ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ

ເຮົາ​ຄວນ​ຂາບ​ໄຫວ້​ຮູບ​ບູຊາ​ບໍ?

ລາວ
ເຮົາ​ຄວນ​ຂາບ​ໄຫວ້​ຮູບ​ບູຊາ​ບໍ?
https://cms-imgp.jw-cdn.org/img/p/502013270/univ/art/502013270_univ_sqr_xl.jpg
ວຊພຖຕ ບົດຄວາມ 64

ເຮົາ​ຄວນ​ຂາບ​ໄຫວ້​ຮູບ​ບູຊາ​ບໍ?

ເຮົາ​ຄວນ​ຂາບ​ໄຫວ້​ຮູບ​ບູຊາ​ບໍ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

 ບໍ່ ເຮົາ​ບໍ່​ຄວນ​ຂາບ​ໄຫວ້​ຮູບ​ບູຊາ. ປຶ້ມ​ສາລານຸກົມ​ນິວ​ກາໂຕລິກ ເວົ້າ​ເຖິງ​ກົດໝາຍ​ທີ່​ພະ​ເຢໂຫວາ​ພະເຈົ້າ​ໃຫ້​ກັບ​ຊາດ​ອິດສະຣາເອນ​ວ່າ: “ບັນທຶກ​ຕ່າງ​ໆ​ໃນ​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ບໍ່​ມີ​ການ​ໃຊ້​ຮູບ​ບູຊາ​ໃນ​ການ​ນະມັດສະການ​ແທ້​ຂອງ​ພະເຈົ້າ.” ຂໍ​ໃຫ້​ເບິ່ງ​ຂໍ້​ພະຄຳພີ​ຕ່າງ​ໆ​ຕໍ່​ໄປ​ນີ້:

  •   “ຫ້າມ​ເຮັດ​ຮູບ​ຫຍັງ​ກໍ​ຕາມ​ເພື່ອ​ນະມັດສະການ ບໍ່​ວ່າ​ຮູບ​ນັ້ນ​ຈະ​ມີ​ຮູບ​ຮ່າງ​ຄ້າຍຄື​ສິ່ງ​ທີ່​ຢູ່​ເທິງ​ຟ້າ ສິ່ງ​ທີ່​ຢູ່​ໃນ​ໂລກ ຫຼື​ສິ່ງ​ທີ່​ຢູ່​ໃນ​ນ້ຳ. ຫ້າມ​ຂາບ​ໄຫວ້​ຫຼື​ນະມັດສະການ​ສິ່ງ​ເຫຼົ່າ​ນັ້ນ. ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. ເຮົາ​ເປັນ​ພະເຈົ້າ​ທີ່​ຕ້ອງການ​ໃຫ້​ນະມັດສະການ​ເຮົາ​ພຽງ​ຜູ້​ດຽວ.” (ອົບພະຍົບ 20:4, 5) ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຢາກ​ໃຫ້ “ນະມັດສະການ [ເພິ່ນ] ພຽງ​ຜູ້​ດຽວ” ເພິ່ນ​ຈຶ່ງ​ບໍ່​ມັກ​ຖ້າ​ເຮົາ​ຂາບ​ໄຫວ້​ຮູບ​ບູຊາ ຮູບ​ພາບ ຮູບ​ປັ້ນ ຮູບ​ແກະ​ສະຫຼັກ ຫຼື​ສັນຍະລັກ​ອື່ນ​ໆ.

  •   “ເຮົາ​ຈະ​ບໍ່​ເອົາ​ຄຳ​ສັນລະເສີນ​ທີ່​ເຮົາ​ຜູ້​ດຽວ​ສົມຄວນ​ໄດ້​ຮັບ​ໄປ​ໃຫ້​ຮູບ​ບູຊາ​ຕ່າງ​ໆ.” (ເອຊາຢາ 42:8) ພະ​ເຢໂຫວາ​ພະເຈົ້າ​ບໍ່​ຍອມຮັບ​ການ​ນະມັດສະການ​ທີ່​ໃຫ້​ກັບ​ເພິ່ນ​ໂດຍ​ຜ່ານ​ທາງ​ຮູບ​ບູຊາ. ເມື່ອ​ຄົນ​ອິດສະຣາເອນ​ບາງ​ຄົນ​ພະຍາຍາມ​ນະມັດສະການ​ພະ​ເຢໂຫວາ​ໂດຍ​ໃຊ້​ຮູບ​ງົວ​ນ້ອຍ ເພິ່ນ​ບອກ​ວ່າ​ເຂົາເຈົ້າ​ໄດ້​ເຮັດ “ຊົ່ວ” ຫຼື​ເຮັດ​ຜິດ​ຕໍ່​ເພິ່ນ.​—⁠ອົບພະຍົບ 32:7-9

  •   “ພວກ​ເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພະເຈົ້າ​ເປັນ​ຄື​ກັບ​ຄຳ ເງິນ ກ້ອນ​ຫີນ ຫຼື​ເປັນ​ຄື​ກັບ​ບາງ​ສິ່ງ​ທີ່​ແກະ​ສະຫຼັກ​ຂຶ້ນ​ມາ​ດ້ວຍ​ສີ​ມື​ແລະ​ຄວາມ​ຄິດ​ຂອງ​ມະນຸດ.” (ກິດຈະການ 17:29) ຄົນ​ທີ່​ນະມັດສະການ​ແບບ​ນອກ​ຮີດ​ມັກ​ໃຊ້​ຮູບ​ບູຊາ​ທີ່ “ແກະ​ສະຫຼັກ​ຂຶ້ນ​ມາ​ດ້ວຍ​ສີ​ມື​ແລະ​ຄວາມ​ຄິດ​ຂອງ​ມະນຸດ” ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ຄລິດສະຕຽນ​ຕ້ອງ “ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ ບໍ່​ແມ່ນ​ຕາມ​ສິ່ງ​ທີ່​ເຫັນ.”​—⁠2 ໂກຣິນໂທ 5:7

  •   “ຢ່າ​ຫຍຸ້ງ​ກ່ຽວກັບ​ຮູບ​ບູຊາ.” (1 ໂຢຮັນ 5:21) ຄຳພີ​ໄບເບິນ​ຊີ້​ໃຫ້​ເຫັນ​ຢ່າງ​ຊັດເຈນ​ທັງ​ໃນ​ຄຳ​ສັ່ງ​ທີ່​ໃຫ້​ກັບ​ຊາດ​ອິດສະຣາເອນ​ແລະ​ຄລິດສະຕຽນ​ວ່າ ພະ​ເຢໂຫວາ​ພະເຈົ້າ​ບໍ່​ຍອມຮັບ​ການ​ໃຊ້​ຮູບ​ບູຊາ​ຫຼື​ຮູບ​ພາບ​ໃນ​ການ​ນະມັດສະການ​ເພິ່ນ.