ໜຸ່ມ​ສາວ​ຖາມ​ວ່າ

ການ​ມີ​ເພດ​ສຳພັນ​ທາງ​ປາກ​ແມ່ນ​ການ​ມີ​ເຊັກ​ບໍ?

ການ​ມີ​ເພດ​ສຳພັນ​ທາງ​ປາກ​ແມ່ນ​ການ​ມີ​ເຊັກ​ບໍ?

 ສູນ​ຄວບຄຸມ​ແລະ​ປ້ອງກັນ​ພະຍາດ​ຂອງ​ປະເທດ​ອາເມຣິກາ​ລາຍງານ​ວ່າ ໄວລຸ້ນ​ອາຍຸ​ຕັ້ງແຕ່ 15-19 ປີ​ຖືກ​ສຳພາດ ປະມານ​ເຄິ່ງ​ໜຶ່ງ​ບອກ​ວ່າ​ເຂົາເຈົ້າ​ເຄີຍ​ມີ​ເພດ​ສຳພັນ​ທາງ​ປາກ. ຊາລີນ ອະຊຳ ຜູ້​ຂຽນ​ປຶ້ມ Oral Sex Is the New Goodnight Kiss ບອກ​ວ່າ: “ຖ້າ​ເຈົ້າ​ຖາມ​ພວກ​ໄວລຸ້ນ​ກ່ຽວກັບ​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ຈະ​ບອກ​ວ່າ​ນີ້​ເປັນ​ເລື່ອງ​ທຳມະດາ. ທີ່​ຈິງ ເຂົາເຈົ້າ​ບໍ່​ໄດ້​ຖື​ວ່າ​ນີ້​ແມ່ນ​ການ​ມີ​ເຊັກ.”

 ເຈົ້າ​ຄິດ​ແນວ​ໃດ​ກ່ຽວກັບ​ເລື່ອງ​ນີ້?

 ຂໍ​ໃຫ້​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້​ວ່າ​ແມ່ນ​ຫຼື​ບໍ່​ແມ່ນ.

  1.   ການ​ມີ​ເພດ​ສຳພັນ​ທາງ​ປາກ​ເຮັດ​ໃຫ້​ຖືພາ​ບໍ?

    1.   ແມ່ນ

    2.   ບໍ່​ແມ່ນ

  2.   ການ​ມີ​ເພດ​ສຳພັນ​ທາງ​ປາກ​ເຮັດ​ໃຫ້​ຕິດ​ພະຍາດ​ບໍ?

    1.   ແມ່ນ

    2.   ບໍ່​ແມ່ນ

  3.   ການ​ມີ​ເພດ​ສຳພັນ​ທາງ​ປາກ​ແມ່ນ​ການ​ມີ​ເຊັກ​ບໍ?

    1.   ແມ່ນ

    2.   ບໍ່​ແມ່ນ

 ຄວາມ​ຈິງ​ກ່ຽວກັບ​ເລື່ອງ​ນີ້​ເປັນ​ແນວ​ໃດ?

 ສົມທຽບ​ຄຳ​ຕອບ​ຂອງ​ເຈົ້າ​ກັບ​ຂໍ້ມູນ​ຕໍ່​ໄປ​ນີ້:

  1.   ການ​ມີ​ເພດ​ສຳພັນ​ທາງ​ປາກ​ເຮັດ​ໃຫ້​ຖືພາ​ບໍ?

     ຄຳ​ຕອບ: ບໍ່. ນີ້​ອາດ​ເປັນ​ເຫດຜົນ​ທີ່​ຄົນ​ສ່ວນ​ຫຼາຍ​ຄິດ​ຜິດ​ໆ​ວ່າ​ການ​ມີ​ເພດ​ສຳພັນ​ທາງ​ປາກ​ບໍ່​ມີ​ພິດ​ບໍ່​ມີ​ໄພ​ຫຍັງ.

  2.   ການ​ມີ​ເພດ​ສຳພັນ​ທາງ​ປາກ​ເຮັດ​ໃຫ້​ຕິດ​ພະຍາດ​ບໍ?

     ຄຳ​ຕອບ: ແມ່ນ​ແລ້ວ. ຄົນ​ທີ່​ມີ​ເພດ​ສຳພັນ​ທາງ​ປາກ​ອາດ​ຈະ​ຕິດ​ພະຍາດ​ຕັບ​ອັກເສບ (A ຫຼື B) ເປັນ​ພະຍາດ​ຫອນ​ໄກ່ ພະຍາດ​ໜອງ​ໃນ ພະຍາດ​ເຣີມ (HSV) ເອດ ແລະ​ຊີຟີລິດ.

  3.   ການ​ມີ​ເພດ​ສຳພັນ​ທາງ​ປາກ​ແມ່ນ​ການ​ມີ​ເຊັກ​ບໍ?

     ຄຳ​ຕອບ: ແມ່ນ​ແລ້ວ. ການ​ເຮັດ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ອະໄວຍະວະ​ເພດ​ຂອງ​ຄົນ​ອື່ນ ເຊັ່ນ: ການ​ມີ​ເພດ​ສຳພັນ ການ​ມີ​ເພດ​ສຳພັນ​ທາງ​ປາກ ການ​ມີ​ເພດ​ສຳພັນ​ທາງ​ຮູ​ທະວານ ແລະ​ການ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ໃຫ້​ຄົນ​ອື່ນ ທັງໝົດ​ນີ້​ຖື​ວ່າ​ເປັນ​ການ​ມີ​ເພດ​ສຳພັນ.

 ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຕ້ອງ​ຮູ້​ເລື່ອງ​ນີ້?

 ຂໍ​ໃຫ້​ເບິ່ງ​ຂໍ້​ຄຳພີ​ບາງ​ຂໍ້​ທີ່​ອະທິບາຍ​ກ່ຽວກັບ​ເລື່ອງ​ນີ້.

 ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ເປັນ​ຄົນ​ບໍລິສຸດ​ແລະ​ງົດ​ເວັ້ນ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.”—1 ເທຊະໂລນິກ 4:3

 ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ: “ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ” ໝາຍ​ເຖິງ​ການ​ມີ​ເພດ​ສຳພັນ​ທຸກ​ຮູບ​ແບບ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຜົວ​ຫຼື​ເມຍ​ຂອງ​ໂຕເອງ ບໍ່​ວ່າ​ຈະ​ເປັນ​ການ​ມີ​ເພດ​ສຳພັນ ການ​ມີ​ເພດ​ສຳພັນ​ທາງ​ປາກ ການ​ມີ​ເພດ​ສຳພັນ​ທາງ​ຮູ​ທະວານ ແລະ​ການ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ໃຫ້​ຄົນ​ອື່ນ. ຄົນ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ຈະ​ຕ້ອງ​ຮັບ​ຜົນ​ເສຍຫາຍ​ຮ້າຍ​ແຮງ ແລະ​ທີ່​ໜັກ​ກວ່າ​ນັ້ນ​ແມ່ນ ສາຍ​ສຳພັນ​ທີ່​ລາວ​ມີ​ກັບ​ພະ​ເຢໂຫວາ​ກໍ​ຈະ​ຮັບ​ຄວາມ​ເສຍຫາຍ.—1 ເປໂຕ 3:12

 ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ມັກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກໍ​ເຮັດ​ບາບ​ຕໍ່​ຮ່າງກາຍ​ຂອງ​ຕົວເອງ.”—1 ໂກຣິນໂທ 6:18

 ການ​ມີ​ເພດ​ສຳພັນ​ທາງ​ປາກ​ເປັນ​ການ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ໂຕເອງ​ແລະ​ສາຍ​ສຳພັນ​ທີ່​ລາວ​ມີ​ກັບ​ພະ​ເຢໂຫວາ​ເສຍຫາຍ. ນອກ​ຈາກ​ນັ້ນ​ຍັງ​ສ້າງ​ຄວາມ​ເສຍຫາຍ​ທາງ​ອາລົມ​ນຳ. ປຶ້ມ Talking Sex With Your Kids ບອກ​ວ່າ: “ຄວາມ​ຮູ້ສຶກ​ທີ່​ວ່າ​ຖືກ​ເອົາ​ປຽບ ເສຍໃຈ ຫຼື​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ມີ​ຄ່າ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ເກີດຂຶ້ນ​ສະເພາະ​ກັບ​ການ​ມີ​ເຊັກ​ທາງ​ຊ່ອງ​ຄອດ​ເທົ່າ​ນັ້ນ. ຄວາມ​ຮູ້ສຶກ​ບໍ່​ດີ​ເກີດຂຶ້ນ​ໄດ້​ບໍ່​ວ່າ​ຈະ​ເປັນ​ການ​ມີ​ເຊັກ​ແບບ​ໃດ​ກໍ​ຕາມ​ຖ້າ​ມັນ​ເປັນ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ຍ້ອນ​ວ່າ​ແນວ​ໃດ​ມັນ​ກໍ​ເປັນ​ການ​ມີ​ເຊັກ.”

 ຄຳພີ​ໄບເບິນ​ບອກ​ວ່າ: “ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຮົາ​ສອນ​ເຈົ້າ​ເພື່ອ​ປະໂຫຍດ​ຂອງ​ເຈົ້າ.”—ເອຊາຢາ 48:17

 ເຈົ້າ​ເຊື່ອ​ບໍ​ວ່າ​ກົດໝາຍ​ຂອງ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ນີ້​ເປັນ​ປະໂຫຍດ​ສຳລັບ​ເຈົ້າ​ແທ້​ໆ? ຫຼື​ເຈົ້າ​ຄິດ​ວ່າ​ກົດໝາຍ​ນີ້​ເຮັດ​ໃຫ້​ເຈົ້າ​ອຶດ​ອັດ? ເພື່ອ​ຈະ​ໄດ້​ຄຳ​ຕອບ ຂໍ​ໃຫ້​ຄິດ​ເຖິງ​ຫົນທາງ​ທີ່​ມີ​ປ້າຍ​ຈຳກັດ​ຄວາມ​ໄວ ປ້າຍ​ຈະລາຈອນ​ຕ່າງ​ໆ ແລະ​ປ້າຍ​ບອກ​ໃຫ້​ຢຸດ. ເຈົ້າ​ຈະ​ເບິ່ງ​ວ່າ​ປ້າຍ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ເຈົ້າ​ຂັບ​ລົດ​ໄດ້​ຢ່າງ​ປອດໄພ​ຫຼື​ເຮັດ​ໃຫ້​ເຈົ້າ​ອຶດ​ອັດ? ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຈົ້າ​ຫຼື​ຄົນ​ອື່ນ​ທີ່​ຂັບ​ລົດ​ບໍ່​ສົນໃຈ​ປ້າຍ​ເຫຼົ່າ​ນັ້ນ?

ກົດ​ຈະລາຈອນ​ຈຳກັດ​ອິດສະຫຼະ​ຂອງ​ເຈົ້າ​ໃນ​ການ​ຂັບ​ຂີ່​ລົດ ແຕ່​ມັນ​ກໍ​ປົກປ້ອງ​ເຈົ້າ. ຄ້າຍຄື​ກັນ ກົດໝາຍ​ຂອງ​ພະ​ເຢໂຫວາ​ກໍ​ມີ​ຂໍ້​ຈຳກັດ​ສຳລັບ​ເຈົ້າ ແຕ່​ມັນ​ກໍ​ປົກປ້ອງ​ເຈົ້າ​ຄື​ກັນ

 ມາດຕະຖານ​ຂອງ​ພະ​ເຢໂຫວາ​ກໍ​ຄ້າຍຄື​ກັນ. ຖ້າ​ເຈົ້າ​ເບິ່ງ​ຂ້າມ​ແລະ​ບໍ່​ສົນໃຈ​ມາດຕະຖານ​ເຫຼົ່າ​ນັ້ນ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຜົນ​ເສຍຫາຍ​ແນ່ນອນ (ຄາລາເຕຍ 6:7) ປຶ້ມ Sex Smart ບອກ​ວ່າ: “ຖ້າ​ເຈົ້າ​ເບິ່ງ​ຂ້າມ​ຄວາມ​ເຊື່ອ​ທີ່​ເຈົ້າ​ມີ ເບິ່ງ​ຂ້າມ​ສິ່ງ​ທີ່​ເຈົ້າ​ຍຶດ​ຖື ແລະ​ໄປ​ເຮັດ​ສິ່ງ​ທີ່​ເຈົ້າ​ເອງ​ກໍ​ຮູ້​ວ່າ​ບໍ່​ຖືກຕ້ອງ ເຈົ້າ​ກໍ​ແຮ່ງ​ຈະ​ນັບຖື​ໂຕເອງ​ໜ້ອຍ​ລົງ.” ໃນ​ທາງ​ກົງ​ກັນ​ຂ້າມ ຖ້າ​ເຈົ້າ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ກໍ​ສະແດງ​ວ່າ​ເຈົ້າ​ເປັນ​ຄົນ​ມີ​ສິນລະທຳ​ທີ່​ດີ. ນອກ​ຈາກ​ນັ້ນ ເຈົ້າ​ຈະ​ສະບາຍ​ໃຈ​ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.—1 ເປໂຕ 3:16