຮັດວຽກເປັນຜູ້ດູແລໝວດອີກຕໍ່ໄປ.

^ ຂໍ້ 27 ເບິ່ງລາຍລະອຽດເພີ່ມເຕີມກ່ຽວກັບການກົດຂີ່ຂົ່ມເຫງໃນປະເທດມາລາວີໄດ້ໃນປຶ້ມປະຈຳປີຂອງພະຍານພະເຢໂຫວາ 1999 (ພາສາອັງກິດ) ໜ້າ 171-223.

^ ຂໍ້ 31 ພີ່ນ້ອງໂທຣຟີມໄດ້ເສຍຊີວິດຕອນອາຍຸ 83 ປີ ໃນລະຫວ່າງທີ່ກຽມພິມບົດຄວາມນີ້.