ເມື່ອເຈິໄພພິບັດ
ຖ້າເຈົ້າເຄີຍລອດຊີວິດຈາກໄພພິບັດ ເຈົ້າຄືຊິເຂົ້າໃຈຄວາມຮູ້ສຶກຂອງຜູ້ລອດຊີວິດຄົນອື່ນໆ ເຊັ່ນ: ຮູ້ສຶກຊ໋ອກ ຮັບບໍ່ໄດ້ ສັບສົນ ຢ້ານ ແລະຝັນຮ້າຍ. ເຂົາເຈົ້າຮູ້ສຶກທໍ້ໃຈແລະໝົດແຮງຈົນບໍ່ຢາກຢູ່ຕໍ່ໄປ.
ຖ້າເຈົ້າເປັນຜູ້ໜຶ່ງທີ່ເຄີຍສູນເສຍທຸກສິ່ງຍ້ອນໄພພິບັດ ເຈົ້າເອງກໍອາດທໍ້ໃຈແລະໝົດແຮງຈົນຮູ້ສຶກວ່າທົນຕໍ່ໄປບໍ່ໄຫວແລ້ວ ຫຼືເຈົ້າອາດເລີ່ມຮູ້ສຶກວ່າຊີວິດບໍ່ມີຄ່າແລະບໍ່ຢາກມີຊີວິດຢູ່ອີກຕໍ່ໄປ. ແນວໃດກໍຕາມ ຄຳພີໄບເບິນບອກໃຫ້ຮູ້ວ່າເຈົ້າຄວນມີຊີວິດຢູ່ຕໍ່ໄປ ແລະຄຳພີໄບເບິນຍັງເຮັດໃຫ້ເຈົ້າໝັ້ນໃຈນຳວ່າມີອະນາຄົດທີ່ດີລໍຖ້າເຈົ້າຢູ່.
ຄວາມຈິງໃນຄຳພີໄບເບິນຊ່ວຍໃຫ້ຊີວິດເຮົາມີຄວາມຫວັງ
ປັນຍາຈານ 7:8 ບອກວ່າ: “ຕອນຈົບກໍດີກວ່າຕອນເລີ່ມຕົ້ນ.” ຕອນທີ່ເຈົ້າເລີ່ມຊີວິດໃໝ່ຫຼັງຈາກເກີດໄພພິບັດ ເຈົ້າອາດຮູ້ສຶກວ່າມັນຍາກຫຼາຍແລະເປັນໄປບໍ່ໄດ້. ແຕ່ຖ້າເຈົ້າອົດທົນແລະພະຍາຍາມກັບມາໃຊ້ຊີວິດຕາມປົກກະຕິ ເຈົ້າກໍຈະເຫັນວ່າທຸກຢ່າງຄ່ອຍໆດີຂຶ້ນ.
ຄຳພີໄບເບິນບອກລ່ວງໜ້າວ່າ “ຈະບໍ່ມີໃຜໄດ້ຍິນສຽງຮ້ອງໄຫ້ແລະສຽງຮ້ອງເຈັບປວດໃຈໃນເມືອງນີ້ອີກຕໍ່ໄປ.” (ເອຊາຢາ 65:19) ເລື່ອງນີ້ຈະເກີດຂຶ້ນແທ້ຕອນທີ່ໂລກກາຍເປັນສວນທີ່ງາມໆພາຍໃຕ້ການປົກຄອງຂອງພະເຢໂຫວາພະເຈົ້າ. (ເພງສັນລະເສີນ 37:11, 29) ຕອນນັ້ນ ໄພພິບັດຈະເປັນແຕ່ເລື່ອງໃນອະດີດ. ຄວາມຊົງຈຳທີ່ເຈັບປວດທຸກຢ່າງກໍຈະບໍ່ມີອີກເລີຍ ຍ້ອນພະເຢໂຫວາພະເຈົ້າຜູ້ມີລິດເດດສູງສຸດສັນຍາວ່າ “ຈະບໍ່ມີໃຜຈື່ສິ່ງທີ່ເຄີຍເກີດຂຶ້ນຜ່ານມາ ແລະຈະບໍ່ມີໃຜເກັບສິ່ງເຫຼົ່ານັ້ນໄວ້ໃນໃຈອີກ.”—ເອຊາຢາ 65:17
ລອງຄິດເບິ່ງແມ້ ພະເຢໂຫວາທີ່ເປັນຜູ້ສ້າງທຸກສິ່ງໄດ້ກຽມຫຼາຍຢ່າງເພື່ອ ‘ຈະໃຫ້ເຈົ້າມີອະນາຄົດທີ່ດີແລະມີຄວາມຫວັງ’ ເຊິ່ງກໍຄືຊີວິດທີ່ສະຫງົບສຸກພາຍໃຕ້ການປົກຄອງທີ່ດີພ້ອມຂອງເພິ່ນ. (ເຢເຣມີຢາ 29:11) ການຮູ້ຄວາມຈິງກ່ຽວກັບເລື່ອງນີ້ເຮັດໃຫ້ເຮົາມີຄວາມຫວັງແລະມີເຫດຜົນທີ່ຈະມີຊີວິດຢູ່ຕໍ່ໄປ. ຊາລີ້ທີ່ເວົ້າເຖິງໃນບົດກ່ອນເວົ້າວ່າ: “ຖ້າເຮົາເຕືອນໂຕເອງໃຫ້ຄິດເຖິງສິ່ງດີໆທີ່ການປົກຄອງຂອງພະເຢໂຫວາຈະເຮັດເພື່ອເຮົາໃນອະນາຄົດ ເຮົາກໍຈະບໍ່ຄິດເຖິງແຕ່ເລື່ອງຮ້າຍໆທີ່ໄດ້ເກີດຂຶ້ນ ແລະເຮົາຈະອົດທົນກັບບັນຫາຕ່າງໆໄດ້ໃນຕອນນີ້.”
ເຈົ້າໜ້າຈະລອງຮຽນຮູ້ຫຼາຍຂຶ້ນວ່າການປົກຄອງຂອງພະເຢໂຫວາພະເຈົ້າຈະເຮັດຫຍັງແດ່ເພື່ອມະນຸດ. ຖ້າເຮັດແບບນັ້ນ ເຈົ້າກໍຈະໝັ້ນໃຈວ່າເຖິງວ່າເຈົ້າຕ້ອງທົນທຸກກັບໄພພິບັດຫຼາຍສ່ຳໃດກໍຕາມ ແຕ່ເຈົ້າມີເຫດຜົນທີ່ຈະຢູ່ຕໍ່ໄປເພື່ອລໍຖ້າອະນາຄົດທີ່ຈະບໍ່ມີໄພພິບັດອີກເລີຍ. ໃນຕອນນີ້ ຄຳພີໄບເບິນກໍມີຄຳແນະນຳດີໆທີ່ຈະຊ່ວຍເຈົ້າໃຫ້ຮັບມືກັບຊ່ວງເວລາຫຼັງຈາກເກີດໄພພິບັດ. ຂໍໃຫ້ເບິ່ງຄຳແນະນຳບາງຢ່າງຕໍ່ໄປນີ້.

