ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ

ພະ​ເຢຊູ​ຕາຍ​ເທິງ​ໄມ້​ກາງເຂນ​ບໍ?

ລາວ
ພະ​ເຢຊູ​ຕາຍ​ເທິງ​ໄມ້​ກາງເຂນ​ບໍ?
https://cms-imgp.jw-cdn.org/img/p/502013284/univ/art/502013284_univ_sqr_xl.jpg
ວຊພຖຕ ບົດຄວາມ 63

ພະ​ເຢຊູ​ຕາຍ​ເທິງ​ໄມ້​ກາງເຂນ​ບໍ?

ພະ​ເຢຊູ​ຕາຍ​ເທິງ​ໄມ້​ກາງເຂນ​ບໍ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

 ຫຼາຍ​ຄົນ​ຄິດ​ວ່າ​ໄມ້​ກາງເຂນ​ແມ່ນ​ສັນຍະລັກ​ຂອງ​ສາສະໜາ​ຄລິດ. ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ອະທິບາຍ​ວ່າ​ເຄື່ອງມື​ທີ່​ໃຊ້​ປະຫານ​ພະ​ເຢຊູ​ມີ​ລັກສະນະ​ແນວ​ໃດ ສະນັ້ນ​ຈຶ່ງ​ບໍ່​ມີ​ໃຜ​ຮູ້​ແທ້​ໆ​ວ່າ​ພະ​ເຢຊູ​ຕາຍ​ເທິງ​ເສົາ​ທໍລະມານ​ແບບ​ໃດ. ແນວ​ໃດ​ກໍ​ຕາມ ຄຳພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພະ​ເຢຊູ​ບໍ່​ໄດ້​ຕາຍ​ເທິງ​ໄມ້​ກາງເຂນ ແຕ່​ເປັນ​ເສົາ​ທຳມະດາ​ຕົ້ນ​ໜຶ່ງ.

 ຄຳພີ​ໄບເບິນ​ມັກ​ໃຊ້​ຄຳ​ພາສາ​ກຣີກ​ສະເຕົາຣອດສ໌ ເມື່ອ​ເວົ້າ​ເຖິງ​ເຄື່ອງມື​ທີ່​ໃຊ້​ປະຫານ​ພະ​ເຢຊູ. (ມັດທາຍ 27:40; ໂຢຮັນ 19:17) ເຖິງ​ວ່າ​ຄຳພີ​ໄບເບິນ​ຫຼາຍ​ສະບັບ​ຈະ​ແປ​ຄຳ​ນີ້​ວ່າ “ໄມ້​ກາງເຂນ” ແຕ່​ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ເຫັນດີ​ວ່າ​ທີ່​ຈິງ​ແລ້ວ​ຄຳ​ນີ້​ໝາຍ​ເຖິງ “ເສົາ​ທີ່​ຕັ້ງ​ຊື່.” a ປຶ້ມ A Critical Lexicon and Concordance to the English and Greek New Testament  ບອກ​ວ່າ ຄຳ​ສະເຕົາຣອດສ໌ “ບໍ່​ເຄີຍ​ໝາຍ​ເຖິງ​ໄມ້ 2 ທ່ອນ​ພາດ​ໄຂວ່​ກັນ.”

 ບາງ​ເທື່ອ​ຄຳພີ​ໄບເບິນ​ໃຊ້​ຄຳ​ພາສາ​ກຣີກ​ອີກ​ຄຳ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ຄື​ກັບ​ຄຳ​ວ່າ​ສະເຕົາຣອດສ໌ ນັ້ນ​ຄື​ຄຳ​ວ່າ​ຊີລອນ. (ກິດຈະການ 5:30; 1 ເປໂຕ 2:24) ຄຳ​ນີ້​ໝາຍ​ເຖິງ “ໄມ້” “ທ່ອນ​ໄມ້” “ເສົາ” ຫຼື “ຕົ້ນໄມ້.” b ປຶ້ມ The Companion Bible  ຈຶ່ງ​ສະຫຼຸບ​ວ່າ: “ຄຳ​ພາສາ​ກຣີກ​ທີ່​ໃຊ້​ໃນ [ພະຄຳພີ​ພາກ​ພັນທະ​ສັນຍາ​ໃໝ່] ບໍ່​ໄດ້​ໝາຍ​ເຖິງ​ໄມ້ 2 ທ່ອນ​ເລີຍ.”

ພະເຈົ້າ​ຍອມຮັບ​ການ​ນະມັດສະການ​ໂດຍ​ໃຊ້​ໄມ້​ກາງເຂນ​ບໍ?

ຄຣຸກຊ໌ ຊິມແພັກຊ໌ ເປັນ​ພາສາ​ລາຕິນ​ໝາຍ​ເຖິງ ເສົາ​ທ່ອນ​ດຽວ​ທີ່​ໃຊ້​ຄຶງ​ຄົນ​ທີ່​ເຮັດ​ຜິດ​ຮ້າຍ​ແຮງ

 ບໍ່​ວ່າ​ພະ​ເຢຊູ​ຈະ​ຕາຍ​ດ້ວຍ​ເຄື່ອງ​ປະຫານ​ແບບ​ໃດ​ກໍ​ຕາມ ຄຳພີ​ໄບເບິນ​ກໍ​ບໍ່​ສະໜັບສະໜູນ​ເຮົາ​ໃຫ້​ໃຊ້​ໄມ້​ກາງເຂນ​ໃນ​ການ​ນະມັດສະການ​ພະເຈົ້າ ຍ້ອນ​ເຫດຜົນ​ຕໍ່​ໄປ​ນີ້:

  1.   ພະເຈົ້າ​ບໍ່​ຍອມຮັບ​ການ​ນະມັດສະການ​ທີ່​ໃຊ້​ຮູບ​ບູຊາ​ຫຼື​ສັນຍະລັກ​ຕ່າງ​ໆ​ລວມ​ທັງ​ໄມ້​ກາງເຂນ​ນຳ. ພະເຈົ້າ​ສັ່ງ​ຄົນ​ອິດສະຣາເອນ​ວ່າ ຢ່າ​ໃຊ້ “ຮູບ​ຫຍັງ​ກໍ​ຕາມ” ໃນ​ການ​ນະມັດສະການ ແລະ​ຄລິດສະຕຽນ​ກໍ​ໄດ້​ຮັບ​ຄຳ​ສັ່ງ​ຄ້າຍ​ໆ​ກັນ​ວ່າ “ຢ່າ​ຫຍຸ້ງ​ກ່ຽວກັບ​ການ​ຂາບ​ໄຫວ້​ຮູບ​ບູຊາ.”​—⁠ພະ​ບັນຍັດ 4:15-19; 1 ໂກຣິນໂທ 10:14

  2.   ຄລິດສະຕຽນ​ລຸ້ນ​ທຳອິດ​ບໍ່​ໄດ້​ໃຊ້​ໄມ້​ກາງເຂນ​ໃນ​ການ​ນະມັດສະການ. c ຄລິດສະຕຽນ​ທຸກ​ຄົນ​ຄວນ​ເຮັດ​ຕາມ​ຄຳສອນ​ແລະ​ຕົວຢ່າງ​ຂອງ​ພວກ​ອັກຄະສາວົກ.​—⁠2 ເທຊະໂລນິກ 2:15

  3.   ການ​ໃຊ້​ໄມ້​ກາງເຂນ​ມີ​ຕົ້ນ​ຕໍ​ມາ​ຈາກ​ສາສະໜາ​ນອກ​ຮີດ. d ຫຼາຍ​ຮ້ອຍ​ປີ​ຫຼັງ​ຈາກ​ພະ​ເຢຊູ​ຕາຍ ໂບດ​ຕ່າງ​ໆ​ໄດ້​ບິດເບືອນ​ຄຳສອນ​ຂອງ​ເພິ່ນ ສະມາຊິກ​ໃໝ່​ຂອງ​ໂບດ “ໄດ້​ຮັບ​ອະນຸຍາດ​ໃຫ້​ໃຊ້​ເຄື່ອງ​ໝາຍ​ແລະ​ສັນຍະລັກ​ແບບ​ນອກ​ຮີດ​ທີ່​ເຂົາເຈົ້າ​ເຄີຍ​ໃຊ້​ຕໍ່​ໄປ” ເຊິ່ງ​ລວມ​ເຖິງ​ໄມ້​ກາງເຂນ​ນຳ. (The Expanded Vine’s Expository Dictionary of New Testament Words ) ແຕ່​ຄຳພີ​ໄບເບິນ​ບໍ່​ສະໜັບສະໜູນ​ໃຫ້​ໃຊ້​ເຄື່ອງ​ໝາຍ​ຂອງ​ສາສະໜາ​ນອກ​ຮີດ​ເພື່ອ​ຈູງ​ໃຈ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ຄລິດສະຕຽນ.​—⁠2 ໂກຣິນໂທ 6:17

a ເບິ່ງ​ປຶ້ມ New Bible Dictionary  ສະບັບ​ພິມ​ຄັ້ງ​ທີ 3 ທີ່​ຮຽບ​ຮຽງ​ໂດຍ ດີ. ອາ. ດັບເບິນຢູ. ວູດ ໜ້າ 245; ປຶ້ມ Theological Dictionary of the New Testament  ເຫຼັ້ມ​ທີ 7 ໜ້າ 572; ປຶ້ມ The International Standard Bible Encyclopedia  ສະບັບ​ປັບປຸງ ເຫຼັ້ມ​ທີ 1 ໜ້າ 825 ແລະ​ປຶ້ມ The Imperial Bible-Dictionary  ເຫຼັ້ມ​ທີ 2 ໜ້າ 84.

b ເບິ່ງ​ປຶ້ມ The Expanded Vine’s Expository Dictionary of New Testament Words  ໜ້າ 1165; ປຶ້ມ A Greek-English Lexicon  ຂຽນ​ໂດຍ​ລິດເດວ​ແລະ​ສະກ໋ອດ ສະບັບ​ພິມ​ຄັ້ງ​ທີ 9 ໜ້າ 1191-1192 ແລະ​ປຶ້ມ Theological Dictionary of the New Testament  ເຫຼັ້ມ​ທີ 5 ໜ້າ 37.

c ເບິ່ງ​ປຶ້ມ​ສາລານຸກົມ​ບຣິແທນນິກາ ປີ 2003 ຫົວຂໍ້ “ໄມ້​ກາງເຂນ”; ປຶ້ມ The Cross—Its History and Symbolism  ໜ້າ 40 ແລະ​ປຶ້ມ The Companion Bible  ສຳນັກ​ພິມ​ມະຫາວິທະຍາໄລ​ອ໋ອກສ໌ຟອດ ພາກ​ຜະໜວກ 162 ໜ້າ 186.

d ເບິ່ງ​ປຶ້ມ The Encyclopedia of Religion  ເຫຼັ້ມ​ທີ 4 ໜ້າ 165; ປຶ້ມ The Encyclopedia Americana  ເຫຼັ້ມ​ທີ 8 ໜ້າ 246 ແລະ​ປຶ້ມ Symbols Around Us  ໜ້າ 205-207.