ຄຳ​ຖາມ 16

ຈະເຮັດແນວໃດເມື່ອມີເລື່ອງອຸກໃຈ?

“ໃຫ້​ເອົາ​ຄວາມ​ກັງວົນ​ຂອງ​ເຈົ້າ​ຝາກ​ໄວ້​ກັບ​ພະ​ເຢໂຫວາ ແລະ​ເພິ່ນ​ຈະ​ຊ່ວຍ​ເຈົ້າ. ເພິ່ນ​ຈະ​ບໍ່​ຍອມ​ໃຫ້​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ລົ້ມ​ລົງ.”

ເພງ​ສັນລະເສີນ 55:22

“ແຜນການ​ຂອງ​ຄົນ​ດຸ​ໝັ່ນ​ຈະ​ເຮັດ​ໃຫ້​ປະສົບ​ຄວາມ​ສຳເລັດ​ແນ່ນອນ ແຕ່​ທຸກ​ຄົນ​ທີ່​ຟ້າວ​ເຮັດ​ສິ່ງ​ຕ່າງ​ໆ​ແບບ​ບໍ່​ຄິດ​ຈະ​ຕ້ອງ​ກາຍ​ເປັນ​ຄົນ​ທຸກ.”

ສຸພາສິດ 21:5

“ບໍ່​ຕ້ອງ​ຢ້ານ ຍ້ອນ​ວ່າ​ເຮົາ​ຢູ່​ນຳ​ເຈົ້າ. ບໍ່​ຕ້ອງ​ອຸກໃຈ ຍ້ອນ​ວ່າ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ແລະ​ເຮົາ​ຈະ​ຊ່ວຍ​ເຈົ້າ. ເຮົາ​ຈະ​ໃຊ້​ມື​ຂວາ​ຂອງ​ເຮົາ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈັບ​ເຈົ້າ​ໄວ້​ແໜ້ນ​ໆ.”

ເອຊາຢາ 41:10

“ຄັນ​ພວກ​ເຈົ້າ​ອຸກໃຈ ພວກ​ເຈົ້າ​ຊິ​ຕໍ່​ຊີວິດ​ໄດ້​ຕື່ມ​ອີກ​ຈັກ​ໜ້ອຍ​ໜຶ່ງ​ບໍ?”

ມັດທາຍ 6:27

“ຢ່າ​ອຸກໃຈ​ກ່ຽວກັບ​ເລື່ອງ​ຂອງ​ມື້​ອື່ນ ຍ້ອນ​ມື້​ອື່ນ​ກໍ​ຈະ​ມີ​ເລື່ອງ​ໃຫ້​ອຸກໃຈ. ແຕ່​ລະ​ມື້​ມີ​ບັນຫາ​ຫຼາຍ​ພໍ​ຢູ່​ແລ້ວ.”

ມັດທາຍ 6:34

“ຂໍ​ໃຫ້​ພວກ​ເຈົ້າ​ເບິ່ງ​ອອກ​ວ່າ​ສິ່ງ​ໃດ​ສຳຄັນກວ່າ.”

ຟີລິບປອຍ 1:10

“ຢ່າ​ອຸກໃຈ​ໃນ​ເລື່ອງ​ໃດ​ເລີຍ ແຕ່​ໃຫ້​ອະທິດຖານ​ເຖິງ​ພະເຈົ້າ​ຕະຫຼອດ. ອ້ອນວອນ​ຂໍ​ໃຫ້​ເພິ່ນ​ຊີ້ນຳ​ແລະ​ໃຫ້​ຂອບໃຈ​ເພິ່ນ​ພ້ອມ. ຖ້າ​ພວກ​ເຈົ້າ​ເຮັດ​ແບບ​ນີ້ ສັນຕິສຸກ​ຂອງ​ພະເຈົ້າ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ​ກໍ​ຈະ​ປົກປ້ອງ​ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ​ໄວ້ ຕອນ​ທີ່​ພວກ​ເຈົ້າ​ຕິດຕາມ​ພະຄລິດ​ເຢຊູ.”

ຟີລິບປອຍ 4:6, 7