ພະຍານພະເຢໂຫວາ—ເຂົາເຈົ້າແມ່ນໃຜ? ພວກເຮົາມີພູມຫລັງຈາກຫລາຍຮ້ອຍເຊື້ອຊາດແລະພາສາ ແຕ່ພວກເຮົາກໍເປັນເອກະພາບກັນໂດຍມີຈຸດມຸ່ງໝາຍອັນດຽວກັນ. ນອກຈາກນັ້ນ ພວກເຮົາຕ້ອງການຖວາຍກຽດແກ່ພະເຈົ້າພະເຢໂຫວາທີ່ຈັດກຽມຄໍາພີໄບເບິນແລະເປັນຜູ້ສ້າງສັບພະທຸກສິ່ງ. ພວກເຮົາພະຍາຍາມຮຽນແບບພະເຍຊູຄລິດ ແລະພູມໃຈທີ່ເປັນຄລິດສະຕຽນ. ພວກເຮົາແຕ່ລະຄົນໃຊ້ເວລາເພື່ອຊ່ວຍຄົນອື່ນໃຫ້ຮຽນຮູ້ກ່ຽວກັບຄໍາພີໄບເບິນແລະລາຊະອານາຈັກຂອງພະເຈົ້າເປັນປະຈໍາ. ເພາະວ່າພວກເຮົາໃຫ້ຄໍາພະຍານຫລືເວົ້າເລື່ອງພະເຈົ້າພະເຢໂຫວາແລະລາຊະອານາຈັກຂອງພະອົງ ພວກເຮົາຈຶ່ງເປັນທີ່ຮູ້ຈັກດ້ວຍຊື່ພະຍານພະເຢໂຫວາ. ເຊີນຊົມເວັບໄຊຂອງເຮົາ. ແລ້ວອ່ານຄໍາພີໄບເບິນໃນອິນເຕີເນັດ. ເຊີນຮຽນຮູ້ກ່ຽວກັບພວກເຮົາແລະຄວາມເຊື່ອຂອງພວກເຮົາຕື່ມອີກ.