ຂ່າວດີທີ່ຂຽນໂດຍມັດທາຍ 27:1-66
27 ເມື່ອຮອດຕອນເຊົ້າ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວທຸກຄົນກໍມາປະຊຸມປຶກສາກັນເພື່ອຈະຕັດສິນປະຫານພະເຢຊູ.+
2 ເຂົາເຈົ້າມັດມືເພິ່ນ ແລ້ວສົ່ງໄປໃຫ້ປີລາດທີ່ເປັນເຈົ້າແຂວງ.+
3 ເມື່ອຢູດາຜູ້ທີ່ທໍລະຍົດເຫັນວ່າພະເຢຊູຖືກຕັດສິນລົງໂທດ ລາວກໍຮູ້ສຶກເສຍໃຈ. ລາວຈຶ່ງເອົາຫຼຽນເງິນ 30 ຫຼຽນໄປສົ່ງຄືນໃຫ້ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວ.+
4 ລາວເວົ້າວ່າ: “ຂ້ອຍເຮັດຜິດແລ້ວທີ່ມອບຄົນທີ່ບໍ່ມີຄວາມຜິດໃຫ້ພວກເຈົ້າ.” ເຂົາເຈົ້າບອກວ່າ: “ກະເລື່ອງຂອງເຈົ້າ ບໍ່ກ່ຽວກັບພວກຂ້ອຍ.”
5 ຢູດາຈຶ່ງໂຍນຫຼຽນເງິນໄວ້ໃນວິຫານ ແລ້ວໄປແຂວນຄໍຕາຍ.+
6 ພວກຫົວໜ້າປະໂລຫິດເອົາເງິນນັ້ນມາແລະເວົ້າວ່າ: “ເງິນນີ້ເປື້ອນເລືອດ ເຮົາຊິເອົາມາລວມກັບເງິນຂອງວິຫານບໍ່ໄດ້.”
7 ເຂົາເຈົ້າຈຶ່ງປຶກສາກັນ ແລ້ວເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນໝໍ້ເພື່ອໃຊ້ເປັນບ່ອນຝັງສົບຂອງຄົນຕ່າງຖິ່ນ.
8 ບ່ອນນັ້ນຈຶ່ງຖືກເອີ້ນວ່າ “ນາເລືອດ”+ ຈົນຮອດທຸກມື້ນີ້.
9 ດັ່ງນັ້ນ ສິ່ງທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນເຢເຣມີຢາກໍເກີດຂຶ້ນແທ້ທີ່ວ່າ: “ເຂົາເຈົ້າເອົາຫຼຽນເງິນ 30 ຫຼຽນທີ່ພວກອິດສະຣາເອນບາງຄົນໄດ້ຕັ້ງເປັນຄ່າໂຕຂອງຜູ້ນັ້ນ
10 ໄປຊື້ນາຂອງຊ່າງປັ້ນໝໍ້ຕາມທີ່ພະເຢໂຫວາ*ສັ່ງຂ້ອຍໄວ້.”+
11 ເມື່ອພະເຢຊູຢືນຢູ່ຕໍ່ໜ້າປີລາດ ລາວຈຶ່ງຖາມພະເຢຊູວ່າ: “ເຈົ້າເປັນກະສັດຂອງຄົນຢິວບໍ?” ພະເຢຊູຕອບວ່າ: “ແມ່ນແລ້ວ.”*+
12 ແຕ່ເມື່ອພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວກ່າວຫາພະເຢຊູ ເພິ່ນພັດບໍ່ຕອບຫຍັງເລີຍ.+
13 ປີລາດຈຶ່ງຖາມພະເຢຊູວ່າ: “ເຈົ້າບໍ່ໄດ້ຍິນບໍທີ່ເຂົາເຈົ້າກ່າວຫາເຈົ້າໃນຫຼາຍເລື່ອງ?”
14 ແຕ່ພະເຢຊູກໍບໍ່ຕອບປີລາດຈັກຄຳ ລາວຈຶ່ງແປກໃຈຫຼາຍ.
15 ໃນຍາມເທດສະການປັດສະຄາ ມີທຳນຽມທີ່ເຈົ້າແຂວງຈະໃຫ້ປະຊາຊົນເລືອກປ່ອຍໂຕນັກໂທດໄດ້ຄົນໜຶ່ງ.+
16 ຕອນນັ້ນ ມີນັກໂທດທີ່ມີຊື່ສຽງຜູ້ໜຶ່ງຊື່ບາຣາບາ.
17 ເມື່ອປະຊາຊົນມາລວມກັນ ປີລາດຈຶ່ງຖາມເຂົາເຈົ້າວ່າ: “ພວກເຈົ້າຢາກໃຫ້ຂ້ອຍປ່ອຍຜູ້ໃດ ບາຣາບາຫຼືເຢຊູທີ່ຄົນເອີ້ນວ່າພະຄລິດ?”
18 ປີລາດຮູ້ວ່າພວກນັ້ນສົ່ງພະເຢຊູມາໃຫ້ລາວຍ້ອນຄວາມອິດສາ.
19 ນອກຈາກນັ້ນ ຕອນທີ່ລາວນັ່ງຢູ່ບັນລັງຕັດສິນ ເມຍຂອງລາວໃຊ້ຄົນມາບອກວ່າ: “ຢ່າເຮັດຫຍັງໃຫ້ຜູ້ຊາຍທີ່ບໍລິສຸດຄົນນີ້. ຂ້ອຍຝັນກ່ຽວກັບລາວແລະມັນເປັນຕາຢ້ານຫຼາຍ.”
20 ແຕ່ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວໄດ້ຍົວະປະຊາຊົນໃຫ້ຂໍປີລາດປ່ອຍບາຣາບາ+ແລະຂ້າພະເຢຊູ.+
21 ປີລາດຖາມປະຊາຊົນອີກເທື່ອໜຶ່ງວ່າ: “ສອງຄົນນີ້ ພວກເຈົ້າຢາກໃຫ້ຂ້ອຍປ່ອຍຜູ້ໃດ?” ເຂົາເຈົ້າຕອບວ່າ: “ບາຣາບາ.”
22 ປີລາດຈຶ່ງຖາມເຂົາເຈົ້າວ່າ: “ຄັນຊັ້ນຈະໃຫ້ເຮັດແນວໃດກັບເຢຊູທີ່ຄົນເອີ້ນວ່າພະຄລິດ?” ເຂົາເຈົ້າເວົ້າວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”*+
23 ປີລາດເວົ້າວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ?” ແຕ່ເຂົາເຈົ້າແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ!”+
24 ເມື່ອເຫັນວ່າບໍ່ໄດ້ຜົນແລະເລີ່ມມີຄວາມວຸ່ນວາຍຂຶ້ນ ປີລາດຈຶ່ງເອົານ້ຳມາລ້າງມືຕໍ່ໜ້າປະຊາຊົນແລະເວົ້າວ່າ: “ຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບການຕາຍຂອງຜູ້ນີ້. ພວກເຈົ້າຕ້ອງຮັບຜິດຊອບເອງ.”
25 ເຂົາເຈົ້າຕອບເປັນສຽງດຽວກັນວ່າ: “ພວກເຮົາກັບລູກຈະຮັບຜິດຊອບຕໍ່ການຕາຍຂອງລາວ.”+
26 ປີລາດຈຶ່ງປ່ອຍບາຣາບາໃຫ້ເຂົາເຈົ້າ. ຈາກນັ້ນກໍສັ່ງທະຫານໃຫ້ເອົາແສ້ຟາດພະເຢຊູ+ແລ້ວກໍໃຫ້ເຂົາເຈົ້າເອົາເພິ່ນໄປປະຫານເທິງເສົາ.+
27 ພວກທະຫານຂອງປີລາດຈຶ່ງເອົາພະເຢຊູເຂົ້າໄປໃນເຮືອນຂອງປີລາດ ແລະເຂົາເຈົ້າໄດ້ເອີ້ນທະຫານມາໝົດກອງທັບເພື່ອລ້ອມເພິ່ນໄວ້.+
28 ເຂົາເຈົ້າແກ້ເສື້ອຂອງພະເຢຊູອອກ ແລ້ວເອົາເສື້ອຄຸມສີແດງສົດມາໃສ່ໃຫ້ເພິ່ນ.+
29 ພວກທະຫານເອົາໜາມສານເປັນມົງກຸດແລະສຸບໃສ່ຫົວເພິ່ນ ເອົາໄມ້ອໍ້ໃສ່ມືເບື້ອງຂວາຂອງເພິ່ນ ແລະເຂົາເຈົ້າກໍຄູ້ເຂົ່າລົງຕໍ່ໜ້າພະເຢຊູແລະເຍາະເຍີ້ຍເພິ່ນວ່າ: “ຂໍກົ້ມຄຳນັບກະສັດຂອງຄົນຢິວ!”
30 ຈາກນັ້ນ ເຂົາເຈົ້າກໍຖົ່ມນ້ຳລາຍໃສ່ພະເຢຊູ+ແລະເອົາໄມ້ອໍ້ນັ້ນມາຕີຫົວເພິ່ນ.
31 ເມື່ອເຍາະເຍີ້ຍຈົນສົມໃຈແລ້ວ ເຂົາເຈົ້າກໍແກ້ເສື້ອຄຸມສີແດງສົດອອກ ແລະເອົາເສື້ອຄຸມຂອງເພິ່ນມາໃສ່ໃຫ້ເພິ່ນ. ຈາກນັ້ນກໍເອົາເພິ່ນໄປຄຶງໄວ້ເທິງເສົາ.+
32 ຕອນທີ່ກຳລັງອອກໄປຈາກເມືອງ ພວກທະຫານໄດ້ເຈິຜູ້ໜຶ່ງຊື່ຊີໂມນທີ່ເປັນຄົນກີເຣເນ ເຂົາເຈົ້າຈຶ່ງສັ່ງລາວໃຫ້ແບກເສົາທໍລະມານ*ຂອງພະເຢຊູ.+
33 ເມື່ອມາຮອດບ່ອນໜຶ່ງທີ່ຊື່ໂຄລະໂຄທາ ທີ່ແປວ່າຫົວກະໂຫຼກ+
34 ເຂົາເຈົ້າເອົາເຫຼົ້າແວງປະສົມກັບນ້ຳບີ*ໃຫ້ພະເຢຊູກິນ+ ແຕ່ເມື່ອຊີມແລ້ວເພິ່ນກໍບໍ່ຍອມກິນ.
35 ເມື່ອພວກທະຫານຄຶງພະເຢຊູໄວ້ເທິງເສົາແລ້ວ ເຂົາເຈົ້າກໍເອົາເສື້ອຄຸມຂອງເພິ່ນມາຈົກສະຫຼາກ+
36 ແລະນັ່ງເຝົ້າເພິ່ນຢູ່ຫັ້ນ.
37 ຢູ່ເທິງຫົວຂອງພະເຢຊູ ເຂົາເຈົ້າຍັງຕອກປ້າຍທີ່ຂຽນຂໍ້ກ່າວຫາເພິ່ນໄວ້ຢູ່ເສົາ. ປ້າຍນັ້ນຂຽນວ່າ: “ນີ້ແມ່ນເຢຊູກະສັດຂອງຄົນຢິວ.”+
38 ຈາກນັ້ນ ເຂົາເຈົ້າກໍເອົາໂຈນ 2 ຄົນມາຄຶງໄວ້ເທິງເສົາທາງຂ້າງພະເຢຊູ. ຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງຢູ່ເບື້ອງຊ້າຍ.+
39 ຄົນທີ່ຍ່າງກາຍໄປກາຍມາກໍແກວ່ງຫົວ+ແລະເວົ້າດູຖູກພະເຢຊູວ່າ:+
40 “ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ພາຍໃນ 3 ມື້+ ຊ່ວຍໂຕເອງໃຫ້ລອດກ່ອນແມະ! ຖ້າເຈົ້າເປັນລູກຂອງພະເຈົ້າ*ກະລົງມາຈາກເສົາທໍລະມານທະແມ້!”+
41 ພວກຫົວໜ້າປະໂລຫິດ ພວກຄູສອນສາສະໜາ ແລະພວກຜູ້ນຳຄົນຢິວກໍເຍາະເຍີ້ຍສຽດສີພະເຢຊູແບບດຽວກັນ. ເຂົາເຈົ້າເວົ້າວ່າ:+
42 “ລາວຊ່ວຍຄົນອື່ນໄດ້ ແຕ່ຊ່ວຍໂຕເອງບໍ່ໄດ້ຊ້ຳ! ຖ້າລາວເປັນກະສັດຂອງອິດສະຣາເອນ+ກະລົງມາຈາກເສົາທໍລະມານດຽວນີ້ແມ້ ແລ້ວພວກເຮົາຈະເຊື່ອລາວ.
43 ລາວອົດສາຫວັງເພິ່ງພະເຈົ້າແລະຍັງອ້າງວ່າ ‘ຂ້ອຍເປັນລູກຂອງພະເຈົ້າ.’+ ຖ້າພະເຈົ້າຢູ່ກັບລາວກໍໃຫ້ເພິ່ນມາຊ່ວຍລາວດຽວນີ້ໂລດ.”+
44 ຂະໜາດວ່າໂຈນທີ່ຖືກຄຶງເທິງເສົາທີ່ຢູ່ທາງຂ້າງກໍຍັງເວົ້າດູຖູກພະເຢຊູຄືກັນ.+
45 ຕັ້ງແຕ່ປະມານຕອນທ່ຽງ*ຈົນຮອດບ່າຍ 3 ໂມງ* ທ້ອງຟ້າກໍມືດ.+
46 ເມື່ອຮອດປະມານບ່າຍ 3 ໂມງ ພະເຢຊູຮ້ອງສຽງດັງວ່າ: “ເອລີ ເອລີ ລາມາສະບັກທານີ?” ທີ່ແປວ່າ “ພະເຈົ້າ ພະເຈົ້າຂອງລູກ ເປັນຫຍັງຈຶ່ງຖິ້ມລູກ?”+
47 ເມື່ອບາງຄົນທີ່ຢືນຢູ່ຫັ້ນໄດ້ຍິນກໍເວົ້າວ່າ: “ລາວກຳລັງເອີ້ນເອລີຢາ.”+
48 ມີຜູ້ໜຶ່ງຟ້າວແລ່ນໄປເອົາຟອງນ້ຳຈຸບເຫຼົ້າແວງສົ້ມແລະສຽບໃສ່ໄມ້ອໍ້ ແລ້ວຍື່ນໃຫ້ພະເຢຊູກິນ.+
49 ແຕ່ຄົນອື່ນເວົ້າວ່າ: “ຢ່າຟ້າວເຮັດຫຍັງໃຫ້ລາວ! ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ວຍລາວບໍ່.”
50 ພະເຢຊູຮ້ອງສຽງດັງອີກເທື່ອໜຶ່ງແລ້ວເພິ່ນກໍຕາຍ.+
51 ໃນຕອນນັ້ນ ຜ້າກັ້ງໃນຫ້ອງບໍລິສຸດຂອງວິຫານ+ໄດ້ຈີກເປັນ 2 ຕ່ອນ+ຕັ້ງແຕ່ເທິງລົງລຸ່ມ+ ແລ້ວກໍມີແຜ່ນດິນໄຫວ ແມ່ນແຕ່ກ້ອນຫີນໃຫຍ່ໆກໍຍະອອກ.
52 ບ່ອນຝັງສົບເປີດອອກແລະສົບຄົນຂອງພະເຈົ້າຫຼາຍສົບກໍຟົ້ງອອກມາ
53 ແລະມີຫຼາຍຄົນໄດ້ເຫັນສົບເຫຼົ່ານັ້ນ (ຄົນທີ່ໄປແຖວບ່ອນຝັງສົບນັ້ນກໍເຂົ້າໄປໃນເມືອງບໍລິສຸດ*ຫຼັງຈາກພະເຢຊູຄືນມາຈາກຕາຍແລ້ວ).*
54 ເມື່ອນາຍຮ້ອຍກັບຄົນອື່ນທີ່ເຝົ້າເບິ່ງພະເຢຊູເຫັນແຜ່ນດິນໄຫວກັບສິ່ງຕ່າງໆທີ່ເກີດຂຶ້ນກໍຢ້ານຫຼາຍແລະເວົ້າວ່າ: “ຜູ້ນີ້ເປັນລູກຂອງພະເຈົ້າແທ້ໆ.”+
55 ຢູ່ຫັ້ນມີຜູ້ຍິງຫຼາຍຄົນເຝົ້າເບິ່ງເຫດການຢູ່ຫ່າງໆ. ເຂົາເຈົ້າຕິດຕາມຮັບໃຊ້ພະເຢຊູມາຕັ້ງແຕ່ແຂວງຄາລີເລ.+
56 ມາຣິອາຄົນມັກດາເລນ ມາຣິອາທີ່ເປັນແມ່ຂອງຢາໂກໂບກັບໂຢເຊ ແລະແມ່ຂອງຢາໂກໂບກັບໂຢຮັນທີ່ເປັນເມຍຂອງເຊເບດາຍ*ກໍຢູ່ໃນກຸ່ມນັ້ນຄືກັນ.+
57 ຕອນຄ້າຍແລງ ລູກສິດຜູ້ໜຶ່ງຂອງພະເຢຊູຊື່ໂຢເຊັບທີ່ເປັນເສດຖີຢູ່ເມືອງອາຣີມາທາຍ+
58 ໄດ້ໄປຂໍສົບພະເຢຊູຈາກປີລາດ.+ ປີລາດກໍສັ່ງໃຫ້ເອົາສົບໃຫ້ລາວ.+
59 ໂຢເຊັບເອົາຜ້າລີນິນເນື້ອດີແລະສະອາດມາພັນສົບ+
60 ແລະວາງສົບໄວ້ໃນບ່ອນຝັງສົບໃໝ່ຂອງລາວ+ທີ່ເຈາະໄວ້ແລ້ວໃນຫີນ. ຈາກນັ້ນ ລາວກໍກິ້ງຫີນໃຫຍ່ໆມາອັດທາງເຂົ້າບ່ອນຝັງສົບໄວ້ ແລ້ວລາວກໍໄປ.
61 ແຕ່ມາຣິອາຄົນມັກດາເລນກັບມາຣິອາອີກຄົນໜຶ່ງຍັງນັ່ງເຝົ້າຢູ່ໜ້າບ່ອນຝັງສົບ.+
62 ເຫດການທັງໝົດນີ້ເກີດຂຶ້ນໃນມື້ກຽມ*ວັນຊະບາໂຕ.+ ມື້ຕໍ່ມາ ພວກຫົວໜ້າປະໂລຫິດກັບພວກຟາຣີຊາຍກໍພາກັນໄປຫາປີລາດ.
63 ເຂົາເຈົ້າເວົ້າວ່າ: “ທ່ານເອີ້ຍ ພວກເຮົາຈື່ໄດ້ວ່າຄົນຫຼອກລວງຜູ້ນັ້ນເຄີຍເວົ້າຕອນທີ່ລາວຍັງມີຊີວິດຢູ່ວ່າ ‘ຂ້ອຍຈະຄືນມາຈາກຕາຍຫຼັງຈາກຕາຍໄປແລ້ວ 3 ມື້.’+
64 ດັ່ງນັ້ນ ຂໍໃຫ້ທ່ານສັ່ງຄົນໄປເຝົ້າບ່ອນຝັງສົບຂອງລາວຈົນຮອດມື້ທີ 3 ເພື່ອບໍ່ໃຫ້ພວກລູກສິດມາລັກເອົາສົບໄປ+ ແລ້ວບອກປະຊາຊົນວ່າ ‘ລາວຖືກປຸກໃຫ້ຄືນມາຈາກຕາຍແລ້ວ!’ ຖ້າເປັນແນວນັ້ນ ການຫຼອກລວງເທື່ອນີ້ຈະຮ້າຍແຮງກວ່າເທື່ອທຳອິດ.”
65 ປີລາດບອກເຂົາເຈົ້າວ່າ: “ເອົາທະຫານຍາມໄປເຝົ້າບ່ອນຝັງສົບໃຫ້ຫຼາຍໆເທົ່າທີ່ຈະເຮັດໄດ້.”
66 ເຂົາເຈົ້າຈຶ່ງໄປບ່ອນນັ້ນ ຈ້ຳກາໃສ່ຫີນທີ່ອັດທາງເຂົ້າບ່ອນຝັງສົບ ແລະຈັດເວນຍາມເຝົ້າບ່ອນຝັງສົບໄວ້ຢ່າງແໜ້ນໜາ.
ຂໍ ຄວາມ ໄຂ ເງື່ອນ
^ ເບິ່ງພາກຜະໜວກ ກ5
^ ແປຕາມໂຕວ່າ “ເຈົ້າເອງເປັນຜູ້ເວົ້າ.” ນີ້ແມ່ນສຳນວນທີ່ໝາຍເຖິງການເຫັນດີກັບສິ່ງທີ່ຫາກໍເວົ້າ.
^ ຫຼື “ປະຫານລາວເທິງເສົາ!”
^ ເບິ່ງສ່ວນອະທິບາຍຄຳສັບ
^ ອາດໝາຍເຖິງທາດແຫຼວທີ່ມີລົດຂົມ
^ ຫຼື “ລູກຄົນໜຶ່ງຂອງພະເຈົ້າ”
^ ແປຕາມໂຕວ່າ “ຊົ່ວໂມງທີ 6”
^ ແປຕາມໂຕວ່າ “ຊົ່ວໂມງທີ 9”
^ ໝາຍເຖິງເມືອງເຢຣູຊາເລັມ
^ ເບິ່ງຄືວ່າເຂົາເຈົ້າໄປເລົ່າເລື່ອງທີ່ເຫັນ
^ ແປຕາມໂຕວ່າ “ແມ່ຂອງພວກລູກຊາຍຂອງເຊເບດາຍ”
^ ເບິ່ງສ່ວນອະທິບາຍຄຳສັບ

