ລາວ
ຄອບຄົວ​ທີ່​ມີ​ຄວາມ​ສຸກ​—⁠ໃຫ້​ຖື​ວ່າ​ຊີວິດ​ຄູ່​ເປັນ​ເລື່ອງ​ທີ່​ສຳຄັນ
https://cms-imgp.jw-cdn.org/img/p/102018045/univ/art/102018045_univ_sqr_xl.jpg
ຕ18 ສະບັບທີ 2 ໜ້າ 4

ການ​ຖື​ວ່າ​ຊີວິດ​ຄູ່​ເປັນ​ເລື່ອງ​ທີ່​ສຳຄັນ​ກໍ​ເປັນ​ຄື​ກັບ​ສະໝໍ​ເຮືອ​ທີ່​ຍຶດ​ຊີວິດ​ຄູ່​ໄວ້​ໃຫ້​ໝັ້ນຄົງ​ຕອນ​ທີ່​ມີ​ພາຍຸ

ສຳລັບ​ຜົວ​ເມຍ

1: ໃຫ້​ຖື​ວ່າ​ຊີວິດ​ຄູ່​ເປັນ​ເລື່ອງ​ທີ່​ສຳຄັນ

1: ໃຫ້​ຖື​ວ່າ​ຊີວິດ​ຄູ່​ເປັນ​ເລື່ອງ​ທີ່​ສຳຄັນ

ໝາຍ​ຄວາມ​ວ່າ​ແນວ​ໃດ?

ຜົວ​ເມຍ​ທີ່​ຖື​ວ່າ​ຊີວິດ​ຄູ່​ເປັນ​ເລື່ອງ​ທີ່​ສຳຄັນ​ຈະ​ຄິດ​ວ່າ​ຄວາມ​ຜູກພັນ​ຂອງ​ເຂົາເຈົ້າ​ຕ້ອງ​ແໜ້ນແຟ້ນ​ຢູ່​ສະເໝີ ແລະ​ການ​ຄິດ​ແບບ​ນີ້​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ໝັ້ນຄົງ. ເຂົາເຈົ້າ​ໝັ້ນໃຈ​ວ່າ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ເຂົາເຈົ້າ​ກໍ​ຈະ​ຢູ່​ນຳ​ກັນ​ຕະຫຼອດ​ໄປ.

ບາງ​ຄູ່​ຕ້ອງ​ອົດທົນ​ຢູ່​ນຳ​ກັນ​ຍ້ອນ​ຖືກ​ສັງຄົມ​ແລະ​ຄົນ​ໃນ​ຄອບຄົວ​ກົດດັນ. ແຕ່​ຈະ​ດີ​ກວ່າ​ຫຼາຍ​ຖ້າ​ທັງ​ສອງ​ຄົນ​ຢູ່​ນຳ​ກັນ​ຍ້ອນ​ຮັກ​ແລະ​ນັບຖື​ກັນ.

ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ: “ຜົວ​ກໍ​ຢ່າ​ໄປ​ຈາກ​ເມຍ.”—1 ໂກຣິນໂທ 7:11

“ຖ້າ​ເຈົ້າ​ຖື​ວ່າ​ຊີວິດ​ຄູ່​ເປັນ​ເລື່ອງ​ທີ່​ສຳຄັນ ເຈົ້າ​ກໍ​ຈະ​ບໍ່​ໃຈ​ຮ້າຍ​ງ່າຍ ແຕ່​ຈະ​ຟ້າວ​ໃຫ້​ອະໄພ​ແລະ​ຟ້າວ​ຂໍໂທດ​ກັນ. ເຈົ້າ​ຈະ​ເບິ່ງ​ວ່າ​ບັນຫາ​ເປັນ​ພຽງ​ອຸປະສັກ ບໍ່​ແມ່ນ​ສາເຫດ​ທີ່​ຈະ​ເຮັດ​ໃຫ້​ປະກັນ.”—ໄມກ້າ

ເປັນ​ຫຍັງ​ຈຶ່ງ​ສຳຄັນ?

ເມື່ອ​ມີ​ບັນຫາ ຄົນ​ທີ່​ບໍ່​ຖື​ວ່າ​ຊີວິດ​ຄູ່​ເປັນ​ເລື່ອງ​ທີ່​ສຳຄັນ​ກໍ​ຈະ​ສະຫຼຸບ​ງ່າຍໆ​ວ່າ ‘ເຮົາ​ບໍ່​ໄດ້​ເກີດ​ມາ​ຄູ່​ກັນ’ ແລະ​ເຂົາເຈົ້າ​ຈະ​ຊອກ​ວິທີ​ປະກັນ.

“ຫຼາຍ​ຄົນ​ແຕ່ງດອງ​ໂດຍ​ຄິດ​ໄວ້​ກ່ອນ​ແລ້ວ​ວ່າ​ລາວ​ມີ ‘ແຜນ​ສຳຮອງ’ ນັ້ນ​ຄື ຖ້າ​ຢູ່​ນຳ​ກັນ​ບໍ່​ລອດ​ກໍ​ປະກັນ​ໂລດ. ຄົນ​ທີ່​ຄິດ​ເຖິງ​ເລື່ອງ​ຢ່າຮ້າງ​ຕັ້ງແຕ່​ກ່ອນ​ຈະ​ແຕ່ງດອງ​ກໍ​ບໍ່​ໄດ້​ຖື​ວ່າ​ຊີວິດ​ຄູ່​ເປັນ​ເລື່ອງ​ທີ່​ສຳຄັນ​ຕັ້ງແຕ່​ທຳອິດ​ແລ້ວ.”—ຈີນ

ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້?

ກວດ​ເບິ່ງ​ໂຕເອງ

ຕອນ​ທີ່​ຜິດ​ກັນ . . .

  • ເຈົ້າ​ຮູ້ສຶກ​ເສຍໃຈ​ບໍ​ທີ່​ແຕ່ງດອງ​ກັບ​ຜູ້​ນີ້?

  • ເຈົ້າ​ຢາກ​ໄປ​ຢູ່​ກັບ​ຄົນ​ອື່ນ​ບໍ?

  • ເຈົ້າ​ເວົ້າ​ບໍ​ວ່າ “ເຮົາ​ປະກັນ​ດີ​ກວ່າ” ຫຼື “ຂ້ອຍ​ຊິ​ໄປ​ຊອກ​ຫາ​ຄົນ​ໃໝ່​ທີ່​ເຫັນຄ່າ​ໃນ​ໂຕ​ຂ້ອຍ”?

ຖ້າ​ເຈົ້າ​ຕອບ​ວ່າ​ແມ່ນ​ຢ່າງ​ໜ້ອຍ 1 ຂໍ້​ກໍ​ສະແດງ​ວ່າ​ຕອນນີ້​ເປັນ​ເວລາ​ທີ່​ເຈົ້າ​ຕ້ອງ​ຖື​ວ່າ​ຊີວິດ​ຄູ່​ເປັນ​ເລື່ອງ​ທີ່​ສຳຄັນ.

ລົມ​ກັບ​ຄູ່​ຂອງ​ເຈົ້າ

  • ສາຍ​ສຳພັນ​ໃນ​ຊີວິດ​ຄູ່​ຂອງ​ເຮົາ​ຍັງ​ແໜ້ນແຟ້ນ​ຄື​ເກົ່າ​ບໍ? ຖ້າ​ບໍ່ ເປັນ​ຍ້ອນຫຍັງ?

  • ເຮົາ​ເຮັດ​ຫຍັງ​ໄດ້​ແດ່​ໃນ​ຕອນນີ້​ເພື່ອ​ເຮັດ​ໃຫ້​ຊີວິດ​ຄູ່​ແໜ້ນແຟ້ນ​ຫຼາຍ​ຂຶ້ນ?

ລອງ​ເຮັດ​ເບິ່ງ

  • ຂຽນ​ຂໍ້​ຄວາມ​ຫວານໆ​ໃຫ້​ຄູ່​ຂອງ​ເຈົ້າ​ເປັນ​ບາງ​ເທື່ອ

  • ເຮັດ​ໃຫ້​ເຫັນ​ວ່າ​ຊີວິດ​ຄູ່​ຂອງ​ເຈົ້າ​ສຳຄັນ​ໂດຍ​ຕັ້ງ​ຮູບ​ຄູ່​ໄວ້​ເທິງ​ໂຕະ​ເຮັດ​ວຽກ​ຫຼື​ເອົາ​ຮູບ​ໄວ້​ໃນ​ກະເປົາ​ເງິນ

  • ໂທລະສັບ​ຫຼື​ສົ່ງ​ຂໍ້​ຄວາມ​ຫາ​ຄູ່​ຂອງ​ເຈົ້າ​ທຸກ​ມື້​ຕອນ​ເຈົ້າ​ໄປ​ເຮັດ​ວຽກ​ຫຼື​ບໍ່​ໄດ້​ຢູ່​ນຳ​ກັນ

ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ: “ເມື່ອ​ພະເຈົ້າ​ໃຫ້ 2 ຄົນ​ມາ​ຢູ່​ນຳ​ກັນ​ແລ້ວ​ກໍ​ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ແຍກ​ຈາກ​ກັນ.”—ມັດທາຍ 19:6