ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ແມ່ນ​ໃຜ?

ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ແມ່ນ​ໃຜ?

 ຄະນະ​ກຳມະການ​ປົກຄອງ​ແມ່ນ​ຄລິດສະຕຽນ​ກຸ່ມ​ນ້ອຍ​ໆ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ເຂົາເຈົ້າ​ເບິ່ງແຍງ​ວຽກ​ງານ​ຂອງ​ພະຍານ​ພະ​ເຢໂຫວາ​ຢູ່​ທົ່ວ​ໂລກ. ວຽກ​ຂອງ​ເຂົາເຈົ້າ​ມີ 2 ສ່ວນ​ຄື:

 ຄະນະ​ກຳມະການ​ປົກຄອງ​ເຮັດ​ຕາມ​ຕົວຢ່າງ​ຂອງ “ພວກ​ອັກຄະສາວົກ​ກັບ​ພວກ​ຜູ້​ເບິ່ງແຍງ​ຢູ່​ເມືອງ​ເຢຣູຊາເລັມ” ໃນ​ສະຕະວັດ​ທຳອິດ. ເຂົາເຈົ້າ​ຕັດສິນ​ເລື່ອງ​ທີ່​ສຳຄັນ​ເພື່ອ​ປະໂຫຍດ​ຂອງ​ພີ່ນ້ອງ​ທຸກ​ຄົນ. (ກິດຈະການ 15:2) ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ກໍ​ຄື​ກັບ​ພວກ​ອັກຄະສາວົກ​ແລະ​ຜູ້​ເບິ່ງແຍງ​ໃນ​ສະຕະວັດ​ທຳອິດ ເຂົາເຈົ້າ​ບໍ່​ໄດ້​ເປັນ​ຜູ້​ນຳ​ອົງການ​ຂອງ​ເຮົາ ແຕ່​ເຂົາເຈົ້າ​ຄົ້ນ​ເບິ່ງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ແລະ​ຍອມຮັບ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ໄດ້​ແຕ່ງຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ​ຄລິດສະຕຽນ.—1 ໂກຣິນໂທ 11:3; ເອເຟໂຊ 5:23

ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ມີ​ໃຜ​ແດ່?

 ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ມີ​ເຄັນເນັດ ຄຸກ ຈູເນຍ, ເກກ ຟລີເກີ້, ຊາມູເອນ ເຮີດ, ເຈຟຣີ ແຈັກສັນ, ໂຈດີ້ ເຈດລີ, ສະຕີເວັນ ເລັດ, ແກຣິດ ເລິດ, ເຈຄັອບ ຣຳ, ມາກ ແຊນເດີສັນ, ເດວິດ ສະເປລນ ແລະ​ເຈຟຣີ ວິນ​ເດີ້. ເຂົາເຈົ້າ​ຢູ່​ສຳນັກງານ​ໃຫຍ່​ຂອງ​ເຮົາ​ຢູ່​ວໍວິກ ລັດ​ນິວຢອກ ປະເທດ​ອາເມຣິກາ.

ຄະນະ​ກຳມະການ​ປົກຄອງ​ເຮັດ​ວຽກ​ແນວ​ໃດ?

 ຄະນະ​ກຳມະການ​ປົກຄອງ​ຕັ້ງ​ຄະນະ​ກຳມະການ​ຂຶ້ນ​ມາ 6 ຄະນະ​ເພື່ອ​ເບິ່ງແຍງ​ວຽກ​ຕ່າງ​ໆ. ສະມາຊິກ​ຂອງ​ຄະນະ​ກຳມະການ​ປົກຄອງ​ແຕ່​ລະ​ຄົນ​ຈະ​ເຮັດ​ວຽກ​ໃນ​ຄະນະ​ເຫຼົ່າ​ນີ້ 1 ຄະນະ​ຫຼື​ຫຼາຍ​ກວ່າ​ນັ້ນ.

  •   ຄະນະ​ກຳມະການ​ຜູ້​ປະສານ​ງານ: ເບິ່ງແຍງ​ວຽກ​ດ້ານ​ກົດໝາຍ ແລະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ເມື່ອ​ເກີດ​ໄພພິບັດ ມີ​ການ​ຂົ່ມເຫງ​ພະຍານ​ພະ​ເຢໂຫວາ​ຍ້ອນ​ຄວາມ​ເຊື່ອ​ທາງ​ສາສະໜາ ແລະ​ເມື່ອ​ເກີດ​ເຫດການ​ສຸກເສີນ​ອື່ນ​ໆ​ທີ່​ມີ​ຜົນ​ກະທົບ​ຕໍ່​ພະຍານ​ພະ​ເຢໂຫວາ.

  •   ຄະນະ​ກຳມະການ​ຝ່າຍ​ບຸກຄົນ: ເບິ່ງແຍງ​ເອົາໃຈໃສ່​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ສະມາຊິກ​ຄອບຄົວ​ເບເທນ.

  •   ຄະນະ​ກຳມະການ​ຝ່າຍ​ການ​ພິມ: ເບິ່ງແຍງ​ການ​ພິມ​ແລະ​ການ​ສົ່ງ​ປຶ້ມ​ກ່ຽວກັບ​ຄຳພີ​ໄບເບິນ. ເຂົາເຈົ້າ​ຍັງ​ເບິ່ງແຍງ​ວຽກ​ກໍ່ສ້າງ​ບ່ອນ​ປະຊຸມ ຫ້ອງ​ການ​ການ​ແປ ແລະ​ສຳນັກງານ​ສາຂາ​ນຳ.

  •   ຄະນະ​ກຳມະການ​ຝ່າຍ​ການ​ຮັບໃຊ້: ເບິ່ງແຍງ​ວຽກ​ປະກາດ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.”—ມັດທາຍ 24:14

  •   ຄະນະ​ກຳມະການ​ຝ່າຍ​ການ​ສອນ: ເບິ່ງແຍງ​ການ​ກຽມ​ເນື້ອ​ໃນ​ແລະ​ຫຼັກ​ສູດ​ທີ່​ໃຊ້​ໃນ​ການ​ສອນ​ຄຳພີ​ໄບເບິນ​ຢູ່​ການ​ປະຊຸມ ໃນ​ໂຮງຮຽນ​ຕ່າງ​ໆ ແລະ​ໃນ​ການ​ບັນທຶກ​ສຽງ ແລະ​ວິດີໂອ.

  •   ຄະນະ​ກຳມະການ​ຝ່າຍ​ການ​ຂຽນ: ເບິ່ງແຍງ​ການ​ກຽມ​ເນື້ອ​ໃນ​ປຶ້ມ​ຕ່າງ​ໆ​ແລະ​ເວັບໄຊ​ຂອງ​ເຮົາ ລວມ​ທັງ​ເບິ່ງແຍງ​ວຽກ​ແປ​ນຳ.

 ນອກ​ຈາກ​ຈະ​ເຮັດ​ວຽກ​ຜ່ານ​ຄະນະ​ກຳມະການ​ເຫຼົ່າ​ນີ້​ແລ້ວ ຄະນະ​ກຳມະການ​ປົກຄອງ​ຈະ​ປະຊຸມ​ກັນ​ອາທິດ​ລະ​ເທື່ອ​ເພື່ອ​ເບິ່ງ​ວ່າ​ຕ້ອງ​ແກ້ໄຂ​ເລື່ອງ​ທີ່​ສຳຄັນ​ຫຍັງ​ແດ່. ເມື່ອ​ປະຊຸມ​ກັນ ຄະນະ​ກຳມະການ​ປົກຄອງ​ຈະ​ເບິ່ງ​ຢ່າງ​ລະອຽດ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ ຂໍ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ແລະ​ຕັດສິນໃຈ​ນຳ​ກັນ​ແບບ​ເປັນ​ເອກະພາບ.—ກິດຈະການ 15:25

ຜູ້​ຊ່ວຍ​ຄະນະ​ກຳມະການ​ປົກຄອງ​ແມ່ນ​ໃຜ?

 ເຂົາເຈົ້າ​ແມ່ນ​ຄລິດສະຕຽນ​ທີ່​ສັດຊື່​ແລະ​ໄວ້ໃຈ​ໄດ້​ທີ່​ຊ່ວຍ​ວຽກ​ໃນ​ຄະນະ​ກຳມະການ​ຝ່າຍ​ຕ່າງ​ໆ​ທີ່​ຄະນະ​ກຳມະການ​ປົກຄອງ​ຕັ້ງ​ຂຶ້ນ. (1 ໂກຣິນໂທ 4:2) ເຂົາເຈົ້າ​ມີ​ຄວາມ​ສາມາດ​ແລະ​ປະສົບການ. ທຸກ​ອາທິດ ເຂົາເຈົ້າ​ຈະ​ປະຊຸມ​ກັບ​ຄະນະ​ກຳມະການ​ຝ່າຍ​ທີ່​ເຂົາເຈົ້າ​ໄດ້​ຮັບ​ມອບໝາຍ. ເຖິງ​ວ່າ​ຈະ​ບໍ່​ມີ​ສ່ວນ​ໃນ​ການ​ຕັດສິນໃຈ ແຕ່​ຜູ້​ຊ່ວຍ​ເຫຼົ່າ​ນີ້​ຈະ​ກຽມ​ຂໍ້​ສະເໜີ​ທີ່​ມີ​ປະໂຫຍດ​ແລະ​ຂໍ້ມູນ​ທີ່​ກ່ຽວ​ຂ້ອງ. ເມື່ອ​ຄະນະ​ກຳມະການ​ຕັດສິນໃຈ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ແລ້ວ ເຂົາເຈົ້າ​ກໍ​ຈະ​ເອົາ​ໄປ​ເຮັດ ແລະ​ຕິດຕາມ​ຄວາມ​ກ້າວໜ້າ. ນອກ​ຈາກ​ນັ້ນ ຄະນະ​ກຳມະການ​ປົກຄອງ​ຍັງ​ມອບໝາຍ​ໃຫ້​ເຂົາເຈົ້າ​ໄປ​ຢາມ​ພີ່ນ້ອງ​ໃນ​ຫຼາຍ​ປະເທດ ຫຼື​ບັນລະຍາຍ​ໃນ​ງານ​ຕ່າງ​ໆ ເຊັ່ນ: ການ​ປະຊຸມ​ປະຈຳ​ປີ ຫຼື​ມື້​ຈົບ​ໂຮງຮຽນ​ກິລຽດ.

ລາຍຊື່​ຜູ້​ຊ່ວຍ

ຄະນະ​ກຳມະການ

ຊື່

ຜູ້​ປະສານ​ງານ

  • ຈອນ ເອກຣານ

  • ພໍ ກີລີສ໌

  • ທຣອຍ ສະໄນເດີ້

ຝ່າຍ​ບຸກຄົນ

  • ເຈໂຣ ກຣິໂຊ

  • ແພັດທຣິກ ລາແຟຣງກ້າ

  • ເດນຽວ ມໍເຊິນ

  • ມາກ ສະກ໋ອດ

ຣາບຟ໌ ວໍສ໌

  • ຝ່າຍ​ການ​ພິມ

  • ໂຣເບີດ ບັດເລີ

  • ແຮໂຣ ຄໍເຄີນ

  • ກີຢູສ ກລ໋ອກເຄຕິນ

  • ດໍໂນ ກໍດອນ

  • ໂຣເບີດ ລູຊີໂອນີ

  • ປີເຕີ້ ໄພສ໌ ທີ 3

  • ອາເລັກສ໌ ຣາຍມິວເລີ້

ເດວິດ ຊິນແຄລ໌

  • ຝ່າຍ​ການ​ຮັບໃຊ້

  • ແກຣີ ໂບຣ

  • ໂຈແອວ ເດວລິງເກີຣ໌

  • ເບຕີ ຈອດຈ໌

  • ແອນໂທນີ ກຣິຟຟິນ

  • ເຊັດ ຮາຍແອັດ

  • ຄລິດສ໌ໂຕເຟີ ເມເວີ

  • ບາທາຊາ ເປີລາ ຈູເນຍ

  • ໂຈນາທານ ສະມິດ

  • ວິນລຽມ ເທີເນີ ຈູເນຍ

ລີອອນ ວີເວີ ຈູເນຍ

  • ຝ່າຍ​ການ​ສອນ

  • ໄມເຄີ້ນ ແບັງສ໌

  • ຣໍໂນ ເຄີຊານ

  • ເຄັນເນັດ ຟຼໍດິນ

  • ວິນລຽມ ມາເລນຟອນ

  • ມາກ ນູແມ

  • ເດວິດ ເຊເຟີ

ຝ່າຍ​ການ​ຂຽນ

  • ນິໂຄລັດ ອາລາດິດສ໌

  • ເພີ ຄລິດສ໌ເຕນເຊັນ

  • ໂຣເບີດ ຊິຣັນໂກ

  • ເຄັນເນັດ ກ໋ອດເບີນ

  • ເຈມສ໌ ແມນຊ໌

  • ໄອແຊັກ ເມິເຣ

  • ໄຄລ ມາຕິນ

  • ເລນນາດ ໄມເຍີ

  • ຈີນ ສະມໍລີ

  • ເຮີມານຸດສ໌ ວານ ເຊມ