ລາວ
ການ​ຂ້າ​ລ້າງ​ເຜົ່າ​ພັນ​ເກີດຂຶ້ນ​ໄດ້​ແນວ​ໃດ? ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ເກີດຂຶ້ນ?
https://cms-imgp.jw-cdn.org/img/p/502013209/univ/art/502013209_univ_sqr_xl.jpg
ວຊພຖຕ ບົດຄວາມ 45

ການ​ຂ້າ​ລ້າງ​ເຜົ່າ​ພັນ​ເກີດຂຶ້ນ​ໄດ້​ແນວ​ໃດ? ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ເກີດຂຶ້ນ?

ການ​ຂ້າ​ລ້າງ​ເຜົ່າ​ພັນ​ເກີດຂຶ້ນ​ໄດ້​ແນວ​ໃດ? ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ເກີດຂຶ້ນ?

 ຫຼາຍ​ຄົນ​ທີ່​ຖາມ​ຄຳ​ຖາມ​ນີ້​ເຄີຍ​ສູນ​ເສຍ​ຄົນ​ທີ່​ເຂົາ​ຮັກ ເຂົາເຈົ້າ​ບໍ່​ໄດ້​ຕ້ອງການ​ພຽງ​ແຕ່​ຄຳ​ຕອບ ແຕ່​ຕ້ອງການ​ການ​ປອບ​ໃຈ​ນຳ. ສ່ວນ​ຄົນ​ອື່ນ​ໆ​ເບິ່ງ​ວ່າ​ຮໍໂລຄອດສ໌​ (ການ​ຂ້າ​ລ້າງ​ເຜົ່າ​ພັນ​ຄົນ​ຢິວ) ເປັນ​ການ​ກະທຳ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ຂອງ​ມະນຸດ. ເຂົາເຈົ້າ​ຈຶ່ງ​ບໍ່​ຢາກ​ເຊື່ອ​ວ່າ​ມີ​ພະເຈົ້າ​ເພາະ​ຖ້າ​ມີ​ພະເຈົ້າ​ແທ້​ເພິ່ນ​ຄື​ຊິ​ບໍ່​ປ່ອຍ​ໃຫ້​ເລື່ອງ​ທີ່​ບໍ່​ດີ​ແບບ​ນີ້​ເກີດຂຶ້ນ.

ຄວາມ​ເຂົ້າໃຈ​ຜິດ​ໆ​ກ່ຽວກັບ​ພະເຈົ້າ​ແລະ​ຮໍໂລຄອດສ໌

 

 ຄວາມ​ຈິງ​ຄື: ຄົນ​ທີ່​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ເຄີຍ​ສົງໄສ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ. ຕົວຢ່າງ​ເຊັ່ນ ຜູ້​ພະຍາກອນ​ຮາບາກຸກ​ຖາມ​ພະເຈົ້າ​ວ່າ: “ເປັນ​ຫຍັງ​ພະອົງ​ຈຶ່ງ​ໃຫ້​ລູກ​ເຫັນ​ຄົນ​ເຮັດ​ຊົ່ວ? ເປັນ​ຫຍັງ​ພະອົງ​ຈຶ່ງ​ປ່ອຍ​ໃຫ້​ຄົນ​ຂົ່ມເຫງ​ກັນ? ເປັນ​ຫຍັງ​ພະອົງ​ຈຶ່ງ​ໃຫ້​ລູກ​ເຫັນ​ຄວາມ​ຈິບຫາຍ​ແລະ​ຄວາມ​ຮຸນແຮງ? ແລະ​ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ຂັດແຍ່ງ​ແລະ​ການ​ຜິດ​ຖຽງ​ກັນ?” (ຮາບາກຸກ 1:3, ລ.ມ) ພະເຈົ້າ​ບໍ່​ໄດ້​ຕຳໜິ​ຮາບາກຸກ​ທີ່​ລາວ​ຖາມ​ແບບ​ນີ້ ແລະ​ເພິ່ນ​ຍັງ​ໃຫ້​ບັນທຶກ​ຄຳ​ຖາມ​ຂອງ​ລາວ​ໄວ້​ໃນ​ຄຳພີ​ໄບເບິນ​ເພື່ອ​ໃຫ້​ເຮົາ​ທຸກ​ຄົນ​ອ່ານ​ນຳ.

 

 ຄວາມ​ຈິງ​ຄື: ພະເຈົ້າ​ກຽດຊັງ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ​ທີ່​ເກີດ​ຈາກ​ການ​ກະທຳ​ທີ່​ຊົ່ວຊ້າ. (ສຸພາສິດ 6:16-19) ໃນ​ສະໄໝ​ຂອງ​ໂນອາ​ພະເຈົ້າ​ຮູ້ສຶກ “ເສຍໃຈ​ແລະ​ເຈັບ​ປວດ​ໃຈ” ເມື່ອ​ເຫັນ​ຄວາມ​ຮຸນແຮງ​ທີ່​ເກີດຂຶ້ນ. (ປະຖົມມະການ 6:5, 6) ດັ່ງນັ້ນ ບໍ່​ຕ້ອງ​ສົງໄສ​ວ່າ​ພະເຈົ້າ​ອາດ​ຕ້ອງ​ຮູ້ສຶກ​ເສຍໃຈ​ຫຼາຍ​ຕໍ່​ເຫດການ​ທີ່​ເປັນ​ຕາ​ຢ້ານ​ແບບ​ຮໍໂລຄອດສ໌.—ມາລາກີ 3:6

 

 ຄວາມ​ຈິງ​ຄື: ພະເຈົ້າ​ຍອມ​ໃຫ້​ກອງທັບ​ໂຣມ​ມາ​ທຳລາຍ​ເມືອງ​ເຢຣູຊາເລັມ​ສະຕະວັດ​ທຳອິດ. (ມັດທາຍ 23:37-24:2) ແນວ​ໃດ​ກໍ​ຕາມ ຕັ້ງແຕ່​ນັ້ນ​ມາ​ພະເຈົ້າ​ບໍ່​ໄດ້​ມັກ​ເຊື້ອ​ຊາດ​ເຜົ່າ​ພັນ​ໃດ​ເປັນ​ພິເສດ ຫຼື​ກຽດຊັງ​ເຊື້ອ​ຊາດ​ເຜົ່າ​ພັນ​ໃດ​ຈົນ​ຕ້ອງ​ລົງໂທດ​ເຂົາເຈົ້າ. ສຳລັບ​ພະເຈົ້າ​ແລ້ວ “ທີ່ຈິງ ຄົນ​ຢິວ​ກັບ​ຄົນ​ກຣີກ​ບໍ່​ແຕກຕ່າງ​ກັນ ເພາະ​ທຸກ​ຄົນ​ມີ​ຜູ້​ເປັນ​ນາຍ​ອົງ​ດຽວ​ກັນ​ຜູ້​ທີ່​ໃຈ​ກວ້າງ​ກັບ​ທຸກ​ຄົນ​ທີ່​ອ້ອນວອນ​ພະອົງ.”—ໂຣມ 10:12

 

 ຄວາມ​ຈິງ​ຄື: ພະເຈົ້າ​ບໍ່​ເຄີຍ​ເປັນ​ຕົ້ນເຫດ​ຂອງ​ຄວາມ​ທຸກ ແຕ່​ບາງ​ເທື່ອ​ເພິ່ນ​ຍອມ​ໃຫ້​ເກີດ​ຄວາມ​ທຸກ​ຊົ່ວຄາວ.—ຢາໂກໂບ 1:13; 5:11

ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ເກີດ​ຮໍໂລຄອດສ໌?

 ເຫດຜົນ​ດຽວ​ກັບ​ທີ່​ພະເຈົ້າ​ຍອມ​ໃຫ້​ມະນຸດ​ເຈິ​ຄວາມ​ທຸກ ພະເຈົ້າ​ຍອມ​ໃຫ້​ເກີດ​ຮໍໂລຄອດສ໌​ເພື່ອ​ແກ້ໄຂ​ປະເດັນ​ເລື່ອງ​ສິດທິ​ການ​ປົກຄອງ​ເຊິ່ງ​ຖືກ​ຍົກ​ຂຶ້ນ​ມາ​ດົນ​ແລ້ວ. ຄຳພີ​ໄບເບິນ​ບອກ​ຈະ​ແຈ້ງ​ວ່າ​ຕອນນີ້​ມານ​ເປັນ​ຜູ້​ປົກຄອງ​ໂລກ​ບໍ່​ແມ່ນ​ພະເຈົ້າ. (ລູກາ 4:1, 2, 6; ໂຢຮັນ 12:31) ມີ​ຄວາມ​ຈິງ​ພື້ນຖານ 2 ຢ່າງ​ຈາກ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ອະທິບາຍ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ເກີດ​ຮໍໂລຄອດສ໌.

  1.   ພະເຈົ້າ​ສ້າງ​ມະນຸດ​ໃຫ້​ມີ​ອິດສະຫຼະ​ໃນ​ການ​ເລືອກ. ພະເຈົ້າ​ບອກ​ອາດາມ​ກັບ​ເອວາ​ມະນຸດ​ຄູ່​ທຳອິດ​ວ່າ​ເພິ່ນ​ຄາດໝາຍ​ຫຍັງ​ຈາກ​ເຂົາເຈົ້າ ແຕ່​ເພິ່ນ​ບໍ່​ໄດ້​ບັງຄັບ​ໃຫ້​ເຂົາເຈົ້າ​ເຊື່ອຟັງ. ເຂົາເຈົ້າ​ສາມາດ​ເລືອກ​ເອງ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ ແລະ​ການ​ທີ່​ເຂົາເຈົ້າ​ເລືອກ​ຜິດ​ໄດ້​ສົ່ງ​ຜົນ​ທີ່​ຊົ່ວ​ຮ້າຍ​ຕໍ່​ມະນຸດ​ທຸກ​ຄົນ. ຕັ້ງແຕ່​ນັ້ນ​ເປັນ​ຕົ້ນ​ມາ ຜູ້​ຄົນ​ຈຳນວນ​ຫຼາຍ​ໄດ້​ໃຊ້​ອິດສະຫຼະ​ໃນ​ການ​ເລືອກ​ຂອງ​ໂຕເອງ​ແບບ​ຜິດ​ໆ. (ປະຖົມມະການ 2:17; 3:6; ໂຣມ 5:12) ເປັນ​ຈິງ​ແບບ​ທີ່​ປຶ້ມ​ເຫຼັ້ມ​ໜຶ່ງ (Statement of Principles of Conservative Judaism) ບອກ​ໄວ້​ທີ່​ວ່າ: “ຄວາມ​ທຸກ​ສ່ວນ​ໃຫຍ່​ທີ່​ເກີດຂຶ້ນ​ໃນ​ໂລກ​ເປັນ​ຜົນ​ຈາກ​ການ​ໃຊ້​ອິດສະຫຼະ​ໃນ​ການ​ເລືອກ​ທີ່​ພະເຈົ້າ​ປະທານ​ໃຫ້​ເຮົາ​ແບບ​ຜິດ​ໆ.” ແທນ​ທີ່​ຈະ​ເອົາ​ອິດສະຫຼະ​ໃນ​ການ​ເລືອກ​ຂອງ​ເຮົາ​ກັບ​ຄືນ​ໄປ ພະເຈົ້າ​ໃຫ້​ມະນຸດ​ມີ​ໂອກາດ​ເຮັດ​ສິ່ງ​ຕ່າງ​ໆ​ໂດຍ​ບໍ່​ຕ້ອງ​ເພິ່ງ​ເພິ່ນ.

  2.   ພະເຈົ້າ​ຈະ​ລົບ​ລ້າງ​ຜົນ​ເສຍຫາຍ​ທຸກ​ຢ່າງ​ທີ່​ເກີດ​ຈາກ​ຮໍໂລຄອດສ໌. ຜູ້​ລອດ​ຊີວິດ​ຈາກ​ຮໍໂລຄອດສ໌​ມີ​ຄວາມ​ຊົງ​ຈຳ​ທີ່​ເຈັບ​ປວດ ແຕ່​ພະເຈົ້າ​ສັນຍາ​ວ່າ​ຈະ​ກຳຈັດ​ຄວາມ​ທຸກ​ທັງໝົດ​ໃຫ້​ໝົດ​ໄປ​ແລະ​ຈະ​ປຸກ​ຫຼາຍ​ລ້ານ​ຄົນ​ທີ່​ເສຍ​ຊີວິດ​ໄປ​ແລ້ວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ​ເຊິ່ງ​ລວມ​ເຖິງ​ເຫຍື່ອ​ຂອງ​ຮໍໂລຄອດສ໌​ນຳ. (ເອຊາອີ 65:17; ກິດຈະການ 24:15) ພະເຈົ້າ​ຮັກ​ມະນຸດ​ຫຼາຍ ເພິ່ນ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ເຫຼົ່າ​ນີ້​ເປັນ​ຈິງ​ແນ່ນອນ.—ໂຢຮັນ 3:16

 ການ​ເຂົ້າໃຈ​ເຫດຜົນ​ທີ່​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ແລະ​ວິທີ​ທີ່​ເພິ່ນ​ຈະ​ລົບ​ລ້າງ​ຜົນ​ເສຍຫາຍ​ທັງໝົດ​ຊ່ວຍ​ໃຫ້​ຜູ້​ລອດ​ຊີວິດ​ຈາກ​ຮໍໂລຄອດສ໌​ຫຼາຍ​ຄົນ​ສາມາດ​ຮັກສາ​ຄວາມ​ເຊື່ອ​ຕໍ່​ໆ​ໄປ​ແລະ​ມີ​ຈຸດມຸ່ງໝາຍ​ໃນ​ຊີວິດ.