ຄຳຖາມ 7
ຄຳພີໄບເບິນບອກລ່ວງໜ້າແນວໃດກ່ຽວກັບສະໄໝຂອງເຮົາ?
“ຈະມີການສູ້ຮົບກັນລະຫວ່າງປະເທດຕໍ່ປະເທດແລະອານາຈັກຕໍ່ອານາຈັກ . . . ທັງໝົດນີ້ເປັນພຽງຕອນເລີ່ມຕົ້ນຂອງຄວາມທຸກ.”
“ຈະມີຜູ້ພະຍາກອນປອມທີ່ຫຼອກລວງຄົນບັກຫຼາຍໆໃຫ້ຫຼົງຜິດ. ຍ້ອນມີຄວາມຊົ່ວຫຼາຍຂຶ້ນ ຄວາມຮັກຂອງຄົນສ່ວນຫຼາຍຈຶ່ງໜ້ອຍລົງ.”
“ພວກເຈົ້າຈະໄດ້ຍິນສຽງການສູ້ຮົບແລະຂ່າວເລື່ອງສົງຄາມໃນບ່ອນຕ່າງໆ. ແຕ່ຢ່າຊູຢ້ານຫຼາຍໂພດ ຍ້ອນເລື່ອງທັງໝົດຈະຕ້ອງເກີດຂຶ້ນແນ່ນອນ ແຕ່ຍັງບໍ່ແມ່ນຈຸດຈົບ.”
“ຈະມີແຜ່ນດິນໄຫວໃຫຍ່ໃນບ່ອນຕ່າງໆ ຈະມີຄວາມອຶດຢາກແລະໂລກລະບາດຢູ່ຫຼາຍບ່ອນ ຄົນຈະເຫັນເຫດການທີ່ເປັນຕາຢ້ານ ແລະຈະມີສັນຍານຕ່າງໆທີ່ເຫັນໄດ້ແຈ້ງໃນທ້ອງຟ້າ.”
“ໃນສະໄໝສຸດທ້າຍຈະເປັນໄລຍະທີ່ມີແຕ່ຄວາມຫຍຸ້ງຍາກລຳບາກແລະອັນຕະລາຍ. ຄົນຈະເຫັນແກ່ໂຕ ເຫັນແກ່ເງິນ ມັກອວດ ຈອງຫອງ ໝິ່ນປະໝາດ ບໍ່ຟັງຄວາມພໍ່ແມ່ ບໍ່ສຳນຶກບຸນຄຸນ ບໍ່ພັກດີ ບໍ່ຮັກຍາດຕິພີ່ນ້ອງ ບໍ່ຍອມໃຜ ມັກໃສ່ຮ້າຍຄົນອື່ນ ບໍ່ຄວບຄຸມໂຕເອງ ໂຫດຮ້າຍ ຊັງສິ່ງທີ່ດີ ເປັນຄົນທໍລະຍົດ ຫົວແຂງ ອວດດີ ເປັນຄົນຮັກຄວາມມ່ວນຊື່ນແທນທີ່ຈະຮັກພະເຈົ້າ ເປັນຄົນເຄັ່ງສາສະໜາແຕ່ທາງນອກ ແຕ່ບໍ່ໄດ້ເຮັດຕາມຄຳສອນຂອງສາສະໜາ.”

