ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ເມນູຮອງ

ຂ້າມໄປທີ່ສາລະບານ

ພະຍານພະເຢໂຫວາ

ລາວ

ຫໍສັງເກດການສະບັບສຶກສາ  |  ມັງກອນ 2016

ພະວິນຍານເອງເປັນພິຍານກັບຈິດໃຈຂອງພວກເຮົາ

ພະວິນຍານເອງເປັນພິຍານກັບຈິດໃຈຂອງພວກເຮົາ

“ພະວິນຍານເອງເປັນພິຍານກັບວິນຍານ [ຈິດໃຈ] ຂອງພວກເຮົາວ່າພວກເຮົາເປັນລູກຂອງພະເຈົ້າ.”—ໂລມ 8:16

ເພງ: 109, 108

1-3. ມີເຫດການຫຍັງເກີດຂຶ້ນເຊິ່ງເຮັດໃຫ້ວັນເພນເຕກອດເປັນມື້ທີ່ພິເສດ ແລະເຫດການເຫຼົ່ານັ້ນໄດ້ເຮັດໃຫ້ສິ່ງທີ່ຂໍ້ພະຄຳພີທີ່ບອກໄວ້ລ່ວງໜ້າສຳເລັດເປັນຈິງຄືແນວໃດ? (ເບິ່ງຮູບທຳອິດ)

ໃນເມືອງເຢຣຶຊາເລມ ມື້ນັ້ນເປັນຕອນເຊົ້າຂອງວັນອາທິດ. ນີ້ເປັນມື້ທີ່ພິເສດແລະເປັນຕາໜ້າຕື່ນເຕັ້ນ. ຜູ້ຄົນກຳລັງສະຫຼອງວັນເພນເຕກອດ ເຊິ່ງເປັນເທດສະການສັກສິດໃນຕອນເລີ່ມຕົ້ນຂອງລະດູເກັບກ່ຽວເຂົ້າບາເລ້. ໃນຕອນເຊົ້າມື້ນັ້ນຢູ່ທີ່ວິຫານ ປະໂລຫິດໃຫຍ່ໄດ້ຖວາຍເຄື່ອງບູຊາຕາມປົກກະຕິ. ຈາກນັ້ນ ປະມານ 9 ໂມງກົງ ປະໂລຫິດໃຫຍ່ຈະຖວາຍເຂົ້າຈີ່ສອງກ້ອນທີ່ເຮັດຈາກເຂົ້າບາເລ້ເຊິ່ງເປັນໝາກຜົນທຳອິດຂອງການເກັບກ່ຽວ. ປະໂລຫິດໃຫຍ່ເອົາເຂົ້າຈີ່ນັ້ນແກວ່ງໄປແກວ່ງມາເພື່ອຖວາຍໃຫ້ແກ່ພະເຢໂຫວາ. ມື້ນັ້ນແມ່ນວັນເພນເຕກອດປີ ຄ.ສ. 33.—ພວກເລວີ 23:15-20

2 ໃນທຸກໆປີເປັນເວລາຫຼາຍຮ້ອຍປີມາແລ້ວ ປະໂລຫິດໃຫຍ່ຈະຖວາຍເຄື່ອງບູຊາແກວ່ງໄປແກວ່ງມາ. ການຖວາຍເຄື່ອງບູຊານີ້ກ່ຽວຂ້ອງຢ່າງໃກ້ຊິດກັບບາງສິ່ງທີ່ສຳຄັນຫຼາຍເຊິ່ງໄດ້ເກີດຂຶ້ນໃນວັນເພນເຕກອດປີ ຄ.ສ. 33 ແລະສິ່ງນັ້ນເກີດຂຶ້ນກັບ ພວກລູກສິດຂອງພະເຍຊູຈຳນວນ 120 ຄົນທີ່ກຳລັງອະທິດຖານນຳກັນໃນຫ້ອງຊັ້ນເທິງໃນເມືອງເຢຣຶຊາເລມ. (ກິດຈະການ 1:13-15) ແປດຮ້ອຍປີກ່ອນໜ້ານີ້ ຜູ້ພະຍາກອນໂຢເອນໄດ້ຂຽນກ່ຽວກັບເຫດການນີ້. (ໂຢເອນ 2:28-32; ກິດຈະການ 2:16-21) ມີຫຍັງເກີດຂຶ້ນເຊິ່ງເປັນເລື່ອງທີ່ສຳຄັນຫຼາຍແທ້ໆ?

3 ອ່ານກິດຈະການ 2:2-4. ໃນວັນເພນເຕກອດປີ ຄ.ສ. 33 ພະເຈົ້າໄດ້ໃຫ້ພະລັງບໍລິສຸດຂອງພະອົງແກ່ຄລິດສະຕຽນທີ່ຢູ່ໃນເຫດການນັ້ນ ແລະເຂົາເຈົ້າກໍຖືກເຈີມ. (ກິດຈະການ 1:8) ຈາກນັ້ນ ຝູງຄົນກໍເລີ່ມມາອ້ອມຮອບເຂົາເຈົ້າ ແລະພວກລູກສິດໄດ້ເລີ່ມຕົ້ນເວົ້າກ່ຽວກັບສິ່ງທີ່ດີເລີດຕ່າງໆທີ່ເຂົາເຈົ້າຫາກໍໄດ້ເຫັນແລະໄດ້ຍິນ. ອັກຄະສາວົກເປໂຕອະທິບາຍເຖິງສິ່ງທີ່ຫາກໍເກີດຂຶ້ນແລະເຫດຜົນທີ່ວ່າເປັນຫຍັງເລື່ອງນີ້ຈຶ່ງສຳຄັນຫຼາຍແທ້ໆ. ຫຼັງຈາກນັ້ນ ລາວໄດ້ບອກຝູງຄົນວ່າ: “ຈົ່ງປະໃຈເກົ່າເອົາໃຈໃໝ່ແລະຮັບສິນບັບເຕມາໃນນາມຊື່ແຫ່ງພະເຍຊູຄລິດທຸກຄົນເພື່ອບາບຂອງທ່ານທັງຫຼາຍຈະເປັນທີ່ຍົກເສຍ ແລະທ່ານທັງຫຼາຍຈະໄດ້ຮັບພະວິນຍານ [ພະລັງ] ບໍລິສຸດເປັນຂອງປະທານ.” ໃນມື້ນັ້ນ ມີປະມານ 3.000 ຄົນໄດ້ຮັບບັບເຕມາ ແລະເຂົາເຈົ້າກໍໄດ້ຮັບພະລັງບໍລິສຸດເຊັ່ນດຽວກັນ.—ກິດຈະການ 2:37, 38, 41

4. (ກ) ເປັນຫຍັງເຮົາຄວນສົນໃຈສິ່ງທີ່ເກີດຂຶ້ນໃນວັນເພນເຕກອດ? (ຂ) ມີເຫດການສຳຄັນອັນໃດອີກທີ່ອາດເກີດຂຶ້ນໃນມື້ດຽວກັນນັ້ນໃນຫຼາຍປີກ່ອນໜ້ານັ້ນ? (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ)

4 ປະໂລຫິດໃຫຍ່ແລະເຄື່ອງບູຊາທີ່ລາວຖວາຍໃນວັນເພນເຕກອດທຸກໆປີເປັນພາບສະແດງເຖິງຫຍັງ? ປະໂລຫິດໃຫຍ່ເປັນພາບສະແດງເຖິງພະເຍຊູ. ເຂົ້າຈີ່ເປັນພາບສະແດງເຖິງພວກລູກສິດທີ່ຖືກເຈີມຂອງພະເຍຊູ. ພວກລູກສິດເຫຼົ່ານີ້ຖືກເລືອກຈາກທ່າມກາງມະນຸດທີ່ຜິດບາບ ແລະເຂົາເຈົ້າຖືກເອີ້ນວ່າ: “ໝາກແຮກ [ທຳອິດ].” (ຢາໂກໂບ 1:18) ພະເຈົ້າຍອມຮັບຄົນເຫຼົ່ານີ້ໃນຖານະເປັນລູກແລະໄດ້ເລືອກເຂົາເຈົ້າໃຫ້ປົກຄອງໃນຖານະເປັນກະສັດຮ່ວມກັບພະເຍຊູໃນສະຫວັນເຊິ່ງເປັນສ່ວນໜຶ່ງຂອງລາຊະອານາຈັກຂອງພະເຈົ້າ. (1 ເປໂຕ 2:9) ພະເຢໂຫວາຈະໃຊ້ລາຊະອານາຈັກຂອງພະອົງເພື່ອອວຍພອນມະນຸດທຸກຄົນທີ່ເຊື່ອຟັງ. ດັ່ງນັ້ນ ບໍ່ວ່າພວກເຮົາຈະໄປຢູ່ສະຫວັນຫຼືຢູ່ໃນໂລກທີ່ເປັນອຸທິຍານ ເຫດການໃນວັນເພນເຕກອດປີ ຄ.ສ. 33 ຈຶ່ງມີຄວາມສຳຄັນຕໍ່ພວກເຮົາຫຼາຍ. [1]—ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ.

ມີສິ່ງໃດເກີດຂຶ້ນເມື່ອບາງຄົນຖືກເຈີມ?

5. ເຮົາຮູ້ໄດ້ແນວໃດວ່າທຸກຄົນທີ່ຖືກເຈີມບໍ່ໄດ້ຮັບການເຈີມໃນແບບດຽວກັນ?

5 ພວກລູກສິດທີ່ຢູ່ໃນຫ້ອງຊັ້ນເທິງຈະບໍ່ມີວັນລືມມື້ນັ້ນ. ເຂົາເຈົ້າແຕ່ລະຄົນມີສິ່ງທີ່ຄ້າຍຄືກັບແປວໄຟປາກົດຢູ່ເທິງຫົວຂອງເຂົາເຈົ້າ. ພະເຢໂຫວາໃຫ້ເຂົາເຈົ້າມີຄວາມສາມາດທີ່ຈະເວົ້າພາສາຕ່າງໆໄດ້. ເຂົາເຈົ້າຈຶ່ງແນ່ໃຈວ່າຕົນເອງຖືກເຈີມໂດຍພະລັງບໍລິສຸດ. (ກິດຈະການ 2:6-12) ແຕ່ສິ່ງທີ່ໜ້າຕື່ນເຕັ້ນແບບນີ້ບໍ່ໄດ້ເກີດຂຶ້ນກັບຄລິດສະຕຽນທຸກຄົນເມື່ອເຂົາເຈົ້າຖືກເຈີມ. ຕົວຢ່າງເຊັ່ນ: ຄຳພີໄບເບິນບໍ່ໄດ້ບອກວ່າມີບາງສິ່ງທີ່ຄ້າຍຄືກັບແປວໄຟປາກົດຢູ່ເທິງຫົວຂອງຫຼາຍພັນຄົນທີ່ຢູ່ໃນເມືອງເຢຣຶຊາເລມເຊິ່ງຖືກເຈີມໃນເວລາຕໍ່ມາຂອງມື້ນັ້ນ. ເຂົາເຈົ້າຖືກເຈີມຕອນທີ່ຮັບບັບເຕມາ. (ກິດຈະການ 2:38) ນອກຈາກນັ້ນ ບໍ່ແມ່ນຄລິດສະຕຽນໝົດທຸກຄົນຖືກເຈີມໃນຕອນທີ່ເຂົາເຈົ້າຮັບບັບເຕມາ. ຊາວສະມາລີຖືກເຈີມຫຼັງຈາກທີ່ຮັບບັບເຕມາໄດ້ໄລຍະໜຶ່ງແລ້ວ. (ກິດຈະການ 8:14-17) ໃນກໍລະນີພິເສດ ໂຄເນເລຍແລະຄົນໃນຄົວເຮືອນຂອງລາວໄດ້ຖືກເຈີມກ່ອນທີ່ເຂົາເຈົ້າຮັບບັບເຕມາ.—ກິດຈະການ 10:44-48

6. ຜູ້ຖືກເຈີມທຸກຄົນໄດ້ຮັບຫຍັງ ແລະສິ່ງນີ້ມີຜົນກະທົບຕໍ່ເຂົາເຈົ້າຄືແນວໃດ?

6 ເຫັນໄດ້ແຈ້ງວ່າ ຄລິດສະຕຽນຮູ້ຕົວໃນວິທີທີ່ແຕກຕ່າງກັນວ່າເຂົາເຈົ້າຖືກເຈີມ. ບາງຄົນອາດຮູ້ຕົວໃນເວລານັ້ນເລີຍວ່າພະເຢໂຫວາເຈີມເຂົາເຈົ້າ. ສ່ວນຄົນອື່ນໆຮູ້ຕົວວ່າຖືກເຈີມເມື່ອເວລາຜ່ານໄປໄລຍະໜຶ່ງແລ້ວ. ແຕ່ອັກຄະສາວົກໂປໂລອະທິບາຍກ່ຽວກັບສິ່ງທີ່ເກີດຂຶ້ນກັບເຂົາ ເຈົ້າແຕ່ລະຄົນ. ລາວເວົ້າວ່າ: “ເມື່ອທ່ານທັງຫຼາຍໄດ້ເຊື່ອໃນພະອົງແລ້ວ ທ່ານທັງຫຼາຍເປັນທີ່ໝາຍຕີ [ຕາ] ປະທັບໄວ້ດ້ວຍພະວິນຍານບໍລິສຸດແຫ່ງຄຳປະຕິຍານໄວ້ ພະວິນຍານນັ້ນເປັນຂອງວາງປະຈຳ [ຫຼັກຄໍ້າປະກັນ] ແຫ່ງມູນລະດົກຂອງເຮົາທັງຫຼາຍ.” (ເອເຟດ 1:13, 14) ດັ່ງນັ້ນ ພະເຢໂຫວາຈຶ່ງໃຊ້ພະລັງບໍລິສຸດຂອງພະອົງເພື່ອເຮັດໃຫ້ຄລິດສະຕຽນເຫຼົ່ານີ້ຮູ້ຢ່າງຊັດເຈນແທ້ໆວ່າພະອົງເລືອກເຂົາເຈົ້າໃຫ້ໄປສະຫວັນ. ໃນກໍລະນີນີ້ ພະລັງບໍລິສຸດຈຶ່ງເປັນ ‘ຫຼັກຄໍ້າປະກັນ’ ຫຼືເປັນຫຼັກຖານຢືນຢັນກັບເຂົາເຈົ້າວ່າໃນອະນາຄົດເຂົາເຈົ້າຈະມີຊີວິດຕະຫຼອດໄປໃນສະຫວັນບໍ່ແມ່ນຢູ່ໃນໂລກນີ້.—ອ່ານ 2 ໂກລິນໂທ 1:21, 22; 5:5

ຄລິດສະຕຽນຜູ້ຖືກເຈີມແຕ່ລະຄົນຕ້ອງບໍ່ປ່ອຍໃຫ້ສິ່ງໃດກໍຕາມມາເຮັດໃຫ້ລາວເຊົາຮັບໃຊ້ພະເຢໂຫວາ

7. ຄລິດສະຕຽນຜູ້ຖືກເຈີມແຕ່ລະຄົນຕ້ອງເຮັດຫຍັງເພື່ອຈະໄດ້ຮັບລາງວັນໃນສະຫວັນ?

7 ເມື່ອຄລິດສະຕຽນຄົນໜຶ່ງຖືກເຈີມແລ້ວ ນັ້ນໝາຍຄວາມວ່າລາວຈະໄດ້ຮັບລາງວັນນັ້ນແທ້ໆບໍ? ບໍ່ໄດ້ໝາຍຄວາມວ່າແບບນັ້ນ. ລາວແນ່ໃຈວ່າຕົນເອງຖືກເຊີນໃຫ້ໄປສະຫວັນ ແຕ່ລາວຈະໄດ້ຮັບລາງວັນເມື່ອລາວຮັກສາຄວາມສັດຊື່ຕໍ່ພະເຢໂຫວາໄວ້ສະເໝີ. ເປໂຕອະທິບາຍດັ່ງນີ້ວ່າ: “ເຫດສັນນີ້ ພວກພີ່ນ້ອງເອີຍ ຈົ່ງເອົາໃຈໃສ່ຫຼາຍກວ່າອີກໃຫ້ກະທຳຄວາມເອີ້ນແລະຄວາມເລືອກໄວ້ຂອງພວກທ່ານຢັ້ງຢືນ ເຫດວ່າຖ້າໄດ້ກະທຳດັ່ງນັ້ນ ທ່ານທັງຫຼາຍຈະບໍ່ສະດຸດບໍ່ຕົກສັກເທື່ອ ເຫດວ່າຢ່າງນັ້ນທ່ານທັງຫຼາຍຈະໄດ້ເຂົ້າດ້ວຍສະດວກໃນແຜ່ນດິນອັນຕະຫຼອດໄປເປັນນິດແຫ່ງພະເຍຊູຄລິດພະອົງເຈົ້າ ແລະຜູ້ຊ່ວຍເຮົາທັງຫຼາຍໃຫ້ພົ້ນ.” (2 ເປໂຕ 1:10, 11) ດັ່ງນັ້ນ ຄລິດສະຕຽນຜູ້ຖືກເຈີມແຕ່ລະຄົນຕ້ອງບໍ່ປ່ອຍໃຫ້ສິ່ງໃດກໍຕາມມາເຮັດໃຫ້ລາວເຊົາຮັບໃຊ້ພະເຢໂຫວາ. ເຖິງວ່າລາວໄດ້ຖືກເຊີນຫຼືຖືກເອີ້ນໄປສະຫວັນແລ້ວກໍຕາມ ແຕ່ຖ້າລາວບໍ່ຮັກສາຄວາມສັດຊື່ໄວ້ສະເໝີ ລາວກໍຈະບໍ່ໄດ້ຮັບລາງວັນ.—ເຫບເລີ 3:1; ຄຳປາກົດ 2:10

ບາງຄົນຮູ້ໄດ້ແນວໃດວ່າຕົວເອງຖືກເຈີມ?

8, 9. (ກ) ເປັນຫຍັງຈຶ່ງເປັນເລື່ອງຍາກສຳລັບຄົນສ່ວນຫຼາຍທີ່ຈະເຂົ້າໃຈສິ່ງທີ່ເກີດຂຶ້ນເມື່ອບາງຄົນຖືກເຈີມ? (ຂ) ຄົນຜູ້ໜຶ່ງຮູ້ໄດ້ແນວໃດວ່າຕົວເອງຖືກເຊີນໃຫ້ໄປສະຫວັນ?

8 ໃນທຸກມື້ນີ້ຜູ້ຮັບໃຊ້ສ່ວນຫຼາຍຂອງພະເຈົ້າອາດຮູ້ສຶກວ່າເປັນເລື່ອງຍາກທີ່ຈະເຂົ້າໃຈສິ່ງທີ່ເກີດຂຶ້ນກັບບາງຄົນເມື່ອພະເຈົ້າເຈີມຄົນນັ້ນ. ນີ້ເປັນເລື່ອງທຳມະດາ ເພາະເຂົາເຈົ້າບໍ່ໄດ້ຖືກເຈີມ. ພະເຈົ້າໄດ້ສ້າງມະນຸດເພື່ອໃຫ້ມີຊີວິດຕະຫຼອດໄປໃນໂລກ ບໍ່ແມ່ນໃຫ້ຢູ່ໃນສະຫວັນ. (ຕົ້ນເດີມ 1:28; ຄຳເພງ 37:29) ແຕ່ພະເຢໂຫວາໄດ້ເລືອກບາງຄົນໃຫ້ເປັນກະສັດແລະປະໂລຫິດໃນສະຫວັນ. ດັ່ງນັ້ນ ເມື່ອພະອົງເຈີມເຂົາເຈົ້າຈຶ່ງເຮັດໃຫ້ຄວາມຫວັງແລະວິທີທີ່ເຂົາເຈົ້າຄິດປ່ຽນໄປ ແລະເຂົາເຈົ້າຈຶ່ງຕັ້ງໃຈຄອຍຖ້າຊີວິດໃນສະຫວັນ.—ອ່ານເອເຟດ 1:18

9 ແຕ່ຄົນຜູ້ໜຶ່ງຈະຮູ້ໄດ້ແນວໃດວ່າຕົວເອງຖືກເຊີນໄປສະຫວັນ? ຂໍໃຫ້ສັງເກດສິ່ງທີ່ໂປໂລເວົ້າກັບພີ່ນ້ອງທີ່ຖືກເຈີມໃນເມືອງໂລມ ເຊິ່ງຖືກ “ເອີ້ນໄວ້ໃຫ້ເປັນຄົນບໍລິສຸດ.” ລາວບອກເຂົາເຈົ້າວ່າ: “ເຫດວ່າທ່ານທັງຫຼາຍບໍ່ໄດ້ຮັບພະວິນຍານທີ່ໃຫ້ເປັນທາດ ເພື່ອຈະມີຄວາມຢ້ານກົວອີກ ແຕ່ວ່າທ່ານໄດ້ຮັບພະວິນຍານທີ່ໃຫ້ເປັນລູກ ແລະດ້ວຍພະວິນຍານນັ້ນພວກເຮົາຮ້ອງເອີ້ນວ່າ “ອັບບາ ຄືວ່າພະບິດາ.” ຝ່າຍພະວິນຍານເອງເປັນພິຍານກັບວິນຍານ [ຈິດໃຈ]  ຂອງພວກເຮົາວ່າພວກເຮົາເປັນລູກຂອງພະເຈົ້າ.” (ໂລມ 1:7; 8:15, 16) ໂດຍທາງພະລັງບໍລິສຸດຂອງພະອົງ ພະເຍໂຫວາເຮັດໃຫ້ບາງຄົນຮູ້ຢ່າງຊັດເຈນວ່າຕົວເອງຖືກເຊີນໃຫ້ຮ່ວມປົກຄອງກັບພະເຍຊູໃນຖານະເປັນກະສັດໃນສະຫວັນ.—1 ເທຊະໂລນີກ 2:12

10. 1 ໂຢຮັນ 2:27 ມີຄວາມໝາຍວ່າແນວໃດ ເມື່ອເວົ້າວ່າຄລິດສະຕຽນຜູ້ຖືກເຈີມບໍ່ຈຳເປັນຕ້ອງມີຄົນມາສັ່ງສອນເຂົາເຈົ້າ?

10 ຄົນເຫຼົ່ານັ້ນທີ່ໄດ້ຮັບການເຊີນຈາກພະເຈົ້າບໍ່ຈຳເປັນຕ້ອງມີຄົນບອກເຂົາເຈົ້າວ່າເຂົາເຈົ້າຖືກເຈີມ. ພະເຢໂຫວາເຮັດໃຫ້ເຂົາເຈົ້າແນ່ໃຈໄດ້ດ້ວຍຕົວເອງ. ອັກຄະສາວົກໂຢຮັນບອກຄລິດສະຕຽນຜູ້ຖືກເຈີມວ່າ: “ທ່ານທັງຫຼາຍໄດ້ຮັບການຊະໂລມທາຈາກພະອົງຜູ້ບໍລິສຸດ ແລະທ່ານທັງຫຼາຍຮູ້ຈັກສັບພະທຸກສິ່ງ.” ລາວຍັງເວົ້າຕື່ມອີກວ່າ: “ຝ່າຍພວກທ່ານ ການຊະໂລມທາ [ເຈີມ] ທີ່ທ່ານທັງຫຼາຍໄດ້ຮັບຈາກພະອົງກໍຕັ້ງຢູ່ໃນທ່ານທັງຫຼາຍ ແລະພວກທ່ານບໍ່ຕ້ອງການໃຫ້ຄົນໜຶ່ງຄົນໃດສັ່ງສອນພວກທ່ານ ແຕ່ວ່າເໝືອນການຊະໂລມທານັ້ນສັ່ງສອນພວກທ່ານດ້ວຍທຸກສິ່ງ ແລະເປັນຄວາມຈິງແລະບໍ່ເປັນຄຳຕົວະ ແລະຕາມການຊະໂລມທານັ້ນສັ່ງສອນພວກທ່ານແລ້ວ ພວກທ່ານຈະຕັ້ງຢູ່ [ເປັນອັນໜຶ່ງອັນດຽວ] ໃນພະອົງ.” (1 ໂຢຮັນ 2:20, 27) ຄລິດສະຕຽນຜູ້ຖືກເຈີມກໍຈຳເປັນຕ້ອງໃຫ້ພະເຢໂຫວາສອນຄືກັບຄົນອື່ນໆ. ແຕ່ເຂົາເຈົ້າບໍ່ຈຳເປັນຕ້ອງໃຫ້ຄົນອື່ນຢືນຢັນວ່າເຂົາເຈົ້າຖືກເຈີມ. ພະເຢໂຫວາໃຊ້ພະລັງທີ່ມີລິດເດດທີ່ສຸດ ນັ້ນກໍຄືພະລັງບໍລິສຸດຂອງພະອົງ ເພື່ອເຮັດໃຫ້ເຂົາເຈົ້າຮູ້ຢ່າງຊັດເຈນແທ້ໆວ່າເຂົາເຈົ້າຖືກເຈີມ!

ເຂົາເຈົ້າ “ເກີດໃໝ່”

11, 12. ຄລິດສະຕຽນຄົນໜຶ່ງທີ່ຖືກເຈີມອາດສົງໄສໃນເລື່ອງໃດ ແຕ່ລາວບໍ່ເຄີຍສົງໄສໃນເລື່ອງໃດ?

11 ເມື່ອຄລິດສະຕຽນຖືກເຈີມດ້ວຍພະລັງບໍລິສຸດ ເຂົາເຈົ້າໄດ້ປ່ຽນໄປຫຼາຍ. ທີ່ຈິງ ພະເຍຊູເວົ້າວ່າເຂົາເຈົ້າ “ເກີດໃໝ່”. (ໂຢຮັນ 3:3, 5) ຈາກນັ້ນ ພະອົງອະທິບາຍວ່າ: “ຢ່າປະຫຼາດໃຈດ້ວຍຄຳທີ່ເຮົາກ່າວແກ່ທ່ານວ່າ ທ່ານທັງຫຼາຍຕ້ອງເກີດໃໝ່ມາອີກ ລົມຢາກພັດທາງໃດກໍພັດທາງນັ້ນແລະທ່ານໄດ້ຍິນສຽງມັນ ແຕ່ວ່າບໍ່ຮູ້ຈັກມັນມາແຕ່ໃສແລະມັນໄປໃສ ຄົນທຸກຄົນທີ່ໄດ້ເກີດແຕ່ພະວິນຍານກໍເປັນຢ່າງນັ້ນ.” (ໂຢຮັນ 3:7, 8) ເຫັນໄດ້ແຈ້ງວ່າ ຜູ້ຖືກເຈີມບໍ່ສາມາດອະທິບາຍຄວາມຮູ້ສຶກທີ່ຖືກເຈີມໃຫ້ກັບຄົນທີ່ບໍ່ໄດ້ຖືກເຈີມໃຫ້ເຂົ້າໃຈ. [2]—ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ.

ບາງຄົນທີ່ຖືກເຈີມຈະບໍ່ສົງໄສວ່າພະເຢໂຫວາໄດ້ເລືອກລາວຫຼືບໍ່

12 ບາງຄົນທີ່ເປັນຜູ້ຖືກເຈີມອາດສົງໄສວ່າ ‘ເປັນຫຍັງພະເຢໂຫວາເລືອກຂ້ອຍແລະບໍ່ເລືອກຄົນອື່ນ?’ ຄົນນັ້ນອາດເຖິງຂັ້ນສົງໄສວ່າຕົວເອງດີພຽງພໍບໍສຳລັບໜ້າທີ່ມອບໝາຍນີ້. ແຕ່ລາວຈະບໍ່ສົງໄສວ່າພະເຢໂຫວາໄດ້ເລືອກລາວຫຼືບໍ່. ແທນທີ່ຈະຄິດແບບນັ້ນ ລາວຮູ້ສຶກມີຄວາມສຸກທີ່ສຸດແລະຮູ້ສຶກຂອບໃຈສຳລັບຂອງປະທານເຊັ່ນນີ້. ພວກຜູ້ຖືກເຈີມຮູ້ສຶກແບບດຽວກັບເປໂຕເມື່ອລາວເວົ້າວ່າ: “ຄວາມສັນລະເສີນຈົ່ງມີແກ່ພະເຈົ້າແລະພະບິດາແຫ່ງພະເຍຊູຄລິດພະອົງເຈົ້າຂອງເຮົາທັງຫຼາຍ ດ້ວຍຄວາມອີ່ດູອັນໃຫຍ່ຂອງພະອົງ ພະອົງໄດ້ໂຜດໃຫ້ເຮົາທັງຫຼາຍໄດ້ເກີດໃໝ່ສຳລັບຄວາມໄວ້ໃຈອັນມີຊີວິດຢູ່ດ້ວຍພະເຍຊູຄລິດໄດ້ຄືນມາຈາກໝູ່ຄົນຕາຍ ຈຶ່ງໄດ້ຮັບມູນທີ່ບໍ່ຮູ້ເປື່ອຍເນົ່າປາສະຈາກຖ່ອຍຮ້າຍທີ່ຈະບໍ່ຫ່ຽວແຫ້ງໄປ. ແລະເປັນທີ່ຮັກສາໄວ້ໃນຟ້າສະຫວັນສຳລັບທ່ານທັງຫຼາຍ.” (1 ເປໂຕ 1:3, 4) ເມື່ອຜູ້ຖືກເຈີມອ່ານຖ້ອຍຄຳເຫຼົ່ານີ້ ເຂົາເຈົ້າຮູ້ໄດ້ຢ່າງແນ່ນອນວ່າພະເຢໂຫວາກຳລັງເວົ້າກັບເຂົາເຈົ້າເປັນສ່ວນຕົວ.

13. ເມື່ອຄົນຜູ້ໜຶ່ງຖືກເຈີມດ້ວຍພະລັງບໍລິສຸດ ວິທີທີ່ລາວຄິດປ່ຽນໄດ້ໄປຄືແນວໃດ ແລະສິ່ງໃດທີ່ກໍ່ໃຫ້ເກີດການປ່ຽນແປງນີ້?

 13 ກ່ອນທີ່ພະເຢໂຫວາໄດ້ເຊີນຄລິດສະຕຽນເຫຼົ່ານີ້ໃຫ້ໄປສະຫວັນ ເຂົາເຈົ້າມີຄວາມຫວັງທີ່ຈະມີຊີວິດຢູ່ໃນໂລກນີ້ຕະຫຼອດໄປ. ເຂົາເຈົ້າຄອຍຖ້າເວລາທີ່ພະເຢໂຫວາຈະເຮັດໃຫ້ໂລກນີ້ເປັນອຸທິຍານແລະກຳຈັດຄວາມຊົ່ວຮ້າຍທຸກຢ່າງໃຫ້ໝົດໄປ. ບາງທີເຂົາເຈົ້ານຶກພາບວ່າຕົວເອງໄດ້ຕ້ອນຮັບຄົນໃນຄອບຄົວແລະໝູ່ເພື່ອນທີ່ໄດ້ເສຍຊີວິດໄປແລ້ວ ແລະເຂົາເຈົ້າຄອຍຖ້າທີ່ຈະໄດ້ປຸກເຮືອນແລະຢູ່ໃນເຮືອນນັ້ນ ຫຼືໄດ້ປູກຕົ້ນໄມ້ແລະກິນໝາກຈາກຕົ້ນນັ້ນ. (ເອຊາອີ 65:21-23) ເປັນຫຍັງເຂົາເຈົ້າຈຶ່ງເລີ່ມຄິດແຕກຕ່າງຈາກເກົ່າ? ເຂົາເຈົ້າປ່ຽນໄປຍ້ອນຮູ້ສຶກວ່າໂສກເສົ້າແລະເປັນທຸກຫຼາຍບໍ? ຢູ່ດີໆເຂົາເຈົ້າກໍຕັດສິນໃຈບໍວ່າການມີຊີວິດຕະຫຼອດໄປໃນໂລກນີ້ຈະເປັນເລື່ອງທີ່ໜ້າເບື່ອແລະເຂົາເຈົ້າຈະບໍ່ມີຄວາມສຸກໃນໂລກນີ້? ຫຼືເຂົາເຈົ້າຢາກມີປະສົບການທີ່ວ່າຊີວິດຢູ່ໃນສະຫວັນຈະເປັນແນວໃດ? ບໍ່ແມ່ນແບບນັ້ນ. ແທນທີ່ຈະເປັນແນວນັ້ນ ພະເຈົ້າເປັນຜູ້ທີ່ຕັດສິນເລື່ອງນີ້ສຳລັບເຂົາເຈົ້າ. ເມື່ອພະເຈົ້າເຊີນເຂົາເຈົ້າ ພະອົງໄດ້ໃຊ້ພະລັງບໍລິສຸດຂອງພະອົງເພື່ອປ່ຽນວິທີທີ່ເຂົາເຈົ້າຄິດແລະລາງວັນທີ່ເຂົາເຈົ້າຄອຍຖ້າ.

14. ຄລິດສະຕຽນຜູ້ຖືກເຈີມຮູ້ສຶກແນວໃດກ່ຽວກັບຊີວິດທີ່ຢູ່ໃນໂລກນີ້?

14 ດັ່ງນັ້ນ ນີ້ໝາຍຄວາມວ່າຜູ້ຖືກເຈີມບໍ່ຢາກມີຊີວິດບໍ? ໂປໂລພັນລະນາເຖິງຄວາມຮູ້ສຶກຂອງຜູ້ຖືກເຈີມ. ລາວສົມທຽບຮ່າງກາຍຂອງເຂົາເຈົ້າທີ່ເປັນມະນຸດວ່າເປັນຄືກັບ “ເຕັນ” ແລະເວົ້າວ່າ: “ເຮົາເຊິ່ງຢູ່ໃນເຕັນທີ່ຄໍ່າຄວນແລະເປັນທຸກ ບໍ່ແມ່ນເພາະຢາກຈະປົດເຕັນນີ້ອອກ ແຕ່ເພາະຢາກຈະສວມເຕັນອີກຫຼັງໜຶ່ງ ເພື່ອຊີວິດນິລັນຈະມາແທນກາຍທີ່ຕາຍໄດ້.” (2 ໂກລິນໂທ 5:4, ທ.ປ.) ຄລິດສະຕຽນເຫຼົ່ານີ້ບໍ່ຕ້ອງການທີ່ຈະຕາຍ. ເຂົາເຈົ້າມີຄວາມສຸກກັບຊີວິດແລະຕ້ອງການໃຊ້ຊີວິດໃນແຕ່ລະມື້ເພື່ອຮັບໃຊ້ພະເຢໂຫວາຮ່ວມກັບຄອບຄົວແລະໝູ່ເພື່ອນຕາບເທົ່າທີ່ເຂົາເຈົ້າຍັງມີຊີວິດຢູ່. ແຕ່ບໍ່ວ່າເຂົາເຈົ້າກຳລັງເຮັດສິ່ງໃດກໍຕາມ ເຂົາເຈົ້າຈະບໍ່ລືມສິ່ງທີ່ພະເຈົ້າໄດ້ສັນຍາກັບເຂົາເຈົ້າສຳລັບອະນາຄົດ.—1 ໂກລິນໂທ 15:53; 2 ເປໂຕ 1:4; 1 ໂຢຮັນ 3:2, 3; ຄຳປາກົດ 20:6

ພະເຢໂຫວາໄດ້ເຊີນເຈົ້າບໍ?

15. ມີຫຍັງແດ່ທີ່ບໍ່ໄດ້ພິສູດວ່າຄົນຜູ້ໜຶ່ງເປັນຜູ້ຖືກເຈີມດ້ວຍພະລັງບໍລິສຸດ?

15 ບາງທີເຈົ້າອາດສົງໄສວ່າພະເຢໂຫວາໄດ້ເຊີນເຈົ້າໃຫ້ໄປສະຫວັນຫຼືບໍ່. ຖ້າເຈົ້າຮູ້ສຶກວ່າພະເຈົ້າອາດໄດ້ເຊີນເຈົ້າ ໃຫ້ຄິດເຖິງຄຳຖາມທີ່ສຳຄັນເຫຼົ່ານີ້: ເຈົ້າຮູ້ສຶກວ່າຕົວເອງກະຕືລືລົ້ນເປັນພິເສດໃນວຽກປະກາດບໍ? ໃນເລື່ອງການສຶກສາຄຳພີໄບເບິນແລະຮຽນຮູ້ “ສິ່ງເລິກຂອງພະເຈົ້າ” ເຈົ້າຮູ້ສຶກມັກເປັນພິເສດບໍ? (1 ໂກລິນໂທ 2:10) ເຈົ້າຮູ້ສຶກວ່າພະເຢໂຫວາໄດ້ໃຫ້ເຈົ້າເກີດຜົນດີໃນວຽກປະກາດບໍ? ເຈົ້າຕ້ອງການເຮັດໃນສິ່ງທີ່ພະເຢໂຫວາຕ້ອງການຫຼາຍກວ່າການເຮັດສິ່ງອື່ນບໍ? ເຈົ້າມີຄວາມຮັກທີ່ເລິກເຊິ່ງຕໍ່ຄົນອື່ນແລະຮູ້ສຶກວ່າເປັນໜ້າທີ່ຮັບຜິດຊອບອັນຍິ່ງໃຫຍ່ທີ່ຈະຊ່ວຍເຂົາເຈົ້າໃຫ້ຮັບໃຊ້ພະເຢໂຫວາບໍ? ເຈົ້າເຫັນຫຼັກຖານທີ່ວ່າພະເຢໂຫວາໄດ້ຊ່ວຍເຈົ້າໃນຫຼາຍໆວິທີທີ່ສະເພາະເຈາະຈົງໃນຊີວິດຂອງເຈົ້າບໍ? ຖ້າເຈົ້າຕອບຄຳຖາມທັງໝົດນີ້ວ່າແມ່ນ ນີ້ໝາຍຄວາມວ່າພະເຢໂຫວາໄດ້ເຊີນເຈົ້າໃຫ້ໄປສະຫວັນບໍ? ບໍ່ໄດ້ໝາຍຄວາມວ່າແບບນັ້ນ. ຍ້ອນຫຍັງ? ກໍຍ້ອນວ່າຜູ້ຮັບໃຊ້ທຸກຄົນຂອງພະເຈົ້າສາມາດຮູ້ສຶກແບບນີ້ໄດ້ ບໍ່ວ່າເຂົາເຈົ້າຈະຖືກເຈີມຫຼືບໍ່ກໍຕາມ. ໂດຍທາງພະລັງບໍລິສຸດຂອງພະອົງ ພະເຢໂຫວາສາມາດໃຫ້ຄວາມສາມາດແບບດຽວກັນນີ້ແກ່ຜູ້ຮັບໃຊ້ຂອງພະອົງຄົນໃດກໍໄດ້ ບໍ່ວ່າເຂົາເຈົ້າຈະໄດ້ລາງວັນຢູ່ໃນສະຫວັນຫຼືຢູ່ໃນໂລກນີ້. ທີ່ຈິງ ຖ້າເຈົ້າກຳລັງສົງໄສວ່າຕົນເອງຈະໄປສະຫວັນຫຼືບໍ່ ນີ້ກໍໝາຍຄວາມວ່າເຈົ້າບໍ່ໄດ້ຖືກເຊີນໃຫ້ໄປສະຫວັນ. ຄົນທີ່ຖືກພະເຢໂຫວາເລືອກຈະບໍ່ສົງໄສກ່ຽວກັບເລື່ອງນີ້ຢ່າງເດັດຂາດ! ເຂົາເຈົ້າຮູ້ໄດ້ຢ່າງແນ່ນອນ!

16. ພວກເຮົາຮູ້ໄດ້ແນວໃດວ່າບໍ່ແມ່ນທຸກຄົນທີ່ໄດ້ຮັບພະລັງບໍລິສຸດຂອງພະເຈົ້າແລ້ວຈະຖືກເຊີນໃຫ້ໄປສະຫວັນ?

 16 ໃນຄຳພີໄບເບິນ ມີຫຼາຍໆຕົວຢ່າງຂອງຜູ້ຮັບໃຊ້ທີ່ສັດຊື່ທີ່ໄດ້ຮັບພະລັງບໍລິສຸດຂອງພະເຢໂຫວາ ແຕ່ເຂົາເຈົ້າບໍ່ໄດ້ໄປສະຫວັນ. ຕົວຢ່າງໜຶ່ງກໍແມ່ນໂຢຮັນຜູ້ໃຫ້ບັບເຕມາ. ພະເຍຊູເວົ້າວ່າ ບໍ່ມີຜູ້ໃດທີ່ເປັນໃຫຍ່ກວ່າໂຢຮັນ ແຕ່ຈາກນັ້ນພະອົງເວົ້າວ່າໂຢຮັນຈະບໍ່ໄດ້ປົກຄອງໃນຖານະເປັນກະສັດໃນສະຫວັນ. (ມັດທາຍ 11:10, 11) ດາວິດກໍໄດ້ຮັບການຊີ້ນຳຈາກພະລັງບໍລິສຸດເຊັ່ນດຽວກັນ. (1 ຊາເມືອນ 16:13) ພະລັງບໍລິສຸດໄດ້ຊ່ວຍລາວໃຫ້ເຂົ້າໃຈສິ່ງທີ່ເລິກເຊິ່ງຂອງພະເຢໂຫວາແລະຍັງໄດ້ຊີ້ນຳລາວໃຫ້ຂຽນສ່ວນຕ່າງໆໃນຄຳພີໄບເບິນ. (ມາລະໂກ 12:36) ເຖິງແນວນັ້ນກໍຕາມ ອັກຄະສາວົກເປໂຕເວົ້າເຖິງດາວິດວ່າ ລາວ “ບໍ່ໄດ້ເຫາະຂຶ້ນໄປສະຫວັນ.” (ກິດຈະການ 2:34) ພະເຢໂຫວາໃຊ້ພະລັງບໍລິສຸດຂອງພະອົງເພື່ອໃຫ້ຄົນເຫຼົ່ານີ້ມີຄວາມສາມາດທີ່ຈະເຮັດສິ່ງຕ່າງໆທີ່ໜ້າງຶດງໍ້ໄດ້ ແຕ່ພະອົງກໍບໍ່ໄດ້ໃຊ້ພະລັງບໍລິສຸດນີ້ເພື່ອເຊີນເຂົາເຈົ້າໃຫ້ໄປສະຫວັນ. ນີ້ໝາຍຄວາມວ່າເຂົາເຈົ້າບໍ່ມີຄວາມສັດຊື່ພຽງພໍຫຼືບໍ່ມີຄຸນສົມບັດທີ່ຈະປົກຄອງໃນສະຫວັນບໍ? ບໍ່ແມ່ນແບບນັ້ນ. ແຕ່ນີ້ໝາຍຄວາມວ່າພະເຢໂຫວາຈະເຮັດໃຫ້ເຂົາເຈົ້າກັບຄືນມາມີຊີວິດອີກໃນໂລກທີ່ເປັນອຸທິຍານ.—ໂຢຮັນ 5:28, 29; ກິດຈະການ 24:15

17, 18. (ກ) ໃນທຸກມື້ນີ້ ຜູ້ຮັບໃຊ້ສ່ວນຫຼາຍຂອງພະເຈົ້າຄອຍຖ້າລາງວັນຫຍັງ? (ຂ) ເຮົາຈະພິຈາລະນາຄຳຖາມໃດແດ່ໃນບົດຄວາມຕໍ່ໄປ?

17 ໃນທຸກມື້ນີ້ຜູ້ຮັບໃຊ້ຂອງພະເຈົ້າ ສ່ວນຫຼາຍຈະບໍ່ໄດ້ໄປສະຫວັນ. ຄືກັບອັບລາຫາມ ດາວິດ ໂຢຮັນຜູ້ໃຫ້ບັບເຕມາ ແລະຊາຍຍິງອີກຫຼາຍຄົນໃນສະໄໝທີ່ຂຽນຄຳພີໄບເບິນ ເຂົາເຈົ້າຄອຍຖ້າທີ່ຈະມີຊີວິດຢູ່ໃນໂລກນີ້ເມື່ອລັດຖະບານຂອງພະເຈົ້າຈະປົກຄອງເຂົາເຈົ້າ. (ເຫບເລີ 11:10) ຜູ້ທີ່ປົກຄອງຮ່ວມກັບພະເຍຊູໃນສະຫວັນຈະມີຈຳນວນ 144.000 ຄົນ. ແຕ່ຄຳພີໄບເບິນກ່າວເຖິງ “ຜູ້ທີ່ເຫຼືອ” ຂອງກຸ່ມຄົນທີ່ເປັນຜູ້ຖືກເຈີມເຊິ່ງຍັງມີຊີວິດຢູ່ໃນໂລກນີ້ໃນໄລຍະອະວະສານ. (ຄຳປາກົດ 12:17) ຜູ້ຖືກເຈີມໃນຈຳນວນ 144.000 ຄົນ ສ່ວນຫຼາຍໄດ້ຕາຍໄປແລ້ວ ແລະຕອນນີ້ມີຊີວິດຢູ່ໃນສະຫວັນ.

18 ແຕ່ຖ້າບາງຄົນບອກວ່າລາວຖືກເຈີມ ຄົນທີ່ມີຄວາມຫວັງຈະມີຊີວິດໃນໂລກນີ້ຄວນມີທ່າທີແນວໃດ? ຖ້າມີບາງຄົນໃນປະຊາຄົມຂອງເຈົ້າເລີ່ມຕົ້ນກິນເຂົ້າຈີ່ແລະດື່ມເຫຼົ້າແວງໃນການປະຊຸມອະນຸສອນ ເຈົ້າຄວນປະຕິບັດຕໍ່ລາວແນວໃດ? ແລະຈະວ່າແນວໃດຖ້າຈຳນວນຄົນທີ່ບອກວ່າເຂົາເຈົ້າຖືກເຈີມມີເພີ່ມຂຶ້ນເລື້ອຍໆ? ເຈົ້າຄວນກັງວົນກ່ຽວກັບເລື່ອງນີ້ບໍ? ເຮົາຈະຕອບຄຳຖາມເຫຼົ່ານີ້ໃນບົດຄວາມຕໍ່ໄປ.

^ [1] (ຂໍ້ 4) ອາດເປັນໄປໄດ້ທີ່ມີການສະຫຼອງເທດສະການເພນເຕກອດໃນເວລາດຽວຂອງປີທີ່ກົງກັບຕອນທີ່ໂມເຊໄດ້ຮັບກົດໝາຍຈາກພະເຈົ້າຢູ່ພູເຂົາຊີນາອີ. (ອົບພະຍົບ 19:1) ບາງທີໂມເຊໄດ້ນຳເອົາຊາດອິດສະລາແອນເຂົ້າສູ່ສັນຍາແຫ່ງພະບັນຍັດໃນມື້ດຽວກັນຂອງປີທີ່ກົງກັບໃນຕອນທີ່ພະເຍຊູນຳເອົາຜູ້ຖືກເຈີມເຂົ້າສູ່ຄຳສັນຍາໃໝ່.

^ [2] (ຂໍ້ 11) ສຳລັບຄຳອະທິບາຍເພີ່ມເຕີມວ່າການເກີດໃໝ່ໝາຍຄວາມວ່າແນວໃດ ຂໍໃຫ້ເບິ່ງຫໍສັງເກດການ 1 ເມສາ 2009 ໜ້າ 3-11 (ພາສາໄທ).