ຂ1

ເລື່ອງຫຼັກໃນຄຳພີໄບເບິນ

ພະ​ເຢໂຫວາ​ພະເຈົ້າ​ມີ​ສິດ​ປົກຄອງ. ວິທີ​ປົກຄອງ​ຂອງ​ເພິ່ນ​ດີ​ທີ່​ສຸ​ດ. ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳລັບ​ໂລກ​ແລະ​ມະນຸດ​ຈະ​ຕ້ອງ​ເກີດ​ຂຶ້ນ​ແທ້​ແນ່​ນອນ.

ຫຼັງ 4026 ກ່ອນ ຄ.ສ 

“ງູ” ຕັ້ງ​ຂໍ້​ສົງໄສ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ມະນຸດ​ບໍ ແລະ​ວິທີ​ທີ່​ເພິ່ນ​ປົກຄອງ​ດີ​ແທ້​ໆ​ບໍ? ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ມີ “ເຊື້ອສາຍ” ຄົນ​ໜຶ່ງ​ມາ​ຢຽບ​ຫົວ​ຂອງ​ງູ​ຫຼື​ຊາຕານ​ຈົນ​ມຸ່ນ. (ປະຖົມມະການ 3:1-5, 15) ໃນ​ລະຫວ່າງ​ນັ້ນ​ພະ​ເຢໂຫວາ​ຍອມ​ໃຫ້​ມະນຸດ​ປົກຄອງ​ໂຕເອງ​ໂດຍ​ຢູ່​ພາຍ​ໃຕ້​ອິດທິພົນ​ຂອງ​ຊາຕານ.

1943 ກ່ອນ ຄ.ສ 

ພະ​ເຢໂຫວາ​ບອກ​ອັບຣາຮາມ​ວ່າ​ເຊື້ອສາຍ​ທີ່​ສັນຍາ​ໄວ້​ຈະ​ມາ​ທາງ​ລູກ​ຫຼານ​ຂອງ​ລາວ.—ປະຖົມມະການ 22:18

ຫຼັງ 1070 ກ່ອນ ຄ.ສ 

ພະ​ເຢໂຫວາ​ຢືນຢັນ​ກັບ​ກະສັດ​ດາວິດ​ແລະ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ວ່າ​ເຊື້ອສາຍ​ທີ່​ສັນຍາ​ໄວ້​ຈະ​ມາ​ທາງ​ລູກ​ຫຼານ​ຂອງ​ເຂົາເຈົ້າ.—2 ຊາມູເອນ 7:12, 16; 1 ກະສັດ 9:3-5; ເອຊາຢາ 9:6, 7

ຄ.ສ 29

ພະ​ເຢໂຫວາ​ເປີດເຜີຍ​ວ່າ​ພະ​ເຢຊູ​ແມ່ນ​ເຊື້ອສາຍ​ທີ່​ສັນຍາ​ໄວ້​ເຊິ່ງ​ຈະ​ໄດ້​ຂຶ້ນ​ບັນລັງ​ຂອງ​ກະສັດ​ດາວິດ.—ລູກາ 1:31-33; 3:21, 22; ຄາລາເຕຍ 3:16

ຄ.ສ 33

ງູ​ຫຼື​ຊາຕານ​ເຮັດ​ໃຫ້ “ສົ້ນ​ຕີນ” ຂອງ​ເຊື້ອສາຍ​ທີ່​ສັນຍາ​ໄວ້​ບວມ​ຊ້ຳ​ຊົ່ວ​ຄາວ​ໂດຍ​ເຮັດ​ໃຫ້​ພະ​ເຢຊູ​ຖືກ​ຂ້າ. ແຕ່​ພະ​ເຢໂຫວາ​ໄດ້​ປຸກ​ພະ​ເຢຊູ​ໃຫ້​ມີ​ຊີວິດ​ໃນ​ສະຫວັນ ແລະ​ເພິ່ນ​ຮັບ​ຊີວິດ​ມະນຸດ​ສົມບູນ​ທີ່​ພະ​ເຢຊູ​ເສຍ​ສະລະ​ເປັນ​ຄ່າໄຖ່ ເພື່ອ​ລູກ​ຫຼານ​ຂອງ​ອາດາມ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ.—ປະຖົມມະການ 3:15; ກິດຈະການ 2:32-36; 1 ໂກຣິນໂທ 15:21, 22

ປະມານ ຄ.ສ 1914

ພະ​ເຢຊູ​ຖິ້ມ​ງູ​ຫຼື​ຊາຕານ​ລົງ​ມາ​ໂລກ ແລະ​ໃຫ້​ຢູ່​ແຕ່​ໃນ​ໂລກ​ໃນ​ໄລຍະ​ເວລາ​ສັ້ນ​ໆ.—ພະນິມິດ 12:7-9, 12

ອະນາຄົດ

ພະ​ເຢຊູ​ຂັງ​ຊາຕານ​ໄວ້ 1.000 ປີ. ຫຼັງ​ຈາກນັ້ນ ເພິ່ນ​ກໍ​ທຳລາຍ​ມັນ​ເຊິ່ງ​ເປັນ​ຄື​ກັບ​ການ​ຢຽບ​ຫົວ​ຂອງ​ມັນ​ຈົນ​ມຸ່ນ. ຄວາມ​ຕ້ອງການ​ທຳອິດ​ຂອງ​ພະ​ເຢໂຫວາ​ສຳລັບ​ໂລກ​ແລະ​ມະນຸດ​ຈະ​ເກີດຂຶ້ນ​ແທ້​ແນ່ນອນ. ຊື່​ຂອງ​ເພິ່ນ​ຈະ​ພົ້ນ​ຈາກ​ຄຳ​ຕຳໜິ​ແລະ​ວິທີ​ປົກຄອງ​ຂອງ​ເພິ່ນ​ໄດ້​ຮັບ​ການ​ພິສູດ​ວ່າ​ດີ​ທີ່​ສຸດ.—ພະນິມິດ 20:1-3, 10; 21:3, 4