ຄຳ​ຖາມ 19

ມີເລື່ອງຫຍັງແດ່ໃນປຶ້ມຕ່າງໆຂອງຄຳພີໄບເບິນ?

ພະຄຳພີ​ພາກ​ພາສາ​ເຮັບເຣີ (“ພັນທະ​ສັນຍາ​ເກົ່າ”)

ເພນທາທຸກ (5 ຫົວ):

ປະຖົມມະການ ອົບພະຍົບ ລະບຽບ​ພວກ​ເລວີ ຈົດເຊັນ​ບັນຊີ ພະ​ບັນຍັດ

ເລື່ອງ​ຕັ້ງແຕ່​ການ​ສ້າງ​ສິ່ງ​ຕ່າງ​ໆ​ຈົນ​ຮອດ​ການ​ເລີ່ມ​ຕົ້ນ​ຂອງ​ຊາດ​ອິດສະຣາເອນ​ໃນ​ສະໄໝ​ກ່ອນ

ປຶ້ມ​ປະຫວັດສາດ (12 ຫົວ):

ໂຢຊວຍ ພວກ​ຜູ້​ຕັດສິນ ນາງ​ຣຸດ

ຊາດ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້​ແລະ​ເຫດການ​ຕ່າງ​ໆ​ທີ່​ເກີດຂຶ້ນ​ຫຼັງ​ຈາກນັ້ນ

1 ຊາມູເອນ 2 ຊາມູເອນ 1 ກະສັດ 2 ກະສັດ 1 ຂ່າວຄາວ 2 ຂ່າວຄາວ

ປະຫວັດສາດ​ຂອງ​ຊາດ​ອິດສະຣາເອນ​ໄປ​ຈົນ​ຮອດ​ການ​ທຳລາຍ​ເມືອງ​ເຢຣູຊາເລັມ

ເອັດຊະຣາ ເນເຮມີຢາ ເອັດສະເທີ

ປະຫວັດ​ຄວາມ​ເປັນ​ມາ​ຂອງ​ຄົນ​ຢິວ​ຫຼັງ​ຈາກ​ຖືກ​ປ່ອຍ​ຈາກ​ການ​ເປັນ​ທາດ​ຢູ່​ບາບີໂລນ

ປຶ້ມ​ກອນ (5 ຫົວ):

ໂຢບ ເພງ​ສັນລະເສີນ ສຸພາສິດ ປັນຍາຈານ ເພງ​ຂອງ​ໂຊໂລໂມນ

ຄຳເວົ້າ​ສອນ​ໃຈ​ແລະ​ເພງ​ຕ່າງ​ໆ

ປຶ້ມ​ພະຍາກອນ (17 ຫົວ):

ເອຊາຢາ ເຢເຣມີຢາ ເພງ​ໂສກເສົ້າ ເອເຊກຽນ ດານີເອນ ໂຮເຊອາ ໂຢເອນ ອາໂມດ ໂອບາດີຢາ ໂຢນາ ມີກາ ນາຮູມ ຮາບາກຸກ ເຊຟານີຢາ ຮັກກາຍ ເຊຄາຣີຢາ ມາລາກີ

ຄຳ​ພະຍາກອນ​ຫຼື​ຂ່າວສານ​ທີ່​ພະເຈົ້າ​ບອກ​ລ່ວງ​ໜ້າ​ກ່ຽວກັບ​ປະຊາຊົນ​ຂອງ​ເພິ່ນ

ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ (“ພັນທະ​ສັນຍາ​ໃໝ່”)

ປຶ້ມ​ຂ່າວດີ 4 ຫົວ (4 ຫົວ):

ມັດທາຍ ມາຣະໂກ ລູກາ ໂຢຮັນ

ປະຫວັດ​ກ່ຽວກັບ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຢຊູ

ປຶ້ມ​ກິດຈະການ​ຂອງ​ອັກຄະສາວົກ (1 ຫົວ):

ປະຫວັດ​ກ່ຽວກັບ​ການ​ເລີ່ມ​ຕົ້ນ​ປະຊາຄົມ​ຄລິດສະຕຽນ​ແລະ​ວຽກ​ຂອງ​ມິດຊັນນາຣີ

ປຶ້ມ​ທີ່​ເປັນ​ຈົດໝາຍ (21 ຫົວ):

ໂຣມ 1 ໂກຣິນໂທ 2 ໂກຣິນໂທ ຄາລາເຕຍ ເອເຟໂຊ ຟີລິບປອຍ ໂກໂລຊາຍ 1 ເທຊະໂລນິກ 2 ເທຊະໂລນິກ

ຈົດໝາຍ​ຂຽນ​ຫາ​ປະຊາຄົມ​ຄລິດສະຕຽນ​ຫຼາຍ​ບ່ອນ

1 ຕີໂມທຽວ 2 ຕີໂມທຽວ ຕີໂຕ ຟີເລໂມນ

ຈົດໝາຍ​ຂຽນ​ຫາ​ພີ່ນ້ອງ​ຄລິດສະຕຽນ​ແຕ່​ລະ​ຄົນ​ເປັນ​ສ່ວນ​ໂຕ

ເຮັບເຣີ ຢາໂກໂບ 1 ເປໂຕ 2 ເປໂຕ 1 ໂຢຮັນ 2 ໂຢຮັນ 3 ໂຢຮັນ ຢູດາ

ຈົດໝາຍ​ຂຽນ​ຫາ​ພີ່ນ້ອງ​ຄລິດສະຕຽນ​ທົ່ວໄປ

ພະ​ນິມິດ (1 ຫົວ):

ຄຳ​ພະຍາກອນ​ຕ່າງ​ໆ​ທີ່​ອັກຄະສາວົກ​ໂຢຮັນ​ໄດ້​ຮັບ​ຜ່ານ​ທາງ​ນິມິດ