ລາວ
ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ເລື່ອງ​ການ​ຢູ່​ນຳ​ກັນ​ກ່ອນ​ແຕ່ງດອງ?
https://cms-imgp.jw-cdn.org/img/p/500100100/univ/art/500100100_univ_sqr_xl.jpg
ວຊພຖຕ ບົດຄວາມ 168

ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ເລື່ອງ​ການ​ຢູ່​ນຳ​ກັນ​ກ່ອນ​ແຕ່ງດອງ?

ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ເລື່ອງ​ການ​ຢູ່​ນຳ​ກັນ​ກ່ອນ​ແຕ່ງດອງ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

 ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ຢາກ​ໃຫ້​ເຮົາ “ງົດ​ເວັ້ນ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.” (1 ເທຊະໂລນິກ 4:3) ຄຳ​ວ່າ “ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ” ທີ່​ໃຊ້​ໃນ​ຄຳພີ​ໄບເບິນ​ລວມ​ເຖິງ​ການ​ຫຼິ້ນຊູ້ ການ​ຮັກ​ຮ່ວມ​ເພດ ແລະ​ການ​ມີ​ເພດ​ສຳພັນ​ລະຫວ່າງ​ຊາຍ​ຍິງ​ທີ່​ບໍ່​ໄດ້​ແຕ່ງດອງ​ກັນ.

 ເປັນ​ຫຍັງ​ພະ​ເຢໂຫວາ​ຖື​ວ່າ​ການ​ແຕ່ງດອງ​ເປັນ​ເລື່ອງ​ທີ່​ສຳຄັນ?

  •   ພະ​ເຢໂຫວາ​ເປັນ​ຜູ້​ຈັດ​ກຽມ​ເລື່ອງ​ການ​ແຕ່ງດອງ. ເພິ່ນ​ເຮັດ​ແບບ​ນັ້ນ​ເມື່ອ​ພາ​ຊາຍ​ຍິງ​ຄູ່​ທຳອິດ​ໃຫ້​ມາ​ຢູ່​ນຳ​ກັນ. (ປະຖົມມະການ 2:22-24) ເພິ່ນ​ບໍ່​ຕ້ອງການ​ໃຫ້​ເຂົາເຈົ້າ​ຢູ່​ນຳ​ກັນ​ໂດຍ​ທີ່​ບໍ່​ໄດ້​ແຕ່ງດອງ.

  •   ພະ​ເຢໂຫວາ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ມະນຸດ. ພະ​ເຢໂຫວາ​ຕັ້ງໃຈ​ໃຫ້​ການ​ແຕ່ງດອງ​ເປັນ​ການ​ຜູກພັນ​ລະຫວ່າງ​ຜູ້​ຊາຍ​ກັບ​ຜູ້​ຍິງ​ເພື່ອ​ໃຫ້​ທຸກ​ຄົນ​ໃນ​ຄອບຄົວ​ໄດ້​ຮັບ​ປະໂຫຍດ​ແລະ​ໄດ້​ຮັບ​ການ​ປົກປ້ອງ. ລອງ​ຄິດ​ເຖິງ​ຕົວຢ່າງ​ນີ້. ຖ້າ​ເຮົາ​ຢາກ​ປະກອບ​ຊິ້ນສ່ວນ​ຕ່າງ​ໆ​ຂອງ​ເຟີນິເຈີ້​ໄດ້​ຢ່າງ​ຖືກຕ້ອງ ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ຜູ້​ຜະລິດ. ຄ້າຍຄື​ກັນ ເພື່ອ​ຄອບຄົວ​ຈະ​ມີ​ຄວາມ​ສຸກ​ໄດ້​ເຮົາ​ກໍ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ​ຍ້ອນ​ມາດຕະຖານ​ຂອງ​ເພິ່ນ​ເປັນ​ປະໂຫຍດ​ຕໍ່​ເຮົາ​ສະເໝີ.—ເອຊາຢາ 48:17, 18

    ຖ້າ​ເຮົາ​ຢາກ​ປະກອບ​ຊິ້ນສ່ວນ​ຕ່າງ​ໆ​ຂອງ​ເຟີນິເຈີ້​ໄດ້​ຢ່າງ​ຖືກຕ້ອງ ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ຜູ້​ຜະລິດ. ຄ້າຍຄື​ກັນ ເພື່ອ​ຄອບຄົວ​ຈະ​ມີ​ຄວາມ​ສຸກ​ເຮົາ​ກໍ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ.

  •   ການ​ມີ​ເພດ​ສຳພັນ​ກ່ອນ​ແຕ່ງດອງ​ອາດ​ມີ​ຜົນ​ກະທົບ​ຮ້າຍ​ແຮງ. ຕົວຢ່າງ​ເຊັ່ນ: ອາດ​ເຮັດ​ໃຫ້​ມີ​ລູກ​ໂດຍ​ທີ່​ຍັງ​ບໍ່​ພ້ອມ ຕິດ​ພະຍາດ​ທີ່​ຕິດຕໍ່​ທາງ​ເພດ​ສຳພັນ ແລະ​ບັນຫາ​ທາງ​ອາລົມ.

  •   ພະ​ເຢໂຫວາ​ໃຫ້​ຜູ້​ຊາຍ​ແລະ​ຜູ້​ຍິງ​ມີ​ເພດ​ສຳພັນ​ກັນ​ເພື່ອ​ຈະ​ມີ​ລູກ​ໄດ້. ພະເຈົ້າ​ຖື​ວ່າ​ຊີວິດ​ສັກສິດ​ແລະ​ການ​ມີ​ລູກ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ຫຼາຍ. ເພິ່ນ​ຢາກ​ໃຫ້​ເຮົາ​ໃຊ້​ຂອງຂວັນ​ນີ້​ຢ່າງ​ດີ​ເພື່ອ​ສະແດງ​ວ່າ​ເຮົາ​ນັບຖື​ການ​ຈັດ​ກຽມ​ເລື່ອງ​ການ​ແຕ່ງດອງ.—ເຮັບເຣີ 13:4

 ຜິດ​ບໍ​ທີ່​ຈະ​ລອງ​ຢູ່​ນຳ​ກັນ​ກ່ອນ​ແຕ່ງດອງ​ເພື່ອ​ເບິ່ງ​ວ່າ​ຈະ​ເຂົ້າ​ກັນ​ໄດ້​ຫຼື​ບໍ່?

 ຊີວິດ​ຄູ່​ທີ່​ປະສົບ​ຄວາມ​ສຳເລັດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ການ​ລອງ​ຢູ່​ນຳ​ກັນ​ກ່ອນ​ແຕ່ງດອງ​ເຊິ່ງ​ຈະ​ແຍກ​ທາງ​ກັນ​ຕອນ​ໃດ​ກໍ​ໄດ້. ແຕ່​ຊີວິດ​ຄູ່​ທີ່​ໝັ້ນຄົງ​ແລະ​ປະສົບ​ຄວາມ​ສຳເລັດ​ຂຶ້ນ​ຢູ່​ກັບ​ການ​ທີ່​ທັງ​ສອງ​ຄົນ​ຍຶດ​ໝັ້ນ​ກັບ​ຄຳ​ສັນຍາ​ທີ່​ມີ​ຕໍ່​ກັນ​ແລະ​ພະຍາຍາມ​ຊ່ວຍ​ກັນ​ແກ້ໄຂ​ບັນຫາ. a ການ​ແຕ່ງດອງ​ເຮັດ​ໃຫ້​ຄຳ​ສັນຍາ​ທີ່​ໃຫ້​ໄວ້​ຕໍ່​ກັນ​ໝັ້ນຄົງ​ຫຼາຍ​ຂຶ້ນ.—ມັດທາຍ 19:6

 ເຮັດ​ແນວ​ໃດ​ໃຫ້​ຊີວິດ​ຄູ່​ໝັ້ນຄົງ?

 ໃນ​ຄວາມ​ເປັນ​ຈິງ​ແລ້ວ​ບໍ່​ມີ​ຊີວິດ​ຄູ່​ຂອງ​ໃຜ​ສົມບູນແບບ. ແຕ່​ຜົວ​ເມຍ​ຈະ​ເຮັດ​ໃຫ້​ຊີວິດ​ຄູ່​ມີ​ຄວາມ​ສຸກ​ໄດ້​ໂດຍ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຄຳ​ແນະນຳ​ຕໍ່​ໄປ​ນີ້: