ເຈົ້າໄດ້ຮັບປະໂຫຍດຫຍັງທີ່ອົງສັກສິດເປັນຫ່ວງເຈົ້າ?
ພະເຢໂຫວາພະເຈົ້າສ້າງຮ່າງກາຍຂອງເຮົາໃຫ້ມີຄວາມສາມາດທີ່ຈະປົວໂຕເອງໄດ້ຢ່າງອັດສະຈັນ. ເມື່ອມີບາດ ຮອຍເຫຼີ້ນ ຮອຍຂູດ ຫຼືຊ້ຳ ຮ່າງກາຍຂອງເຮົາກໍຈະເຮັດວຽກທັນທີເພື່ອໃຫ້ເລືອດເຊົາໄຫຼ ປົວບາດແຜ ແລະເຮັດໃຫ້ເນື້ອເຫຍື່ອແຂງແຮງ.
ລອງຄິດເບິ່ງ: ຖ້າພະເຢໂຫວາພະເຈົ້າສ້າງຮ່າງກາຍຂອງເຮົາໃຫ້ປົວບາດແຜໄດ້ ເຮົາກໍຄວນໝັ້ນໃຈໃນຄຳສັນຍາຂອງເພິ່ນທີ່ບອກວ່າຈະປົວບາດແຜທາງອາລົມຂອງເຮົານຳບໍ່ແມ່ນບໍ? ຜູ້ຂຽນເພງສັນລະເສີນຂຽນວ່າ: “ເພິ່ນປິ່ນປົວຄົນທີ່ຫົວໃຈແຕກສະຫຼາຍ ແລະເພິ່ນພັນບາດໃຫ້ເຂົາເຈົ້ານຳ.” (ເພງສັນລະເສີນ 147:3) ແຕ່ຖ້າເຈົ້າທຸກໃຈຍ້ອນສິ່ງທີ່ເຄີຍເຈິໃນອະດີດຫຼືໃນປັດຈຸບັນ ເຈົ້າຈະໝັ້ນໃຈໄດ້ແນວໃດວ່າພະເຢໂຫວາຈະພັນບາດຫຼືປິ່ນປົວຄວາມຮູ້ສຶກຂອງເຈົ້າທັງໃນຕອນນີ້ແລະໃນອະນາຄົດ?
ຄຳພີໄບເບິນສອນແນວໃດກ່ຽວກັບຄວາມຮັກຂອງພະເຢໂຫວາ?
ພະເຢໂຫວາສັນຍາວ່າ: “ບໍ່ຕ້ອງຢ້ານ ຍ້ອນວ່າເຮົາຢູ່ນຳເຈົ້າ. ບໍ່ຕ້ອງອຸກໃຈ ຍ້ອນວ່າເຮົາເປັນພະເຈົ້າຂອງເຈົ້າ. ເຮົາຈະເຮັດໃຫ້ເຈົ້າເຂັ້ມແຂງແລະເຮົາຈະຊ່ວຍເຈົ້າ.” (ເອຊາຢາ 41:10) ຄົນທີ່ຮູ້ວ່າພະເຢໂຫວາສົນໃຈແລະຫ່ວງໃຍຈະຮູ້ສຶກສະຫງົບໃຈແລະມີກຳລັງທີ່ຈະຮັບມືກັບບັນຫາຕ່າງໆໃນຊີວິດ. ອັກຄະສາວົກໂປໂລເອີ້ນຄວາມສະຫງົບໃຈນີ້ວ່າ “ສັນຕິສຸກຂອງພະເຈົ້າທີ່ເກີນຄວາມເຂົ້າໃຈທຸກຢ່າງ.” ໂປໂລຍັງບອກຕື່ມອີກວ່າ: “ຂ້ອຍມີກຳລັງອົດທົນໄດ້ທຸກສິ່ງຍ້ອນພະເຈົ້າໃຫ້ກຳລັງຂ້ອຍ.”—ຟີລິບປອຍ 4:4-7, 9, 13
ຄຳພີໄບເບິນຊ່ວຍເຮົາໃຫ້ມີຄວາມເຊື່ອຫຼາຍຂຶ້ນໃນຄຳສັນຍາຂອງພະເຢໂຫວາກ່ຽວກັບອະນາຄົດຂອງມະນຸດ. ຕົວຢ່າງເຊັ່ນ: ໃນພະນິມິດ 21:4, 5 ບອກວ່າເພິ່ນຈະເຮັດຫຍັງແລະເປັນຫຍັງເຮົາໝັ້ນໃຈໄດ້ວ່າເພິ່ນຈະເຮັດແທ້ໆ.
-
“ພະເຈົ້າຈະເຊັດນ້ຳຕາທຸກຢົດ” ຈາກຕາຂອງເຮົາ. ພະເຢໂຫວາຈະກຳຈັດຄວາມທຸກລຳບາກແລະຄວາມອຸກໃຈທຸກຢ່າງຂອງເຮົາ ແມ່ນແຕ່ເລື່ອງທີ່ຄົນອື່ນເບິ່ງວ່າບໍ່ສຳຄັນ.
-
ກະສັດຜູ້ທີ່ມີລິດເດດສູງສຸດເໜືອສິ່ງທີ່ມີຊີວິດທັງໝົດ “ນັ່ງຢູ່ເທິງບັນລັງ” ຍິ່ງໃຫຍ່ໃນສະຫວັນຈະໃຊ້ລິດເດດແລະສິດອຳນາດຂອງເພິ່ນປ້ອງກັນບໍ່ໃຫ້ມີຄວາມທຸກລຳບາກແລະຊ່ວຍເຫຼືອເຮົາເມື່ອເຮົາມີບັນຫາ.
-
ພະເຢໂຫວາຮັບຮອງໂດຍເອົາຊື່ສຽງຂອງເພິ່ນໃນຖານະເປັນພະເຈົ້າທ່ຽງແທ້ມາຮັບປະກັນວ່າຄຳສັນຍາຂອງເພິ່ນ “ເຊື່ອຖືໄດ້ແລະເປັນຄວາມຈິງ.” ນີ້ໝາຍຄວາມວ່າເພິ່ນຈະເຮັດໃຫ້ຄຳສັນຍາທັງໝົດເກີດຂຶ້ນແທ້ແນ່ນອນ.
“ພະເຈົ້າຈະເຊັດນ້ຳຕາທຸກຢົດຈາກຕາຂອງເຂົາເຈົ້າ. ຄວາມຕາຍຈະບໍ່ມີອີກຕໍ່ໄປ. ຄວາມໂສກເສົ້າ ຫຼືສຽງຮ້ອງໄຫ້ເສຍໃຈ ຫຼືຄວາມເຈັບປວດຈະບໍ່ມີອີກເລີຍ. ສິ່ງຕ່າງໆເຫຼົ່ານີ້ທີ່ເຄີຍເຮັດໃຫ້ພວກເຮົາເຈັບປວດໄດ້ຜ່ານພົ້ນໄປແລ້ວ.” ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນເວົ້າວ່າ: “ເຮົາກຳລັງສ້າງທຸກສິ່ງຂຶ້ນໃໝ່.” ເພິ່ນເວົ້າອີກວ່າ: “ຂຽນໄວ້ເດີ້! ຍ້ອນຄຳເວົ້າທັງໝົດນີ້ເຊື່ອຖືໄດ້ແລະເປັນຄວາມຈິງ.”—ພະນິມິດ 21:4, 5
ສິ່ງຕ່າງໆໃນເອກະພົບແລະຄຳພີໄບເບິນບອກໃຫ້ຮູ້ວ່າພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນມີນິດໄສໃຈຄໍແນວໃດ. ທຳມະຊາດທີ່ພະເຢໂຫວາສ້າງກະຕຸ້ນເຮົາໃຫ້ມາຮູ້ຈັກແລະເປັນໝູ່ສະໜິດກັບເພິ່ນ ແຕ່ຄຳພີໄບເບິນເຊີນເຮົາກົງໆເລີຍວ່າ: “ໃຫ້ໃກ້ຊິດກັບພະເຈົ້າ ແລ້ວເພິ່ນຈະໃກ້ຊິດກັບພວກເຈົ້າ.” (ຢາໂກໂບ 4:8) ໃນກິດຈະການ 17:27 ບອກວ່າ: “ເພິ່ນບໍ່ໄດ້ຢູ່ໄກຈາກພວກເຮົາແຕ່ລະຄົນ.”
ເມື່ອເຈົ້າໃຊ້ເວລາຮູ້ຈັກພະເຢໂຫວາ ເຈົ້າຈະໝັ້ນໃຈຫຼາຍຂຶ້ນເລື້ອຍໆວ່າ ‘ເພິ່ນເປັນຫ່ວງເຈົ້າ.’ (1 ເປໂຕ 5:7) ເຮົາໄດ້ຮັບປະໂຫຍດຫຍັງຈາກການໄວ້ວາງໃຈພະເຢໂຫວາ?
ໃຫ້ເຮົາເບິ່ງເລື່ອງຂອງໂທຣຸຈາກປະເທດຍີ່ປຸ່ນ. ລາວຖືກລ້ຽງໂດຍແມ່ທີ່ເປັນຄລິດສະຕຽນ ແຕ່ເມື່ອໃຫຍ່ຂຶ້ນລາວເຂົ້າໄປເປັນສະມາຊິກຂອງແກ໋ງຢາກູຊ້າເຊິ່ງກໍຄືພວກມາເຟຍຍີ່ປຸ່ນ. ໂທຣຸເລົ່າວ່າ: “ຂ້ອຍເຊື່ອວ່າພະເຈົ້າຊັງຂ້ອຍ ແລະຂ້ອຍຮູ້ສຶກວ່າການຕາຍຂອງຄົນທີ່ຢູ່ອ້ອມຂ້າງຂ້ອຍໂດຍສະເພາະການຕາຍຂອງຄົນທີ່ຂ້ອຍຮັກຫຼາຍເປັນການລົງໂທດຈາກພະເຈົ້າ.” ໂທຣຸຍອມຮັບວ່າການຢູ່ກັບຄົນທີ່ຮຸນແຮງແລະມີຈິດໃຈແບບນັ້ນ ເຮັດໃຫ້ລາວກາຍເປັນຄົນ “ຫົວໃຈເຢັນຊາແລະເລືອດເຢັນ.” ຕອນນັ້ນລາວໄຝ່ຝັນວ່າ “ຂ້ອຍຢາກສ້າງຊື່ສຽງໃຫ້ໂຕເອງໂດຍຂ້າຜູ້ໃດຜູ້ໜຶ່ງທີ່ມີຊື່ສຽງກວ່າຂ້ອຍ ແລ້ວກໍຕາຍຕອນທີ່ຍັງໜຸ່ມ.”
ແຕ່ເມື່ອໂທຣຸກັບຮັນນາເມຍຂອງລາວໄດ້ຮຽນຄຳພີໄບເບິນ ໂທຣຸກໍປ່ຽນຄວາມຄິດແລະເຊົາໃຊ້ຊີວິດແບບເກົ່າ. ຮັນນາເວົ້າວ່າ: “ຂ້ອຍເຫັນຜົວປ່ຽນໄປເປັນຄົນລະຄົນເລີຍ.” ຕອນນີ້ໂທຣຸເວົ້າດ້ວຍຄວາມໝັ້ນໃຈວ່າ: “ມີພະເຈົ້າທີ່ສົນໃຈແລະເປັນຫ່ວງເຮົາແຕ່ລະຄົນ. ເພິ່ນບໍ່ຢາກໃຫ້ຜູ້ໃດຕາຍ ແລະເພິ່ນພ້ອມທີ່ຈະຍົກໂທດໃຫ້ຄົນທີ່ກັບໃຈແທ້ໆຈາກຄວາມຜິດທີ່ເຂົາເຈົ້າເຄີຍເຮັດ. ເພິ່ນຟັງເຮົາທຸກເລື່ອງແມ່ນແຕ່ເລື່ອງທີ່ເຮົາບໍ່ສາມາດບອກໃຜແລະບໍ່ມີໃຜເຂົ້າໃຈເຮົາ. ໃນອະນາຄົດໃກ້ໆນີ້ ພະເຢໂຫວາຈະກຳຈັດບັນຫາທຸກຢ່າງ ລວມທັງຄວາມທຸກລຳບາກແລະຄວາມເຈັບປວດຂອງເຮົາໃຫ້ໝົດໄປ. ແມ່ນແຕ່ໃນຕອນນີ້ ເພິ່ນກໍຊ່ວຍເຮົາໃນແບບທີ່ເຮົາຄິດບໍ່ເຖິງ. ເພິ່ນຮັກເຮົາແລະຊ່ວຍເຮົາເມື່ອເຮົາຮູ້ສຶກບໍ່ດີ.”—ເພງສັນລະເສີນ 136:23
ເລື່ອງຂອງໂທຣຸສະແດງໃຫ້ເຫັນວ່າ ການຮູ້ວ່າພະເຢໂຫວາພະເຈົ້າຈະກຳຈັດຄວາມທຸກໂສກທັງໝົດແລະເຊັດນ້ຳຕາທຸກຢົດຈາກຕາຂອງເຮົາ ຊ່ວຍເຮົາໃຫ້ມີຄວາມຫວັງໃນອະນາຄົດແລະມີຊີວິດທີ່ດີຂຶ້ນໄດ້ໃນຕອນນີ້. ເຖິງວ່າເຮົາຍັງຢູ່ໃນໂລກທີ່ມີແຕ່ບັນຫາແລະຄວາມທຸກລຳບາກ ແຕ່ເຈົ້າກໍມີຄວາມສຸກໄດ້ຍ້ອນຮູ້ວ່າພະເຢໂຫວາພະເຈົ້າຮັກແລະຫ່ວງໃຍເຈົ້າ.

