ຂ່າວດີທີ່ຂຽນໂດຍໂຢຮັນ 18:1-40

  • ຢູດາ​ທໍລະຍົດ​ພະ​ເຢຊູ (1-9)

  • ເປໂຕ​ໃຊ້​ດາບ (10, 11)

  • ພະ​ເຢຊູ​ຖືກ​ພາ​ໄປ​ຫາ​ອັນນາ (12-14)

  • ເປໂຕ​ປະຕິເສດ​ພະ​ເຢຊູ​ເທື່ອ​ທຳອິດ (15-18)

  • ພະ​ເຢຊູ​ຢູ່​ຕໍ່​ໜ້າ​ອັນນາ (19-24)

  • ເປໂຕ​ປະຕິເສດ​ພະ​ເຢຊູ​ເທື່ອ​ທີ 2 ແລະ​ທີ 3 (25-27)

  • ພະ​ເຢຊູ​ຢູ່​ຕໍ່​ໜ້າ​ປີລາດ (28-40)

    • “ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້” (36)

18  ເມື່ອ​ພະ​ເຢຊູ​ອະທິດຖານ​ແລ້ວ​ໆ​ ເພິ່ນ​ກໍ​ອອກ​ໄປ​ກັບ​ພວກ​ລູກສິດ ແລ້ວ​ຂ້າມ​ຮ່ອມພູ​ກິດໂຣນ+ ແລະ​ເຂົ້າ​ໄປ​ໃນ​ສວນ​ແຫ່ງ​ໜຶ່ງ.+ 2  ຢູດາ​ຜູ້​ທີ່​ທໍລະຍົດ​ພະ​ເຢຊູ​ກໍ​ຮູ້​ຈັກ​ສວນ​ນັ້ນ​ຄື​ກັນ ຍ້ອນ​ພະ​ເຢຊູ​ໄປ​ບ່ອນ​ນັ້ນ​ກັບ​ພວກ​ລູກສິດ​ເລື້ອຍ​ໆ​. 3  ຢູດາ​ຈຶ່ງ​ພາ​ທະຫານ​ກຸ່ມ​ໜຶ່ງ​ກັບ​ເຈົ້າ​ໜ້າທີ່​ຂອງ​ພວກ​ຫົວໜ້າ​ປະໂລຫິດ​ແລະ​ຂອງ​ພວກ​ຟາຣີຊາຍ​ໄປ​ບ່ອນ​ນັ້ນ. ເຂົາເຈົ້າ​ຖື​ໂຄມ​ໄຟ ຕະກຽງ ແລະ​ອາວຸດ​ມາ​ນຳ.+ 4  ພະ​ເຢຊູ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເພິ່ນ ເພິ່ນ​ຈຶ່ງ​ຍ່າງ​ອອກ​ມາ​ປະເຊີນ​ໜ້າ​ກັບ​ເຂົາເຈົ້າ​ແລະ​ຖາມ​ວ່າ: “ພວກ​ເຈົ້າ​ມາ​ຊອກ​ຫາ​ໃຜ?” 5  ເຂົາເຈົ້າ​ຕອບ​ວ່າ: “ເຢຊູ​ຄົນ​ນາຊາເຣັດ.”+ ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ນິແຫຼະ.” ຢູດາ​ຜູ້​ທີ່​ທໍລະຍົດ​ກໍ​ຢືນ​ຢູ່​ນຳ​ເຂົາເຈົ້າ.+ 6  ເມື່ອ​ພະ​ເຢຊູ​ເວົ້າ​ວ່າ “ຂ້ອຍ​ນິແຫຼະ” ເຂົາ​ເຈົ້າ​ກໍ​ພາ​ກັນ​ຫງາຍ​ເງີບ​ແລະ​ລົ້ມ​ລົງ​ພື້ນ.+ 7  ເພິ່ນ​ຖາມ​ອີກ​ເທື່ອ​ໜຶ່ງ​ວ່າ: “ພວກ​ເຈົ້າ​ມາ​ຊອກ​ຫາ​ໃຜ?” ເຂົາ​ເຈົ້າ​ຕອບ​ວ່າ: “ເຢຊູ​ຄົນ​ນາຊາເຣັດ.” 8  ພະ​ເຢຊູ​ບອກ​ວ່າ: “ຂ້ອຍ​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ຂ້ອຍ​ນິແຫຼະ. ຖ້າ​ພວກ​ເຈົ້າ​ມາ​ຊອກ​ຫາ​ຂ້ອຍ ກໍ​ໃຫ້​ປ່ອຍ​ຄົນ​ເຫຼົ່າ​ນີ້​ໄປ.” 9  ພະ​ເຢຊູ​ເຮັດ​ແບບ​ນີ້​ກໍ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ທີ່​ເພິ່ນ​ເຄີຍ​ບອກ​ໄວ້​ທີ່​ວ່າ: “ລູກ​ປົກປ້ອງ​ຜູ້​ທີ່​ພໍ່​ຍົກ​ໃຫ້​ລູກ ແລະ​ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ເສຍ.”+ 10  ຊີໂມນ​ເປໂຕ​ມີ​ດາບ​ດວງ​ໜຶ່ງ ລາວ​ຈຶ່ງ​ຖອດ​ດາບ​ອອກ​ມາ​ຟັນ​ທາດ​ຂອງ​ປະໂລຫິດ​ໃຫຍ່​ແລະ​ຖືກ​ຫູ​ເບື້ອງ​ຂວາ​ຂອງ​ລາວ​ຂາດ.+ ທາດ​ຜູ້​ນັ້ນ​ຊື່​ມາລະໂຂ. 11  ແຕ່​ພະ​ເຢຊູ​ບອກ​ເປໂຕ​ວ່າ: “ເອົາ​ດາບ​ມ້ຽນ​ໄວ້​ໃນ​ຝັກ​ສະ.+ ຈອກ*​ທີ່​ພໍ່​ໃຫ້​ຂ້ອຍ​ກິນ ຂ້ອຍ​ຈະ​ບໍ່​ກິນ​ບໍ?”+ 12  ຈາກນັ້ນ ພວກ​ທະຫານ​ກັບ​ນາຍ​ພັນ ແລະ​ພວກ​ເຈົ້າ​ໜ້າທີ່​ຂອງ​ຜູ້​ນຳ​ຄົນ​ຢິວ​ກໍ​ຈັບ​ພະ​ເຢຊູ​ມັດ​ໄວ້. 13  ທຳອິດ​ເຂົາເຈົ້າ​ພາ​ເພິ່ນ​ໄປ​ຫາ​ອັນນາ ຍ້ອນ​ລາວ​ເປັນ​ພໍ່​ເຖົ້າ​ຂອງ​ກາຢະຟາ+​ທີ່​ເປັນ​ປະໂລຫິດ​ໃຫຍ່​ໃນ​ປີ​ນັ້ນ.+ 14  ກາຢະຟາ​ຜູ້​ນີ້​ເຄີຍ​ແນະນຳ​ພວກ​ຜູ້​ນຳ​ຄົນ​ຢິວ​ວ່າ ເພື່ອ​ປະໂຫຍດ​ຂອງ​ເຂົາເຈົ້າ​ເອງ ໃຫ້​ຄົນ​ໜຶ່ງ​ຕາຍ​ແທນ​ປະຊາຊົນ​ກໍ​ດີ​ກວ່າ.+ 15  ຊີໂມນ​ເປໂຕ​ກັບ​ລູກສິດ​ອີກ​ຜູ້​ໜຶ່ງ​ນຳ​ພະ​ເຢຊູ​ໄປ.+ ລູກສິດ​ຜູ້​ນັ້ນ​ຮູ້​ຈັກ​ກັບ​ປະໂລຫິດ​ໃຫຍ່ ລາວ​ຈຶ່ງ​ນຳ​ພະ​ເຢຊູ​ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ຂອງ​ປະໂລຫິດ​ໃຫຍ່ 16  ແຕ່​ເປໂຕ​ຢືນ​ຢູ່​ປະຕູ​ທາງເຂົ້າ ແລ້ວ​ລູກສິດ​ຜູ້​ທີ່​ຮູ້​ຈັກ​ກັບ​ປະໂລຫິດ​ໃຫຍ່​ກໍ​ອອກ​ມາ​ເວົ້າ​ກັບ​ສາວໃຊ້​ທີ່​ເຝົ້າ​ປະຕູ​ຢູ່​ແລະ​ພາ​ເປໂຕ​ເຂົ້າ​ໄປ​ທາງ​ໃນ. 17  ສາວໃຊ້​ຄົນ​ນັ້ນ​ຖາມ​ເປໂຕ​ວ່າ: “ເຈົ້າ​ກໍ​ເປັນ​ລູກສິດ​ຂອງ​ຜູ້​ນັ້ນ​ຄື​ກັນ​ບໍ່​ແມ່ນ​ບໍ?” ລາວ​ຕອບ​ວ່າ: “ບໍ່ ຂ້ອຍ​ບໍ່​ແມ່ນ.”+ 18  ພວກ​ທາດ​ກັບ​ພວກ​ເຈົ້າ​ໜ້າທີ່​ເອົາ​ຖ່ານ​ມາ​ດັງ​ໄຟ ແລ້ວ​ພາກັນ​ຢືນ​ຝີງ​ໄຟ​ຢູ່​ຍ້ອນ​ອາກາດ​ໜາວ. ເປໂຕ​ກໍ​ເຂົ້າ​ໄປ​ຢືນ​ຝີງ​ໄຟ​ນຳ​ເຂົາເຈົ້າ​ຄື​ກັນ. 19  ຫົວໜ້າ​ປະໂລຫິດ​ສໍ້​ຖາມ​ພະ​ເຢຊູ​ກ່ຽວກັບ​ພວກ​ລູກສິດ​ແລະ​ຄຳສອນ​ຂອງ​ເພິ່ນ. 20  ພະ​ເຢຊູ​ຕອບ​ລາວ​ວ່າ: “ຂ້ອຍ​ເວົ້າ​ຕໍ່​ໜ້າ​ທຸກ​ຄົນ​ຢ່າງ​ເປີດເຜີຍ. ຂ້ອຍ​ສອນ​ຢູ່​ບ່ອນ​ປະຊຸມ​ແລະ​ຢູ່​ວິຫານ+​ທີ່​ຄົນ​ຢິວ​ມາ​ລວມ​ກັນ ຂ້ອຍ​ບໍ່​ໄດ້​ເວົ້າ​ຫຍັງ​ໃນ​ບ່ອນ​ລັບ​ໆ​. 21  ເຈົ້າ​ມາ​ຖາມ​ຂ້ອຍ​ເຮັດ​ຫຍັງ? ໄປ​ຖາມ​ຄົນ​ທີ່​ໄດ້​ຍິນ​ຂ້ອຍ​ເວົ້າ​ແມ້. ເຂົາເຈົ້າ​ຮູ້​ວ່າ​ຂ້ອຍ​ເວົ້າ​ຫຍັງ.” 22  ເມື່ອ​ພະ​ເຢຊູ​ເວົ້າ​ແບບ​ນັ້ນ ເຈົ້າ​ໜ້າທີ່​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ໃກ້​ໆ​ກໍ​ຕົບ​ໜ້າ​ພະ​ເຢຊູ+​ແລະ​ເວົ້າ​ວ່າ: “ເຈົ້າ​ຕອບ​ຫົວໜ້າ​ປະໂລຫິດ​ແບບ​ນີ້​ຫວະ?” 23  ພະ​ເຢຊູ​ຕອບ​ວ່າ: “ຖ້າ​ຂ້ອຍ​ເວົ້າ​ຫຍັງ​ຜິດ​ກໍ​ໃຫ້​ເອົາ​ຫຼັກຖານ​ມາ​ຢືນຢັນ ແຕ່​ຖ້າ​ຂ້ອຍ​ເວົ້າ​ຖືກ ເຈົ້າ​ມາ​ຕົບ​ໜ້າ​ຂ້ອຍ​ເຮັດ​ຫຍັງ?” 24  ແລ້ວ​ອັນນາ​ກໍ​ໃຫ້​ຄົນ​ສົ່ງ​ພະ​ເຢຊູ​ທີ່​ຖືກ​ມັດ​ຢູ່​ໄປ​ໃຫ້​ປະໂລຫິດ​ໃຫຍ່​ກາຢະຟາ.+ 25  ຕອນ​ທີ່​ຊີໂມນ​ເປໂຕ​ຢືນ​ຝີງ​ໄຟ​ຢູ່ ຄົນ​ທີ່​ຢູ່​ຫັ້ນ​ໄດ້​ຖາມ​ລາວ​ວ່າ: “ເຈົ້າ​ກໍ​ເປັນ​ລູກສິດ​ຂອງ​ຜູ້​ນັ້ນ​ຄື​ກັນ​ບໍ່​ແມ່ນ​ບໍ?” ລາວ​ປະຕິເສດ​ວ່າ: “ບໍ່ ຂ້ອຍ​ບໍ່​ແມ່ນ.”+ 26  ມີ​ທາດ​ຄົນ​ໜຶ່ງ​ຂອງ​ປະໂລຫິດ​ໃຫຍ່​ທີ່​ເປັນ​ພີ່ນ້ອງ​ກັບ​ຜູ້​ທີ່​ຖືກ​ເປໂຕ​ຟັນ​ຫູ​ຂາດ+​ເວົ້າ​ຂຶ້ນ​ມາ​ວ່າ: “ຂ້ອຍ​ເຫັນ​ເຈົ້າ​ຢູ່​ກັບ​ຜູ້​ນັ້ນ​ໃນ​ສວນ​ບໍ່​ແມ່ນ​ບໍ?” 27  ເປໂຕ​ປະຕິເສດ​ອີກ ແລະ​ທັນໃດ​ນັ້ນ​ໄກ່​ກໍ​ຂັນ.+ 28  ໃນ​ຕອນ​ເຊົ້າ​ໆ​ ເຂົາເຈົ້າ​ເອົາ​ພະ​ເຢຊູ​ຈາກ​ເຮືອນ​ຂອງ​ກາຢະຟາ​ໄປ​ເຮືອນ​ເຈົ້າແຂວງ+ ແຕ່​ເຂົາເຈົ້າ​ບໍ່​ຍອມ​ເຂົ້າ​ໄປ​ໃນ​ເຮືອນ ຍ້ອນ​ການ​ເຮັດ​ແບບ​ນັ້ນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ສະອາດ+​ແລະ​ຈະ​ກິນ​ປັດສະຄາ​ບໍ່​ໄດ້. 29  ປີລາດ​ຈຶ່ງ​ອອກ​ມາ​ຫາ​ເຂົາເຈົ້າ​ຢູ່​ທາງ​ນອກ​ແລະ​ຖາມ​ວ່າ: “ພວກ​ເຈົ້າ​ຟ້ອງ​ຜູ້​ຊາຍ​ຄົນ​ນີ້​ຍ້ອນ​ຂໍ້ຫາ​ຫຍັງ?” 30  ເຂົາເຈົ້າ​ຕອບ​ປີລາດ​ວ່າ: “ຖ້າ​ຜູ້​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ* ພວກ​ເຮົາ​ຄື​ຊິ​ບໍ່​ສົ່ງ​ລາວ​ມາ​ໃຫ້​ທ່ານ​ດອກ.” 31  ປີລາດ​ບອກ​ເຂົາເຈົ້າ​ວ່າ: “ເອົາ​ລາວ​ໄປ​ຕັດສິນ​ກັນເອງ​ຕາມ​ກົດໝາຍ​ຂອງ​ພວກ​ເຈົ້າ​ສະ.”+ ພວກ​ຜູ້​ນຳ​ຄົນ​ຢິວ​ບອກ​ວ່າ: “ພວກ​ເຮົາ​ບໍ່​ມີ​ອຳນາດ​ຈະ​ຂ້າ​ຜູ້​ໃດ.”+ 32  ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢຊູ​ເຄີຍ​ບອກ​ໄວ້​ວ່າ​ເພິ່ນ​ຈະ​ຕາຍ​ແນວ​ໃດ.+ 33  ປີລາດ​ກັບ​ເຂົ້າ​ໄປ​ໃນ​ເຮືອນ ແລ້ວ​ເອີ້ນ​ພະ​ເຢຊູ​ມາ​ຖາມ​ວ່າ: “ເຈົ້າ​ເປັນ​ກະສັດ​ຂອງ​ຄົນ​ຢິວ​ບໍ?”+ 34  ພະ​ເຢຊູ​ເວົ້າ​ວ່າ: “ເຈົ້າ​ຖາມ​ແບບ​ນີ້ ຍ້ອນ​ເຈົ້າ​ຄິດ​ເອງ​ຫຼື​ວ່າ​ມີ​ຄົນ​ບອກ​ເຈົ້າ?” 35  ປີລາດ​ຕອບ​ວ່າ: “ເຈົ້າ​ກໍ​ຮູ້​ວ່າ​ຂ້ອຍ​ບໍ່​ແມ່ນ​ຄົນ​ຢິວ. ຄົນ​ຊາດ​ດຽວ​ກັບ​ເຈົ້າ​ແລະ​ພວກ​ຫົວໜ້າ​ປະໂລຫິດ​ສົ່ງ​ເຈົ້າ​ມາ​ໃຫ້​ຂ້ອຍ. ເຈົ້າ​ເຮັດ​ຫຍັງ​ຜິດ?” 36  ພະ​ເຢຊູ​ຕອບ​ວ່າ:+ “ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້.+ ຖ້າ​ການ​ປົກຄອງ​ຂອງ​ຂ້ອຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້ ຄົນ​ຂອງ​ຂ້ອຍ​ຄື​ຊິ​ຕໍ່ສູ້​ບໍ່​ໃຫ້​ພວກ​ຢິວ​ຈັບ​ຂ້ອຍ​ໄດ້.+ ແຕ່​ທີ່ຈິງ​ແລ້ວ ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ຮັບ​ອຳນາດ​ຈາກ​ໂລກ​ນີ້.” 37  ປີລາດ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ຄັນຊັ້ນ ເຈົ້າ​ເປັນ​ກະສັດ​ຂອງ​ຄົນ​ຢິວ​ບໍ?” ພະ​ເຢຊູ​ຕອບ​ວ່າ: “ແມ່ນ​ແລ້ວ*+ ແລະ​ເຫດຜົນ​ທີ່​ຂ້ອຍ​ເກີດ​ມາ​ແລະ​ມາ​ໂລກ​ນີ້​ກໍ​ເພື່ອ​ເປັນ​ພະຍານ​ຢືນຢັນ​ຄວາມ​ຈິງ.+ ທຸກ​ຄົນ​ທີ່​ຕິດຕາມ​ຄວາມ​ຈິງ​ຈະ​ຟັງ​ຂ້ອຍ.” 38  ປີລາດ​ຖາມ​ພະ​ເຢຊູ​ວ່າ: “ຄວາມ​ຈິງ​ນັ້ນ​ແມ່ນ​ຫຍັງ?” ເມື່ອ​ເວົ້າ​ແບບ​ນັ້ນ​ແລ້ວ ລາວ​ກໍ​ອອກ​ໄປ​ຫາ​ພວກ​ຜູ້​ນຳ​ຄົນ​ຢິວ​ອີກ​ແລະ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຫັນ​ວ່າ​ຜູ້​ນີ້​ມີ​ຄວາມ​ຜິດ​ຫຍັງ.+ 39  ອີກ​ຢ່າງ​ໜຶ່ງ ພວກ​ເຈົ້າ​ມີ​ທຳນຽມ​ໃຫ້​ປ່ອຍ​ນັກໂທດ​ຄົນ​ໜຶ່ງ​ໃຫ້​ພວກ​ເຈົ້າ​ໃນ​ຍາມ​ເທດສະການ​ປັດສະຄາ.+ ພວກ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ປ່ອຍ​ກະສັດ​ຂອງ​ຄົນ​ຢິວ​ບໍ?” 40  ຄົນ​ພວກ​ນັ້ນ​ຮ້ອງ​ຂຶ້ນ​ວ່າ: “ບໍ່​ປ່ອຍ​ຜູ້​ນີ້ ແຕ່​ປ່ອຍ​ບາຣາບາ!” ບາຣາບາ​ແມ່ນ​ໂຈນ​ຄົນ​ໜຶ່ງ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ການ​ທີ່​ພະເຈົ້າ​ຈະ​ຍອມ​ໃຫ້​ພະ​ເຢຊູ​ຖືກ​ປະຫານ​ຊີວິດ​ໃນ​ຂໍ້​ກ່າວຫາ​ຕົວະ​ທີ່​ວ່າ​ເພິ່ນ​ໝິ່ນ​ປະໝາດ​ພະເຈົ້າ
ຫຼື “ບໍ່​ໄດ້​ເປັນ​ຄົນ​ຮ້າຍ”
ແປ​ຕາມ​ໂຕ​ວ່າ “ເຈົ້າ​ເອງ​ເປັນ​ຜູ້​ເວົ້າ.” ນີ້​ແມ່ນ​ສຳນວນ​ທີ່​ໝາຍເຖິງ​ການ​ເຫັນດີ​ກັບ​ສິ່ງ​ທີ່​ຫາກໍ​ເວົ້າ.