ລາວ
ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ແນວ​ໃດ?
https://cms-imgp.jw-cdn.org/img/p/502012475/univ/art/502012475_univ_sqr_xl.jpg
ວຊຄພລ ບົດຄວາມ 12

ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ແນວ​ໃດ?

ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ແນວ​ໃດ?

 ວຽກ​ທົ່ວ​ໂລກ​ຂອງ​ເຮົາ​ໄດ້​ຮັບ​ການ​ສະໜັບສະໜູນ​ທາງ​ດ້ານ​ການ​ເງິນ​ໂດຍ​ການ​ບໍລິຈາກ​ດ້ວຍ​ຄວາມ​ສະໝັກ​ໃຈ​ຈາກ​ພະຍານ​ພະ​ເຢໂຫວາ​ແຕ່​ລະ​ຄົນ. a ມີ​ການ​ຕັ້ງ​ກ່ອງ​ບໍລິຈາກ​ໄວ້​ໃນ​ບ່ອນ​ທີ່​ເຮົາ​ປະຊຸມ ແລະ​ຍັງ​ມີ​ການ​ບໍ​ລິ​ຈາກ​ໂດຍ​ວິທີ​ອື່ນ​ໆ​ເຊິ່ງ​ບອກ​ໄວ້​ໃນ​ໜ້າ​ເວັບໄຊ​ເລື່ອງ​ການ​ບໍລິຈາກ. ໃນ​ໜ້າ​ເວັບໄຊ​ນັ້ນ​ມີ​ທາງ​ເລືອກ​ຕ່າງ​ໆ​ທີ່​ເຮົາ​ສາມາດ​ເລືອກ​ບໍລິຈາກ​ສຳລັບ​ວຽກ​ທົ່ວ​ໂລກ ສຳລັບ​ຫໍປະຊຸມ​ທ້ອງຖິ່ນ ຫຼື​ບໍລິຈາກ​ສຳລັບ​ທັງ​ສອງ​ກໍ​ໄດ້.

 ພະຍານ​ພະ​ເຢໂຫວາ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ສິບ​ເປີເຊັນ​ຂອງ​ລາຍ​ໄດ້ ຫຼື​ບໍ່​ຈຳເປັນ​ຕ້ອງ​ບໍລິຈາກ​ຈຳນວນ​ເງິນ​ທີ່​ສະເພາະ​ເຈາະຈົງ. (2 ໂກຣິນໂທ 9:7) ເຮົາ​ບໍ່​ເຄີຍ​ແຜ່​ເງິນ ບໍ່​ເກັບ​ຄ່າ​ເຂົ້າ​ປະຊຸມ ບໍ່​ເກັບ​ຄ່າ​ຮັບ​ບັບເຕມາ ຄ່າ​ງານ​ສົບ​ແລະ​ງານ​ດອງ ຫຼື​ກິດຈະກຳ​ອື່ນ​ໆ​ທາງ​ສາສະໜາ. ເຮົາ​ບໍ່​ລະ​ດົມ​ເງິນ​ທຶນ​ຈາກ​ການ​ຂາຍ​ເຂົ້າໜົມ ຂາຍ​ເຄື່ອງ ຂາຍ​ຂອງກິນ ແລ່ນ​ມາ​ລະ​ທອນ ງານ​ກິນ​ລ້ຽງ ຫຼື​ກິດຈະກຳ​ອື່ນ​ໆ. ເຮົາ​ບໍ່​ປະກາດ​ຊື່ ຫຼື​ບໍ່​ເປີດເຜີຍ​ຊື່​ຂອງ​ຜູ້​ບໍລິຈາກ. (ມັດທາຍ 6:2-4) ເວັບໄຊ​ແລະ​ປຶ້ມ​ຕ່າງ​ໆ​ຂອງ​ເຮົາ​ບໍ່​ມີ​ການ​ໂຄ​ສະ​ນາ​ເພື່ອ​ຫາ​ລາຍ​ໄດ້.

 ປະຊາຄົມ​ຂອງ​ພະຍານ​ພະ​ເຢໂຫວາ​ແຕ່​ລະ​ບ່ອນ​ຈະ​ລາຍງານ​ການ​ເງິນ​ທຸກ​ເດືອນ​ໃນ​ການ​ປະຊຸມ​ເຊິ່ງ​ທຸກ​ຄົນ​ສາມາດ​ຮູ້​ໄດ້. ບັນທຶກ​ຕ່າງ​ໆ​ຂອງ​ບັນຊີ​ໃນ​ແຕ່​ລະ​ປະຊາຄົມ​ມີ​ການ​ກວດ​ສອບ​ເປັນ​ປະຈຳ​ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ມີ​ການ​ໃຊ້​ເງິນ​ບໍລິຈາກ​ຢ່າງ​ເໝາະສົມ.—2 ໂກຣິນໂທ 8:20, 21

ວິທີ​ຕ່າງ​ໆ​ໃນ​ການ​ບໍລິຈາກ

  •   ກ່ອງ​ບໍລິຈາກ: ເຈົ້າ​ສາມາດ​ປ່ອນ​ເງິນ​ຫຼື​ເຊັກ​ໄດ້​ໃນ​ກ່ອງ​ບໍລິຈາກ​ຢູ່​ຫໍປະຊຸມ ຫໍປະຊຸມ​ໃຫຍ່ ຫຼື​ບ່ອນ​ອື່ນ​ໆ​ທີ່​ເຮົາ​ຈັດການ​ປະຊຸມ.

  •   ການ​ບໍລິຈາກ​ແບບ​ອອນລາຍ: ໃນ​ຫຼາຍ​ປະເທດ ເຈົ້າ​ອາດ​ໃຊ້​ໜ້າ​ເວັບໄຊ “ບໍລິຈາກ​ໃຫ້​ພະຍານ​ພະ​ເຢໂຫວາ” ເພື່ອ​ບໍລິຈາກ​ໂດຍ​ທາງ​ບັດ​ເຄຣດິດ ບັດ​ເດບິດ ໂອນ​ເງິນ​ຜ່ານ​ທະນາຄານ ຫຼື​ຮູບ​ແບບ​ເອເລັກໂຕຣນິກ​ອື່ນ​ໆ. b ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ເລືອກ​ທີ່​ຈະ “ແບ່ງ​ເງິນ​ໄວ້” ແຕ່​ລະ​ເດືອນ​ເພື່ອ​ຈະ​ບໍລິຈາກ​ໄດ້​ເປັນ​ປະຈຳ​ໂດຍ​ໃຊ້​ວິທີ​ໃດ​ວິທີ​ໜຶ່ງ​ທີ່​ເວົ້າ​ມາ​ນີ້.—1 ໂກຣິນໂທ 16:2

  •   ການ​ໃຫ້​ແບບ​ກຽມ​ໄວ້​ລ່ວງ​ໜ້າ: ການ​ບໍລິຈາກ​ບາງ​ແບບ​ຕ້ອງ​ວາງ​ແຜນ​ໄວ້​ລ່ວງ​ໜ້າ ຫຼື​ຕ້ອງ​ປຶກສາ​ດ້ານ​ກົດໝາຍ. ການ​ວາງ​ແຜນ​ແບບ​ນັ້ນ​ອາດ​ເຮັດ​ໃຫ້​ເຈົ້າ​ໄດ້​ປະໂຫຍດ​ດ້ານ​ພາສີ-ອາກອນ​ໃນ​ປະເທດ​ຂອງ​ເຈົ້າ. ຫຼາຍ​ຄົນ​ໄດ້​ຮັບ​ປະໂຫຍດ​ເມື່ອ​ເຂົ້າໃຈ​ຫຼາຍ​ຂຶ້ນ​ກ່ຽວກັບ​ການ​ບໍລິຈາກ​ໃນ​ປະເທດ​ຂອງ​ເຂົາເຈົ້າ ເຊິ່ງ​ເຂົາເຈົ້າ​ອາດ​ເລືອກ​ທີ່​ຈະ​ບໍລິຈາກ​ຕອນ​ທີ່​ຍັງ​ມີ​ຊີວິດ​ຢູ່ ຫຼື​ໃຫ້​ມີ​ການ​ບໍ​ລິ​ຈາກ​ຕອນ​ທີ່​ເຂົາເຈົ້າ​ເສຍ​ຊີວິດ. ຂໍ​ໃຫ້​ຕິດຕໍ່​ກັບ​ສຳນັກງານ​ສາຂາ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ປະເທດ​ຂອງ​ເຈົ້າ ຖ້າ​ເຈົ້າ​ຕ້ອງການ​ບໍລິຈາກ​ໃນ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ຕໍ່​ໄປ​ນີ້:

    •   ບັນຊີ​ທະນາຄານ

    •   ເງິນ​ປະກັນ​ແລະ​ເງິນ​ບຳນານ

    •   ອະສັງຫາລິມະຊັບ

    •   ຫຸ້ນ​ແລະ​ພັນທະ​ບັດ

    •   ພິໄນກຳ

 ສຳລັບ​ຂໍ້ມູນ​ເພີ່ມເຕີມ​ກ່ຽວກັບ​ການ​ບໍລິຈາກ​ທີ່​ມີ​ໃນ​ປະເທດ​ຂອງ​ເຈົ້າ ຂໍ​ໃຫ້​ເບິ່ງ​ໜ້າ​ເວັບໄຊ “ບໍລິຈາກ​ໃຫ້​ພະຍານ​ພະ​ເຢໂຫວາ.”

a ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ກໍ​ສາມາດ​ບໍລິຈາກ​ໄດ້.