ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະຍານພະເຢໂຫວາ

Select language ລາວ

ຈົ່ງຄອຍຖ້າຕໍ່ໆໄປ!

ຈົ່ງຄອຍຖ້າຕໍ່ໆໄປ!

“ຖ້າມາຊ້ານານເຈົ້າຈົ່ງຄອຍຖ້າ.”—ຫາບາກຸກ 2:3

ເພງ: 128, 45

1, 2. ຜູ້ຮັບໃຊ້ຂອງພະເຢໂຫວາມີທັດສະນະແນວໃດ?

ຜູ້ຮັບໃຊ້ຂອງພະເຢໂຫວາຄອຍຖ້າຢ່າງອົດທົນກ່ຽວກັບຄວາມສຳເລັດເປັນຈິງຂອງຄຳພະຍາກອນຕ່າງໆ. ຕົວຢ່າງເຊັ່ນ: ເຢເຣມີຄາດໝາຍວ່າຊາວບາບີໂລນຈະມາທຳລາຍຊາວຢິວ ແລະສິ່ງນັ້ນກໍໄດ້ເກີດຂຶ້ນໃນປີ 607 ກ່ອນ ຄ.ສ. (ເຢເຣມີ 25:8-11) ເອຊາອີໄດ້ບອກໄວ້ລ່ວງໜ້າວ່າພະເຢໂຫວາຈະປົດປ່ອຍຊາວຢິວທີ່ເປັນຊະເລີຍໃຫ້ກັບຄືນມາແຂວງຢູດາແລະກ່າວວ່າ: “ຄົນທັງປວງທີ່ປົງໃຈ [ຄອຍຖ້າ] ໃນພະອົງກໍເປັນສຸກຫຼາຍ.” (ເອຊາອີ 30:18) ມີເກກໍເຊັ່ນກັນ ຄອຍຖ້າໃຫ້ຄຳສັນຍາຂອງພະເຢໂຫວາເປັນຈິງ ແລະເວົ້າວ່າ: “ຂ້ອຍຈະເບິ່ງ [ຄອຍ] ຫາພະເຢໂຫວາ.” (ມີເກ 7:7) ນອກຈາກນັ້ນ ເປັນເວລາຫຼາຍຮ້ອຍປີທີ່ຜູ້ຮັບໃຊ້ຂອງພະເຢໂຫວາໝັ້ນໃຈວ່າເມຊີຕາມທີ່ສັນຍາໄວ້ຫຼືພະຄລິດຈະມາປາກົດຕົວ.—ລືກາ 3:15; 1 ເປໂຕ 1:10-12 *

2 ໃນທຸກມື້ນີ້ ເຮົາກໍກຳລັງຄອຍຖ້າຄືກັນທີ່ຈະໃຫ້ຄຳພະຍາກອນຕ່າງໆກ່ຽວກັບ ລາຊະອານາຈັກຂອງພະເຢໂຫວາສຳເລັດເປັນຈິງ. ອີກບໍ່ດົນ ພະເຍຊູກະສັດຂອງລາຊະອານາຈັກນັ້ນຈະຊ່ວຍຜູ້ທີ່ຮັບໃຊ້ພະເຈົ້າໃຫ້ລອດຊີວິດຈາກໂລກທີ່ອັນຕະລາຍນີ້. ພະເຍຊູຈະທຳລາຍຄົນຊົ່ວແລະເຮັດໃຫ້ຄວາມທຸກລຳບາກທຸກຢ່າງໝົດໄປ. (1 ໂຢຮັນ 5:19) ດັ່ງນັ້ນ ເຮົາຕ້ອງຄາດໝາຍຕໍ່ໆໄປວ່າວັນຂອງພະເຢໂຫວາຈະມາເວລາໃດກໍໄດ້ແລະເຮົາຕ້ອງເຮັດສຸດຄວາມສາມາດເພື່ອກຽມພ້ອມສຳລັບວັນນັ້ນ.

3. ຖ້າເຮົາຄອຍຖ້າອະວະສານມາເປັນເວລາຫຼາຍປີແລ້ວ ເຮົາອາດສົງໄສຫຍັງ?

3 ເຮົາຄອງຄອຍຖ້າດ້ວຍໃຈຈົດຈໍ່ໃຫ້ເຖິງມື້ທີ່ຈຸດປະສົງຂອງພະເຈົ້າຈະສຳເລັດເປັນຈິງຢູ່ໃນໂລກນີ້. (ມັດທາຍ 6:10) ແຕ່ຖ້າເຮົາຄອຍຖ້າອະວະສານມາເປັນເວລາຫຼາຍປີແລ້ວ ເຮົາອາດເລີ່ມສົງໄສວ່າ ‘ເປັນຫຍັງເຮົາຄວນຄອຍຖ້າຕໍ່ໆໄປວ່າອະວະສານຈະມາໃນໄວໆນີ້?’

ເປັນຫຍັງເຮົາຄວນຄອຍຖ້າຕໍ່ໆໄປວ່າອະວະສານຈະມາໃນໄວໆນີ້?

4. ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ເຮົາຕ້ອງ “ເຝົ້າລະວັງ” ຢູ່ສະເໝີ?

4 ພະເຍຊູສັ່ງລູກສິດໃຫ້ “ເຝົ້າລະວັງ” ຢູ່ສະເໝີແລະໃຫ້ ‘ຕື່ນຕົວທຸກເວລາ.’ ຍ້ອນແນວນັ້ນຈຶ່ງເປັນເລື່ອງສຳຄັນເຮົາທີ່ຈະຄອຍຖ້າຕໍ່ໆໄປວ່າອະວະສານຈະມາໃນໄວໆນີ້. (ມັດທາຍ 24:42; ລືກາ 21:34-36) ນອກຈາກນັ້ນ ອົງການຂອງພະເຢໂຫວາຍັງເຕືອນເຮົາສະເໝີໃຫ້ “ຄອຍຖ້າແລະຮີບຫາ [ຄິດເຖິງ] ວັນຂອງພະເຈົ້າ” ແລະຈົດຈໍ່ຢູ່ກັບຄຳສັນຍາຕ່າງໆຂອງພະເຢໂຫວາໃນເລື່ອງໂລກໃໝ່.—ອ່ານ 2 ເປໂຕ 3:11-13

5. ມີເຫດຜົນຫຍັງອີກທີ່ເຮົາຕ້ອງຄອຍຖ້າວັນຂອງພະເຢໂຫວາຕໍ່ໆໄປ?

5 ຖ້າລູກສິດຂອງພະເຍຊູໃນສະຕະວັດທຳອິດຈຳເປັນຕ້ອງຄອຍຖ້າວັນຂອງພະເຢໂຫວາຕໍ່ໆໄປ ດັ່ງນັ້ນ ເລື່ອງນີ້ຍິ່ງສຳຄັນຫຼາຍຕໍ່ເຮົາໃນທຸກມື້ນີ້. ຍ້ອນຫຍັງ? ຍ້ອນວ່າສັນຍະລັກທີ່ພະເຍຊູບອກໄວ້ໄດ້ພິສູດວ່າເພິ່ນເປັນກະສັດແຫ່ງລາຊະອານາຈັກຂອງພະເຈົ້າຕັ້ງແຕ່ປີ 1914 ແລະເຮົາກໍກຳລັງມີຊີວິດຢູ່ໃນສະໄໝສຸດທ້າຍ ຫຼື “ທີ່ສຸດແຫ່ງໂລກນີ້.” ຄືດັ່ງທີ່ພະເຍຊູໄດ້ບອກໄວ້ລ່ວງໜ້າ ສະພາບການຂອງໂລກກຳລັງຊົ່ວຮ້າຍຫຼາຍຂຶ້ນ ແລະຂ່າວດີເລື່ອງລາຊະອານາກຳລັງໄດ້ຮັບການປະກາດໄປທົ່ວໂລກ. (ມັດທາຍ 24:3, 7-14) ພະເຍຊູບໍ່ໄດ້ບອກວ່າສະໄໝສຸດທ້າຍຈະຍາວນານເທົ່າໃດ ດັ່ງນັ້ນ ເຮົາຕ້ອງກຽມຕົວໃຫ້ພ້ອມສຳລັບອະວະສານທີ່ຈະມາໃນເວລາໃດກໍໄດ້.

6. ເຮົາຮູ້ໄດ້ແນວໃດວ່າສະພາບການໃນໂລກນັບມື້ຈະຮ້າຍແຮງຂຶ້ນເລື້ອຍໆເມື່ອອະວະສານໃກ້ເຂົ້າມາ?

6 “ທີ່ສຸດແຫ່ງໂລກນີ້” ຈະໝາຍເຖິງເວລາໃນອະນາຄົດເມື່ອໂລກນີ້ຈະມີຄວາມຊົ່ວຮ້າຍຫຼາຍຍິ່ງຂຶ້ນບໍ? ຄຳພີໄບເບິນບອກວ່າຜູ້ຄົນນັບມື້ຈະເຮັດຊົ່ວຫຼາຍຂຶ້ນເລື້ອຍໆໃນ “ຍຸກສຸດທ້າຍ, ທ.ປ.” (2 ຕີໂມເຕ 3:1, 13; ມັດທາຍ 24:21; ຄຳປາກົດ 12:12) ເຖິງວ່າສິ່ງຕ່າງໆຊົ່ວຮ້າຍຫຼາຍແລ້ວໃນຕອນນີ້ ແຕ່ເຮົາຮູ້ວ່າສິ່ງເຫຼົ່ານີ້ນັບມື້ຈະຮ້າຍແຮງຂຶ້ນເລື້ອຍໆ.

7. ມັດທາຍ 24:37-39 ສອນຫຍັງເຮົາກ່ຽວກັບສະພາບການຂອງໂລກໃນສະໄໝສຸດທ້າຍ?

7 ບາງຄົນຄິດວ່າກ່ອນຈະເກີດ “ຄວາມທຸກທໍລະມານມາກຫຼາຍ” ຈະມີສົງຄາມເກີດຂຶ້ນໃນທຸກໆປະເທດແລະຄົນສ່ວນຫຼາຍຈະເຈັບປ່ວຍຫຼືອຶດຢາກ. (ຄຳປາກົດ 7:14) ແຕ່ຖ້າເປັນແນວນັ້ນ ທຸກຄົນຈະເຫັນໄດ້ຢ່າງຄັກແນ່ວ່າສິ່ງທີ່ຄຳພີໄບເບິນບອກໄວ້ລ່ວງໜ້າກຳລັງສຳເລັດເປັນຈິງ ແລະແມ່ນແຕ່ຄົນທີ່ບໍ່ສົນໃຈໃນສິ່ງທີ່ຄຳພີໄບເບິນບອກໄວ້ກໍຈະເບິ່ງເຫັນເຫດການໄດ້ຢ່າງຊັດເຈນ. ຂໍໃຫ້ຈື່ສິ່ງທີ່ພະເຍຊູບອກວ່າ ໃນສະໄໝສຸດທ້າຍຄົນສ່ວນຫຼາຍຈະ “ບໍ່ທັນຮູ້ຈັກອີ່ສັງ [ບໍ່ສັງເກດເຫັນຫຍັງ].” ເຂົາເຈົ້າຈະໃຊ້ຊີວິດຕາມທຳມະດາແລະຈະຕົກສະເງີ້ເມື່ອວັນຂອງພະເຢໂຫວາມາເຖິງ. (ອ່ານ ມັດທາຍ 24:37-39) ເຫັນໄດ້ແຈ້ງວ່າ ເຮົາບໍ່ຄວນຄາດໝາຍວ່າສະພາບການຂອງໂລກຈະ ຊົ່ວຮ້າຍແທ້ໆກ່ອນ “ຄວາມທຸກທໍລະມານມາກຫຼາຍ” ຈະເກີດຂຶ້ນ ຈົນຜູ້ຄົນຖືກບັງຄັບໃຫ້ເຊື່ອວ່າອະວະສານໃກ້ເຂົ້າມາແລ້ວ.—ລືກາ 17:20; 2 ເປໂຕ 3:3, 4

ເຮົາໝັ້ນໃຈວ່າເຮົາກຳລັງມີຊີວິດຢູ່ໃນ “ທີ່ສຸດແຫ່ງໂລກນີ້”

8. ຍ້ອນເຮົາເຝົ້າລະວັງຕໍ່ສັນຍະລັກທີ່ພະເຍຊູບອກໄວ້ ເຮົາຈຶ່ງໝັ້ນໃຈໃນເລື່ອງໃດ?

8 ສັນຍະລັກທີ່ພະເຍຊູບອກໄວ້ແມ່ນເພື່ອໃຫ້ຄຳເຕືອນທີ່ຈະແຈ້ງແກ່ລູກສິດຂອງເພິ່ນກ່ຽວກັບໄລຍະເວລາທີ່ເຂົາເຈົ້າມີຊີວິດຢູ່. ພວກລູກສິດຂອງພະເຍຊູເຝົ້າລະວັງຢູ່ສະເໝີ. (ມັດທາຍ 24:27, 42) ຕັ້ງແຕ່ປີ 1914 ສ່ວນຕ່າງໆຂອງສັນຍະລັກທີ່ພະເຍຊູໄດ້ບອກໄວ້ກຳລັງເປັນຈິງ. ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈວ່າເຮົາກຳລັງມີຊີວິດຢູ່ໃນສະໄໝສຸດທ້າຍ ເຊິ່ງກໍຄື “ທີ່ສຸດແຫ່ງໂລກນີ້.” ພະເຢໂຫວາຕັດສິນໃຈແລ້ວວ່າເວລາໃດທີ່ພະອົງຈະທຳລາຍໂລກຊົ່ວຂອງຊາຕານ.

9. ເປັນຫຍັງເຮົາຕ້ອງຄາດໝາຍຕໍ່ໆໄປວ່າອະວະສານຈະມາໃນໄວໆນີ້?

9 ດັ່ງນັ້ນ ເປັນຫຍັງເຮົາຕ້ອງຄາດໝາຍຕໍ່ໆໄປວ່າອະວະສານຈະມາໃນໄວໆນີ້? ເພາະເຮົາເຊື່ອຟັງພະເຍຊູແລະເຮົາເຫັນແຈ້ງວ່າສັນຍະລັກທີ່ເພິ່ນບອກໄວ້ກ່ຽວກັບສະໄໝສຸດທ້າຍກຳລັງເປັນຈິງ. ເຫດຜົນທີ່ເຮົາເຊື່ອວ່າອະວະສານໃກ້ເຂົ້າມາ ບໍ່ແມ່ນຍ້ອນເຮົາເຊື່ອໃນທຸກສິ່ງທີ່ເຮົາໄດ້ຍິນ ແຕ່ຍ້ອນເຮົາໝັ້ນໃຈວ່າສິ່ງທີ່ຄຳພີໄບເບິນບອກໄວ້ລ່ວງໜ້າກຳລັງສຳເລັດເປັນຈິງ. ສະນັ້ນ ເຮົາຕ້ອງເຝົ້າລະວັງແລະກຽມພ້ອມສະເໝີສຳລັບອະວະສານທີ່ກຳລັງຈະມານີ້.

ເຮົາຕ້ອງລໍຖ້າດົນປານໃດ?

10, 11. (ກ) ເປັນຫຍັງພະເຍຊູຈຶ່ງບອກພວກລູກສິດໃຫ້ “ເຝົ້າລະວັງ” ຢູ່ສະເໝີ? (ຂ) ຖ້າອະວະສານບໍ່ໄດ້ມາໃນໄວໆນີ້ຄືກັບທີ່ພວກລູກສິດຄິດ ພະເຍຊູບອກເຂົາເຈົ້າໃຫ້ເຮັດຫຍັງ? (ເບິ່ງຮູບທຳອິດ)

10 ເປັນເວລາຫຼາຍປີແລ້ວທີ່ພວກເຮົາຫຼາຍຄົນໄດ້ຮັບໃຊ້ພະເຢໂຫວາຢ່າງສັດຊື່ແລະຕັ້ງໃຈຄອຍຖ້າໃຫ້ວັນຂອງພະອົງມາຮອດ. ເຖິງວ່າຈະລໍຖ້າມາດົນແລ້ວ ແຕ່ເຮົາຕ້ອງຄາດໝາຍວ່າວັນນັ້ນຈະມາໃນໄວໆນີ້. ເຮົາຕ້ອງກຽມພ້ອມເມື່ອພະເຍຊູຈະມາທຳລາຍໂລກຊົ່ວທີ່ຊາຕານປົກຄອງ. ຂໍໃຫ້ຈື່ສິ່ງທີ່ພະເຍຊູບອກພວກລູກສິດໃຫ້ເຮັດ ທີ່ວ່າ “ຈົ່ງເຝົ້າລະວັງ [ເຝົ້າເບິ່ງ] ແລະອ້ອນວອນ [ຕື່ນຕົວ] ຢູ່ ເຫດວ່າທ່ານທັງຫຼາຍບໍ່ຮູ້ຈັກເວລານັ້ນຈະມາເຖິງເມື່ອໃດ. ເປັນເໝືອນເຈົ້າເຮືອນຜູ້ໜຶ່ງທີ່ໄດ້ໜີໄປນອກແຜ່ນດິນເອງ ລະເຮືອນຊານແລະມອບອຳນາດໃຫ້ຂ້າໃຊ້ທັງຫຼາຍແຫ່ງຕົນແລະບອກການງານໃຫ້ເຂົາກະທຳທຸກຄົນແລະໄດ້ສັ່ງນາຍປະຕູໃຫ້ເຝົ້າຢູ່. ເຫດສັນນີ້ທ່ານທັງຫຼາຍຈົ່ງລະວັງເຝົ້າຢູ່ ເພາະວ່າທ່ານທັງຫຼາຍບໍ່ຮູ້ຈັກວ່າເຈົ້າເຮືອນຈະມາເມື່ອໃດ ຈະມາຫົວຄໍ່າ ຫຼືທ່ຽງຄືນ ຫຼືເວລາໄກ່ຂັນ ຫຼືມື້ເຊົ້າ ຢ້ານວ່າຫາກມາໃນບັດດຽວໜຶ່ງແລະພົບທ່ານທັງຫຼາຍພວມນອນຫຼັບຢູ່. ແລະຖ້ອຍຄຳທີ່ເຮົາກ່າວແກ່ພວກທ່ານ ເຮົາກ່າວແກ່ຄົນທັງປວງ ຈົ່ງລະວັງເຝົ້າຢູ່ເຖີ້ນ.”—ມາລະໂກ 13:33-37

ການໂຈມຕີສາສະໜາທີ່ສອນບໍ່ຈິງສາມາດເກີດຂຶ້ນແບບໄວວາແລະໃນເວລາໃດກໍໄດ້

11 ເມື່ອພວກລູກສິດເຂົ້າໃຈວ່າພະເຍຊູເລີ່ມຕົ້ນປົກຄອງໃນປີ 1914 ເຂົາເຈົ້າຈຶ່ງສຳນຶກວ່າອະວະສານຈະມາເວລາໃດກໍໄດ້. ດັ່ງນັ້ນ ເຂົາເຈົ້າຈຶ່ງກຽມພ້ອມສຳລັບວັນນັ້ນໂດຍເຮັດວຽກປະກາດຫຼາຍຂຶ້ນກວ່າເກົ່າ. ພະເຍຊູບອກວ່າເພິ່ນອາດຈະມາເວລາອື່ນເຊັ່ນ: “ເວລາໄກ່ຂັນ ຫຼືມື້ເຊົ້າ.” ຖ້າເປັນແນວນັ້ນ ພວກລູກສິດຈຳເປັນຕ້ອງເຮັດຫຍັງ? ພະເຍຊູບອກວ່າໃຫ້ “ເຝົ້າລະວັງ” ຢູ່ສະເໝີ. ດັ່ງນັ້ນ ເຖິງເຮົາຈະຮູ້ສຶກວ່າໄດ້ລໍຖ້າມາດົນແລ້ວ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າອະວະສານຍັງຢູ່ອີກໄກຫຼືຈະບໍ່ມາໃນໄລຍະທີ່ເຮົາມີຊີວິດຢູ່.

12. ຫາບາກຸກຖາມພະເຢໂຫວາວ່າແນວໃດ ແລະພະອົງຕອບລາວແນວໃດ?

 12 ຜູ້ພະຍາກອນຫາບາກຸກລໍຖ້າດ້ວຍຄວາມອົດທົນເມື່ອປະກາດເລື່ອງການທຳລາຍເມືອງເຢຣຶຊາເລມ. ຜູ້ພະຍາກອນຄົນອື່ນໆທີ່ມີຊີວິດຢູ່ກ່ອນລາວກໍຍັງໄດ້ປະກາດຂ່າວສານນັ້ນເປັນເວລາຫຼາຍປີ. ຫາບາກຸກເຫັນວ່າມີຄວາມຊົ່ວຮ້າຍແລະຄວາມບໍ່ຍຸຕິທຳຫຼາຍຂຶ້ນກວ່າແຕ່ກ່ອນ. ລາວໄດ້ອ້ອນວອນໃຫ້ພະເຢໂຫວາຊ່ວຍ ລາວຖາມວ່າ: ‘ໂອ້ພະເຢໂຫວາ ຂ້ານ້ອຍຈະຮ້ອງແລະຍັງດົນປານໃດພະອົງຈະບໍ່ຟັງ?’ ເຖິງແມ່ນພະເຢໂຫວາບໍ່ໄດ້ບອກວ່າການທຳລາຍນັ້ນຈະເກີດຂຶ້ນເມື່ອໃດ ແຕ່ພະອົງສັນຍາກັບຫາບາກຸກວ່າ: “ມັນຈະ . . . ບໍ່ຢອມ [ບໍ່ຊັກຊ້າ]”! ພະເຢໂຫວາຍັງບອກໃຫ້ຫາບາກຸກ “ຄອຍຖ້າ” ຕໍ່ໆໄປ.—ອ່ານ ຫາບາກຸກ 1:1-4; 2:3

13. ຫາບາກຸກອາດຈະຄິດແນວໃດ ແລະເປັນຫຍັງການຄິດແນວນັ້ນຈຶ່ງເປັນເລື່ອງອັນຕະລາຍ?

13 ລອງນຶກພາບເບິ່ງວ່າຖ້າຫາບາກຸກເມື່ອຍລໍຖ້າການທຳລາຍທີ່ຈະເກີດຂຶ້ນ ແລະເວົ້າວ່າ: ‘ຂ້ອຍຄອຍຖ້າການທຳລາຍເມືອງເຢຣຶຊາເລມມາຫຼາຍປີແລ້ວ ເວລານັ້ນຍັງຢູ່ອີກໄກ. ຂ້ອຍບໍ່ຈຳເປັນຕ້ອງປະກາດກ່ຽວກັບເລື່ອງນັ້ນ ໃຫ້ຄົນອື່ນເຮັດກໍໄດ້.’ ຖ້າຫາບາກຸກຄິດແບບນັ້ນຈະເປັນແນວໃດ? ພະເຢໂຫວາຈະບໍ່ພໍໃຈລາວ ແລະຖ້າລາວບໍ່ກຽມພ້ອມສຳລັບການທຳລາຍທີ່ຈະເກີດຂຶ້ນ ລາວອາດຈະຕາຍກໍໄດ້.

14. ເປັນຫຍັງເຮົາຮູ້ສຶກຂອບໃຈທີ່ພະເຢໂຫວາເຕືອນເຮົາໃຫ້ຄອຍຖ້າອະວະສານຢູ່ສະເໝີ?

14 ລອງນຶກພາບວ່າເຈົ້າຢູ່ໃນໂລກໃໝ່ແລ້ວ ແລະເຫດການທຸກຢ່າງກ່ຽວກັບສະໄໝສຸດທ້າຍໄດ້ເກີດຂຶ້ນຄືກັບທີ່ພະເຢໂຫວາບອກໄວ້ລ່ວງໜ້າ. ແນ່ນອນວ່າເຈົ້າຈະວາງໃຈໃນພະເຢໂຫວາຫຼາຍກວ່າແຕ່ກ່ອນ ແລະໝັ້ນໃຈຫຼາຍຂຶ້ນວ່າພະອົງຈະເຮັດທຸກສິ່ງຕາມທີ່ໄດ້ສັນຍາໄວ້. (ອ່ານ ໂຢຊວຍ 23:14) ເຈົ້າຈະຮູ້ສຶກຂອບໃຈແທ້ໆທີ່ພະເຢໂຫວາໄດ້ກຳນົດໃຫ້ອະວະສານເກີດຂຶ້ນໃນເວລາທີ່ເໝາະສົມ ແລະພະອົງໄດ້ເຕືອນປະຊາຊົນຂອງພະອົງໃຫ້ຄອຍຖ້າວັນນັ້ນຢູ່ສະເໝີ.—ກິດຈະການ 1:7; 1 ເປໂຕ 4:7

ເຮົາປະກາດຕໍ່ໆໄປໃນຂະນະທີ່ລໍຖ້າ

ເຈົ້າປະກາດຂ່າວດີຢ່າງກະຕືລືລົ້ນບໍ? (ເບິ່ງຂໍ້ 15)

15, 16. ໃນສະໄໝສຸດທ້າຍນີ້ ເປັນຫຍັງເຮົາຄວນເຮັດສຸດຄວາມສາມາດໃນວຽກປະກາດ?

15 ອົງການຂອງພະເຢໂຫວາຈະເຕືອນເຮົາຕໍ່ໆໄປວ່າໃຫ້ໃຊ້ຊີວິດຈົດຈໍ່ຢູ່ກັບການຮັບໃຊ້ພະອົງ. ຄຳເຕືອນເຫຼົ່ານີ້ຊ່ວຍເຮົາບໍ່ພຽງແຕ່ໃຫ້ຫຍຸ້ງຢູ່ກັບການຮັບໃຊ້ພະເຢໂຫວາເທົ່ານັ້ນ ແຕ່ຍັງຊ່ວຍເຮົາໃຫ້ເຫັນຢ່າງຈະແຈ້ງວ່າຂ່າວສານຂອງເຮົາເປັນຂ່າວທີ່ຮີບດ່ວນ. ເຮົາໝັ້ນໃຈວ່າສັນຍະລັກທີ່ພະເຍຊູບອກໄວ້ກຳລັງສຳເລັດເປັນຈິງໃນຕອນນີ້ແລະອະວະສານກໍກຳລັງຈະມາໃນໄວໆນີ້. ດັ່ງນັ້ນ ເຮົາຈຶ່ງຈັດໃຫ້ພະເຢໂຫວາມາເປັນອັນດັບທຳອິດໃນຊີວິດຂອງເຮົາ ແລະ ປະກາດຂ່າວດີເລື່ອງລາຊະອານາຈັກຕໍ່ໆໄປ.—ມັດທາຍ 6:33; ມາລະໂກ 13:10

16 ເມື່ອປະກາດຂ່າວດີໃຫ້ຄົນອື່ນຮູ້ ເຮົາຊ່ວຍຊີວິດເຂົາເຈົ້າໃຫ້ລອດຈາກການທຳລາຍໂລກຊົ່ວທີ່ຊາຕານປົກຄອງເຊິ່ງຈະເກີດຂຶ້ນໃນໄວໆນີ້. ຂໍກ່າວເຖິງເຫດການຕໍ່ໄປນີ້ເປັນຕົວຢ່າງ ໃນປີ 1945 ໄດ້ເກີດໄພພິບັດທາງທະເລທີ່ຮ້າຍແຮງທີ່ສຸດ ເມື່ອເຮືອກຳປັ່ນວິວແຮມ ກາດສະລ໋ອບ ຫຼົ້ມ ແລະເຮັດໃຫ້ມີຫຼາຍພັນຄົນເສຍຊີວິດ. ພີ່ນ້ອງຄົນໜຶ່ງກັບຜົວໄດ້ລອດຊີວິດຈາກກຳປັ່ນລຳນັ້ນ. ພີ່ນ້ອງຄົນນີ້ຈື່ໄດ້ວ່າໃນຂະນະທີ່ກຳປັ່ນກຳລັງຈະຈົມ ມີຜູ້ຍິງຄົນໜຶ່ງຮ້ອງໄຫ້ບໍ່ເຊົາແລະເວົ້າວ່າ: “ກະເປົ໋າຂອງຂ້ອຍ! ກະເປົ໋າຂອງຂ້ອຍ! ເພັດພອຍຂອງຂ້ອຍ! ເພັດພອຍຂອງຂ້ອຍທັງໝົດຢູ່ໃນຫ້ອງພັກທາງລຸ່ມ. ຂ້ອຍບໍ່ເຫຼືອຫຍັງແລ້ວ!” ແຕ່ຜູ້ໂດຍສານຄົນອື່ນເຂົ້າໃຈວ່າສິ່ງໃດສຳຄັນທີ່ສຸດ ແລະເຮັດສຸດຄວາມສາມາດເພື່ອຊ່ວຍຊີວິດຜູ້ຄົນ. ໃນທຸກມື້ນີ້ ຊີວິດຂອງຜູ້ຄົນກຳລັງຕົກຢູ່ໃນອັນຕະລາຍ. ຄ້າຍຄືກັນ ເຮົາຢາກເປັນຄືກັບຜູ້ໂດຍສານທີ່ບໍ່ເຫັນແກ່ຕົວແລະໃສ່ໃຈສະເໝີວ່າວຽກປະກາດເປັນເລື່ອງທີ່ຮີບດ່ວນຫຼາຍ. ດັ່ງນັ້ນ ເຮົາຕ້ອງເຮັດສຸດຄວາມສາມາດເພື່ອຊ່ວຍຊີວິດຜູ້ຄົນໃຫ້ລອດຈາກອະວະສານຂອງລະບົບນີ້.

ຕັດສິນໃຈຢ່າງສຸຂຸມແລະໃສ່ໃຈສະເໝີວ່າວຽກປະກາດເປັນເລື່ອງທີ່ຮີບດ່ວນຫຼາຍ (ເບິ່ງຂໍ້ 17)

17. ເປັນຫຍັງເຮົາຄວນເຊື່ອວ່າອະວະສານຈະມາໃນເວລາໃດກໍໄດ້?

17 ເຮົາເຫັນໄດ້ຈະແຈ້ງວ່າສິ່ງທີ່ຄຳພີໄບເບິນບອກໄວ້ລ່ວງໜ້າກຳລັງສຳເລັດເປັນຈິງ ແລະອະວະສານຂອງລະບົບຊົ່ວນີ້ກຳລັງໃກ້ເຂົ້າມາຫຼາຍແລ້ວ. ເຮົາກຳລັງລໍຖ້າໃຫ້ “ເຂົາ 10 ອັນ” ແລະ “ສັດຮ້າຍ” ປ່ຽນມາຕໍ່ສູ້ສາສະໜາທີ່ສອນ ບໍ່ຈິງເຊິ່ງກໍຄືບາບີໂລນໃຫຍ່. (ຄຳປາກົດ 17:16) ເຮົາບໍ່ຄວນຄິດວ່າຍັງອີກດົນກ່ອນທີ່ສິ່ງນີ້ຈະເກີດຂຶ້ນ. ຢ່າລືມວ່າພະເຈົ້າຈະກະຕຸ້ນ “ໃຫ້ເຂົາກະທຳຕາມນໍ້າໃຈຂອງພະອົງ” ເພື່ອໂຈມຕີສາສະໜາທີ່ສອນບໍ່ຈິງແລະສິ່ງນີ້ຈະເກີດຂຶ້ນແບບໄວວາແລະໃນເວລາໃດກໍໄດ້! (ຄຳປາກົດ 17:17) ອະວະສານຂອງໂລກຊົ່ວທີ່ຊາຕານປົກຄອງກຳລັງຈະມາໃນໄວໆນີ້. ດັ່ງນັ້ນ ເຮົາຄວນເຊື່ອຟັງຄຳເຕືອນຂອງພະເຍຊູທີ່ວ່າ: “ຈົ່ງລະວັງໃຫ້ດີ [ເອົາໃຈໃສ່] ແກ່ຕົວເອງຢ້ານວ່າໃຈຂອງທ່ານທັງຫຼາຍຈະເກີດໜາດ້ວຍການມັກກິນເຫຼືອກຳນົດແລະເມົາເຫຼົ້າແລະດ້ວຍຄວາມອຸກໃຈແຫ່ງໂລກນີ້ ແລະວັນນັ້ນຈະມາເຖິງທ່ານທັງຫຼາຍເມື່ອທ່ານບໍ່ທັນຄຶດ ເຫດວ່າວັນນັ້ນຈະຕົກເໝືອນດັ່ງແຫຈັບປາເທິງຄົນທັງຫຼາຍ.” (ລືກາ 21:34, 35; ຄຳປາກົດ 16:15) ຂໍໃຫ້ເຮົາເຝົ້າລະວັງແລະຫຍຸ້ງຢູ່ສະເໝີກັບການຮັບໃຊ້ພະເຢໂຫວາ ໂດຍໝັ້ນໃຈວ່າພະອົງຈະ ‘ຊ່ວຍເຫຼືອຜູ້ທີ່ຄອງຫາພະອົງ.’—ເອຊາອີ 64:4

18. ຈະມີການຕອບຄຳຖາມຫຍັງໃນບົດຄວາມຕໍ່ໄປ?

18 ໃນຂະນະທີ່ລໍຖ້າອະວະສານຂອງໂລກຊົ່ວນີ້ ເຮົາຄວນຟັງຄຳແນະນຳຈາກ ສາວົກຢູດາທີ່ເຕືອນວ່າ: “ພີ່ນ້ອງຜູ້ເປັນທີ່ຮັກເອີຍ ຈົ່ງຈຳເລີນຂຶ້ນໃນຄວາມເຊື່ອອັນບໍລິສຸດຂອງພວກທ່ານ ຈົ່ງອ້ອນວອນດ້ວຍພະວິນຍານບໍລິສຸດ ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ ຄອຍຖ້າພະຄຸນ [ຄວາມເມດຕາ] ແຫ່ງພະເຍຊູຄລິດພະອົງເຈົ້າຂອງເຮົາທັງຫຼາຍຈົນໄດ້ຊີວິດອັນຕະຫຼອດໄປ.” (ຢູເດ 20, 21) ແຕ່ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາກຳລັງຄາດໝາຍວ່າໂລກໃໝ່ຂອງພະເຈົ້າຈະມາໃນໄວໆນີ້ ແລະເຮົາກຳລັງຄອຍຖ້າສິ່ງນັ້ນຢູ່? ເຮົາຈະພິຈາລະນາເລື່ອງນີ້ໃນບົດຄວາມຕໍ່ໄປ.

^ ຂໍ້ 1 ສຳລັບຄຳພະຍາກອນບາງຂໍ້ໃນຄຳພີໄບເບິນກ່ຽວກັບເມຊີແລະວິທີທີ່ຄຳພະຍາກອນເຫຼົ່ານັ້ນເປັນຈິງ ຂໍໃຫ້ເບິ່ງປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ໜ້າ 200