ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ພຽງ​ແຕ່​ສິ່ງ​ທີ່​ຢູ່​ໃນ​ໃຈ​ເຮົາ​ບໍ?

ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ພຽງ​ແຕ່​ສິ່ງ​ທີ່​ຢູ່​ໃນ​ໃຈ​ເຮົາ​ບໍ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

 ບໍ່ ການ​ປົກຄອງ​ຂອງ​ພະເຈົ້າ​ບໍ່​ໄດ້​ເປັນ​ພຽງ​ແຕ່​ສິ່ງ​ທີ່​ຢູ່​ໃນ​ໃຈ​ເຮົາ. a ແຕ່​ການ​ປົກຄອງ​ນີ້​ຢູ່​ໃນ​ສະຫວັນ ເພາະ​ຄຳພີ​ໄບເບິນ​ໃຊ້​ຄຳ​ວ່າ “ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ.” (ມັດທາຍ 4:17) ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ການ​ປົກຄອງ​ນີ້​ເປັນ​ລັດຖະບານ​ແທ້​ໆ​ທີ່​ປົກຄອງ​ຈາກ​ສະຫວັນ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

  •   ການ​ປົກຄອງ​ຂອງ​ພະເຈົ້າ​ມີ​ຜູ້​ປົກຄອງ ປະຊາຊົນ ກົດໝາຍ ແລະ​ອຳນາດ​ເພື່ອ​ເຮັດ​ໃຫ້​ທຸກ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ສຳເລັດ​ໃນ​ສະຫວັນ​ແລະ​ໂລກ.—ມັດທາຍ 6:10; ພະ​ນິມິດ 5:10

  •   ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ປົກຄອງ​ຄົນ​ຈາກ “ທຸກ​ຊາດ​ແລະ​ທຸກ​ພາສາ” ໃນ​ໂລກ. (ດານຽນ 7:13, 14, ລ.ມ.) ອຳນາດ​ໃນ​ການ​ປົກຄອງ​ມາ​ຈາກ​ພະເຈົ້າ​ໂດຍ​ກົງ ບໍ່​ໄດ້​ມາ​ຈາກ​ປະຊາຊົນ.—ຄຳເພງ 2:4-6; ເອຊາ​ຢາ 9:7

  •   ພະ​ເຢຊູ​ບອກ​ອັກຄະສາວົກ​ທີ່​ສັດຊື່​ວ່າ​ເຂົາເຈົ້າ​ຈະ​ໄດ້ “ນັ່ງ​ຢູ່​ເທິງ​ບັນລັງ” ຮ່ວມ​ປົກຄອງ​ກັບ​ເພິ່ນ​ໃນ​ສະຫວັນ.—ລູກາ 22:28, 30

  •   ການ​ປົກຄອງ​ນີ້​ມີ​ສັດຕູ​ທີ່​ຈະ​ຕ້ອງ​ທຳລາຍ.—ຄຳເພງ 2:1, 2, 8, 9; 110:1, 2; 1 ໂກຣິນໂທ 15:25, 26

 ຄຳພີ​ໄບເບິນ​ບໍ່​ໄດ້​ສອນ​ວ່າ​ການ​ປົກຄອງ​ໃນ​ສະຫວັນ​ຢູ່​ໃນ​ໃຈ​ເຮົາ​ໃນ​ແງ່​ທີ່​ວ່າ​ການ​ປົກຄອງ​ນີ້​ປົກຄອງ​ຢູ່​ໃນ​ໃຈ​ເຮົາ ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ຂ່າວ​ສານ​ເລື່ອງ​ການ​ປົກຄອງ” ຫຼື “ຂ່າວດີ​ເລື່ອງ​ການ​ປົກຄອງ” ສາມາດ​ມີ​ຜົນ​ກະທົບ​ຕໍ່​ຫົວໃຈ​ຂອງ​ເຮົາ ແລະ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ.—ມັດທາຍ 13:19; 24:14

ການ​ປົກຄອງ​ຂອງ​ພະເຈົ້າ “ຢູ່​ໃນ​ທ່າມກາງ​ພວກ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ?

 ເມື່ອ​ອ່ານ​ຂໍ້​ຄຳພີ​ໃນ​ລູກາ 17:21 ໃນ​ສະບັບ​ແປ​ຫຼາຍ​ສະບັບ ບາງ​ຄົນ​ສັບສົນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຕັ້ງ​ຢູ່​ໃສ. ຕົວຢ່າງ​ເຊັ່ນ: ສະບັບ​ຄິງເຈມ ບອກ​ວ່າ: “ອານາຈັກ​ຂອງ​ພະເຈົ້າ​ຢູ່​ພາຍ​ໃນ​ທ່ານ​ທັງ​ຫຼາຍ.” ແຕ່​ເຮົາ​ຕ້ອງ​ເຂົ້າໃຈ​ເລື່ອງ​ລາວ​ກ່ອນ​ເພື່ອ​ຈະ​ເຂົ້າໃຈ​ຂໍ້​ຄຳພີ​ນີ້.

ການ​ປົກຄອງ​ຂອງ​ພະເຈົ້າ​ບໍ່​ໄດ້​ຢູ່​ໃນ​ຫົວໃຈ​ທີ່​ດື້​ດ້ານ​ແລະ​ຊົ່ວ​ຮ້າຍ​ຂອງ​ພວກ​ທີ່​ຕໍ່ຕ້ານ​ພະ​ເຢຊູ.

 ພະ​ເຢຊູ​ກຳລັງ​ລົມ​ກັບ​ພວກ​ຟາຣີຊາຍ​ຫົວໜ້າ​ສາສະໜາ​ທີ່​ຕໍ່ຕ້ານ​ເພິ່ນ​ແລະ​ລວມ​ໂຕ​ກັນ​ວາງ​ແຜນ​ເພື່ອ​ຈະ​ຂ້າ​ເພິ່ນ. (ມັດທາຍ 12:14; ລູກາ 17:20) ການ​ປົກຄອງ​ຈະ​ຢູ່​ໃນ​ຫົວໃຈ​ທີ່​ດື້​ດ້ານ​ຂອງ​ເຂົາເຈົ້າ ບໍ? ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ “ສ່ວນ​ທາງ​ໃນ [ພວກ​ເຈົ້າ] ມີ​ແຕ່​ຄວາມ​ຫຼອກລວງ​ແລະ​ຄວາມ​ຊົ່ວ.”—ມັດທາຍ 23:27, 28

 ຄຳພີ​ໄບເບິນ​ບາງ​ສະບັບ​ແປ​ລູກາ 17:21 ໄດ້​ຢ່າງ​ຖືກຕ້ອງ​ແລະ​ຈະ​ແຈ້ງ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄຳເວົ້າ​ຂອງ​ພະ​ເຢຊູ. ຕົວຢ່າງ​ເຊັ່ນ ສະບັບ​ແປ​ພະຄຳພີ​ໂດຍ​ຄະນະ​ກຳມະການ​ກາໂຕລິກ​ເພື່ອ​ພະຄຳພີ ບອກ​ວ່າ “ພະ​ອານາຈັກ​ຂອງ​ພະເຈົ້າ​ຢູ່​ໃນ​ໝູ່ ທ່ານ​ທັງ​ຫຼາຍ.” (ເຮົາ​ເຮັດ​ໃຫ້​ເປັນ​ໂຕ​ເນີ້ງ) ແລະ​ສະບັບ​ພະຄລິດ​ຕະ​ທຳ​ຄຳພີ ສະບັບ 1971 ບອກ​ວ່າ: “ແຜ່ນດິນ​ຂອງ​ພະເຈົ້າ ຢູ່​ທ່າມກາງ​ທ່ານ​ທັງ​ຫຼາຍ.” (ເຮົາ​ເຮັດ​ໃຫ້​ເປັນ​ໂຕ​ເນີ້ງ) ພະ​ເຢຊູ​ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ໃນ​ປົກຄອງ​ຂອງ​ພະເຈົ້າ ດັ່ງນັ້ນ ທີ່​ບອກ​ວ່າ: “ການ​ປົກຄອງ​ຂອງ​ພະເຈົ້າ “ຢູ່​ໃນ​ໝູ່” ຫຼື “ຢູ່​ທ່າມກາງ” ພວກ​ຟາຣີຊາຍ​ກໍ​ໝາຍ​ຄວາມ​ວ່າ​ພະ​ເຢຊູ​ຢືນ​ຢູ່​ທ່າມກາງ​ເຂົາເຈົ້າ.—ລູກາ 1:32, 33

a ຄລິດຕະຈັກ​ຫຼາຍ​ບ່ອນ​ສອນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຢູ່​ໃນ​ໂຕ​ເຮົາ​ຫຼື​ຢູ່​ໃນ​ໃຈ​ເຮົາ ຕົວຢ່າງ​ເຊັ່ນ: ໃນ​ສະຫະລັດ​ອາເມຣິກາ ຄລິດຕະຈັກ​ເຊົາເທິນ​ບັບຕິດ (SBC) ສອນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ “ການ​ຄອບ​ຄອງ​ຂອງ​ພະເຈົ້າ​ໃນ​ຫົວໃຈ​ແລະ​ຊີວິດ​ຂອງ​ມະນຸດ​ແຕ່​ລະ​ຄົນ.” ແລະ​ໃນ​ປຶ້ມ Jesus of Nazareth ຂອງ​ສັນຕະປາປາ​ເບເນດິກ​ທີ 16 ບອກ​ວ່າ “ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ຢູ່​ໃນ​ຫົວໃຈ​ຂອງ​ມະນຸດ​ທີ່​ເຊື່ອຟັງ​ພະອົງ.”