ຄຳ​ຖາມ 3

ໃຜເປັນຜູ້ຂຽນຄຳພີໄບເບິນ?

“ໂມເຊ​ໄດ້​ຂຽນ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ບອກ.”

ອົບພະຍົບ 24:4

“ດານີເອນ​ໄດ້​ເຫັນ​ນິມິດ​ໃນ​ຄວາມ​ຝັນ​ຕອນ​ທີ່​ລາວ​ນອນ​ຫຼັບ​ຢູ່. ຈາກນັ້ນ ລາວ​ກໍ​ຂຽນ​ເລື່ອງ​ທັງໝົດ​ນີ້​ໄວ້.”

ດານີເອນ 7:1

“ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ຄຳສອນ​ຂອງ​ພະເຈົ້າ​ຈາກ​ພວກ​ເຮົາ ພວກ​ເຈົ້າ​ຍອມຮັບ​ຄຳສອນ​ນັ້ນ​ຄື​ກັບ​ເປັນ​ຄຳສອນ​ຂອງ​ພະເຈົ້າ​ແທ້​ໆ ບໍ່​ແມ່ນ​ຂອງ​ມະນຸດ.”

1 ເທຊະໂລນິກ 2:13

“ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ມາ​ຈາກ​ພະເຈົ້າ. ພະຄຳພີ​ມີ​ປະໂຫຍດ​ສຳລັບ​ສອນ.”

2 ຕີໂມທຽວ 3:16

“ຄຳ​ພະຍາກອນ​ທຸກ​ເລື່ອງ​ບໍ່​ໄດ້​ມາ​ຈາກ​ມະນຸດ ແຕ່​ມະນຸດ​ເວົ້າ​ສິ່ງ​ທີ່​ມາ​ຈາກ​ພະເຈົ້າ​ຕາມ​ທີ່​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ຊີ້ນຳ​ເຂົາເຈົ້າ.”

2 ເປໂຕ 1:21