ຄຳຖາມ 13
ຄຳພີໄບເບິນເວົ້າແນວໃດກ່ຽວກັບການເຮັດວຽກ?
“ລູກເຄີຍເຫັນຄົນທີ່ເຮັດວຽກເກັ່ງໆບໍ? ລາວຈະໄດ້ຮັບໃຊ້ກະສັດ. ລາວຈະບໍ່ຕ້ອງຮັບໃຊ້ຄົນທຳມະດາ.”
“ຄົນທີ່ລັກກໍໃຫ້ເຊົາລັກ ແລະໃຫ້ປ່ຽນມາເຮັດວຽກທີ່ສັດຊື່ຢ່າງດຸໝັ່ນ ເພື່ອຈະມີບາງສິ່ງໃຫ້ຄົນທີ່ຂາດເຂີນ.”
“ທຸກຄົນຄວນໄດ້ກິນໄດ້ດື່ມແລະມີຄວາມສຸກກັບວຽກໜັກທັງໝົດຂອງໂຕເອງ. ນີ້ແມ່ນຂອງຂວັນຈາກພະເຈົ້າ.”

