ລາວ
ຂ້ອຍ​ຄວນ​ມີ​ຊີວິດ​ຢູ່​ຕໍ່​ໄປ​ບໍ​ເມື່ອ​ຄົນ​ທີ່​ຂ້ອຍ​ຮັກ​ຕາຍ?
https://cms-imgp.jw-cdn.org/img/p/2019086/univ/art/2019086_univ_sqr_xl.jpg
ຫສ19 ສະບັບທີ 2 ໜ້າ 6-7

ເມື່ອ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ

ເມື່ອ​ຄົນ​ທີ່​ເຈົ້າ​ຮັກ​ຕາຍ

“ຂ້ອຍ​ຮູ້ສຶກ​ວ່າ​ຊ່ວຍ​ຫຍັງ​ອ້າຍ​ບໍ່​ໄດ້​ເລີຍ​ຕອນ​ທີ່​ລາວ​ຕາຍ​ແບບ​ກະທັນຫັນ. ຫຼາຍ​ເດືອນ​ຕໍ່​ມາ ຢູ່​ດີໆ​ຂ້ອຍ​ກໍ​ຄິດ​ຮອດ​ລາວ. ຂ້ອຍ​ຮູ້ສຶກ​ເຈັບ​ປວດ​ຫຼາຍ​ຄື​ກັບ​ມີ​ຄົນ​ເອົາ​ມີດ​ມາ​ແທງ​ຫົວໃຈ​ຂ້ອຍ. ຂ້ອຍ​ເຈັບ​ປວດ​ທັງ​ກາຍ​ແລະ​ໃຈ. ບາງ​ເທື່ອ​ຂ້ອຍ​ກໍ​ໃຈ​ຮ້າຍ. ເປັນ​ຫຍັງ​ອ້າຍ​ຂ້ອຍ​ຕ້ອງ​ຕາຍ? ຂ້ອຍ​ຮູ້ສຶກ​ຜິດ​ທີ່​ບໍ່​ໄດ້​ໃຊ້​ເວລາ​ກັບ​ລາວ​ຫຼາຍ​ຕອນ​ທີ່​ລາວ​ຍັງ​ມີ​ຊີວິດ​ຢູ່.”—ວາເນຊ້າ​ຈາກ​ອົດສະຕຣາລີ

ຖ້າ​ເຈົ້າ​ເຄີຍ​ສູນ​ເສຍ​ຄົນ​ທີ່​ຮັກ ເຈົ້າ​ເອງ​ກະ​ຄື​ຊິ​ມີ​ຄວາມ​ຮູ້ສຶກ​ຫຼາຍ​ຢ່າງ ນັບ​ຕັ້ງແຕ່​ໂສກເສົ້າ​ເສຍໃຈ ໂດດ​ດ່ຽວ ແລະ​ໝົດ​ແຮງ. ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ໃຈ​ຮ້າຍ ຮູ້ສຶກ​ຜິດ ແລະ​ຢ້ານ. ເຈົ້າ​ອາດ​ເຖິງຂັ້ນ​ຄິດ​ວ່າ ຂ້ອຍ​ຄວນ​ມີ​ຊີວິດ​ຢູ່​ຕໍ່​ໄປ​ບໍ.

ຂໍ​ໃຫ້​ຮູ້​ວ່າ​ການ​ທີ່​ເຈົ້າ​ໂສກເສົ້າ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ອ່ອນແອ. ແຕ່​ນັ້ນ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮັກ​ຄົນ​ທີ່​ຕາຍ​ຫຼາຍ​ແທ້ໆ. ແນວ​ໃດ​ກໍ​ຕາມ ມີ​ວິທີ​ໃດ​ບໍ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບມື​ກັບ​ຄວາມ​ໂສກເສົ້າ​ໄດ້?

ວິທີ​ທີ່​ບາງ​ຄົນ​ຮັບມື

ເຈົ້າ​ອາດ​ຮູ້ສຶກ​ວ່າ​ຄວາມ​ເຈັບ​ປວດ​ຂອງ​ເຈົ້າ​ຈະ​ບໍ່​ມີ​ວັນ​ໝົດ​ໄປ ແຕ່​ຖ້າ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ຕໍ່​ໄປ​ນີ້ ເຈົ້າ​ອາດ​ຮູ້ສຶກ​ດີ​ຂຶ້ນ​ກະ​ໄດ້.

ໃຫ້​ເວລາ​ໂຕເອງ​ໄດ້​ໂສກເສົ້າ​ເສຍໃຈ

ແຕ່​ລະ​ຄົນ​ອາດ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ຕ່າງ​ກັນ​ແລະ​ອາດ​ໃຊ້​ເວລາ​ບໍ່​ທໍ່​ກັນ. ແນວ​ໃດ​ກໍ​ຕາມ ການ​ຮ້ອງໄຫ້​ອາດ​ເຮັດ​ໃຫ້​ເຈົ້າ​ໄດ້​ປົດ​ປ່ອຍ​ຄວາມ​ຮູ້ສຶກ​ເຈັບ​ປວດ​ອອກ​ມາ. ວາເນຊ້າ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ຂ້ອຍ​ຮ້ອງໄຫ້​ເພື່ອ​ປົດ​ປ່ອຍ​ຄວາມ​ຮູ້ສຶກ​ເຈັບ​ປວດ​ອອກ​ມາ.” ໂຊເຟຍ​ທີ່​ນ້ອງ​ສາວ​ຕາຍ​ກະທັນຫັນ​ເວົ້າ​ວ່າ: “ມັນ​ເຈັບ​ປວດ​ຫຼາຍ​ແທ້ໆ​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ ແຕ່​ມັນ​ຊ່ວຍ​ຂ້ອຍ​ໃຫ້​ຍອມຮັບ​ຄວາມ​ຈິງ​ແລະ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ດີ​ຂຶ້ນ. ມັນ​ເປັນ​ຄື​ກັບ​ເຮົາ​ເອົາ​ຜ້າ​ພັນ​ບາດ​ອອກ ແລ້ວ​ເອົາ​ເຫຼົ້າ​ເກົ້າ​ສິບ​ລ້າງ​ບາດ​ທີ່​ອັກເສບ. ມັນ​ແສບ​ອີ່ຫຼີ​ຈົນ​ເກືອບ​ອົດ​ບໍ່​ໄດ້ ແຕ່​ໃນ​ທີ່​ສຸດ​ການ​ເຮັດ​ແບບ​ນັ້ນ​ກໍ​ຊ່ວຍ​ໃຫ້​ບາດ​ຄ່ອຍໆ​ເຊົາ.”

ບອກ​ຄົນ​ອື່ນ​ວ່າ​ເຈົ້າ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ

ເປັນ​ເລື່ອງ​ທີ່​ເຂົ້າໃຈ​ໄດ້​ທີ່​ບາງ​ເທື່ອ​ເຈົ້າ​ຢາກ​ຢູ່​ຄົນ​ດຽວ. ແຕ່​ການ​ແບກ​ຄວາມ​ທຸກ​ໄວ້​ຄົນ​ດຽວ​ກໍ​ເປັນ​ຄື​ກັບ​ວ່າ​ເຈົ້າ​ພະຍາຍາມ​ແບກ​ເຄື່ອງ​ທີ່​ໜັກໆ​ດ້ວຍ​ໂຕເອງ. ຈາ​ເຣັດ​ທີ່​ອາຍຸ 17 ປີ​ເຊິ່ງ​ພໍ່​ຂອງ​ລາວ​ຕາຍ​ໄດ້​ເວົ້າ​ວ່າ: “ຂ້ອຍ​ບອກ​ຄົນ​ອື່ນ​ວ່າ​ຮູ້ສຶກ​ແນວ​ໃດ. ຕອນ​ນັ້ນ​ຂ້ອຍ​ບໍ່​ແນ່​ໃຈ​ວ່າ​ເຂົາເຈົ້າ​ເຂົ້າໃຈ​ສິ່ງ​ທີ່​ຂ້ອຍ​ເວົ້າ​ຫຼື​ບໍ່ ແຕ່​ຂ້ອຍ​ກໍ​ຮູ້ສຶກ​ດີ​ທີ່​ໄດ້​ເວົ້າ​ອອກ​ໄປ.” ເຈນິດສ໌​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ທຳອິດ​ເວົ້າ​ເຖິງ​ປະໂຫຍດ​ອີກ​ຢ່າງ​ໜຶ່ງ​ວ່າ: “ການ​ທີ່​ຂ້ອຍ​ໄດ້​ບອກ​ຜູ້​ໃດ​ຜູ້​ໜຶ່ງ​ວ່າ​ຮູ້ສຶກ​ແນວ​ໃດ​ກໍ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ດີ​ຂຶ້ນ​ແລ້ວ. ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ຄົນ​ອື່ນ​ເຂົ້າໃຈ​ຂ້ອຍ ແລະ​ຂ້ອຍ​ບໍ່​ຕ້ອງ​ທົນ​ກັບ​ຄວາມ​ເຈັບ​ປວດ​ຜູ້​ດຽວ.”

ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ

ທ່ານ​ໝໍ​ຄົນ​ໜຶ່ງ​ເວົ້າ​ວ່າ: “ເມື່ອ​ຄົນ​ທີ່​ສູນ​ເສຍ​ຍອມ​ໃຫ້​ໝູ່​ແລະ​ຍາດ​ຕິ​ພີ່ນ້ອງ​ຊ່ວຍ​ເຫຼືອ​ເຂົາເຈົ້າ​ທັນທີ​ຫຼັງ​ຈາກ​ຄົນ​ທີ່​ຮັກ​ຕາຍ ສ່ວນ​ຫຼາຍ​ແລ້ວ​ເຂົາເຈົ້າ​ຈະ​ອົດທົນ​ກັບ​ຄວາມ​ເຈັບ​ປວດ​ແລະ​ຜ່ານ​ເລື່ອງ​ຮ້າຍໆ​ແບບ​ນັ້ນ​ໄດ້​ງ່າຍ​ຂຶ້ນ.” ບອກ​ໃຫ້​ໝູ່​ຮູ້​ວ່າ​ເຈົ້າ​ຢາກ​ໃຫ້​ເຂົາເຈົ້າ​ຊ່ວຍ​ຫຍັງ. ທີ່​ຈິງ ເຂົາເຈົ້າ​ຄື​ຊິ​ຢາກ​ຊ່ວຍ ແຕ່​ອາດ​ບໍ່​ຮູ້​ວ່າ​ຈະ​ຊ່ວຍ​ແນວ​ໃດ.—ສຸພາສິດ 17:17

ໃກ້ຊິດ​ກັບ​ພະ​ເຢໂຫວາ​ພະເຈົ້າ​ໃຫ້​ຫຼາຍ​ຂຶ້ນ

ທິນ້າ​ບອກ​ວ່າ: “ຕອນ​ທີ່​ຜົວ​ຂ້ອຍ​ຕາຍ​ກະທັນຫັນ​ຍ້ອນ​ເປັນ​ມະເຮັງ ຂ້ອຍ​ກໍ​ບໍ່​ສາມາດ​ເລົ່າ​ບັນຫາ ຄວາມ​ກັງວົນ ແລະ​ຄວາມ​ຮູ້ສຶກ​ຂອງ​ຂ້ອຍ​ໃຫ້​ລາວ​ຟັງ​ໄດ້​ອີກ​ຕໍ່​ໄປ. ຂ້ອຍ​ຈຶ່ງ​ເວົ້າ​ທຸກ​ຢ່າງ​ກັບ​ພະ​ເຢໂຫວາ. ທຸກໆ​ເຊົ້າ ຂ້ອຍ​ຈະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ຜ່ານ​ມື້​ນັ້ນ​ໄປ​ໄດ້. ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ຫຼາຍ​ຢ່າງ​ແທ້ໆ​ຈົນ​ຂ້ອຍ​ເລົ່າ​ບໍ່​ໄດ້​ໝົດ.” ທາຊ້າ​ທີ່​ແມ່​ຕາຍ​ຕອນ​ລາວ​ອາຍຸ 22 ປີ​ເວົ້າ​ວ່າ: “ການ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ຊ່ວຍ​ຂ້ອຍ​ໃຫ້​ຮູ້ສຶກ​ດີ​ຂຶ້ນ​ແລະ​ເຮັດ​ໃຫ້​ຂ້ອຍ​ຄິດ​ເຖິງ​ເລື່ອງ​ດີໆ​ທີ່​ໃຫ້​ກຳລັງ​ໃຈ.”

ນຶກພາບ​ຕອນ​ທີ່​ພະ​ເຢໂຫວາ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ

ທິນ້າ​ເວົ້າ​ຕໍ່​ວ່າ: “ຕອນ​ທຳອິດ ເລື່ອງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ບໍ່​ໄດ້​ຊ່ວຍ​ປອບ​ໂຍນ​ຂ້ອຍ​ເລີຍ ຍ້ອນ​ຂ້ອຍ​ກັບ​ລູກ​ຊາຍ 3 ຄົນ​ຕ້ອງການ​ລາວ​ດຽວ​ນີ້. ແຕ່​ຕອນນີ້​ຂ້ອຍ​ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ນີ້ ແລະ​ມັນ​ຊ່ວຍ​ຊີວິດ​ຂ້ອຍ​ໄວ້​ເຖິງ​ວ່າ​ຈະ​ຜ່ານ​ໄປ 4 ປີ​ແລ້ວ. ການ​ນຶກພາບ​ວ່າ​ຈະ​ໄດ້​ເຈິ​ກັບ​ລາວ​ອີກ​ເຮັດ​ໃຫ້​ຂ້ອຍ​ສະຫງົບໃຈ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ!”

ເຈົ້າ​ອາດ​ຈະ​ບໍ່​ໄດ້​ເຊົາ​ໂສກເສົ້າ​ເສຍໃຈ​ທັນທີ. ແຕ່​ປະສົບການ​ຂອງ​ວາເນຊ້າ​ສາມາດ​ໃຫ້​ກຳລັງ​ໃຈ​ເຈົ້າ​ໄດ້. ລາວ​ເວົ້າ​ວ່າ: “ເຈົ້າ​ຄິດ​ວ່າ​ບໍ່​ມີ​ທາງ​ທີ່​ຈະ​ຮູ້ສຶກ​ດີ​ຂຶ້ນ​ໄດ້ ແຕ່​ທີ່​ຈິງ​ແລ້ວ​ເມື່ອ​ເວລາ​ຜ່ານ​ໄປ​ເຈົ້າ​ຈະ​ຄ່ອຍໆ​ດີ​ຂຶ້ນ.”

ຂໍ​ໃຫ້​ຈື່​ໄວ້​ວ່າ ເຖິງ​ວ່າ​ເຈົ້າ​ອາດ​ຈະ​ຍັງ​ເຈັບ​ປວດ​ຈາກ​ການ​ສູນ​ເສຍ ແຕ່​ຊີວິດ​ເຈົ້າ​ຍັງ​ມີ​ຄ່າ​ແລະ​ເຈົ້າ​ຄວນ​ມີ​ຊີວິດ​ຢູ່​ຕໍ່​ໄປ. ພະ​ເຢໂຫວາ​ພະເຈົ້າ​ຈະ​ຊ່ວຍ​ເຈົ້າ​ດ້ວຍ​ຄວາມ​ຮັກ. ແລ້ວ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ກັບ​ສາຍ​ສຳພັນ​ທີ່​ດີ​ກັບ​ຄົນ​ອື່ນ​ແລະ​ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ​ຕໍ່ໆ​ໄປ. ອີກ​ຈັກ​ໜ້ອຍ ພະ​ເຢໂຫວາ​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ. ເພິ່ນ​ຢາກ​ໃຫ້​ເຈົ້າ​ໄດ້​ກອດ​ຄົນ​ທີ່​ເຈົ້າ​ຮັກ​ອີກ. ແລ້ວ​ຄວາມ​ເຈັບ​ປວດ​ໃນ​ໃຈ​ຂອງ​ເຈົ້າ​ຈະ​ຫາຍ​ໄປ​ຕະຫຼອດ​ການ​ເລີຍ!