ແມ່ນແທ້ບໍທີ່ໃນສະໄໝບູຮານມີຄົນຫວ່ານເຂົ້ານົກໃນນາຂອງຄົນອື່ນ?

ໄດແຈັດສສະບັບສຳເນົາປີ 1468 ຂອງຈັກກະພັດຈັດສະຕິນເນຍ ເປັນໜຶ່ງໃນເອກະສານຫຼາຍໆສະບັບທີ່ມີລາຍລະອຽດກ່ຽວກັບປະເດັນທາງດ້ານກົດໝາຍໃນສະໄໝບູຮານ

ຕາມມັດທາຍ 13:24-26 ພະເຍຊູບອກວ່າ: ‘ແຜ່ນດິນສະຫວັນ [ລາຊະອານາຈັກ] ປຽບເໝືອນດັ່ງຄົນຜູ້ໜຶ່ງທີ່ໄດ້ຫວ່ານເຂົ້າເມັດດີໃນນາແຫ່ງຕົນ. ແຕ່ວ່າເມື່ອຄົນທັງຫຼາຍພວມນອນຫຼັບຢູ່ ສັດຕູແຫ່ງຄົນຜູ້ນັ້ນໄດ້ມາຫວ່ານເຂົ້ານົກໃນທ່າມກາງເຂົ້າເມັດດີ ແລະເພິ່ນໄດ້ໜີເສຍ. ແລະເມື່ອເຂົ້າຖອກຂຶ້ນເປັນເມັດແລ້ວ ເມື່ອນັ້ນເຂົ້ານົກໄດ້ປາກົດມາດ້ວຍ.’ ນັກຂຽນບາງຄົນບໍ່ແນ່ໃຈວ່າຕົວຢ່າງປຽບທຽບນີ້ເອົາມາຈາກເລື່ອງຈິງຫຼືບໍ່ ແຕ່ອີງຕາມບົດຂຽນດ້ານກົດໝາຍຂອງໂລມສະໄໝບູຮານເຮັດໃຫ້ຮູ້ວ່າເລື່ອງແບບນີ້ອາດເກີດຂຶ້ນແທ້.

ວັດຈະນານຸກົມຄຳພີໄບເບິນສະບັບໜຶ່ງບອກວ່າ ຕາມກົດໝາຍຂອງໂລມ ການຫວ່ານເຂົ້ານົກໃນນາຂອງຄົນອື່ນເພື່ອເປັນການແກ້ແຄ້ນ ຖືວ່າເປັນອາດຊະຍາກຳຢ່າງໜຶ່ງ. ນັກວິຊາການດ້ານກົດໝາຍຊື່ອາລາສະແຕ ເຄີ ອະທິບາຍວ່າ ໃນປີ ຄ.ສ. 533 ຈັກກະພັດໂລມຊື່ຈັດສະຕິນເນຍໄດ້ສັ່ງໃຫ້ຈັດພິມໄດແຈັດສເຊິ່ງເປັນການລວບລວມກົດໝາຍຂອງໂລມແລະຄວາມເຫັນຂອງຜູ້ຊ່ຽວຊານດ້ານກົດໝາຍຫຼາຍຄົນຈາກປະມານປີ ຄ.ສ. 100-250. ໃນໄດແຈັດສ ຜູ້ຊ່ຽວຊານດ້ານກົດໝາຍທີ່ຊື່ອະເພຍ ເວົ້າເຖິງຄະດີໜຶ່ງໃນສະຕະວັດທີ 2 ວ່າມີການຫວ່ານເຂົ້ານົກໃນນາຂອງຄົນອື່ນແລະເຮັດໃຫ້ຜົນລະປູກເສຍຫາຍ. ໃນໄດແຈັດສເວົ້າເຖິງສິດທາງກົດໝາຍຂອງຊາວນາທີ່ລາວໄດ້ຮັບຄ່າທົດແທນສຳລັບຜົນລະປູກທີ່ເສຍຫາຍຈາກການເຮັດຜິດທາງອາດຍາແບບນັ້ນ.

ເມື່ອມີເຫດການແບບນີ້ເກີດຂຶ້ນແທ້ໃນຈັກກະວັດໂລມບູຮານ ເຮົາຈຶ່ງແນ່ໃຈໄດ້ວ່າຕົວຢ່າງປຽບທຽບຂອງພະເຍຊູເອົາມາຈາກເລື່ອງຈິງ.