ຊີວິດ​ເທິງ​ແຜ່ນດິນ​ໂລກ​ຈະ​ເກີດ​ຂຶ້ນ​ບໍ່​ໄດ້​ຖ້າ​ບໍ່​ມີ “ການ​ບັງເອີນ” ທີ່​ເກີດ​ຂຶ້ນ​ເຫມາະ​ເຈາະ​ເຊິ່ງ​ຕໍ່​ເນື່ອງ​ກັນ ບາງ​ເຫດການ​ນັ້ນ​ບໍ່​ເປັນ​ທີ່​ຮູ້ຈັກ ຫລື​ຮູ້​ຫນ້ອຍ​ທີ່​ສຸດ​ຈົນ​ກະທັ່ງ​ສະຕະວັດ​ທີ 20. ຄວາມ​ບັງເອີນ​ເຫລົ່າ​ນັ້ນ​ລວມ​ເຖິງ​ເຫດການ​ຕໍ່​ໄປ​ນີ້.

  • ທີ່​ຕັ້ງ​ຂອງ​ໂລກ​ໃນ​ກາ​ລັກ​ຊີ​ທາງ​ຊ້າງ​ເຜືອກ ແລະ​ລະບົບ​ສຸລິຍະ ລວມ​ທັງ​ວົງ​ໂຄ​ຈອນ ແກນ​ອຽງ ຄວາມ​ໄວ​ໃນ​ການ​ປິ່ນ​ອ້ອມ​ຕົວ​ເອງ​ຂອງ​ຫນ່ວຍ​ໂລກ ແລະ​ດວງ​ເດືອນ​ທີ່​ພິເສດ

  • ທົ່ງ​ແມ່​ຫລັກ​ແລະ​ບັນຍາກາດ​ເຮັດ​ຫນ້າທີ່​ເປັນ​ເກາະ​ປ້ອງກັນ​ສອງ​ຊັ້ນ

  • ວົງ​ຈອນ​ທົດ​ແທນ​ຂອງ​ທຳມະຊາດ​ທີ່​ເຮັດ​ໃຫ້​ອາກາດ​ແລະ​ແຫລ່ງ​ນໍ້າ​ຂອງ​ໂລກ​ສະອາດ

ໃນ​ຂະນະ​ທີ່​ທ່ານ​ພິຈາລະນາ​ແຕ່​ລະ​ຫົວ​ເລື່ອງ​ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ລັກສະນະ​ເດັ່ນ​ຂອງ​ໂລກ​ເກີດ​ຈາກ​ການ​ບັງເອີນ​ຫລື​ການ​ອອກ​ແບບ​ທີ່​ມີ​ຈຸດ​ມຸ່ງ​ຫມາຍ?’

 ທີ່​ຕັ້ງ” ທີ່​ເຫມາະ​ເຈາະ​ທີ່​ສຸດ​ຂອງ​ຫນ່ວຍ​ໂລກ

ໜ່ວຍ​ໂລກ​ສາມາດ​ຕັ້ງ​ຢູ່​ໃນ​ຕຳແໜ່ງ​ທີ່​ດີ​ກວ່າ​ນີ້​ໄດ້​ບໍ ເພື່ອ​ສິ່ງ​ທີ່​ມີ​ຊີວິດ​ຈະ​ອາໄສ​ຢູ່​ໄດ້?

ເມື່ອ​ທ່ານ​ຂຽນ​ທີ່​ຢູ່​ຂອງ​ຕົນ​ເອງ ທ່ານ​ຈະ​ຂຽນ​ຫຍັງ​ແດ່? ທ່ານ​ຄົງ​ຈະ​ຂຽນ​ຊື່​ປະເທດ ຊື່​ເມືອງ ແລະ​ຊື່​ຖະຫນົນ​ທີ່​ທ່ານ​ຢູ່. ໃນ​ການ​ປຽບ​ທຽບ​ນີ້​ໃຫ້​ເຮົາ​ເອີ້ນ​ກາ​ລັກ​ຊີ​ທາງ​ຊ້າງ​ເຜືອກ​ວ່າ​ເປັນ “ປະເທດ” ຂອງ​ຫນ່ວຍ​ໂລກ ລະບົບ​ສຸລິຍະ​ກໍ​ຄື​ດວງ​ຕາເວັນ​ແລະ​ດາວ​ເຄາະ​ຕ່າງໆເປັນ “ເມືອງ” ຂອງ​ຫນ່ວຍ​ໂລກ ແລະ​ວົງ​ໂຄ​ຈອນ​ຂອງ​ຫນ່ວຍ​ໂລກ​ໃນ​ລະບົບ​ສຸລິຍະ​ເປັນ “ຖະຫນົນ.” ເນື່ອງ​ຈາກ​ການ​ກ້າວ​ຫນ້າ​ທາງ​ດ້ານ​ດາລາສາດ​ແລະ​ດ້ານ​ຟີຊິກສາດ ນັກ​ວິທະຍາສາດ​ໄດ້​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຂໍ້​ດີ​ຕ່າງໆກ່ຽວ​ກັບ​ທີ່​ຕັ້ງ​ທີ່​ພິເສດ​ຂອງ​ຫນ່ວຍ​ໂລກ​ໃນ​ເອກະພົບ.

ທຳອິດ “ເມືອງ” ຫລື​ລະບົບ​ສຸລິຍະ ມີ​ທີ່​ຕັ້ງ​ຢູ່​ບ່ອນ​ເຫມາະ​ສົມ​ໃນ​ກາ​ລັກ​ຊີ​ທາງ​ຊ້າງ​ເຜືອກ ເຊິ່ງ​ບໍ່​ໃກ້​ແລະ​ບໍ່​ໄກ​ເກີນ​ໄປ​ຈາກ​ໃຈ​ກາງ​ກາ​ລັກ​ຊີ. “ບໍລິເວນ​ທີ່​ສິ່ງ​ທີ່​ມີ​ຊີວິດ​ຢູ່​ໄດ້” ຕາມ​ທີ່​ນັກ​ວິທະຍາສາດ​ເອີ້ນ​ກັນ ມີ​ທາດ​ເຄມີ​ທີ່​ຈຳເປັນ​ເພື່ອ​ໃຫ້​ຊີວິດ​ຢູ່​ໄດ້​ພໍ​ດີ. ຖ້າ​ອານາ​ເຂດ​ນີ້​ໄກ​ຈາກ​ໃຈ​ກາງ​ກາ​ລັກ​ຊີ​ເກີນ​ໄປ ທາດ​ເຄມີ​ຈະ​ມີ​ຫນ້ອຍ​ແລະ​ຈະ​ເປັນ​ອັນຕະລາຍ ແຕ່​ຖ້າ​ໃກ້​ເກີນ​ໄປ​ກໍ​ຈະ​ເປັນ​ອັນຕະລາຍ​ຕໍ່​ຊີວິດ​ຄື​ກັນ​ເພາະ​ໃນ​ບໍລິເວນ​ນັ້ນ​ມີ​ລັງ​ສີ​ແລະ​ປັດໄຈ​ອື່ນ​ທີ່​ສາມາດ​ທຳລາຍ​ຊີວິດ. ວາລະສານ​ໄຊເອນຕິຟິກ​ອາເມລິກັນ ບອກ​ວ່າ “ພວກ​ເຮົາ​ດຳລົງ​ຊີວິດ​ຢູ່​ບ່ອນ​ທີ່​ດີ​ທີ່​ສຸດ.”1

“ຖະຫນົນ” ທີ່​ດີ​ເລີດ: “ຖະຫນົນ” ຫລື​ວົງ​ໂຄ​ຈອນ​ຂອງ​ໂລກ​ທີ່​ຢູ່​ໃນ “ເມືອງ” ຫລື​ລະບົບ​ສຸລິຍະ​ຂອງ​ເຮົາ​ກໍ​ດີ​ບໍ່​ຫນ້ອຍ​ເຊັ່ນ​ກັນ. ການ​ວົງ​ໂຄ​ຈອນ​ຂອງ​ໂລກ​ທີ່​ຢູ່​ຫ່າງ​ຈາກ​ດວງ​ຕາເວັນ​ປະມານ 150 ລ້ານ​ກິໂລແມັດ​ໃນ​ແນວ​ເຂດ​ຈຳກັດ​ເຮັດ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ຢູ່​ໄດ້​ໂດຍ​ບໍ່​ຫນາວ​ເກີນ​ໄປ​ແລະ​ບໍ່​ຮ້ອນ​ເກີນ​ໄປ. ນອກ​ຈາກ​ນັ້ນ ທາງ​ໂຄ​ຈອນ​ຂອງ​ຫນ່ວຍ​ໂລກ​ເກືອບ​ເປັນ​ຮູບ​ວົງ​ກົມ ເຮັດ​ໃຫ້​ໄລຍະ​ຫ່າງ​ຂອງ​ຫນ່ວຍ​ໂລກ​ຈາກ​ດວງ​ຕາເວັນ​ເກືອບ​ຈະ​ເທົ່າ​ກັນ​ຕະຫລອດ​ປີ.

ໃນ​ຂະນະ​ດຽວ​ກັນ​ດວງ​ຕາເວັນ​ເປັນ “ແຫລ່ງ​ພະລັງ​ງານ” ທີ່​ສົມບູນ​ແບບ. ດວງ​ຕາເວັນ​ມີ​ຄວາມ​ຫມັ້ນຄົງ​ແລະ​ມີ​ຂະຫນາດ​ທີ່​ພໍ​ດີ ແລະ​ປ່ອຍ​ພະລັງ​ງານ​ອອກ​ມາ​ຢ່າງ​ພໍ​ເຫມາະ​ພໍ​ດີ. ຈຶ່ງ​ເຫມາະ​ສົມ​ແລ້ວ​ທີ່​ເອີ້ນ​ດວງ​ຕາເວັນ​ວ່າ “ດວງ​ດາວ​ທີ່​ພິເສດ​ຫລາຍ.”2

“ເພື່ອນ​ບ້ານ” ທີ່​ດີ​ຫລາຍ: ຖ້າ​ທ່ານ​ເອງ​ຕ້ອງ​ເລືອກ “ເພື່ອນ​ບ້ານ​ທີ່​ໃກ້ໆ” ໃຫ້​ກັບ​ຫນ່ວຍ​ໂລກ ຄົງ​ຈະ​ບໍ່​ມີ​ດາວ​ດວງ​ໃດ​ດີ​ກວ່າ​ດວງ​ເດືອນ. ເສັ້ນ​ຜ່າ​ໃຈ​ກາງ​ຂອງ​ດວງ​ເດືອນ​ຍາວ​ກວ່າ​ຫນຶ່ງ​ສ່ວນ​ສີ່​ຂອງ​ເສັ້ນ​ຜ່າ​ໃຈ​ກາງ​ຂອງ​ຫນ່ວຍ​ໂລກ​ ພຽງ​ແຕ່​ຫນ້ອຍ​ຫນຶ່ງ. ດັ່ງ​ນັ້ນ​ເມື່ອ​ປຽບ​ທຽບ​ກັບ​ດາວ​ບໍລິວານ​ຂອງ​ດາວ​ເຄາະ​ອື່ນໆໃນ​ລະບົບ​ສຸລິຍະ ດວງ​ເດືອນ​ຂອງ​ເຮົາ​ໃຫຍ່​ກວ່າ​ປົກກະຕິ​ເມື່ອ​ທຽບ​ກັບ​ດາວ​ເຄາະ​ດວງ​ແມ່. ນີ້​ເປັນ​ພຽງ​ຄວາມ​ບັງເອີນ​ບໍ? ເບິ່ງ​ຄື​ວ່າ​ບໍ່​ເປັນ​ແບບ​ນັ້ນ.

ສິ່ງ​ຫນຶ່ງ ດວງ​ເດືອນ​ເປັນ​ສາເຫດ​ຫລັກ​ທີ່​ເຮັດ​ໃຫ້​ນໍ້າ​ໃນ​ມະຫາສະຫມຸດ​ຂຶ້ນໆລົງໆ ເຊິ່ງ​ມີ​ບົດບາດ​ສຳຄັນ​ຫລາຍ​ຕໍ່​ລະບົບ​ນິເວດ​ວິທະຍາ​ຂອງ​ໂລກ. ນອກ​ຈາກ​ນັ້ນ ດວງ​ເດືອນ​ຍັງ​ປະກອບ​ສ່ວນ​ເຮັດ​ໃຫ້​ແກນ​ຫມູນ​ຂອງ​ໂລກ​ອຽງ​ໃນ​ມຸມ​ເດີມ​ຢູ່​ຕະຫລອດ. ຖ້າ​ບໍ່​ມີ​ດວງ​ເດືອນ​ທີ່​ໄດ້​ອອກ​ແບບ​ໂດຍ​ສະເພາະ ຫນ່ວຍ​ໂລກ​ຂອງ​ເຮົາ​ຈະ​ເປັນ​ຄື​ຫມາກ​ຄ່າງ​ທີ່​ປິ່ນ​ໄປ​ປິ່ນ​ມາ ບາງ​ທີ​ມັນ​ອາດ​ຈະ​ລົ້ມ​ແລະ​ປິ່ນ​ໄປ​ອີກ​ຂ້າງ​ຫນຶ່ງ​ກໍ​ໄດ້! ນັ້ນ​ຈະ​ເປັນ​ເຫດ​ໃຫ້​ມີ​ການ​ປ່ຽນ​ແປງ​ທາງ​ອາກາດ ລະດັບ​ນໍ້າ​ຂຶ້ນ​ນໍ້າ​ລົງ ແລະ​ປັດໄຈ​ອື່ນ​ທີ່​ກໍ່​ຄວາມ​ເສຍຫາຍ​ທີ່​ຮ້າຍແຮງ.

ແກນ​ອຽງ​ແລະ​ການ​ຫມູນ​ທີ່​ສົມບູນ​ແບບ​ຂອງ​ຫນ່ວຍ​ໂລກ: ແກນ​ອຽງ​ຂອງ​ຫນ່ວຍ​ໂລກ​ມີ​ມຸມ​ອຽງ​ປະມານ 23,4 ອົງ​ສາ ນັ້ນ​ເປັນ​ເຫດ​ໃຫ້​ມີ​ການ​ຫມູນ​ວຽນ​ຂອງ​ລະດູ​ການ​ຕ່າງໆ, ມີ​ອຸນຫະພູມ​ທີ່​ພໍ​ເຫມາະ​ພໍ​ດີ​ເຊິ່ງ​ເຮັດ​ໃຫ້​ມີ​ເຂດ​ພູມ​ອາກາດ​ຕ່າງໆ. ປຶ້ມ​ໂລກ​ທີ່​ຫາ​ໄດ້​ຍາກ—ເຫດຜົນ​ທີ່​ຊີວິດ​ຊັບຊ້ອນ​ບໍ່​ມີ​ຢູ່​ທົ່ວໄປ​ໃນ​ເອກະພົບ3 (ພາສາ​ອັງກິດ) ໄດ້​ຂຽນ​ວ່າ “ປາກົດ​ວ່າ​ແກນ​ອຽງ​ຂອງ​ໂລກ​ໄດ້​ມຸມ​ທີ່ ‘ເຫມາະ​ເຈາະ.’”

ອີກ​ຢ່າງ​ຫນຶ່ງ ການ​ປິ່ນ​ອ້ອມ​ຕົວ​ເອງ​ຂອງ​ຫນ່ວຍ​ໂລກ​ເຮັດ​ໃຫ້​ເກີດ​ກາງເວັນ​ແລະ​ກາງຄືນ​ທີ່​ຍາວ “ພໍ​ດີ.” ຖ້າ​ຫາກ​ໂລກ​ປິ່ນ​ອ້ອມ​ຕົວ​ມັນ​ເອງ​ຊ້າ​ກວ່າ​ນີ້​ກາງເວັນ​ຈະ​ຍາວ​ອອກ​ໄປ​ອີກ ແລະ​ດ້ານ​ທີ່​ຫັນ​ໃສ່​ດວງ​ຕາເວັນ​ຈະ​ໄຫມ້ ແລະ​ອີກ​ດ້ານ​ຫນຶ່ງ​ຈະ​ຫນາວ​ໂພດ. ໃນ​ທາງ​ກົງ​ກັນ​ຂ້າມ ຖ້າ​ໂລກ​ປິ່ນ​ອ້ອມ​ຕົວ​ເອງ​ໄວ​ຂຶ້ນ​ກາງເວັນ​ຈະ​ສັ້ນ​ລົງ ມື້​ຫນຶ່ງ​ຈະ​ຍາວ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ແລະ​ຖ້າ​ປິ່ນ​ອ້ອມ​ຕົວ​ເອງ​ໄວ​ກວ່າ​ນີ້​ກໍ​ຈະ​ກໍ່​ໃຫ້​ເກີດ​ວາຕະໄພ​ບໍ່​ຢຸດ​ບໍ່​ເຊົາ ແລະ​ສົ່ງ​ຜົນ​ສະທ້ອນ​ອື່ນໆທີ່​ເປັນ​ອັນຕະລາຍ.

ເກາະ​ປົກ​ປ້ອງ​ຂອງ​ຫນ່ວຍ​ໂລກ

ໃນ​ອະວະກາດ​ເປັນ​ບ່ອນ​ອັນຕະລາຍ​ເພາະ​ປົກກະຕິ​ແລ້ວ​ຈະ​ມີ​ລັງ​ສີ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ໄດ້ ອຸກກາບາດ​ເຮັດ​ໃຫ້​ເກີດ​ອັນຕະລາຍ​ໄດ້​ຕະຫລອດ​ເວລາ. ເຖິງ​ປານ​ນັ້ນ ດາວ​ເຄາະ​ສີ​ຟ້າ​ຂອງ​ເຮົາ​ເບິ່ງ​ຄື​ວ່າ​ຈະ​ພົ້ນ​ຈາກ​ການ​ຍິງ​ຖະຫລົ່ມ​ຂອງ​ລູກ​ອຸກກາບາດ​ໂດຍ​ບໍ່​ໄດ້​ຮັບ​ຄວາມ​ເສຍຫາຍ​ເລີຍ. ຍ້ອນ​ຫຍັງ? ເພາະ​ຫນ່ວຍ​ໂລກ​ມີ​ເກາະ​ປ້ອງກັນ​ທີ່​ເຫລືອ​ເຊື່ອ—ທົ່ງ​ແມ່​ເຫລັກ​ທີ່​ມີ​ພະລັງ ແລະ​ຊັ້ນ​ບັນຍາກາດ​ທີ່​ອອກ​ແບບ​ໄວ້​ສະເພາະ.

ສະ​ໜາມ​ແມ່​ເຫຼັກ​ຂອງ​ໂລກ​ທີ່​ເບິ່ງ​ບໍ່​ເຫັນ

ທົ່ງ​ແມ່​ເຫລັກ​ຂອງ​ໂລກ: ກາງ​ຫນ່ວຍ​ໂລກ​ມີ​ເຫລັກ​ແຫລວ​ທີ່​ປິ່ນ​ໄວ​ຫລາຍ ເຊິ່ງ​ເຮັດ​ໃຫ້​ຫນ່ວຍ​ໂລກ​ມີ​ທົ່ງ​ແມ່​ເຫລັກ​ໃຫຍ່​ແຜ່​ອອກ​ໄປ​ໃນ​ອະວະກາດ. ທົ່ງ​ແມ່​ເຫລັກ​ຂອງ​ຫນ່ວຍ​ໂລກ​ນີ້​ເປັນ​ຄື​ເກາະ​ປ້ອງກັນ​ເຮົາ​ຈາກ​ລັງ​ສີ​ອະວະກາດທີ່​ແຮງ​ກ້າ​ຫລາຍ ແລະ​ຈາກ​ພະລັງ​ທີ່​ອາດ​ຈະ​ເປັນ​ອັນຕະລາຍ​ຕໍ່​ຊີວິດ​ທີ່​ດວງ​ຕາເວັນ​ປ່ອຍ​ອອກ​ມາ. ພະລັງ​ທີ່​ວ່າ​ນີ້​ລວມ​ເຖິງ​ລົມ​ສຸລິຍະ ເຊິ່ງ​ເປັນ​ກະແສ​ອະນຸ​ພາບ​ທີ່​ມີ​ພະລັງ​ເຊິ່ງ​ອອກ​ມາ​ຢ່າງ​ຕໍ່​ເນື່ອງ ການ​ເຜົາ​ໄຫມ້​ຂອງ​ດວງ​ຕາເວັນ​ພຽງ​ບໍ່​ເທົ່າ​ໃດ​ນາທີ​ຄື​ກັບ​ລູກ​ລະເບີດ​ຮີໂດຣແຊນ​ຫລາຍ​ພັນ​ລ້ານ​ຫນ່ວຍ ແລະ​ການ​ລະເບີດ​ທີ່​ເກີດ​ຂຶ້ນ​ບໍລິເວນ​ຊັ້ນ​ນອກ​ ຂອງ​ດວງ​ຕາເວັນ​ຄື​ໂຄໂຣນາ ເຊິ່ງ​ເຮັດ​ໃຫ້​ມີ​ມວນສານຫລາຍ​ພັນ​ລ້ານ​ໂຕນ​ແຜ່​ກະຈາຍ​ຢູ່​ໃນ​ອະວະກາດ. ທ່ານ​ສາມາດ​ເຫັນ​ຫລັກຖານ​ການ​ປ້ອງກັນ​ທ່ານ​ທີ່​ໄດ້​ຈາກ​ທົ່ງ​ແມ່​ເຫລັກ​ນີ້. ການ​ເຜົາ​ໄຫມ້​ແລະ​ການ​ລະເບີດ​ໃນ​ຊັ້ນ​ໂຄໂຣນາ​ຂອງ​ດວງ​ຕາເວັນ​ກໍ່​ໃຫ້​ເກີດ​ແສງ​ເຫນືອ ແສງ​ໃຕ້​ທີ່​ແຮງ​ກ້າ ແສງ​ທີ່​ມີ​ສີ​ສັນນີ້​ເຮົາ​ເຫັນ​ໄດ້​ໃນ​ຊັ້ນ​ສູງໆຂອງ​ບັນຍາກາດ​ໃກ້ໆບໍລິເວນ​ທົ່ງ​ຂົ້ວ​ແມ່​ເຫລັກ​ຂອງ​ຫນ່ວຍ​ໂລກ.

ແສງ​ເໜືອ

ຊັ້ນ​ບັນຍາກາດ​ຂອງ​ໂລກ: ອາຍ​ກາດ​ຕ່າງໆເປັນ​ຄື​ຜ້າ​ຫົ່ມ​ທີ່​ບໍ່​ພຽງ​ຊ່ວຍ​ໃຫ້​ເຮົາ​ມີ​ອາກາດ​ຫາຍ​ໃຈ ແຕ່​ໃຫ້​ການ​ປົກ​ປ້ອງ​ນຳ. ບັນຍາກາດ​ຊັ້ນ​ນອກ​ທີ່​ມີ​ຊື່​ວ່າ ຊັ້ນ​ສະຕຣາໂຕເຟຍ ມີ​ຮູບ​ຫນຶ່ງ​ຂອງ​ທາດ​ອົກຊີແຊນ​ທີ່​ເອີ້ນ​ວ່າ​ໂອໂຊນ ເຊິ່ງ​ດູດ​ເອົາ​ລັງ​ສີ​ແສງ​ກາຍອິດ (UV) ເຖິງ 99 ສ່ວນ​ຮ້ອຍ​ທີ່​ໄດ້​ເຂົ້າ​ມາ. ດັ່ງ​ນັ້ນ ຊັ້ນ​ໂອໂຊນ​ຈຶ່ງ​ເປັນ​ເກາະ​ທີ່​ຊ່ວຍ​ປ້ອງກັນ​ລັງ​ສີ​ນັ້ນ​ບໍ່​ໃຫ້​ເປັນ​ອັນຕະລາຍ​ແກ່​ຊີວິດ​ຫລາຍ​ຮູບ​ແບບ​ລວມ​ທັງ​ມະນຸດ ທັງ​ພືດ​ແລະ​ສັດ​ພລັງຕອນ​ທີ່​ຊ່ວຍ​ຜະລິດ​ອົກຊີແຊນ​ສ່ວນ​ຫລາຍ​ໃຫ້​ເຮົາ. ປະລິມານ​ໂອໂຊນ​ໃນ​ຊັ້ນ​ບັນຍາກາດ​ສະຕຣາໂຕເຟຍ​ບໍ່​ໄດ້​ກຳນົດ. ແຕ່ ປະລິມານ​ນີ້​ມີ​ການ​ປ່ຽນ​ແປງ ໂດຍ​ເພີ່ມ​ຂຶ້ນ​ຕາມ​ຄວາມ​ແຮງ​ທີ່​ສູງ​ຂຶ້ນ​ຂອງ​ລັງ​ສີ​ແສງ​ກາຍ​ອິດ. ດັ່ງ​ນັ້ນ ຊັ້ນ​ໂອໂຊນ​ຈຶ່ງ​ເປັນ​ເກາະ​ປ້ອງກັນ ທີ່​ມີ​ປະສິດທິພາບ​ສູງ.

ຊັ້ນ​ບັນຍາກາດ​ປົກ​ປ້ອງ​ເຮົາ​ຈາກ​ອຸກ​ກາ​ບາດ

ຊັ້ນ​ບັນຍາກາດ​ຍັງ​ຊ່ວຍ​ປົກ​ປ້ອງ​ບໍ່​ໃຫ້​ເສດ​ວັດຖຸ​ຕ່າງໆຈາກ​ອະວະກາດ​ທີ່​ນັບ​ເປັນ​ລ້ານໆຕ່ອນ​ຖະຫລົ່ມ​ໃສ່​ເຮົາ​ທຸກ​ມື້ ເຊິ່ງ​ເປັນ​ຫີນ​ກ້ອນ​ນ້ອຍໆຈົນ​ເຖິງ​ຫີນ​ກ້ອນ​ໃຫຍ່ໆ. ສ່ວນ​ຫລາຍ​ແລ້ວ​ວັດຖຸ​ດັ່ງ​ກ່າວ​ຖືກ​ໄຫມ້​ວາບ​ແວບ​ໄປ​ໃນ​ຊັ້ນ​ບັນຍາກາດ​ຈຶ່ງ​ເອີ້ນ​ວ່າ​ດາວ​ຕົກ. ແນວ​ໃດ​ກໍ​ຕາມ​ເກາະ​ປ້ອງກັນ​ໂລກ​ບໍ່​ໄດ້​ກັ້ນ​ລັງ​ສີ​ທີ່​ຈຳເປັນ​ຕໍ່​ຊີວິດ ເຊັ່ນ​ຄວາມ​ຮ້ອນ​ແລະ​ແສງ. ຊັ້ນ​ບັນຍາກາດ​ຍັງ​ຊ່ວຍ​ແຜ່​ຄວາມ​ຮ້ອນ​ອອກ​ໄປ​ທົ່ວ​ໂລກ ແລະ​ໃນ​ຕອນ​ກາງຄືນ​ຊັ້ນ​ບັນຍາກາດ​ນີ້​ເຮັດ​ຫນ້າທີ່​ຄື​ກັບ​ຜ້າ​ຫົ່ມ​ທີ່​ເກີບ​ຄວາມ​ຮ້ອນ​ບໍ່​ໃຫ້​ລະ​ບາຍ​ອອກ​ໄປ​ຈາກ​ຫນ່ວຍ​ໂລກ​ໄວ​ເກີນ​ໄປ.

ບັນຍາກາດ​ຂອງ​ໂລກ ແລະ​ທົ່ງ​ແມ່​ເຫລັກ​ເປັນ​ຜົນ​ງານ​ອອກ​ແບບ​ທີ່​ມະຫັດສະຈັນ​ເຊິ່ງ​ບໍ່​ມີ​ໃຜ​ເຂົ້າ​ໃຈ​ໄດ້​ຢ່າງ​ເຕັມທີ. ຄື​ກັບ​ວົງ​ຈອນ​ຕ່າງໆທີ່​ຄໍ້າຈູນ​ຊີວິດ​ເທິງ​ດາວ​ເຄາະ​ດວງ​ນີ້.

ຍ້ອນ​ຄວາມ​ບັງເອີນ​ເທົ່າ​ນັ້ນ​ບໍ​ທີ່​ໜ່ວຍ​ໂລກ​ຂອງ​ເຮົາ​ມີ​ເກາະ​ປົກ​ປ້ອງ​ສອງ​ຊັ້ນ​ທີ່​ປ່ຽນ​ແປງ​ໄດ້​ສະເໝີ?

 ວົງ​ຈອນ​ຂອງ​ທຳມະຊາດ​ເພື່ອ​ໃຫ້​ມີ​ຊີວິດ

ຖ້າ​ເມືອງ​ຫນຶ່ງ​ບໍ່​ມີ​ອາກາດ​ສົດ​ບໍ່​ມີ​ນໍ້າ​ສະອາດ ແລະ​ທໍ່​ລະ​ບາຍ​ຂອງ​ເສຍ​ອຸດ​ຕັນ ບໍ່​ດົນ​ເຊື້ອ​ໂລກ​ແລະ​ຄວາມ​ຕາຍ​ກໍ​ຈະ​ຕາມ​ມາ. ແຕ່​ລອງ​ຄິດ​ເບິ່ງ​ຫນ່ວຍ​ໂລກ​ຂອງ​ເຮົາ​ບໍ່​ຄື​ກັບ​ຮ້ານ​ອາຫານ ເຊິ່ງ​ມີ​ການ​ສົ່ງ​ອາຫານ​ໃຫມ່​ແລະ​ສິ່ງ​ຈຳເປັນ​ອື່ນໆເຂົ້າ​ມາ ແລະ​ຂີ້ເຫຍື້ອ​ຖືກ​ກຳຈັດ​ອອກ​ໄປ​ທາງ​ນອກ. ອາກາດ​ແລະ​ນໍ້າ​ບໍລິສຸດ​ບໍ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ນອກ​ອະວະກາດ ແລະ​ຂອງ​ເສຍ​ບໍ່​ໄດ້​ຖືກ​ສົ່ງ​ອອກ​ໄປ​ຈາກ​ຫນ່ວຍ​ໂລກ. ສະນັ້ນ ຫນ່ວຍ​ໂລກ​ຍັງ​ເປັນ​ບ່ອນ​ຢູ່​ອາໄສ​ທີ່​ດີ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ໄດ້​ແນວ​ໃດ? ຄຳຕອບ​ກໍ​ແມ່ນ ຍ້ອນ​ວົງ​ຈອນ​ທຳມະຊາດ ດັ່ງ​ເຊັ່ນ ວົງ​ຈອນ​ຂອງ​ນໍ້າ ກາກບອນ ອົກຊີແຊນ ແລະ​ນີເຕີແຊນ ທີ່​ອະທິບາຍ​ໄວ້​ໃຫ້​ເຂົ້າ​ໃຈ​ງ່າຍໆດັ່ງ​ຕໍ່​ໄປ​ນີ້.

ວົງ​ຈອນ​ຂອງ​ນໍ້າ: ນໍ້າ​ມີ​ຄວາມ​ຈຳເປັນ​ຕໍ່​ຊີວິດ. ຖ້າ​ຂາດ​ນໍ້າ​ສອງ​ສາມ​ມື້​ເຮົາ​ກໍ​ຈະ​ຕາຍ. ວົງ​ຈອນ​ຂອງ​ນໍ້າ​ເຮັດ​ໃຫ້​ມີ​ນໍ້າ​ບໍລິສຸດ​ທົ່ວ​ໂລກ ວົງ​ຈອນ​ນີ້​ມີ​ສາມ​ຂັ້ນ​ຕອນ. (1) ພະລັງ​ແສງ​ຕາເວັນ​ເຮັດ​ໃຫ້​ນໍ້າ​ເຫີຍ​ເປັນ​ອາຍ​ຂຶ້ນ​ສູ່​ຊັ້ນ​ບັນຍາກາດ. (2) ອາຍນໍ້າ​ກາຍ​ເປັນ​ເມກ. (3) ເມກ​ກາຍ​ເປັນ​ຝົນ ກາຍ​ເປັນ​ຫມາກ​ເຫັບ ຫລືຫິມະ​ທີ່​ຕົກ​ລົງ​ດິນ ແລະ​ລະ​ເຫີຍ​ອີກ. ເປັນ​ດັ່ງ​ນີ້​ຈຶ່ງ​ເຮັດ​ໃຫ້​ວົງ​ຈອນ​ຂອງ​ນໍ້າ​ຄົບ​ວົງ​ຈອນ. ໃນ​ແຕ່​ລະ​ປີ​ມີ​ນໍ້າ​ຫລາຍ​ເທົ່າ​ໃດ​ທີ່​ຖືກ​ນຳ​ຄືນ​ມາ​ໃຊ້​ອີກ? ເມື່ອ​ທຽບ​ແລ້ວ​ກະ​ປະມານ​ວ່າ​ມີ​ນໍ້າ​ປົກ​ຄຸມ​ຫນ້າ​ໂລກ​ທັງ​ຫມົດ​ເລິກ​ເຖິງ​ແປດ​ສິບ​ຊັງ​ຕີ​ແມັດ.4

ວົງ​ຈອນ​ຂອງ​ກາກບອນ ແລະ​ອົກຊີແຊນ: ດັ່ງ​ທີ່​ເຮົາ​ຮູ້​ແລ້ວ​ວ່າ ເຮົາ​ຈຳເປັນ​ຕ້ອງ​ຫາຍ​ໃຈ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້ ຄື​ຫາຍ​ໃຈ​ເອົາ​ອົກຊີແຊນ ແລະ​ປ່ອຍ​ອາຍ​ກາກໂບນິກ. ແຕ່​ວ່າ​ໃນ​ຂະນະ​ທີ່​ມະນຸດ​ແລະ​ສັດ​ຈຳນວນ​ທີ່​ນັບ​ເປັນ​ລ້ານ​ເປັນ​ຕື້​ໄດ້​ເຮັດ​ແນວ​ນັ້ນ ເປັນ​ຫຍັງ​ບັນຍາກາດ​ຂອງ​ໂລກ​ຈຶ່ງ​ບໍ່​ຂາດ​ອົກຊີແຊນ​ແລະ​ມີ​ແຕ່​ອາຍ​ກາກໂບນິກ? ຄຳຕອບ​ກໍ​ຄື​ວ່າ​ຍ້ອນ​ວົງ​ຈອນ​ຂອງ​ອົກຊີແຊນ. (1) ໃນ​ຂະບວນ​ການ​ອັດສະຈັນ​ທີ່​ເອີ້ນ​ວ່າ ການ​ສັງ​ເຄາະ​ແສງ ພືດ​ນຳ​ເອົາ​ອາຍ​ກາກໂບນິກ​ທີ່​ເຮົາ​ຫາຍ​ໃຈ​ອອກ​ໄປ​ໃຊ້ ແລະ​ເອົາ​ພະລັງ​ຈາກ​ແສງ​ຕາເວັນ​ເພື່ອ​ຜະລິດ​ຄາໂບໄຮເດຣດ ແລະ​ອົກຊີແຊນ. (2) ເມື່ອ​ເຮົາ​ຫາຍ​ໃຈ​ເອົາ​ອົກຊີແຊນ​ເຂົ້າ​ໄປ​ວົງ​ຈອນ​ນີ້​ກໍ​ຄົບ​ຖ້ວນ. ຂະບວນ​ການ​ຜະລິດ​ພືດ​ແລະ​ອາກາດ​ຫາຍ​ໃຈ​ເກີດ​ຂຶ້ນ​ຢ່າງ​ໃສ​ສະອາດ ມີ​ປະສິດທິພາບ ແລະ​ດຳເນີນ​ໄປ​ຢ່າງ​ມິດ​ງຽບ.

 ວົງ​ຈອນ​ຂອງ​ນີເຕີແຊນ: ຊີວິດ​ເທິງ​ແຜ່ນ​ໂລກ​ຂຶ້ນ​ກັບ​ໂມເລກູນ​ອົງຄະ​ທາດ​ດັ່ງ​ເຊັ່ນ ໂປ​ຕີນ (ກ) ການ​ຜະລິດ​ໂມເລກູນ​ເຫລົ່າ​ນີ້​ຕ້ອງ​ໃຊ້​ນີເຕີແຊນ. ຫນ້າ​ຍິນດີ​ທີ່​ບັນຍາກາດ​ຂອງ​ເຮົາ​ມີ​ອາຍ​ກາດ​ຊະນິດ​ນີ້​ປະມານ 78 ສ່ວນ​ຮ້ອຍ. ຟ້າ​ຜ່າ​ເຮັດ​ໃຫ້​ນີເຕີແຊນ​ປ່ຽນ​ເປັນ​ທາດ​ປະສົມ​ທີ່​ພືດ​ດູດ​ຊຶມ​ໄດ້. (ຂ) ຈາກ​ນັ້ນ​ພືດ​ກໍ​ໂຮມ​ທາດ​ປະສົມ​ນັ້ນ​ປະກອບ​ເຂົ້າ​ກັບ​ໂມເລກູນ​ອົງຄະ​ທາດ. ສັດ​ທີ່​ກິນ​ພືດ​ເຫລົ່າ​ນັ້ນ​ຈຶ່ງ​ໄດ້​ຮັບ​ນີເຕີແຊນ​ເຂົ້າ​ໄປ​ນຳ. (ຄ) ໃນ​ທີ່​ສຸດ​ເມື່ອ​ພືດ​ແລະ​ສັດ​ຕາຍ ຈຸລິນຊີ​ຈະ​ຍ່ອຍ​ທາດ​ປະສົມ​ນີເຕີແຊນ​ທີ່​ຢູ່​ໃນ​ພືດ​ແລະ​ຊາກ​ເຫລົ່າ​ນັ້ນ. ຂະບວນ​ການ​ຍ່ອຍ​ນີ້​ປ່ອຍ​ໃຫ້​ທາດ​ນີເຕີແຊນ​ກັບ​ເຂົ້າ​ໄປ​ໃນ​ດິນ​ແລະ​ຂຶ້ນ​ສູ່​ຊັ້ນ​ບັນຍາກາດ​ອີກ​ຈຶ່ງ​ເຮັດ​ໃຫ້​ນີເຕີແຊນ​ຄົບ​ວົງ​ຈອນ.

ການ​ຫມູນ​ໃຊ້​ຄືນ​ທີ່​ສົມບູນ​ແບບ

ແຕ່​ລະ​ປີ​ມະນຸດ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ຫນ້າ​ໄດ້​ເຮັດ​ໃຫ້​ເກີດ​ຂອງ​ເສີຍ​ທີ່​ເປັນ​ພິດ​ທີ່​ເອົາ​ມາ​ໃຊ້​ຄືນ​ບໍ່​ໄດ້​ຈຳນວນ​ມະຫາສານ. ແຕ່​ຫນ່ວຍ​ໂລກ​ສາມາດ​ເອົາ​ຂອງ​ເສຍ​ທຸກ​ຢ່າງ ຂອງ​ໂລກ​ກັບ​ມາ​ໃຊ້​ໄດ້​ຢ່າງ​ສົມບູນ​ແບບ​ດ້ວຍ​ຂະບວນ​ການ​ທາງ​ວິສະວະກຳ​ເຄມີ​ສາດ​ທີ່​ຊ່າງ​ປະດິດ.

ທ່ານ​ຄິດ​ວ່າ​ລະບົບ​ຫມູນ​ໃຊ້​ຄືນ​ຂອງ​ໂລກ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ເອັມ. ເອ. ຄໍເຣ5 ນັກ​ຂຽນ​ກ່ຽວ​ກັບ​ສາສະຫນາ​ແລະ​ວິທະຍາສາດ​ເວົ້າ​ວ່າ “ຖ້າ​ລະບົບ​ນິເວດ​ວິທະຍາ​ເກີດ​ຂຶ້ນ​ເພາະ​ຄວາມ​ບັງເອີນ​ກໍ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ມີ​ຄວາມ​ສອດຄ່ອງ​ລົງ​ຮອຍ​ກັນ​ທາງ​ສິ່ງ​ແວດ​ລ້ອມ​ໃນ​ລະດັບ​ທີ່​ສົມບູນ​ແບບ​ເຊັ່ນ​ນີ້.” ທ່ານ​ເຫັນ​ດີ​ນຳ​ຂໍ້​ສະຫລຸບ​ຂອງ​ລາວ​ບໍ?