ລາວ
ເງິນ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ຊົ່ວ​ທຸກ​ແບບ​ບໍ?
https://cms-imgp.jw-cdn.org/img/p/502019187/univ/art/502019187_univ_sqr_xl.jpg
ວຊພຖຕ ບົດຄວາມ 166

ເງິນ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ຊົ່ວ​ທຸກ​ແບບ​ບໍ?

ເງິນ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ຊົ່ວ​ທຸກ​ແບບ​ບໍ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

 ບໍ່​ແມ່ນ. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ເງິນ​ເປັນ​ສິ່ງ​ຊົ່ວ​ຮ້າຍ​ແລະ​ບໍ່​ໄດ້​ບອກ​ວ່າ​ເງິນ​ເປັນ​ຕົ້ນເຫດ​ຂອງ​ສິ່ງ​ຊົ່ວ​ຮ້າຍ​ທັງໝົດ ການ​ບອກ​ວ່າ: “ເງິນ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ຊົ່ວ​ທຸກ​ແບບ” ນັ້ນ​ຍັງ​ບໍ່​ຄົບ​ຖ້ວນ​ແລະ​ອາດ​ເຮັດ​ໃຫ້​ເຂົ້າໃຈ​ຜິດ. ແທ້​ໆ​ແລ້ວ​ຄຳພີ​ໄບເບິນ​ບອກ​ວ່າ: “ການ​ຮັກ​ເງິນ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ຊົ່ວ​ທຸກ​ແບບ.”—1 ຕີໂມທຽວ 6:10

 ຄຳພີ​ໄບເບິນ​ເວົ້າ​ກ່ຽວກັບ​ເງິນ​ແນວ​ໃດ?

 ຄຳພີ​ໄບເບິນ​ຍອມຮັບ​ວ່າ​ເງິນ​ມີ​ປະໂຫຍດ​ຖ້າ​ໃຊ້​ຢ່າງ​ສະຫຼາດ​ແລະ​ເຖິງ​ກັບ “ປົກປ້ອງ​ຄົນ” ໄດ້. (ປັນຍາຈານ 7:12) ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ຊົມເຊີຍ​ຄົນ​ທີ່​ສະແດງ​ນ້ຳໃຈ​ຕໍ່​ຄົນ​ອື່ນ ລວມ​ເຖິງ​ການ​ໃຫ້​ເງິນ​ເປັນ​ຂອງຂວັນ.—ສຸພາສິດ 11:25

 ແຕ່​ຄຳພີ​ໄບເບິນ​ກໍ​ເຕືອນ​ເຮົາ​ນຳ​ວ່າ ຢ່າ​ໃຫ້​ເງິນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ໂດຍ​ບອກ​ວ່າ: “ຢ່າ​ໃຊ້​ຊີວິດ​ແບບ​ຄົນ​ຮັກ​ເງິນ ແຕ່​ໃຫ້​ພວກ​ເຈົ້າ​ພໍໃຈ​ໃນ​ສິ່ງ​ທີ່​ມີ​ຢູ່.” (ເຮັບເຣີ 13:5) ບົດ​ຮຽນ​ແມ່ນ ເຮົາ​ຕ້ອງ​ໃຫ້​ເງິນ​ຢູ່​ໃນ​ລຳດັບ​ທີ່​ເໝາະສົມ​ແລະ​ບໍ່​ພະຍາຍາມ​ທີ່​ຈະ​ເປັນ​ຄົນ​ລວຍ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ພໍໃຈ​ກັບ​ສິ່ງ​ທີ່​ຈຳເປັນ​ຕ້ອງ​ມີ ເຊັ່ນ: ອາຫານ ເຄື່ອງນຸ່ງ ແລະ​ທີ່​ຢູ່​ອາໄສ.—1 ຕີໂມທຽວ 6:8

 ເປັນ​ຫຍັງ​ຄຳພີ​ໄບເບິນ​ເຕືອນ​ກ່ຽວກັບ​ການ​ຮັກ​ເງິນ?

 ຄົນ​ໂລບ​ຈະ​ບໍ່​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. (ເອເຟໂຊ 5:5) ເຫດຜົນ​ໜຶ່ງ​ກໍ​ຄື ຄວາມ​ໂລບ​ເປັນ​ຮູບ​ແບບ​ໜຶ່ງ​ຂອງ​ການ​ໄຫວ້​ຮູບ​ບູຊາ ຫຼື​ການ​ນະມັດສະການ​ປອມ. (ໂກໂລຊາຍ 3:5) ແລະ​ອີກ​ເຫດຜົນ​ໜຶ່ງ​ແມ່ນ ຄົນ​ໂລບ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ໄດ້​ສິ່ງ​ທີ່​ໂຕເອງ​ຕ້ອງການ ເຊິ່ງ​ຫຼາຍ​ເທື່ອ​ກໍ​ໃຊ້​ວິທີ​ທີ່​ບໍ່​ຖືກຕ້ອງ. ສຸພາສິດ 28:20 ບອກ​ວ່າ: “ຄົນ​ທີ່​ຢາກ​ລວຍ​ທາງ​ລັດ​ຈະ​ມີ​ຄວາມ​ຜິດ​ແນ່ນອນ.” ເຂົາເຈົ້າ​ອາດ​ເຖິງຂັ້ນ​ຖືກ​ລໍ້ໃຈ​ໃຫ້​ກໍ່​ອາດຊະຍາກຳ ເຊັ່ນ: ຂົ່ມ​ຂູ່​ເອົາ​ຊັບສິນ ສໍ້​ໂກງ ລັກ​ພາ​ໂຕ​ເພື່ອ​ໃຫ້​ຈ່າຍ​ຄ່າໄຖ່ ຫຼື​ຂ້າ​ຄົນ.

 ເຖິງ​ວ່າ​ການ​ຮັກ​ເງິນ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ກາຍ​ເປັນ​ຄົນ​ນິດໄສ​ບໍ່​ດີ ແຕ່​ການ​ຮັກ​ເງິນ​ກໍ່​ໃຫ້​ເກີດ​ຜົນ​ເສຍ​ຫຼາຍ​ຢ່າງ. ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່​ຢາກ​ຮັ່ງ​ຢາກ​ມີ​ກໍ​ຍອມແພ້​ຕໍ່​ການ​ລໍ້ໃຈ​ແລະ​ຕິດ​ກັບດັກ. ລາວ​ມີ​ຄວາມ​ຕ້ອງການ​ຫຼາຍ​ຢ່າງ​ທີ່​ໂງ່​ແລະ​ອັນຕະລາຍ.”—1 ຕີໂມທຽວ 6:9

 ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄຳ​ແນະນຳ​ຂອງ​ຄຳພີ​ໄບເບິນ​ກ່ຽວກັບ​ເລື່ອງ​ເງິນ?

 ຖ້າ​ເຮົາ​ບໍ່​ຍອມ​ເຮັດ​ຫຍັງ​ກໍ​ຕາມ​ທີ່​ເຮົາ​ຮູ້​ວ່າ​ບໍ່​ຖືກຕ້ອງ ແລະ​ເປັນ​ສິ່ງ​ທີ່​ພະເຈົ້າ​ບໍ່​ມັກ​ພຽງ​ເພື່ອ​ຈະ​ໄດ້​ເງິນ​ຊື່​ໆ ເຮົາ​ກໍ​ຈະ​ມີ​ຄວາມ​ນັບຖື​ຕົວເອງ ແຖມ​ພະເຈົ້າ​ຍັງ​ຈະ​ພໍໃຈ​ແລະ​ຊ່ວຍ​ເຫຼືອ​ເຮົາ. ເພິ່ນ​ສັນຍາ​ກັບ​ຄົນ​ທີ່​ພະຍາຍາມ​ເຮັດ​ແບບ​ນີ້​ວ່າ: “ເຮົາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຈົ້າ ເຮົາ​ຈະ​ຊ່ວຍ​ເຈົ້າ​ຕະຫຼອດ.” (ເຮັບເຣີ 13:5, 6) ພະເຈົ້າ​ຢືນຢັນ​ກັບ​ເຮົາ​ນຳ​ວ່າ: “ຄົນ​ສັດຊື່​ຈະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ.”—ສຸພາສິດ 28:20