ລາວ
ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຈະ​ຮັກ​ພະເຈົ້າ?
https://cms-imgp.jw-cdn.org/img/p/2013802/univ/art/2013802_univ_sqr_xl.jpg
ຫ13 1/11

ຈາກ​ປົກ | ຄຳ​ຕົວະ​ທີ່​ເຮັດ​ໃຫ້​ມະນຸດ​ບໍ່​ຢາກ​ຮັກ​ພະເຈົ້າ

ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຈະ​ຮັກ​ພະເຈົ້າ?

ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຈະ​ຮັກ​ພະເຈົ້າ?

“‘ເຈົ້າ​ຕ້ອງ​ຮັກ​ພະເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສຸດ​ຫົວໃຈ ສຸດ​ຊີວິດ ແລະ​ສຸດ​ຄວາມຄິດ.’ ນີ້​ເປັນ​ກົດໝາຍ​ຂໍ້​ສຳຄັນ​ທີ່ສຸດ​ແລະ​ເປັນ​ຂໍ້​ທຳອິດ.”—ພະເຢຊູ​ຄລິດ ປີ ຄ.ສ 33 a

ບາງຄົນ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຮັກ​ພະເຈົ້າ. ສຳລັບ​ເຂົາເຈົ້າ​ແລ້ວ ພະເຈົ້າ​ເບິ່ງ​ຄື​ວ່າ​ລຶກລັບ ຫ່າງ​ໄກ ຫຼື​ເຖິງ​ກັບ​ໂຫດ​ຮ້າຍ​ນຳ. ລອງ​ມາ​ຟັງ​ຄວາມຄິດ​ເຫັນ​ຕໍ່ໄປ​ນີ້:

  • “ຂ້ອຍ​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ ແຕ່​ໃນ​ຂະນະ​ດຽວ​ກັນ​ ຂ້ອຍ​ກໍ​ຮູ້ສຶກ​ວ່າ​ເພິ່ນ​ຢູ່​ໄກ​ເກີນ​ໄປ ແລະ​ເຂົ້າ​ເຖິງ​ໄດ້​ຍາກ. ສຳລັບ​ຂ້ອຍ​ແລ້ວ ເພິ່ນ​ເປັນ​ພະເຈົ້າ​ທີ່​ເຢັນ​ຊາ​ແລະ​ບໍ່​ສົນໃຈ​ເຮົາ.”—ມາໂຄ, ອີຕາລີ.

  • “ເຖິງ​ວ່າ​ຂ້ອຍ​ຢາກ​ຮັບໃຊ້​ພະເຈົ້າ​ສຸດ​ຫົວໃຈ ແຕ່​ເບິ່ງ​ຄື​ວ່າ​ເພິ່ນ​ຢູ່​ຫ່າງ​ໄກ​ໂພດ. ຂ້ອຍ​ຄິດ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ທີ່​ໂຫດ​ຮ້າຍ​ແລະ​ມັກ​ລົງໂທດ​ມະນຸດ. ຂ້ອຍ​ບໍ່​ເຊື່ອ​ວ່າ​ເພິ່ນ​ຈະ​ມີ​ຄວາມ​ອົບອຸ່ນ​ແລະ​ຄວາມ​ອ່ອນໂຍນ.”—ໂຣຊາ, ກົວເຕມາລາ.

  • “ຕອນ​ຍັງ​ນ້ອຍ ຂ້ອຍ​ຄິດ​ວ່າ​ພະເຈົ້າ​ຖ້າ​ຈອບ​ຈັບ​ຜິດ​ມະນຸດ ແລະ​ພ້ອມ​ຈະ​ລົງໂທດ​ເຮົາ​ທຸກ​ເວລາ. ຕອນ​ໃຫຍ່​ຂຶ້ນ ຂ້ອຍ​ພັດ​ຮູ້ສຶກ​ວ່າ​ເພິ່ນ​ຢູ່​ສູງ​ເກີນ​ໄປ. ພະເຈົ້າ​ເປັນ​ຄື​ກັບ​ນາຍົກ​ລັດຖະມົນຕີ​ທີ່​ມີ​ໜ້າທີ່​ຈັດການ​ບັນຫາ​ຕ່າງໆ​ໃຫ້​ປະຊາຊົນ ແຕ່​ບໍ່​ໄດ້​ສົນໃຈ​ເຂົາເຈົ້າ​ແທ້.”—ເຣມົນ, ການາດາ.

ເຈົ້າ​ເດ​ຄິດ​ແນວໃດ? ເປັນ​ເລື່ອງ​ຍາກ​ແທ້ໆບໍ​ທີ່​ຈະ​ຮັກ​ພະເຈົ້າ? ຜູ້​ທີ່​ເປັນ​ຄລິດສະຕຽນ​ຖາມ​ຄຳຖາມ​ນີ້​ມາ​ຫຼາຍ​ສະຕະວັດ​ແລ້ວ. ໃນ​ຍຸກ​ກາງ ສະມາຊິກ​ສ່ວນ​ໃຫຍ່​ຂອງ​ຄລິດ​ສາສະໜາ​ຈັກ​ເຖິງ​ກັບ​ເຊົາ​ອະທິດຖານ​ຕໍ່​ພະເຈົ້າ​ທີ່​ຍິ່ງໃຫຍ່​ສູງ​ສຸດ. ຍ້ອນຫຍັງ? ຍ້ອນ​ເຂົາເຈົ້າ​ຢ້ານ​ຈົນ​ບໍ່​ກ້າ​ເຂົ້າ​ໃກ້​ເພິ່ນ. ນັກ​ປະຫວັດສາດ ວິວ ດູແຣນ​ບອກ​ວ່າ: “ຄົນ​ທົ່ວໄປ​ທີ່​ເປັນ​ຄົນ​ບາບ​ຈະ​ກ້າ​ອະທິດຖານ​ເຖິງ​ພະເຈົ້າ​ທີ່​ເປັນ​ຕາ​ຢ້ານ​ແລະ​ຢູ່​ຫ່າງ​ໄກ​ຈາກ​ມະນຸດ​ໄດ້​ແນວໃດ?”

ເປັນຫຍັງ​ຫຼາຍ​ຄົນ​ເບິ່ງ​ວ່າ​ພະເຈົ້າ “ເປັນ​ຕາ​ຢ້ານ​ແລະ​ຢູ່​ຫ່າງ​ໄກ”? ແທ້ໆແລ້ວ ຄຳພີໄບເບິນ​ສອນ​ແນວໃດ​ກ່ຽວກັບ​ພະເຈົ້າ? ການ​ຮູ້​ຄວາມຈິງ​ກ່ຽວກັບ​ພະເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ເພິ່ນ​ໄດ້​ບໍ?